ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຕິບັດການຊັກຊວນໃຫ້ປ່ຽນຈິດໃຈຂອງຣັດເຊຍ ໄດ້ສຸມໃສ່ ກັບເລື້ອງກ່ຽວກັບຢູເຄຣນ


ພາບນີ້ຖ່າຍໃນວັນທີ 2 ມີນາ 2022, ໃນນະຄອນປາຣີ ຂອງຝຣັ່ງ, ສະແດງໃຫ້ເຫັນເຄືອຂ່າຍໂທລະພາບ RT ພາສາຝຣັ່ງ ຂອງການອອກອາກາດຄັ້ງສຸດທ້າຍ ເນື່ອງຈາກສະຫະພາບຢູໂຣບ ໄດ້ຕັດສິນໃຈລະງັບ ຫຼັງຈາກຣັດເຊຍ ບຸກລຸກຢູເຄຣນ. ການອອກອາກາດໃນພາສາຝຣັ່ງ ຂອງສື່ມວນຊົນຣັດເຊຍ RT ຈະບໍ່ຖືກຖ່າຍທອດທາງໂທລະພາບ ໃນຝຣັ່ງ ອີກຕໍ່ໄປ.
ພາບນີ້ຖ່າຍໃນວັນທີ 2 ມີນາ 2022, ໃນນະຄອນປາຣີ ຂອງຝຣັ່ງ, ສະແດງໃຫ້ເຫັນເຄືອຂ່າຍໂທລະພາບ RT ພາສາຝຣັ່ງ ຂອງການອອກອາກາດຄັ້ງສຸດທ້າຍ ເນື່ອງຈາກສະຫະພາບຢູໂຣບ ໄດ້ຕັດສິນໃຈລະງັບ ຫຼັງຈາກຣັດເຊຍ ບຸກລຸກຢູເຄຣນ. ການອອກອາກາດໃນພາສາຝຣັ່ງ ຂອງສື່ມວນຊົນຣັດເຊຍ RT ຈະບໍ່ຖືກຖ່າຍທອດທາງໂທລະພາບ ໃນຝຣັ່ງ ອີກຕໍ່ໄປ.

ຄວາມພະຍາຍາມຂອງຣັດເຊຍ ເພື່ອທີ່ຈະຫັນປ່ຽນຄວາມຄິດຂອງປະຊາຊົນໃນທົ່ວໂລກ ກ່ຽວກັບເລື້ອງຂອງຄວາມຖືກຕ້ອງໃນການບຸກລຸກຢູເຄຣນຂອງຕົນນັ້ນ ປາກົດວ່າ ເປັນພາບສະທ້ອນໃຫ້ເຫັນຄວາມພະຍາຍາມບາງຢ່າງໃນກອງກຳລັງຂອງຕົນຢູ່ພາກພື້ນດິນ ເຖິງແມ່ນວ່າຕົນໄດ້ນຳເອົ​າ​ຄວາມ​ສາ​ມາດ​ໃນ​ການ​ຍິງ​ທຳ ລາຍຢ່າງຮ້າຍແຮງ ກໍຕາມ ປະຕິບັດການເພື່ອປ່ຽນຈິດໃຈຂອງວັງເຄຣມລິນນັ້ນ ປາກົດວ່າ ໄດ້ຢຸດສະງັກ ບໍ່ສາມາດທີ່ຈະຊັກ​ຊວນພວກຜູ້ຊົມທີ່ສຳຄັນໆໄດ້.

ປະຕິບັດການຫັນປ່ຽນຈິດໃຈຂອງມົສກູ ໂດຍສ່ວນຫຼາຍ ໄດ້ຖືກດຳເນີນໄປຢ່າງເປີດເຜີຍ ໂດຍບັນດາເຄືອຂ່າຍສື່ມວນຊົນທີ່ໜຸນຫຼັງໂດຍຣັດເຊຍ ເຊັ່ນວ່າ RT, Sputnik, Ria Novosti, Izvestia ແລະອື່ນໆອີກ ໂດຍການນຳສະເໜີເລື້ອງລາວຕ່າງໆຕໍ່ເນື່ອງ ແລະນຳລົງເຜີຍແຜ່ໃນສື່ສັງຄົມທັງພາສາ ຣັດເຊຍ ອັງກິດ ສະເປນ ເທີກີ ແລະອາຣັບ.

ແຕ່ການວິໄຈໂດຍ ໂອເມລາສ (Omelas) ຊຶ່ງເປັນບໍລິສັດທີ່ມີຫ້ອງການຕັ້ງຢູ່ໃນວໍຊິງຕັນ ທີ່ຕິດຕາມປະຕິບັດການເພື່ອຫັນປ່ຽນຄວາມຄິດ ໃນສະພາບແວດລ້ອມຍຸກດິຈິໂຕລ ພົບເຫັນວ່າ ຂະນະທີ່ກອງກຳລັງຂອງຣັດເຊຍ ໄດ້ເລີ້ມບຸກເຂົ້າໄປໃນຢູເຄຣນຢູ່ນັ້ນ ປະຕິບັດການຂອງພວກສື່ມວນຊົນເຫຼົ່ານັ້ນ ໄດ້ເລີ້ມທີ່ຈະສູນເສຍ ບັນດາພວກຜູ້ຊົມທີ່ເປັນເປົ້າໝາຍຂອງພວກເຂົານັ້ນ.

“ຈົນມາເຖິງວັນທີ 24 ກຸມພາ ເຄືອຂ່າຍສື່ມວນຊົນຂອງຣັດເຊຍ ໄດ້ເລົ່າເລື້ອງລາວກ່ຽວກັບຢູເຄຣນຢູ່ເລື້ອຍໆໃນທຸກພາສາ ແລະມີຫຼາກຫຼາຍເນື້ອຫາ ທີ່ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍເຊັ່ນກັນ” ດັ່ງທີ່ຫົວໜ້າອຳນວຍການຂອງ ໂອເມລາສ ທ່ານນາງອີວານນາ ຫູ (Evanna Hu) ໄດ້ກ່າວຕໍ່ວີໂອເອ ນັ້ນ.

ຢ່າງໃດກໍຕາມ ຫຼາຍອາທິດຕັ້ງແຕ່ນັ້ນມາ ເລື້ອງລາວ ກໍແຕກຕ່າງໄປຈາກເດີມເລີຍ.

ອີງຕາມ ໂອເມລາສ ສື່ມວນຊົນທີ່ສະໜັບສະໜຸນໂດຍຣັດເຊຍ ໄດ້ເຜີຍແຜ່ 12,300 ບົດ ລົງໃນສື່ສັງຄົມ ໃນໄລຍະເວລາ ທີ່ໄດ້ເກັບກຳຄວາມສົນໃຈຈາກຜູ້ຊົມ 1 ລ້ານ 3 ແສນຄົນ.

ແຕ່ກົງກັນຂ້າມ ເຄືອຂ່າຍສື່ມວນຊົນຂອງປະເທດຕາເວັນຕົກ ໄດ້ເຜີຍແຜ່ 116,000 ບົດ ລົງໃນສື່ສັງຄົມກ່ຽວກັບຢູເຄຣນ ໃນລະວ່າງໄລຍະເວລາ ທີ່ໄດ້ດຶງດູດຄວາມສົນໃຈ ຈາກຜູ້ຊົມ 44 ລ້ານ 8 ແສນຄົນ.

ທ່ານນາງຫູ ໄດ້ກ່າວວ່າ “ສື່ມວນຊົນຂອງຣັດເຊຍ ຍັງໂດດເດັ່ນ ທາງດ້ານການເຜີຍແຜ່ເນື້ອຫາຫຼາຍກວ່າໝູ່ໃນພາສາຣັດເຊຍ ແຕ່ເປັນທີ່ແນ່ນອນ ມັນຍ່ອມສູນເສຍການຄອບຄອງຂໍ້ມູນຂ່າວສານ ແກ່ເຄືອຂ່າຍສື່ມວນຊົນຂອງປະເທດຕາເວັນ ຕົກໃນພາສາອັງກິດ.”

ຊ່ອງຫວ່າງອັນນັ້ນ ຍັງນ້ອຍລົງເລື້ອຍໆ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG