ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບໍລິສັດ Gazprom ຂອງຣັດເຊຍ ຂົ່ມຂູ່ທີ່ຈະຕັດການສົ່ງແກັສ ໄປໃຫ້ ຢູໂຣບ ຜ່ານຢູເຄຣນ


ແຟ້ມພາບ - ເຄື່ອງໝາຍຂອງບໍລິສັດ Gazprom ແມ່ນເຫັນໄດ້ ຢູ່ເທິງຕຶກແຫ່ງນຶ່ງ ທີ່ສູນກາງເຂດທຸລະກິດ ໃນນະຄອນ ເຊັງ ປີເຕີສເບີກ ຂອງຣັດເຊຍ.
ແຟ້ມພາບ - ເຄື່ອງໝາຍຂອງບໍລິສັດ Gazprom ແມ່ນເຫັນໄດ້ ຢູ່ເທິງຕຶກແຫ່ງນຶ່ງ ທີ່ສູນກາງເຂດທຸລະກິດ ໃນນະຄອນ ເຊັງ ປີເຕີສເບີກ ຂອງຣັດເຊຍ.

ບໍລິສັດພະລັງງານຍັກໃຫຍ່ຂອງຣັດເຊຍ ແກສພຣອມ (Gazprom) ໄດ້ຂົ່ມຂູ່ ທີ່ຈະຫລຸດຜ່ອນການສະໜອງແກັສຜ່ານທໍ່ສົ່ງແຫ່ງສຸດທ້າຍ ໄປຍັງທະວີບຢູໂຣບ ຜ່ານປະເທດຢູເຄຣນ ໂດຍກ່າວວ່າ ປະລິມານທີ່ຕົນສະໜອງໃຫ້ປະເທດໂມລໂດວາ ແມ່ນບໍ່ໄດ້ໄປ​ຮອດປະເທດທີ່ເຄີຍເປັນອະ​ດີດສາທາລະນະລັດໂຊຫວຽດ.

ບໍລິສັດແກສພຣອມ ກ່າວວ່າ ບໍລິສັດແກັສຂອງປະເທດທີ່ທຸກທີ່ສຸດຂອງຢູໂຣບ ກໍຄື ໂມລໂດວາແກສ (Moldovagaz) ໄດ້ຈ່າຍຄ່າແກັສສ່ວນນຶ່ງໄປແລ້ວ ສຳລັບເດືອນພະຈິກ ພາຍໃຕ້ສັນຍາຂອງຕົນ ແລະກ່າວຕື່ມວ່າ ເກືອບ 25 ລ້ານແມັດກ້ອນ ໄດ້ຖືກສົ່ງໄປໃຫ້ໃນເດືອນນີ້ ແຕ່ຍັງບໍ່ທັນໄດ້ຈ່າຍໃຫ້ເທື່ອ.

ບໍລິສັດລັດວິສາຫະກິດຂອງຣັດເຊຍດັ່ງກ່າວ ໄດ້ຂຽນລົງໃນທວີດເຕີ ວ່າ ຖ້າ “ມີການສັງເກດເຫັນວ່າ ບໍ່ມີຄວາມກ້ຳເກິ່ງໃນລະຫວ່າງການສົ່ງແກັສໄປໃຫ້ພວກຜູ້ບໍລິໂພກຂອງໂມລໂດວາ ຜ່ານຢູເຄຣນ ຍັງມີຢູ່ຕໍ່ເນື່ອງ” ບໍລິສັດແກສພຣອມ “ຈະເລີ້ມຫລຸດຜ່ອນແກັສຂອງຕົນ” ຜ່ານຢູເຄຣນ ເລີ້ມຕົ້ນແຕ່ວັນຈັນ​ນີ້​ໄປ.

ທັງໂມລໂດວາ ແລະຢູເຄຣນ ຕອບໂຕ້ຕໍ່ບໍລິສັດແກສພຣອມຄືນ ໂດຍຢູເຄຣນ ກ່າວວ່າ ແກັສສະໜອງໃຫ້ທັງໝົດ ທີ່ຣັດເຊຍ ໄດ້ສົ່ງຜ່ານປະເທດຕົນນັ້ນ ແມ່ນ “ໄດ້ໂອນໄປທັງໝົດ” ໃຫ້ແກ່ໂມລໂດວາ.

“ອັນນີ້ບໍ່ແມ່ນຄັ້ງທຳອິດ ທີ່ຣັດເຊຍຫັນໄປໃຊ້ແກັສ ເປັນເຄື່ອງມືເພື່ອກົດດັນທາງດ້ານການເມືອງ. ອັນນີ້ ເປັນການບິດເບືອນຄວາມຈິງ ທີ່ໜ້າອັບອາຍ ເພື່ອເຮັດໃຫ້ການຕັດສິນໃຈນັ້ນສົມເຫດສົມຜົນຕໍ່ການຈຳກັດປະລິມານຂອງການສະໜອງແກັນໃຫ້ແກ່ບັນດາປະເທດ ຂອງຢູໂຣບ” ທ່ານໂອລາ ແບລໂຄວາ (Olha Belkova) ຜູ້ປະຕິບັດງານລະບົບທໍ່ສົ່ງແກັສຂອງຢູເຄຣນ ໄດ້ກ່າວ.

ມັນເປັນການຍົກລະດັບຄັ້ງຫລ້າສຸດຫຼັງຈາກທີ່ຣັດເຊຍໄດ້ຕັດການສົ່ງແກັສທຳມະຊາດໄປໃຫ້ຢູໂຣບ ທ່າມກາງສົງຄາມໃນຢູເຄຣນ ຊຶ່ງບັນດາຜູ້ນຳຂອງຢູໂຣບໄດ້ ເອີ້ນວ່າ ການຂູ່ເຂັນດ້ວຍພະລັງງານ ແລະບໍລິສັດແກສພຣອມ ໄດ້ຖິ້ມໂທດໃສ່ບັນຫາການສ້ອມແປງແລະການຊຳລະເປັນຕົ້ນ. ນອກຈາກທໍ່ສົ່ງແກັສ ຜ່ານປະ ເທດຢູເຄຣນ ແລ້ວ ທໍ່ສົ່ງແກັສອີກສາຍນຶ່ງ ແມ່ນຍັງນຳເອົາແກັສຂອງຣັດເຊຍ ສົ່ງໄປທາງໃຕ້ທະເລດຳ ຫາປະເທດເທີກີ.

ໃນຂະນທີ່ກຳລັງກ້າວເຂົ້າສູ່ລະດູໜາວ ເມື່ອແກັສທຳມະຊາດແມ່ນມີຄວາມຕ້ອງ ການເພື່ອໃຊ້ເຮັດຄວາມຮ້ອນໃຫ້ແກ່ເຮືອນຊານ ພ້ອມກັນນັ້ນ ເພື່ອໃຊ້ຜະລິດໄຟ ຟ້າແລະພະລັງງານໃຫ້ແກ່ໂຮງງານຕ່າງໆ ການຫຼຸດຜ່ອນໃດໆໃນການສະໜອງແກັສ ອາດໝາຍເຖິງລາຄາທີ່ສູງຂຶ້ນກວ່າເກົ່າ ຊຶ່ງໄດ້ເປັນແຮງສົ່ງໃຫ້ເກີດພາວະເງິນເຟີ້ ແລະບີບບັງຄັບ ຄົວເຮືອນ ແລະທຸລະກິດທັງຫຼາຍ. ລາຄາແກັສທຳມະຊາດ ກໍໄດ້ຫລຸດລົງເລື້ອຍ ນັບຕັ້ງແຕ່ເດືອນສິງຫາ ທີ່ໄດ້ເພີ້ມຂຶ້ນສູງສຸດ ແລະບັນດາປະເທດໃນຢູໂຣບ ກໍສາມາດຕື່ມສາງເກັບແກັສເຕັມອັດຕາສຳລັບລະດູ ໜາວ ແຕ່ບັນຫາດັ່ງກ່າວອາດຈະເຮັດສະຖານະການໜັກຂຶ້ນຕື່ມ ຖ້າສະພາບອາກາດ ຫາກໜາວຂຶ້ນກວ່າປົກກະຕິ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG