ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ເພີ້ມການໂຈມຕີ ໃນຂະນະທີ່ກະກຽມ ສຳລັບຄວາມເປັນໄປໄດ້ ໃນການ​ບຸກຄັ້ງໃໝ່ຕໍ່ ຢູເຄຣນ


ພາບສະແດງໃຫ້ເຫັນເຂດທີ່ຢູ່ໃກ້ກັບຕຶກລັດຖະບານປະຈຳພາກພື້ນ, ເຊິ່ງເຈົ້າໜ້າທີ່ກ່າວວ່າຖືກໂຈມຕີດ້ວຍລູກສອນໄຟ, ໃນໃຈກາງເມືອງ ຄາຄີຟ, ປະເທດ ຢູເຄຣນ, 1 ມີນາ, 2022.
ພາບສະແດງໃຫ້ເຫັນເຂດທີ່ຢູ່ໃກ້ກັບຕຶກລັດຖະບານປະຈຳພາກພື້ນ, ເຊິ່ງເຈົ້າໜ້າທີ່ກ່າວວ່າຖືກໂຈມຕີດ້ວຍລູກສອນໄຟ, ໃນໃຈກາງເມືອງ ຄາຄີຟ, ປະເທດ ຢູເຄຣນ, 1 ມີນາ, 2022.

ຣັດເຊຍ ແລະ ຢູເຄຣນ ໄດ້ທຳການແລກປ່ຽນນັກໂທດຄັ້ງທຳອິດຂອງເຂົາເຈົ້າໃນວັນອັງຄານວານນີ້ ນັບຕັ້ງແຕ່ວັງ ເຄຣັມລິນ ໄດ້ສັ່ງການບຸກໂຈມຕີປະເທດເພື່ອນບ້ານຂອງເຂົາເຈົ້າເມື່ອຫົກວັນທີ່ຜ່ານມາ. ແຕ່ມັນໄດ້ມີຂຶ້ນໃນວັນທີ່ມີຄວາມຮຸນແຮງ ແລະ ການທຳລາຍ ໃນຂະນະທີ່ກອງກຳລັງ ຣັດເຊຍ ໄດ້ເພີ່ມການໂຈມຕີໃນທົ່ວ ຢູເຄຣນ, ໂຈມຕີພື້ນຖານໂຄງລ່າງພົນລະເຮືອນ ແລະ ສະຖານ ທີ່ການຄົມມະນາຄົມ, ລວມທັງເສົາໂທລະພາບຫຼັກທີ່ເປັນສັນຍາລັກຂອງນະຄອນຫຼວງ ກີຢິບ ແລະ ອະນຸສອນສະຖານການສັງຫານໝູ່ຊາວຢິວທີ່ສຳຄັນຂອງປະເທດ.

ຫ້າຄົນໄດ້ເສຍຊີວິດໃນການໂຈມຕີເສົາດັ່ງກ່າວ, ເຊິ່ງໄດ້ເຮັດໃຫ້ເກີດກ້ອນໄຟຂະໜາດໃຫຍ່, ອີງຕາມການລາຍງານຂອງບັນດາເຈົ້າໜ້າທີ່ ຢູເຄຣນ. ໃນຂໍ້ ຄວາມຢູ່ທວິດເຕີ, ກະຊວງປ້ອງກັນປະເທດໄດ້ກ່າວວ່າ ຊ່ອງໂທລະພາບບາງຊ່ອງຂອງ ຢູເຄຣນ ຈະເຮັດວຽກບໍ່ໄດ້ເປັນໄລຍະໃດນຶ່ງ.

ການໂຈມຕີຂອງວັນອັງຄານວານນີ້ ຍັງໄດ້ແນເປົ້າໃສ່ອະນຸສອນສະຖານການສັງຫານໝູ່ຊາວຢິວ ບາບິນ ຢາ (Babyn Yar), ບ່ອນທີ່ຊາວ ຢິວ ຫຼາຍສິບພັນຄົນໄດ້ຖືກຂ້າຕາຍໃນໄລຍະສອງວັນໃນປີ 1941 ໃນລະຫວ່າງການສັງຫານໝູ່ ໃນຂະນະທີ່ເມືອງດັ່ງກ່າວ ໄດ້ຢູ່ພາຍໃຕ້ການຄອບຄອງຂອງພວກ ນາຊີ.

ຈະຫຼວດ Grad ໄດ້ຕົກລົງມາໃສ່ນະຄອນຫຼວງ ທີ່ຖືກໂຈມຕີ ແຕ່ຍັງຕໍ່ຕ້ານຢູ່ ຂອງ ຢູເຄຣນ, ຫຼັງຈາກ ຣັດເຊຍ ໄດ້ເຕືອນໃຫ້ປະຊາຊົນໜີອອກຈາກບ້ານເຮືອນຂອງເຂົາເຈົ້າ, ໂດຍກ່າວວ່າເຂົາເຈົ້າຈະແນເປົ້າໃສ່ຕຶກການຮັກສາຄວາມປອດໄພ ແລະ ສືບລັບ ແລະ ການຄົມມະນາຄົມພົນລະເຮືອນເພື່ອປ້ອງກັນ “ການໂຈມຕີຂໍ້ມູນ” ຕໍ່ ຣັດເຊຍ.

ກະຊວງປ້ອງກັນປະເທດຂອງ ຣັດເຊຍ ໄດ້ເຕືອນວ່າຄົນໃດທີ່ຢູ່ໃກ້ເປົ້າໝາຍທີ່ເປັນໄປໄດ້ນັ້ນຕ້ອງໜີອອກໄປ.

ໂຄສົກ ທ່ານ ອີກໍ ໂຄນາເຊັນຄອຟ ໄດ້ກ່າວວ່າ “ພວກເຮົາຮຽກຮ້ອງປະຊາຊົນ ກີຢິບ ທີ່ອາໄສຢູ່ໃກ້ກັບຈຸດສົ່ງສັນຍານ ໃຫ້ໜີອອກຈາກບ້ານຂອງເຂົາເຈົ້າ.”

ປະຊາຊົນໄດ້ເຊື່ອຟັງຄຳເຕືອນນັ້ນຢ່າງຈິງຈັງ, ດ້ວຍຄອບຄົວນຶ່ງທີ່ອາໄສຢູ່ໃກ້ກັບຕຶກສືບລັບທີ່ສຳຄັນ ໃນນະຄອນຫຼວງ ໄດ້ກ່າວຕໍ່ວີໂອເອທາງໂທລະສັບວ່າ ເຂົາເຈົ້າບໍ່ໄດ້ເສຍເວລາເພື່ອໄປຫາບ່ອນຫຼົບລີ້.

ນາງ ດີມາ, ນັກຮຽນອາຍຸ 18 ປີໄດ້ກ່າວວ່າ “ຕອນນີ້, ພວກເຮົານັ່ງຢູ່ໃນສະຖານີລົດໄຟໃຕ້ດິນ.”

ທ່າມກາງການຕໍ່ສູ້ເພີ່ມຂຶ້ນນັ້ນ, ທັງສອງຝ່າຍ ກໍໄດ້ດຳເນີນການແລກປ່ຽນນັກ ໂທດຄັ້ງທຳອິດຂອງເຂົາເຈົ້າ. ທ່ານດິມິໂຕຣ ຊີວິດສກີ (Dmitro Zhyvitskiy), ເຈົ້າໜ້າທີ່ກອງທັບ ຢູເຄຣນ ໃນພາກພື້ນ ຊູມີ, ໄດ້ອະທິບາຍໃນການປະກາດທາງຊອຟແວ Telegram.

XS
SM
MD
LG