ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການເດີນທາງ ທາງອາກາດ ລະຫວ່າງຣັດເຊຍ ຫາ ອີຈິບ ຍັງຖືກໂຈະຢູ່ ຫຼາຍເດືອນ


ບັນດາຜູ້ໂດຍສານ ຂອງຖ້ຽວບິນໄປຍັງອີຈິບ ຖືກໂຈະໄວ້ ພາກັນເຕົ້າໂຮມກັນຢູ່ທີ່ ສະຖາທີ່ໃຫ້ຂໍ້ມູນ ຂອງສະໜາມບິນ Domodedovo ນອກນະຄອນ Moscow, ປະເທດຣັດເຊຍ, ວັນທີ 6 ພະຈິກ 2015.
ບັນດາຜູ້ໂດຍສານ ຂອງຖ້ຽວບິນໄປຍັງອີຈິບ ຖືກໂຈະໄວ້ ພາກັນເຕົ້າໂຮມກັນຢູ່ທີ່ ສະຖາທີ່ໃຫ້ຂໍ້ມູນ ຂອງສະໜາມບິນ Domodedovo ນອກນະຄອນ Moscow, ປະເທດຣັດເຊຍ, ວັນທີ 6 ພະຈິກ 2015.

ຣັດເຊຍ ກ່າວວ່າ ການເຊື່ອມໂຍງທາງອາກາດ ກັບອີຈິບ ຈະຍັງ
ຄົງຖືກຕັດອອກ “ເປັນເວລາຫຼາຍເດືອນ” ຢູ່ ຍ້ອນຄວາມເປັນ
ຫ່ວງເລື້ອງຄວາມປອດໄພ ຢູ່ທີ່ສະໜາມບິນຕ່າງໆຂອງອີຈິບ
ພາຍຫຼັງຈາກເຮືອບິນໂດຍສານຕົກ ຢູ່ໃນເຂດແຫຼມ ຊາຍນາຍ
ເມື່ອວັນທີ 31 ຕຸລາຜ່ານມາ ທີ່ໄດ້ເຮັດໃຫ້ຜູ້ໂດຍສານ ແລະລູກ
ເຮືອທັງໝົດ 224 ຄົນ ຢູ່ໃນເຮືອບິນດັ່ງກ່າວເສຍຊີວິດ.

ຫົວໜ້າເສນາທິການ ວັງ Kremlin ທ່ານ Sergei Ivanov ໄດ້
ກ່າວຖະແຫລງ ເມື່ອວັນອັງຄານວານນີ້ ທີ່ໄດ້ຖືກອ້າງອີງໂດຍ
ອົງການຂ່າວຣັດເຊຍ ວ່າ ໄຄໂຣ ຕ້ອງເພີ້ມການຮັກສາຄວາມ
ປອດໄພໃຫ້ດີຂຶ້ນ ຢູ່ທີ່ສະຖານທີ່ພັກຜ່ອນ ຣີສອດຊາຍນາຍ
ຂອງເມືອງ Sharm el-Sheikh ພ້ອມກັນກັບ Cairo ແລະ ຣີສອດໃນທະເລແດງ ຂອງ
ເມືອງ Hurghada.

ທ່ານ Ivanov ກ່າວຖະແຫລງ ໃນຂະນະທີ່ບັນດານັກຊ່ຽວຊາວ ສືບຕໍ່ຊອກຫາເຫດຜົນທີ່
ເຮັດໃຫ້ເຮືອບິນຂອງຣັດເຊຍຕົກ ແລະ ໃນຂະນະທີ່ ນັກທ່ອງທ່ຽວຈາກຣັດເຊຍ ແລະ ຈາກ
ຢູໂຣບຕາເວັນຕົກ ຫຼາຍໝື່ນຄົນ ລໍຄອຍຢ່າງລະມັດລະວັງ ຕໍ່ການຍົກຍ້າຍອອກຈາກຣີສອດ
ຕ່າງໆ ຂອງອີຈິບ ທີ່ຍັງມີຢູ່.

ພວກຫົວຮຸນແຮງ ທີ່ອ້າງວ່າເປັນເຄືອຂ່າຍ ກຸ່ມລັດອິສລາມຫົວຮຸນແຮງຈັດ ກ່າວວ່າ ພວກ
ເຂົາໄດ້ປະຕິບັດການໂຈມຕີ ເຊິ່ງບັດນີ້ ບັນດາລັດຖະບານຕ່າງປະເທດຫຼັກ ເຊື່ອໝັ້ນວ່າ
ອາດກ່ຽວພັນກັບອຸປະກອນລະເບີດນັ້ນ. ແຕ່ຫາກວ່າ ເຈົ້າໜ້າທີ່ສືບສວນສອບສວນ ຂອງ
ອີຈິບ ຍັງກ່າວວ່າ ບໍ່ມີການກຳນົດ ທີ່ເປັນທາງການ ອອກມາເທື່ອ.

ຜົນການຫ້າມບິນທາງອາກາດຂອງຣັດເຊຍ ຕໍ່ການທ່ອງທ່ຽວໃນອີຈິບ ແມ່ນຍັງບໍ່ຈະແຈ້ງ
ໃນທັນທີ ຂະນະທີ່ມີການເປີດຕົວ ລະດູການທ່ອງທ່ຽວຂອງອີຈິບ ທີ່ສ້າງລາຍຮັບໄດ້ດີນັ້ນ.

ແຕ່ບັນດານັກວິເຄາະ ກ່າວວ່າ ຣັດເຊຍ ປະກອບສ່ວນເຂົ້າໃນ ດ້ານການທ່ອງທ່ຽວຂອງ
ອີຈິບ ປະມານ 1 ສ່ວນ 3 ໃນສອງສາມປີບໍ່ນານມານີ້ ໃນຂະນະທີ່ ບັນດາຜູ້ຂໍຢຸດງານລາ
ພັກໜີຄວາມໜາວ ພາກັນເດີນທາງໄປທ່ຽວຣີສອດຕ່າງໆ ທີ່ເຕັມໄປດ້ວຍຄວາມອົບອຸ່ນ
ຈາກແສງແດດຂອງອີຈິບ ໃນລະຫວ່າງກາງລະດູໜາວທີ່ໜາວຈັດ ໃນປະເທດຂອງຕົນ.

XS
SM
MD
LG