ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດເຊຍ ທົດສອບ ປະທານາທິບໍດີ ທີ່ຖືກ ເລືອກໃໝ່ ດ້ວຍການສົ່ງ ລູກສອນໄຟ ໄປ Kaliningrad


Analyst: Russia's Missile Plan for Kaliningrad Timed for US Transition
please wait

No media source currently available

0:00 0:02:23 0:00

ຣັດເຊຍກ່າວວ່າພວກເຂົາເຈົ້າວາງແຜນທີ່ຈະຕິດຕັ້ງລະບົບລູກສອນໄຟຂີປະນາວຸດ ທີ່
ຍິງຈາກໜ້າ ດິນສູ່ອາກາດ ແລະ ມີຄວາມສາມາດຕິດຫົວລະເບີດ ນິວເຄລຍ Iskander S-400 ຢູ່​ເຂດ Kaliningrad ທີ່ຕັ້ງຢູ່ລະຫວ່າງກາງປະ ເທດ ໂປແລນ ແລະ ລີທົວເນຍ, ​ເພື່ອ​ເປັນການຕອບໂຕ້ ຕໍ່ການຕິດຕັ້ງລະບົບປ້ອງກັນລູກ​ສອນ​ໄຟຂອງອົງການ NATO ໃກ້ເຂດ ຊາຍແດນຂອງຕົນ. ສະຫະ ລັດໄດ້ຕິດຕັ້ງລະບົບປ້ອງກັນລູກ​ສອນ​ໄຟແຫ່ງໃໝ່ ໃນປະເທດ ໂຣເມເນຍ ໃນເດືອນພຶດສະພາທີຜ່ານມາ, ແລະລະບົບຕໍ່ຕ້ານລູກສອນໄຟ ຂີປະນາວຸດ ແຫ່ງໜຶ່ງ ກໍຖືກສ້າງຂຶ້ນໃນປະເທດ ໂປແລນ. ຣັດເຊຍ ກ່າວວ່າ ລະບົບປ້ອງ ກັນລູກ​ສອນ ໄຟນີ້ ໄດ້ລະເມີດສົນທິສັນຍາປີ 1987 ກັບສະຫະລັດ. ນັກຂ່າວວີໂອເອ ມີລາຍງານເພີ່ມ ເຕີມ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.

ທ່ານ Peter Eltsov ສາສະດາຈານ ​ດ້ານຄວາມປອດໄພສາກົນ ທີ່ມະ ຫາວິທະຍາໄລ ປ້ອງກັນປະເທດ ໄດ້ກ່າວຕໍ່ວີໂອເອຜ່ານ Skype ວ່າ, ໃນປີທີ່ຜ່ານມາ, ຣັດເຊຍ ໄດ້ທຳ ການຝຶກຊ້ອມທາງທະຫານ ຢ່າງກວ້າງຂວາງໃນທົ່ວປະເທດ ແລະ ໄດ້ສົ່ງອາວຸດຊະນິດ ໃໝ່ ໄປເຂດຊາຍແດນຂອງພວກເຂົາເຈົ້າ. ຣັດ​ເຊຍ​ມີແຜນການທີ່ຈະເຄື່ອນຍ້າຍລູກ​ສອນ​ໄຟ ທີ່ສາມາດຕິດຫົວລະເບີດນິວເຄລຍ ໄປ​ເຂດ Kaliningrad ນັ້ນບໍ່ແມ່ນເລື່ອງທີ່ໃໝ່ຫຍັງ, ດັ່ງນັ້ນການເລືອກເວລາປະກາດໃນຄັ້ງຫຼ້າສຸດນີ້ ແມ່ນມີຈຸດປະສົງທີ່ສະເພາະເຈາະຈົງຂອງ ມັນ.

ທ່ານ Eltsov ກ່າວວ່າ “ວັງເຄຣັມລິນ ແມ່ນກຳລັງພະຍາຍາມ ທີ່ຈະທົດສອບປະທາ
ນາທິບໍດີ ຄົນໃໝ່ ຂອງເຮົາ ແລະ ຍາມນີ້ກໍແມ່ນເວລາທີ່ດີທີ່ສຸດທີ່ຈະເຮັດມັນ, ໃນ ລະຫວ່າງ ໄລຍະເວລາການປ່ຽນແປງລັດຖະບານນີ້. ແທ້ຈິງແລ້ວສິ່ງດຽວກັນນີ້ ກໍໄດ້ເກີດຂຶ້ນໃນປີ 2008 ເມື່ອທ່ານ ໂອບາມາ ຖືກເລືອກເປັນປະ ທານາທິບໍດີ.”

ອົງການ NATO ໄດ້ທຳ​ການຊ້ອມຮົບ​ທາງທະຫານຢ່າງກວ້າງຂວາງໃນປະເທດ ໂປແລນ ແລະ ​ບັນດາ​ປະ​ເທດເຂດທະເລບາລຕິກ ໃນຕົ້ນປີນີ້ ໃນການສະແດງເຖິງການສະໜັບສະ ໜູນ. ແຕ່ກໍຍັງມີຄວາມຢ້ານກົວໃນບັນດາປະເທດພວກນີ້ວ່າ ປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ ທ່ານ Donald Trump ອາດຈະໄປ ປ່ຽນແປງມັນ.

ທ່ານ Donald Trump ປະທານາທິບໍດີ​ທີ່​ຖືກ​ເລືອກ​ໃໝ່​ຂອງ​ສະຫະລັດກ່າວວ່າ “ຂ້າພະ ເຈົ້າຄິດວ່າ ອົງການ NATO ແມ່ນດີຫຼາຍ, ແຕ່ຂ້າພະເຈົ້າຢາກໃຫ້ມັນມີຄວາມ ທັນສະໄໝ ແລະ ບັນດາປະເທດທີ່ພວກເຮົາກຳລັງປົກປ້ອງຢູ່ຕ້ອງຈ່າຍເງິນ.”

ສະມາຊິກສະພາສູງ ສະຫະລັດ ທ່ານ Ben Cardin ໄດ້ກ່າວຕໍ່ວີໂອເອວ່າ ບັນດາສະມາ ຊິກສະພາຈະປະຕິບັດການເພື່ອຜົນປະໂຫຍດຂອງ ສະຫະລັດ ແລະ ກຸ່ມພັນທະມິດ NATO.

ທ່ານ Cardin ກ່າວວ່າ “ພວກເຮົາມີຄວາມຮັບຜິດຊອບ ທີ່ຈະຈັດຕັ້ງແນວທາງ, ແລະ ຂ້າພະເຈົ້າຫວັງວ່າ ປະທານາທິບໍດີ Donald Trump ຈະໄດ້ຮັບຄະສຽງເຫັນດີ ຈາກ ສອງພັກການເມືອງ ໃນລັດຖະສະພາ ສະຫະລັດ, ປະເພດຂອງທິດທາງ ບ່ອນທີ່ ອາເມຣິກາ ຈະຍັງຄົງຮັກສາ ຄວາມເປັນຜູ້ນຳ ໃນການປົກປ້ອງຄຸນຄ່າ ທີ່ມີຄວາມ ສຳຄັນຕໍ່ ອາເມຣິກາ ໃນທົ່ວໂລກ.”

ທ່ານ Eltsov ໄດ້ກ່າວວ່າ ປະເທດ ລີທົວເນຍ, ເຊິ່ງມີເຂດຊາຍແດນຕິດກັບ​ເຂດ Kaliningrad ຂອງ ຣັດເຊຍ, ແມ່ນບໍ່ໄດ້ປ່ອຍໃຫ້ມີໂອກາດຫຍັງ. Vilnius ແມ່ນ ກຳລັງ ເພີ່ມຄວາມກຽມພ້ອມທາງທະຫານຂອງປະເທດ ແລະ ແຈກຢາຍປື້ມຄູ່ມືທີ່ມີ 75 ໜ້າດ້ວຍ ຄຳແນະນຳ ກ່ຽວກັບ ວິທີທີ່ຈະປະຕິບັດ ໃນກໍລະນີມີການຮຸກຮານຂອງ ຣັດເຊຍ ໃຫ້ກັບປະ ຊາຊົນຂອງພວກເຂົາເຈົ້າ. ແຕ່ການໂຈມຕີໃສ່ສະມາຊິກຂອງອົງການ NATO ແມ່ນເບິ່ງຄື ວ່າ ມີ​ຄວາມ​ເປັນ​ໄປ ​ໄດ້​ສູງ​ທີ່​ຈະ​ບໍ່​ເກີດ​ຂຶ້ນ.

ທ່ານ Eltsov ກ່າວວ່າ “ໃນບັນດາປະເທດ​ເຂດທະເລ ບາລຕິກ, ໃນຕອນນີ້ມັນບໍ່ມີເຫດຜົນ ແທ້ໆສຳລັບ ທ່ານ Putin ທີ່ຈະເຂົ້າຍຶດ​ເອົາພາກສ່ວນໃດ ຫຼື ພາກສ່ວນທີ່ສຳຄັນໃດໆ ຂອງ ປະເທດ​ເຂດທະເລບາລຕິກ ຫຼືຮຸກຮານປະເທດ​ໃນ​ເຂດ ທະເລ ບາລຕິກ ໃດໜຶ່ງ.

ແນວໃດກໍຕາມ, ທ່ານ Eltsov ກ່າວວ່າ ມົສກູ ອາດຂະຫຍາຍການແຊກແຊງ ເຂົ້າໃນ ພາກ ຕາເວັນອອກຂອງ ຢູເຄຣນ. ທ່ານກ່າວວ່າ ທ່ານບໍ່ຄາດວ່າ ຈະ​ມີການສ້າງສາຍ ສຳພັນຄັ້ງ ໃຫຍ່ ລະຫວ່າງ ຣັດເຊຍ ແລະສະຫະລັດ ໃນລະຫວ່າງ ການປົກຄອງປະເທດ ຂອງລັດຖະ ບານທ່ານທຣຳ. ເພາະວ່າ, ດັ່ງກັບທີ່ທ່ານ​ໄດ້ກ່າວ​ໄວ້, ຜູ້ສະໜັບສະໜູນທີ່ມີອຳນາດຈາກ ທັງສອງຝ່າຍ ຢາກຈະຮັກສາສະຖາ ນະພາບໃນປະຈຸບັນໄວ້.


[[Russia says it plans to install S-400 surface to air missiles and nuclear capable Iskander systems in the Kaliningrad enclave between Poland and Lithuania, in response to NATO's deploying a missile shield close to its borders. The United States launched a new ground based missile defense system in Romania in May, and an anti-missile platform is being built in Poland. Russia says the missile shield violates a 1987 treaty with the United States. Zlatica Hoke reports.]]

In the past year, Russia has been conducting extensive military exercises throughout the country and deploying new arms at its border. Its plans to move nuclear capable missiles to Kaliningrad are nothing new, so the timing of this latest announcement has a specific purpose, says Peter Eltsov, professor of international security at the National Defense University. He spoke to VOA via Skype.

((PETER ELTSOV, NATIONAL DEFENSE UNIVERSITY))
"The Kremlin is trying to test the new president, and this is the best time to do it - during this interim period. The same thing happened actually in 2008 when Obama was elected."


NATO conducted extensive military exercises in Poland and in the Baltics earlier this year in a show of support.But there are fears in these countries that U.S. President-elect Donald Trump may change that.

((DONALD TRUMP, US PRESIDENT-ELECT))
"I think NATO is great, but it needs to be modernized and - and - countries that we are protecting have to pay."

U.S. Senator Ben Cardin told VOA that lawmakers will act in the interest of the United States and its NATO allies.

((SEN. BEN CARDIN, D-MARYLAND ))
"We have the responsibility to set the guidelines, and I am hopeful that President (Donald) Trump will get from a bi-partisan vote in the United States Congress, the type of direction where America will maintain its leadership globally on protecting the values that are so important to America."

Lithuania, which borders Russia's Kaliningrad enclave, is leaving nothing to chance. Vilnius is boosting the country's military readiness and distributing to its citizens a 75-page manual with instructions on how to act in case of a Russian invasion.But Russia's attack on a NATO member is highly unlikely, says Eltsov.


((PETER ELTSOV, NATIONAL DEFENSE UNIVERSITY))
"In the Baltic states, there is really no reason for Putin right now to take any parts or a significant portion of any Baltic state or invade a Baltic state."

However, Eltsov says, Moscow may increase its interference in eastern Ukraine. He says he does not expect a major rapprochement between Russia and the United States during the Trump administration because, as he says, powerful lobbies on both sides want to keep the status quo.

XS
SM
MD
LG