ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍວ່າ ລູກປືນໃຫຍ່ ທີ່ຕົກລົງໃສ່ ເມືອງຊາຍແດນ ຂອງຕົນ ໄດ້ສັງຫານ ປະຊາຊົນ 1 ຄົນ


ເຄື່ອງຍິງຈະຫຼວດຂອງ ຢູເຄຣນ ເຫັນຢູ່ໃກ້ເມືອງ Seversk ພາກຕາເວັນອອກຂອງຢູເຄຣນ, ວັນທີ 12 ກໍລະກົດ 2014.
ເຄື່ອງຍິງຈະຫຼວດຂອງ ຢູເຄຣນ ເຫັນຢູ່ໃກ້ເມືອງ Seversk ພາກຕາເວັນອອກຂອງຢູເຄຣນ, ວັນທີ 12 ກໍລະກົດ 2014.

ສື່​ມວນ​ຊົນຣັດ​ເຊຍ ກ່າວ​ວ່າ ລູກປືນ​ໃຫຍ່​ທີ່​ຍິງ​ໃນ​ຢູ​ເຄຣນ ​ໄດ້​ຕົກ
ລົງ​ໃສ່​ເມືອງ​ຊາຍ​ແດນ​ແຫ່ງ​ນຶ່ງ​ຂອງຣັດ​ເຊຍ ​ໂດຍໄດ້​ສັງຫານ
​ປະຊາຊົນ​ຄົນ​ນຶ່ງ ​ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ​ນຶ່ງ​ຄົນ.

ລາຍ​ງານ​ເວົ້າ​ວ່າ ລູກປືນ​ໃຫຍ່ໄດ້ຕົກລົງ​ໃສ່​ເມືອງ Donetsk ​ໃນ​
ວັນ​ອາທິດ​ມື້​ນີ້. ອົງການ​ຂ່າວ AP ອ້າງ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່ຣັດ
​ເຊັຍ​ຄົນ​ນຶ່ງວ່າ ​ເຫດການ​ດັ່ງກ່າວ ຈະ​ໄດ້​ຮັບ “ການ​ຕອບ​ໂຕ້​ທີ່​
ເໝາະ​ສົມ”
​ແຕ່ ບໍ່​ໄດ້​ໃຫ້​ຄຳ​ຊີ້​ແຈງ​ໃດໆ​ຕື່ມ​ອີກ.

​ໃນວັນ​ເສົາ​ວານ​ນີ້ ສະຫະ​ພາບ​ຢູ​ໂຣບ ກ່າວ​ວ່າ ຕົນ​ທຳ​ການ​ລົງ​ໂທດ​ຕໍ່​ບັນດາ​ຜູ້ນຳ​ຝ່າຍ​ກະບົດ​ນິຍົມຣັດ​ເຊຍ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ 11 ຄົນ ຮວມທັງ​ທ່ານ Alexan
der Borodai ຜູ້ນຳ​ຫົວ​ແບ່ງ​ແຍກ.

ພວກ​ກະບົດ​ໄດ້​ປະກາດ​ເອກ​ກະລາດ ສຳລັບ​ຂົງ​ເຂດ ​ແລະ​ໄດ້​ທຳ​ການ​ຕໍ່ສູ້​ມາ​ກັບ​ພວກ​
ທະຫານ​ຝ່າຍ​ລັດຖະບານ​ຢູ​ເຄຣນ. ທ່ານ Borodai ​ເປັນພົນລະ​ເມືອງຣັດ​ເຊຍ ທີ່​ໄດ້​ປະ
ກາດ​ຕົນ​ເອງ​ວ່າ ​ເປັນ​ນາຍົກລັດຖະມົນຕີຂອງຂົງ​ເຂດ Donetsk ​ໃນ​ພາກ​ຕາ​ເວັນ​ອອກ​
ຂອງ​ຢູ​ເຄຣນນັ້ນ.

ສະຫະພາບ​ຢູ​ໂຣບ ​ໄດ້​ທຳການ​ລົງ​ໂທດ​ຂອງ​ຕົນຕໍ່​ປະຊາຊົນ​ຄົນອື່ນໆ​ອີກຫຼາຍ​ຄົນ ​ແລະ
​ວົງ​ການ​ທຸລະ​ກິດ​ຕ່າງໆ ທີ່​ພົວພັນ​ໃນ​ວິ​ກິດ​ການ​ທີ່​ກຳລັງ​ເກີດ​ຂຶ້ນ​ຢູ່​ໃນ​ຢູ​ເຄຣນນັ້ນ.

XS
SM
MD
LG