ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຣັດ​ເຊຍ ປະ​ກາດຖອນ​ຕົວ ອອກ​ຈາກ​ສະ​ຖາ​ນີ​ອະ​ວະ​ກາດນາໆ​ຊາດ


ແຟ້ມ - ນັກເຫາະຈັກກະວານຣັດເຊຍ ທີ່ອອກເດີນທາງໄປຍັງສະຖານີອະວະກາດນາໆຊາດ ກຽມຂຶ້ນຍານອະວະກາດໂຊຢຸສ MS-21 ກ່ອນຖືກສົ່ງຂຶ້ນສູ່ວົງໂຄຈອນ ທີ່ສູນກາງອະວະກາດໄບໂກນົວ ໃນກາຊັກສະຖານ ເມື່ອວັນທີ 18 ມີນາ 2022. (Russian Space Agency Roscosmos handout via AFP)
ແຟ້ມ - ນັກເຫາະຈັກກະວານຣັດເຊຍ ທີ່ອອກເດີນທາງໄປຍັງສະຖານີອະວະກາດນາໆຊາດ ກຽມຂຶ້ນຍານອະວະກາດໂຊຢຸສ MS-21 ກ່ອນຖືກສົ່ງຂຶ້ນສູ່ວົງໂຄຈອນ ທີ່ສູນກາງອະວະກາດໄບໂກນົວ ໃນກາຊັກສະຖານ ເມື່ອວັນທີ 18 ມີນາ 2022. (Russian Space Agency Roscosmos handout via AFP)

ຣັດ​ເຊຍ​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ຕົນ​ຈະ​ຖອນ​ຕົວ​ອອກ​ຈາກ​ສະ​ຖາ​ນີ​ອະ​ວະ​ກາດ​ນາໆ​ຊາດ ຫຼັງ​ຈາກ​ປີ 2024 ເພື່ອ​ສ້າງ​ສະ​ຖາ​ນີ​ອະ​ວະ​ກາດ​ຂອງ​ໂຕ​ເອງ. ຫົວ​ໜ້າ​ອົງ​ການ​ອະ​ວະ​ກາດ​ຂອງ​ຣັດ​ເຊຍ ໄດ້​ປະ​ກາດ​ໃນ​ລະ​ຫວ່າງ​ການ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີວ​ລາ​ດີ​ເມຍ ປູ​ຕິນ.

ທ່ານ​ຢູ​ຣີ ບໍ​ຣິ​ຊັອບ (Yuri Borisov) ຫົວ​ໜ້າ​ບໍ​ລິ​ຫານ​ງານ​ຂອງອົງ​ການລັດ​ວິ​ສາ​ຫະ​ກິດອະ​ວະ​ກາດ ຣອ​ສ​ກອ​ສມອ​ສ (Roscosmos) ກ່າວ​ໃນ​ລະ​ຫວ່າງ​ການ​ພົບ​ປະ​ວ່າ ຣັດ​ເຊຍ​ມີ​ແຜນ​ການ​ທີ່​ຈະ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ຕໍ່​ບັນ​ດາ​ປະ​ເທດ​ພາ​ຄີ ກ່ອນ​ທີ່​ຈະ​ຖອນ​ຕົວ​ອອກ​ຢ່າງ​ຊິ້ນ​ເຊີງ.

ທ່ານ​ບໍ​ຣິ​ຊັອບ ກ່າວ​ໃນ​ລະ​ຫວ່າງ​ການ​ພົບ​ປະ​ກັບ​ທ່ານ​ປູ​ຕິນ​ວ່າ “ແນ່ນອນ ພວກ​ເຮົາ​ຈະ​ປະ​ຕິ​ບັດ​ຕາມ​ຄວາມ​ໝັ້ນ​ໝາຍ​ທຸກ​ຢ່າງ​ຕໍ່​ປະ​ເທດ​ພາ​ຄີ​ຂອງ​ພວກ​ເຮົາ ແຕ່​ການ​ຕັດ​ສິນ​ໃຈ ​ທີ່​ຈະ​ຖອນ​ຕົວ​ອອກ​ຈາກ​ສະ​ຖາ​ນີ​ອະ​ວະ​ກາດ​ແຫ່ງນີ້ ຫຼັງ​ຈາກ​ປີ 2024 ນັ້ນ ແມ່ນຕົກ​ລົງ​ກັນ​ໄປ​ແລ້ວ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ພວກ​ເຮົາ​ຈະ​ເລີ້ມ​ເຮັດ​ວຽກ​ກ່ຽວ​ກັບ​ສະ​ຖາ​ນີ​ອະ​ວະ​ກາດ​ຂອງ​ຣັດ​ເຊຍ ພາຍ​ໃນ​ເວ​ລານັ້ນ.”

ມົ​ສ​ກູ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ ການ​ສ້າງ​ສະ​ຖາ​ນີ​ອະ​ວະ​ກາດ​ຂອງ​ຣັດ​ເຊຍ ແມ່ນ​ບູ​ລິ​ມະ​ສິດ​ອັນ​ສຳ​ຄັນ​ສຸດ.

ອົງ​ການ​ອະ​ວະ​ກາດ​ຂອງ​ສະ​ຫະ​ລັດ ​ຍັງບໍ່​ໄດ້​ໃຫ້​ຄວາມ​ເຫັນ​ໃດໆ​ຢ່າງ​ເປັນ​ການ​ສະ​ເພາະ ກ່ຽວ​ກັບ​ການ​ຖອນ​ຕົວ​ຂອງ​ຣັດ​ເຊຍ​ອອກ​ຈາກ​ສະ​ຖາ​ນີ​ອະ​ວະ​ກາດ​ນາໆ​ຊາດ ອີງ​ຕາມ​ການ​ໃຫ້​ຄວາມ​ເຫັນ​ຂອງ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ທ່ານ​ນຶ່ງ ຂອງ​ອົງ​ການ​ອະ​ວະ​ກາດ​ສ​ະ​ຫະ​ລັດ​ຫຼື NASA ຕໍ່​ອົງ​ການ​ຂ່າວ​ຣອຍ​ເຕີ້.

ອົງ​ການ NASA ແລະ​ບັນ​ດາ​ປະ​ເທດ​ພາ​ຄີ​ອື່ນໆ​ທີ່​ມີ​ສ່ວນ​ພົວ​ພັນ​ກັບ​ໂຄງ​ການ​ອະ​ວະ​ກາດ​ນາໆ​ຊາດ ຫວັງ​ທີ່​ຈະ​ສືບ​ຕໍ່​ການ​ປະ​ຕິ​ບັດ​ງານ​ຂອງ​ຕົນ​ໄປ​ຈົນ​ຮອດ​ປີ 2030 ແຕ່​ຣັດ​ເຊຍ​ບໍ່​ຍອມ​ໃຫ້​ຄວາມ​ໝັ້ນ​ໝາຍ​ໃດໆ ຫຼັງ​ຈາກ​ປີ 2024 ໄປ​ແລ້ວ.

ການ​ປະ​ກາດ​ດັ່ງ​ກ່າວ​ມີ​ຂຶ້ນ​ໃນ​ເວ​ລາ​ທີ່​ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ​ປະ​ເທດຕາ​ເວັນ​ຕົກ​ແລະ​ມົ​ສ​ກູ​ເພີ້ມ​ທະ​ວີ​ຂຶ້ນ ຍ້ອນ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ​ເຂົ້າ​ໄປ​ໃນຢູ​ເຄ​ຣນ. ​ນອກນັ້ນ ມັນ​ຍັງມີ​ຂຶ້ນ​ນຶ່ງ​ເດືອນ​ຫຼັງ​ຈາກ​ອົງ​ການ NASA ແລະ Roscosmos ໄດ້​ຕົກ​ລົງ​ກັນ​ທີ່​ຈະ​ສືບ​ຕໍ່​ໃຊ້​ຈະ​ຫຼວດ​ຂອງ​ຣັດ​ເຊຍ ເພື່ອ​ສົ່ງ​ນັກ​ບິນ​ອະ​ວະ​ກາດ​ຂຶ້ນ​ໄປ​ຍັງ​ສະ​ຖາ​ນີ​ອະ​ວະ​ກາດ​ນາໆ​ຊາດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG