ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ເປີດ​ການ​ໂຈ​ມ​ຕີ​ຄັ້ງ​ໃຫຍ່ ໃນ​ເມືອງ ສ​ໂລ​ວຽນ ຂອງ​ຢູ​ເຄ​ຣນ


ນັກ​ດັບ​ໄຟ ພະ​ຍາ​ຍາມ​ຄວບ​ຄຸມ​ແປວ​ໄຟ​ຢູ່​ສູນ​ກາງ​ຕະຫຼາດ​ໃນ​ເມືອງ ສ​ໂລ​ວຽນ, ແຂວງ ໂດ​ເນັດ​ສ໌. 5 ກໍ​ລະ​ກົດ, 2022.
ນັກ​ດັບ​ໄຟ ພະ​ຍາ​ຍາມ​ຄວບ​ຄຸມ​ແປວ​ໄຟ​ຢູ່​ສູນ​ກາງ​ຕະຫຼາດ​ໃນ​ເມືອງ ສ​ໂລ​ວຽນ, ແຂວງ ໂດ​ເນັດ​ສ໌. 5 ກໍ​ລະ​ກົດ, 2022.

ຣັດ​ເຊຍ ໄດ້​ເປີດ​ການ​ໂຈມ​ຕີ​ຂະ​ໜາດ​ໃຫຍ່ ​ຢູ່​ເມືອງ ສ​ໂລ​ວຽນ ໃນ​ພາກ​ຕາ​ເວັນ​ອອ​ກ​ຂອງ​ຢູ​ເຄ​ຣນ ເມື່ອ​ວັນ​ອັງ​ຄານ​ວານນີ້, ອີງ​ຕາມ​ການ​ກ່າວ​ ຂອງ​ເຈົ້າ​ເມືອ​ງ​ດັ່ງ​ກ່າວ, ໃນ​ຂະ​ນະ​ທີ່ກອງ​ກຳ​ລັງ​ຂອງ ມົ​ສ​ກູ ໄດ້​ເລີ່ມ​ການ​ໂຈມ​ຕີ​ໃນ​ແຂວງ ໂດ​ເນັດ​ສ໌ ຫຼັງ​ຈາກ​ໄດ້​ເຂົ້າ​ຄວບ​ຄຸມ​ແຂວງ​ ລູ​ຮານ​ສ໌ ທີ່​ຢູ່​ໃກ້​ຄຽງ.

ໃນ​ການ​ສຳ​ພາດ​ອອກ​ໂທ​ລະ​ພາບ​ຢູ​ເຄ​ຣນ, ເຈົ້າ​ເມືອງ ທ່ານ ວາ​ດິມ ລຽກ ທຳ​ອິດ​ໄດ້​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ພາ​ກັນຫຼົບ​ໜີ. ຫຼາຍ​ຊົ່ວ​ໂມງ​ຕໍ່​ມາ, ທ່ານ​ໄດ້​ກັບ​ຄຳ​ເວົ້າ ແລະ ໄດ້​ແນະ​ໃຫ້​ເຂົາ​ເຈົ້າ​ລີ້​ຢູ່​ໃນ​ສະ​ຖານ​ທີ່​ພັກ​ອາ​ໄສ. ກ່ອນ​ໜ້າ​ການ​ບຸ​ກ​ລຸກ​ຂອງ ຣັດ​ເຊຍ ດົນ​ກວ່າ 4 ເດືອນ​ທີ່​ຜ່ານ​ມາ​ນັ້ນ, ເມືອງ​ດັ່ງ​ກ່າວ​ມີ​ປະ​ຊາ​ກອນ​ກ່ອນ​ສົງ​ຄາມ​ປະ​ມານ 107,000 ຄົນ.

ທ່ານ ລຽກ ໄດ້​ເຕືອນ​ວ່າ “ປືນ​ໃຫຍ່​ແມ່ນ​ໄດ້​ໂຈມ​ຕີ​ເມືອງ​ແລ້ວ,” ໂດຍ​ກ່າວ​ວ່າ ​ເຮືອນ 40 ຫຼັງ​ໄດ້​ຖືກ​ທຳ​ລາຍ​ໂດຍ​ການ​ລະ​ດົມ​ຍິງ​ຂອງ ຣັດ​ເຊຍ ເມື່ອ​ວັນ​ຈັນ​ທີ່​ຜ່ານ​ມາ. ໃນ ເຟ​ສ​ບຸກ, ທ່ານ ລຽກ ໄດ້​ກ່າວ​ວ່າ​ຄົນ​ຜູ້​ນຶ່ງ​ໄດ້​ເສຍ​ຊີ​ວິດ​ໃນ​ວັນ​ອັງ​ຄານ​ວານນີ້ ແລະ ອີກ 7 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ຂະ​ນະ​ທີ່​ລະ​ເບີດ​ໄດ້​ຕົກ​ລົງ​ໃສ່​ສູນ​ກາງ​ຕະຫຼາດ​ຂອງ​ເມືອງ​ດັ່ງ​ກ່າວ.

ຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ໄດ້​ປະ​ກາດ​ໃນ​ວັນ​ຈັນ​ວານນີ້​ວ່າ ກອ​ງ​ກຳ​ລັງ​ຂອງ​ຣັດ​ເຊຍ​ໄດ້​ເຂົ້າ​ຄວບ​ຄຸມ​ແຂວງ ລູ​ຮານ​ສ໌, ເມືອງ ສ​ໂລ​ວຽນ ແລະ ບາກ​ມຸດ, ເຊິ່ງ​ເປັນ​ຈຸດ​ການ​ສະ​ໜອງ​ອຸ​ປະ​ກອນ​ທີ່​ສຳ​ຄັນ​ສຳ​ລັບ​ກອງ​ກຳ​ລັງ ຢູ​ເຄ​ຣນ ນັ້ນ, ປາ​ກົດ​ວ່າ​ເປັນ​ສະ​ຖານ​ທີ່​ຕໍ່​ໄປ​ຂອງ ຣັດ​ເຊຍ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ເຄື່ອນ​ເຂົ້າ​ໃນ​ແຂວງ ໂດ​ເນັດ​ສ໌, ທີ່​ເຄິ່ງ​ນຶ່ງ​ຂອງ​ເມືອງ​ນັ້ນ​ເຂົາ​ເຈົ້າ​ໄດ້​ເຂົ້າ​ຄວ​ບ​ຄຸມ​ແລ້ວ.

ກອງ​ທັບ ຢູ​ເຄ​ຣນ ໄດ້​ກ່າວ​ວ່າ​ກອງ​ກຳ​ລັງ ຣັດ​ເຊຍ ຍັງ​ໄດ້​ຖິ້ມ​ລະ​ເບີດ​ໃສ່ຫຼາ​ຍ​ເມືອງ​ ແລະ ບ້ານ​ຂອງ​ແຂວງ ໂດ​ເນັດ​ສ໌ ທີ່​ຢູ​ໃກ້​ກັບ​ເມືອງ ສ​ໂລ​ວຽນ ໃນ​ວັນ​ທີ່​ຜ່ານ​ມາ ແຕ່​ໄດ້​ຖືກ​ຕ້ານ​ຢັນ​ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ພະ​ຍາ​ຍາມ​ທີ່​ຈະ​ເຄື່ອນ​ເຂົ້າ​ໄປ​ສູ່​ເມືອງ​ນຶ່ງ ​ທີ່​ຕັ້ງ​ຢູ່​ປະ​ມານ 20 ກິ​ໂລ​ແມັດ ​ທາງ​ທິດ​ເໜືອ​ຂອງ​ເມືອງ​ດັ່ງ​ກ່າວ. ຢູ​ເຄ​ຣນ ໄດ້​ກ່າວ​ວ່າ​ພາກ​ໃຕ້​ຂອງ​ເມືອງ​ນັ້ນ, ກອງ​ກຳ​ລັງ ຣັດ​ເຊຍ ໄດ້​ພະ​ຍາ​ຍາມ​ທີ່​ຈະ​ດັນ​ໄປ​ສູ່​ອີກ​ສອງ​ເມືອງ ແລະ ລະ​ດົມ​ຍິງ​ເຂດ​ຕ່າງໆ​ໃກ້​ກັບ​ເມືອງ ຄຣາ​ມາ​ຕອ​ສ.

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ທ່ານ ເຊີ​ເກ ຊອຍ​ກູ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ສົງ​ຄາມ​ໃນ ຢູ​ເຄ​ຣນ ຈະ​ສືບ​ຕໍ່​ໄປ​ຈົນ​ກວ່າ​ເປົ້າ​ໝາຍ​ທຸກ​ແຫ່ງ​ທີ່​ທ່ານ ປູ​ຕິນ ໄດ້​ກຳ​ນົດ​ໄວ້​ຖືກ​ບັນລຸ. ແນວ​ໃດ​ກໍ່​ຕາມ, ທ່ານ ຊອຍ​ກູ ໄດ້​ກ່າວ​ວ່າ​ປັດ​ຈຸ​ບັນ​ນີ້ “ບູ​ລິ​ມະ​ສິດຫຼັກ” ສຳ​ລັບ ມົ​ສ​ກູ ແມ່ນ “ການ​ຮັກ​ສາ​ຊີ​ວິດ ແລະ ສຸ​ຂະ​ພາບ” ຂອງ​ກອ​ງ​ທະ​ຫານ, ພ້ອມ​ກັບ “ປ້ອງ​ກັນໄພ​ຂົ່ມ​ຂູ່​ ຕໍ່​ຄວາມ​ປອດ​ໄພ​ຂອງ​ພົນ​ລະ​ເຮືອນ.”

ໃນ​ຕອນ​ຕົ້ນໆ​ຂອງ​ສົງ​ຄາມ, ຣັດ​ເຊຍ ແມ່ນບໍ່​ສາ​ມາດ​ທີ່​ຈະ​ໂຄ່ນ​ລົ້ມ​ລັດ​ຖະ​ບານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ໂວ​ໂລ​ດີ​ເມ​ຍ ເຊ​ເລັນ​ສ​ກີ ຫຼື ຍຶດ​ເອົາ​ນະ​ຄອນຫຼວງ ກີ​ຢິບ, ແຕ່​ນັບ​ແຕ່​ນັ້ນ​ມາໄດ້​ເພັ່ງ​ເລັງ​ໃສ່​ການຍຶດ​ເອົາ​ພາກ​ພື້ນ​ອຸດ​ສາ​ຫະ​ກຳ ດອນ​ບາ​ສ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG