ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ກ່າວວ່າ ການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຂອງຢູເຄຣນ ຕໍາໃສ່ບ່ອນເກັບນໍ້າມັນເຊື້ອໄຟ


ແຟ້ມພາບ - ບັນດານັກບິນ ຖືເຮືອບິນບໍ່ມີຄົນຂັບລຳນຶ່ງ ໃນພື້ນທີ່ຝຶກອົບຮົມ ໃນ ນະຄອນຫຼວງ ກີຢິບ ໃນວັນທີ 23 ກຸມພາ 2024, ທ່າມກາງການຮຸກຮານຢູເຄຣນ ຂອງຣັດເຊຍ.
ແຟ້ມພາບ - ບັນດານັກບິນ ຖືເຮືອບິນບໍ່ມີຄົນຂັບລຳນຶ່ງ ໃນພື້ນທີ່ຝຶກອົບຮົມ ໃນ ນະຄອນຫຼວງ ກີຢິບ ໃນວັນທີ 23 ກຸມພາ 2024, ທ່າມກາງການຮຸກຮານຢູເຄຣນ ຂອງຣັດເຊຍ.

ເຈົ້າ​ໜ້າ​ທີ່​ຣັດ​ເຊຍ​ລາຍ​ງານ​ວ່າ ການ​ໂຈມ​ຕີ​ດ້ວຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ຂອງ​ຢູ​ເຄຣນ​ ​ໃນ​ວັນ​ອັງຄານມື້​ນີ້ ​ໄດ້ແນເປົ້າ​ໃສ່ ນະຄອນຫຼວງ​ມົສກູ ​ແລະ​ຫລາຍ​ເຂດທາງ​ພາກ​ຕາ​ເວັນ​ຕົກ​ຂອງຣັດ​ເຊຍ.

ທ່ານ ອັນເດຣ ຄລີໂຊບວ໌ (Andrey Klychov), ຜູ້ປົກຄອງເຂດໂອຣີໂຢລ (Oryol), ກ່າວວ່າ ເຮືອບິນບໍ່ມີຄົນຂັບລຳນຶ່ງ ໄດ້ຕົກຢູ່ສະຖານທີ່ເກັບນໍ້າມັນ, ເຊິ່ງເຮັດໃຫ້ເກີດໄຟໄໝ້ ແຕ່ບໍ່ມີຜູ້ເສຍຊີວິດ ຫຼື ໄດ້ຮັບບາດເຈັບແຕ່ຢ່າງໃດ.

ເຮືອບິນບໍ່ມີຄົນຂັບຂອງຢູເຄຣນ ຍັງໄດ້ໂຈມຕີເຂດແບລໂກຣອດ (Belgorod) ທີ່ມີຊາຍແດນຕິດກັບຢູເຄຣນ ເຮັດໃຫ້ປະຊາຊົນຈຳນວນນຶ່ງ ບໍ່ມີໄຟຟ້າໃຊ້, ອີງຕາມການກ່າວຂອງຜູ້ປົກຄອງເຂດ.

ເຈົ້າຄອງນະຄອນມົສກູ ທ່ານ ເຊີເກ ໂຊເບຍນິນ (Sergei Sobyanin) ກ່າວວ່າ ລະບົບປ້ອງກັນໄຟທາງອາກາດຂອງຣັດເຊຍ ໄດ້ທຳລາຍເຮືອບິນບໍ່ມີຄົນຂັບລຳນຶ່ງ ທີ່ກຳລັງບິນໄປທີ່ນະຄອນຫຼວງຂອງຣັດເຊຍ. ທ່ານ​ໄດ້​ລາຍ​ງານ​ວ່າ ​ບໍ່​ມີ​ຄວາມ​ເສຍ​ຫາຍ ​ຫຼືການ​ບາດ​ເຈັບ​ຈາກ​ຊາກ​ຫັກ​ພັງ​ທີ່​ຕົກລົງມາ.

ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ຂົງ​ເຂດ ທູລາ (Tula) ​ແລະ ເຄີສ (Kursk) ​ໄດ້​ລາຍ​ງານ​ວ່າ ​ເຮືອບິນບໍມີຄົນຂັບຂອງ​ຢູ​ເຄຣນ ​ໄດ້​ຖືກ​ທຳລາຍ​ໃນ​ບັນດາເຂດ​ດັ່ງກ່າວ​ ໃນ​ວັນ​ອັງຄານ​ມື້​ນີ້.

ຢູ່ໃນ​ຢູ​ເຄຣນ, ເຈົ້າ​ໜ້າ​ທີ່​ໄດ້​ອອກ​ແຈ້ງ​ການ​ເຕືອນ​ໄພ​ທາງ​ອາ​ກາດ​ໃນ​ຫຼາຍ​ຂົງ​ເຂດ​ໃນຊ່ວງຂ້າມ​ຄືນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG