ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ຕັ້ງ​ຂໍ້​ສົງ​ໄສ ກ່ຽວ​ກັບ ​ຂໍ້​ຕົກ​ລົງ​​ສົ່ງ​ອອກອາ​ຫານ​ປ​ະ​ເພດ​ເມັດ ຂະ​ນະ​ທີ່​ເສັ້ນ​ຕາຍ ຍັບ​ໃກ້​ເຂົ້າ​ມາ


ແຟ້ມ - ກຳ​ປັ່ນ​ບັນ​ທຸກຣູ​ບີ​ມາ (ຂວາ) ຂົນ​ອາ​ຫານ​ປະ​ເພດ​ເມັດ​ຂອງ​ຢູ​ເຄ​ຣນ ແລະ​ກຳ​ປັ່ນ​ຂົນ​ສົ່ງສ​ແຕ​ລ​ລາ ຈີ​ແອັ​ສ (ຊ້າຍ) ​ທີ່​ຂົນ​ເຄື່ອງ​ຈາກ​ຢູ​ເຄ​ຣນ ແລ​່ນ​ຜ່ານ​ທາງ​ເຂົ້າ​ບອ​ສ​ຟໍ​ຣັ​ສ ໃນ​ທະ​ເລ​ດຳ ທາງ​ດ້ານ​ເໜືອ​ ຂອງ​ນະ​ຄອນ​ອິ​ສ​ຕັນ​ບູ​ລ ປະ​ເທດ​ເທີ​ກີ​ ເມື່ອ​ວັນ​ທີ 2 ພະ​ຈິກ 2022.
ແຟ້ມ - ກຳ​ປັ່ນ​ບັນ​ທຸກຣູ​ບີ​ມາ (ຂວາ) ຂົນ​ອາ​ຫານ​ປະ​ເພດ​ເມັດ​ຂອງ​ຢູ​ເຄ​ຣນ ແລະ​ກຳ​ປັ່ນ​ຂົນ​ສົ່ງສ​ແຕ​ລ​ລາ ຈີ​ແອັ​ສ (ຊ້າຍ) ​ທີ່​ຂົນ​ເຄື່ອງ​ຈາກ​ຢູ​ເຄ​ຣນ ແລ​່ນ​ຜ່ານ​ທາງ​ເຂົ້າ​ບອ​ສ​ຟໍ​ຣັ​ສ ໃນ​ທະ​ເລ​ດຳ ທາງ​ດ້ານ​ເໜືອ​ ຂອງ​ນະ​ຄອນ​ອິ​ສ​ຕັນ​ບູ​ລ ປະ​ເທດ​ເທີ​ກີ​ ເມື່ອ​ວັນ​ທີ 2 ພະ​ຈິກ 2022.

ຣັດ​ເຊຍ​ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ຂໍ້​ຕົກ​ລົງ​ປະ​ຫວັດ​ສາດເພື່ອ​ຄ້ຳ​ປະ​ກັນ​ການ​ສົ່ງ​ອອກ​ອາ​ຫານ​ປະ​ເພດ​ເມັດ​ຈາກ​ທ່າ​ກຳ​ປັ່ນ​ຕ່າງໆ​ໃນ​ທະ​ເລ​ດຳ​ຂອງ​ຢູ​ເຄ​ຣນນັ້ນ ໄດ້​ມີ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ ແຕ່​ພຽງ​ເຄິ່ງ​ດຽວ ຊຶ່ງ​ພາ​ໃຫ້​ເກີດ​ຄວາມ​ສົງ​ໄສ​ກ່ຽວ​ກັບ​ວ່າ ມັນ​ຈະ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ມີ​ການ​ຕໍ່ຂໍ້​ຕົກ​ລົງ ທີ່​ຈະ​ໝົດ​ອາ​ຍຸ​ໃນ​ອາ​ທິດ​ໜ້ານີ້​ຫຼື​ບໍ່ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່​າວ​ຣອຍ​ເຕີ້.

ຂໍ້​ລິ​ເລີ້ມ​ອາ​ຫານ​ປະ​ເພດ​ເມັດ​ທະ​ເລ​ດຳ​ທີ່​ໄກ່​ເກ່ຍ​ໂດຍ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດແລະ​ເທີ​ກີ ​ເມື່ອ​ເດືອນ​ກໍ​ລະ​ກົດ​ປີ​ກາຍ​ ແມ່ນ​ແນ​ໃສ່​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ວິ​ກິດ​ການ​ທາງ​ດ້ານ​ອາ​ຫານ​ຂອງ​ໂລກ ໂດຍ​ອະ​ນຸ​ຍາດ​ໃຫ້​ຢູ​ເຄ​ຣນ ​ສົ່ງ​ອອກ​ອາ​ຫານ​ປະ​ເພດ​ເມັດ ທີ່​ຖືກ​ປິດ​ລ້ອມ ​ຈາກ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ ສາ​ມາດ​ສົ່ງອາ​ຫານ​ປະ​ເພດ​ເມັດ ຈາກ​ທ່າ​ກຳ​ປັ່ນ 3 ແຫ່ງ​ໄດ້​ຢ່າງ​ປອດ​ໄພ.

ຂໍ້​ຕົກ​ລົງ​ດັ່ງ​ກ່າວ ໄດ້​ມີ​ການ​ຕໍ່​ອາ​ຍຸ 120 ມື້ ໃນ​ເດືອນ​ພະ​ຈິກ​ປີ​ກາຍ ແລະ​ຈະ​ມີ​ການ​ຕໍ່​ອາ​ຍຸ​ຕື່ມ​ອີກໃນ​ວັນ​ທີ 18 ມີ​ນານີ້ ຖ້າ​ຫາກ​ບໍ່​ມີ​ຝ່າຍ​ໃດ​ຄັດ​ຄ້ານ. ແຕ່​ແນວ​ໃດ​ກໍ​ຕາມ ມົ​ສ​ກູ​ໃຫ້​ສັນ​ຍານ​ວ່າ ຕົນ​ຈະ​ຕົກ​ລົງ​ໃຫ້​ຕໍ່​ອາ​ຍຸ ​ກໍ​ຕໍ່​ເມື່ອ​ຂໍ້​ຈຳ​ກັດ​ທີ່​ມີ​ຕໍ່​ການ​ສົ່ງ​ອອກ​ຂອງ​ຕົນ ໄດ້​ຮັບ​ການ​ຍົກ​ເລີກ​ເທົ່າ​ນັ້ນ.

ການ​ສົ່ງ​ອອກ​ສິນ​ຄ້າ​ກະ​ສິ​ກຳ​ຂອງ​ຣັດ​ເຊຍບໍ່​ໄດ້​ມີ​ການ​ແນ​ເປົ້າ​ໝາຍ​ຢ່າງ​ໂຈ່ງ​ແຈ້ງ ໂດຍ​ປະ​ເທດ​ຕາ​ເວັນ​ຕົກ ແຕ່​ມົ​ສ​ກູ​ກ່າວ​ວ່າ ການ​ລົງ​ໂທດ​ຕໍ່​ການ​ຈ່າຍ​ເງິນ​ ​ລໍ​ຈິ​ສ​ຕິກແລະ​ອຸດ​ສາ​ຫະ​ກຳ​ປະ​ກັນ​ໄພ​ຂອງ​ຕົນ ໄດ້​ຖືກ​ຂັດ​ຂວາງ​ບໍ່​ໃຫ້​ສາ​ມາດ​ສົ່ງ​ອອກ​ອານ​ຫານ​ປະ​ເພດ​ເມັດ ​ແລະ​ຝຸ່ນ​ວິ​ທະ​ຍາ​ສາດ​ຂອງ​ຕົນ​ໄດ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG