ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ​ ໃຊ້​ການທ່ອງ​ທ່ຽວ ​ເປັນ​ອາ​ວຸດ ​ທີ່​ມີພະ​ລັງ​ແຮງ​ທີ່​ສຸດ​ອັນ​ນຶ່ງ​ ເພື່ອ​ທຳ​ລາຍ ຈໍ​ເຈຍ


Russia Using Tourism as Weapon Against Georgia
please wait

No media source currently available

0:00 0:03:15 0:00

ຣັດ​ເຊຍ​ໃຊ້​ການທ່ອງ​ທ່ຽວ ​ເປັນ​ອາ​ວຸດ​ເພື່ອ​ທຳ​ລາຍ​ເສດ​ຖະ​ກິດຂອງ ​ຈໍ​ເຈຍ

ຣັດ​ເຊຍ​ປາ​ກົດ​ວ່າ ກຳ​ລັງ​ໃຊ້​ອາ​ວຸດ​ທີ່​ມີ​ພະ​ລັງ​ແຮງ​ທີ່​ສຸດ​ຂອງ​ຕົນ​ອັນ​ນຶ່ງ ຊຶ່ງ​ກໍ​ຄືການ​ທ່ອງ​ທ່ຽວ ຕໍ່​ຈໍ​ເຈຍ, ປະ​ເທດ​ເພື່ອນ​ບ້ານທີ່ຢູ່​ທາງ​ໃຕ້​ແລະ​ນ້ອຍກວ່າ. ມົ​ສ​ກູຫ້າມບໍ່​ໃຫ້​ມີ​ຖ້ຽວ​ບິນ​ໂດຍ​ກົງ ​ລະ​ຫວ່າງຣັດ​ເຊຍໄປ​ຫາ​ຈໍ​ເຈຍ, ພາຍ​ຫລັງ​ທີ່​ມີ​ກະ​ແສ​ຟອງ​ປະ​ທ້ວງ​ຄັ້ງຫລ້າ​ສຸດ​ຢູ່​ໃນ​ຈໍ​ເຈຍ​ທີ່​ຄັດ​ຄ້ານ​ການທີ່​ຣັດ​ເຊຍເຂົ້າ​ຍຶດ​ຄອງ​ສອງ​ຂົງ​ເຂດຂອງປະ​ເທດ​ດັ່ງ​ກ່າວ. ນອກ​ຈາກນັ້ນ ມົ​ສ​ກູຍັງ ໄດ້​ເອີ້ນເອົາ​ຊາວ​ຣັດ​ເຊຍ​ກັບ​ຄືນ​ບ້ານ​ອີກ​ດ້ວຍ. ການ​ຕັດ​ສິນ​ໃຈ​ເຮັດ​ແນວນັ້ນມີ​ຈຸດ​ປະ​ສົງທີ່​ຈະ​ທຳ​ລາຍ​ເສດ​ຖະ​ກິດ​ຂອງ​ຈໍ​ເຈຍ ທີ່ກາງຕໍ່ໃສ່​ການ​ທ່ອງ​ທ່ຽວຢ່າງ​ຫລວງ​ຫລາຍນັ້ນ. ນັກ​ຂ່າວ ວີ​ໂອ​ເອ, Ricardo Marquina ມີ​ລາຍ​ງານ​ມາ​ຈາກ ຕະ​ບີ​ລີ​ຊີ, ຊຶ່ງ​ບົວ​ສະ​ຫວັນຈະ​ນຳລາຍລະອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ນັບ​ແຕ່​ປີ 1983, ເປັນ​ຕົ້ນ​ມາ, ອະ​ນຸ​ສາ​ວະ​ລີມິດ​ຕະ​ພາບ​ລະ​ຫວ່າງຣັດ​ເຊຍ ກັບ​ຈໍ​ເຈຍ​ໄດ້​ຕັ້ງ​ຢູ່​ເທິງ​ຈອມ​ພູ​ຕ່າງໆ​ຂອງ​ຈໍ​ເຈຍ, ຊຶ່ງ​ເປັນ​ການ​ສັນ​ລະ​ເສີນສາຍ​ພົວ​ພັນ​ຂອງ​ຈໍ​ເຈຍກັບ​ຣັດ​ເຊຍ.

ມາ​ຮອດມື້ນີ້ ກໍ​ເປັນ​ເວ​ລາ 11 ປີ ຫລັງ​ຈາກສົງ​ຄາມ​ລະ​ຫວ່າງຣັດ​ເຊຍກັບ​ຈໍ​ເຈຍ ໃນປີ 2008 ສິ້ນ​ສຸດ​ລົງ, ຄົນ​ຣັດ​ເຊຍ​ພາ​ກັນ​ມາ​ທີ່ນີ້ ໂດຍບໍ່​ໄດ້​ເອົາ​ຫົວ​ຊາ​ຕໍ່​ຄຳ​ສັ່ງ​ຂອງ​ຜູ້​ນຳ​ເຂົາ​ເຈົ້າ, ປະ​ທາ​ນາ​ທິ​ບໍ​ດີ ວ​ລາ​ດີ​ເມຍ ປູ​ຕິນ ທີ່ບອກ​ໃຫ້​ເຂົາ​ເຈົ້າ​ອອກ​ໜີ​ຈາກ​ປະ​ເທດ​ດັ່ງ​ກ່າວ ຍ້ອນ​ໄພ​ຂົ່ມ​ຂູ່​ຕໍ່​ຄວາມປອດ​ໄພຂອງ​ເຂົາ​ເຈົ້າ.

ພວກ​ປະ​ທ້ວງ​ຖື​ທຸງ​ຊາດ​ຈໍ​ເຈຍໄປ​ໂຮມ​ຊຸມ​ນຸມ​ຢູ່ຕໍ່​ໜ້າ​ຕຶກ​ສະ​ພາ​ຂອງ​ຈໍ​ເຈຍຢູ່​ນະ​ຄອນ​ຫລວງ​ຕະ​ບີ​ລີ​ຊີ ຂອງ​ປະ​ເທດເພື່ອ​ປະ​ທ້ວງ​ຕໍ່​ການ​ຍຶດ​ຄອງ​ຂອງ​ຣັດ​ເຊຍ ຕໍ່​ ດິນ​ແດນໃນ 2 ຂົງ​ເຂດ​ຂອງ​ຈໍ​ເຈຍ, ວັນ​ທີ 8 ກໍ​ລະ​ກົດ, 2019
ພວກ​ປະ​ທ້ວງ​ຖື​ທຸງ​ຊາດ​ຈໍ​ເຈຍໄປ​ໂຮມ​ຊຸມ​ນຸມ​ຢູ່ຕໍ່​ໜ້າ​ຕຶກ​ສະ​ພາ​ຂອງ​ຈໍ​ເຈຍຢູ່​ນະ​ຄອນ​ຫລວງ​ຕະ​ບີ​ລີ​ຊີ ຂອງ​ປະ​ເທດເພື່ອ​ປະ​ທ້ວງ​ຕໍ່​ການ​ຍຶດ​ຄອງ​ຂອງ​ຣັດ​ເຊຍ ຕໍ່​ ດິນ​ແດນໃນ 2 ຂົງ​ເຂດ​ຂອງ​ຈໍ​ເຈຍ, ວັນ​ທີ 8 ກໍ​ລະ​ກົດ, 2019

ແຕ່​ຢູ່​ເທິງ​ພູ​ເຫລົ່າ​ນີ້, ບໍ່​ເຄີຍມີ​ລາຍ​ງານ​ວ່າ​ ໄດ້ເກີດ​ບັນ​ຫາ​ຫຍັງ​ຕໍ່​ນັກ​ທ່ອງ​ທ່ຽວ​ຣັດ​ເຊຍ​ເລີຍ.

ທ້າວ ອີ​ຊາດ​ທ໌ (Izat), ນັກ​ທ່ອງ​ທ່ຽວ​ຊາວ​ຣັດ​ເຊຍ ກ່າວ​ເປັນ​ພາ​ສາ​ຣັດ​ເຊຍ​ວ່າ: ພວກ
​ເຮົາ​ບໍ່​ໄດ້​ມີ​ຄວາມ​ຮູ້​ສຶກວ່າ​ຖືກ​ນາບ​ຂູ່​ຈັກ​ເທື່ອ​ເລີຍ. ບໍ່​ມີ​ໃຜ​ບອກ​ພວກ​ເຮົາ​ວ່າ ເຂົາ​ເຈົ້າ
ບໍ່​ໃຫ້​ການ​ຕ້ອນ​ຮັບ​ຕໍ່​ພວກ​ເຮົາ. ທຸກ​ຄົນ​ໃຫ້​ການ​ຕ້ອນ​ຮັບ​ແກ່​ພວກ​ເຮົາ​ດ້ວຍ​ຄວາມ​ດີ​ໃຈ.”


ທ້າວອາ​ເລັກ​ຊານ​ເດີ (Alexandr), ນັກ​ທ່ອງ​ທ່ຽວ​ຣັດ​ເຊຍ​ເລົ່າ​ສູ່​ຟັງ​ວ່າ: “ທຸກຢ່າງ​ແມ່ນ​
ດີ​ຫຼາຍ. ບໍ່​ມີ​ບັນ​ຫາ​ຫຍັງ. ຜູ້​ຄົນ​ໃຈ​ດີ​ຫລາຍ.”

ປະ​ທາ​ນາ​ທິ​ບໍ​ດີ ປູ​ຕິນ​ໄດ້ສັ່ງໃຫ້​ຍົກ​ຖ້ຽວ​ບິນ​ຕ່າງໆ ຈາກ​ຣັດ​ເຊຍ​ ໄປ​ຫາ​ຈໍ​ເຈຍ ເພື່ອ​ເປັນ
​ການ​ຕອບ​ໂຕ້​ຕໍ່​ການ​ປະ​ທ້ວງ ທີ່​ໄດ້​ເກີດ​ຂຶ້ນ​ນັບ​ແຕ່​ເດືອນ​ແລ້ວນີ້ເປັນ​ຕົ້ນ​ມາ ຢູ່​ນະ​ຄອນ
​ຫລວງ​ຂອງ​ ຈໍ​ເຈຍ ຊຶ່ງ​ເປັນ​ມາດ​ຕະ​ການ​ທີ່​ໄດ້​ເຮັດ​ໃຫ້​ເສດ​ຖະ​ກິດ​ຂອງ​ຈໍ​ເຈຍ ​ໄດ້​ຮັບ​
ຄວາມ​ເສຍ​ຫາຍ​ແລ້ວ.

ທ້າວ ອາ​ຕີອອມ (Artiom), ນັກ​ທ່ອງ​ທ່ຽວ​ຊາວ​ຣັ​ດ​ເຊຍບອກວ່າ: "ໝູ່​ຂອງ​ຂ້ອຍ​ບາງ​ຄົນ​
ບໍ່​ໄດ້​ມາ​ໜີ້. ເຂົາ​ເຈົ້າ​ຕັດ​ສິນ​ໃຈ​ທີ່​ຈະ​ເດີນ​ທາງ​ໄປ​ພັກ​ຜ່ອນ​ຢູ່​ບ່ອນ​ອື່ນ. ພວກ​ເຂົາ​ເຈົ້າ
​ຖືກ​ຊັກ​ຊວນໃຫ້​ຫັນ​ເຫ​ໄປ​ຍ້ອນ​ຂ່າວ​ສານ. ບໍ່​ແມ່ນ​ໃຜ​ກໍ​ຈະ​ຮູ້​ຈັກແຍກ​ແຍະ ​ຄວາມ​
ແຕກ​ຕ່າງ​ກັນ ລະ​ຫວ່າງພວກ​ຫລິ້ນ​ການ​ເມືອງ​ກັບ​ປະ​ຊາ​ຊົນ​ທຳ​ມະ​ດາ​ໄດ້."

​ທ້າວ ມາ​ຣາດ (Marat), ນັກ​ທ່ອ​ງທ່ຽວ​ຊາວ​ຣັດ​ເຊຍ​ອີກ​ຄົນ​ນຶ່ງເວົ້າ​ວ່າ: "ຂ້ອຍ​ຄິດ​ວ່າ​
ມາດ​ຕະ​ການນີ້ ບໍ່​ເປັນ​ທຳ. ຢູ່​ທີ່ນີ້ ທຸກ​ສິ່ງ ທຸກ​ຢ່າງ​ແມ່ນດີ. ພວກ​ເຮົາ​ໄດ້​ຮັບ​ການ​ຕ້ອນ
​ຮັບ​ດີ. ຫລາຍ​ຄົນ​ພາ​ກັນ​ຢາກ​ມາ​ຢູ່."


ເທົ່າ​ທີ່​ຜ່ານ​ມາ​ການ​ເກືອດຫ້າມຂອງ​ຣັດ​ເຊຍ​ໄດ້​ເຮັດ​ໃຫ້​ຈໍ​ເຈຍເສຍ​ລາຍ​ໄດ້​ຄາດ​ຄະ​ເນ
ຢູ່​ປະ​ມານ 400 ລ້ານ​ໂດ​ລາ. ນັກ​ວິ​ເຄາ​ະບາງ​ຄົນ​ເວົ້າ​ວ່າ ສະ​ພາບ​ການນີ້​ສະ​ແດງ​ໃຫ້​ເຫັນ
​ວ່າ ຈໍ​ເຈຍ​ຕ້ອງ​ໄດ້​ເຮັດ​ໃຫ້​ເສດ​ຖະ​ກິດ​ຂອງ​ຕົນ ສ້າງລາຍໄດ້ມາຈາກຫຼາຍແຫຼ່ງ.

ທ່ານ ວ​ລາ​ດີ​ເມຍ ປາ​ປາບ​ວາ (Vladimir Papava), ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ເສດ​
ຖະ​ກິດ ຈໍ​ເຈຍ​ ໃຫ້​ຄຳ​ເຫັນ​ວ່າ: “ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທີ່​ອີງ​ໃສ່​ການ​ທ່ອງ​ທ່ຽວ
ເປັນ​ຄວາມ​ຜິດ​ພາດ​ຢ່າງ​ໃຫຍ່ ຂອງ​ນັກ​ການ​ເມືອງ​ຂັ້ນ​ສູງ​ຂອງ​ຈໍ​ເຈຍ. ບັນ​ຫາ​ຕົ້ນ​ຕໍ
ຂອງ​ເສດ​ຖະ​ກິດ ​ຈໍ​ເຈຍ​ ກໍ​ຄືພວກ​ເຮົາຕ້ອງ​ພັດ​ທະ​ນາ​ຂະ​ແໜງ​ການ​ເສດ​ຖະ​ກິດ​ທີ່
ແທ້​ຈິງ.”


ທຸ​ລະ​ກິດ​ບາງ​ອັນ​ກໍ​ໄດ້​ຮູ້​ສຶກວ່າ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການກົດດັນທາງດ້ານເສດ​ຖະ​ກິດ
​ຂອງວັງ​ເຄ​ຣັມ​ລິນ​ແລ້ວ.

ຢູ່​ທີ່​ໂຮງ​ແຮມ​ແຫ່ງນີ້ ທີ່​ຢູ່​ເຂດສວນ​ອາ​ງຸ່ນ​ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ, ບໍ່​ມີ​ໃຜ
​ລອຍ​ຫລິ້ນ​ຢູ່​ໃນ​ສະ​ລອຍ​ນ້ຳ ເຖິງ​ແມ່ນ​ວ່າ​ອາ​ກາດ​ຈະ​ຮ້ອນ​ເອົ້າ​ຢ່າງ​ແຮງ​ກໍ​ຕາມ, ແລະ
​ຫ້ອງ​ກໍ​ເປົ່າຫວ່າງ​ໄປ​ໝົດ. ນອກນັ້ນ ທຸ​ລະ​ກິດ​ທັງ​ຫລາຍ​ຍັງ​ໄດ້​ຮັບ ໄພ​ຂົ່ມ​ຂູ່​ຈາກ​ມົ​ສ​ກູ​
ອັນ​ນຶ່ງ​ອີກ. ກໍ​ຄື​ການ​ຫ້າມ​ນຳ​ເຂົ້າ​ເຫລົ້າ​ວາຍ ຈາກ​ຈໍ​ເຈຍ ຊຶ່ງ​ເປັນ​ມາດ​ຕະ​ການ​ທີ່​ຣັດ​ເຊຍ
​ໃຊ້​ໃນ​ທຸກໆ​ຄັ້ງ​ທີ່​ຕົນ​ມີ​ບັນ​ຫາ​ກັບ​ປະ​ເທດ​ເພື່ອນ​ບ້ານ ທີ່​ຢູ່​ທາງໃຕ້ຂອງ​ຕົນ.

ທ່ານ​ນາງ ອີ​ລີ​ນາ ຊັກ​ແນ​ສວີ​ລີ (Elena Chaknashvili), ຜູ້​ຜະ​ລິດ​ເຫລົ້າ​ວາຍ​ກ່າວ​ເປັນ​
ພາ​ສາ​ຈໍ​ເຈຍ​ວ່າ: “ພວກ​ເຮົາ​ສົ່ງ​ເຫລົ້າວາຍອອກ​ໄປ​ຍັງ​ ຣັດ​ເຊຍ, ຢູ​ເຄ​ຣນ, ໂປ​ແລນ,
ເຢຍ​ຣະ​ມັນ, ລັດ​ເວຍ. ການ​ສົ່ງ​ອອກ​ທີ່​ໃຫຍ່​ທີ່​ສຸດ​ແມ່ນ​ສົ່ງ​ໄປ​ຣັດ​ເຊຍ, ແຕ່​ວ່າ ໜ້າ​
ເສຍດາຍ, ແມ່ນ​ແຕ່​ວ່າ ບໍ່​ມີ​ການ​ເກືອດ​ຫ້າມ​ກໍ​ຕາມ, ພວກ​ເຮົາ​ບໍ່​ສົ່ງ​ໄປ​ອີກ​ແລ້ວ ຍ້ອນ
​ເຫດ​ຜົນ​ທາງ​ການ​ເມືອງ.”


ຣັ​ດ​ເຊຍ​ຫ້າມ​ການ​ນຳ​ເຂົ້າ​ເຫລົ້າ​ວາຍ​ຈາກ​ຈໍ​ເຈຍ ກໍ​ໄດ້​ເຮັດ​ໃຫ້​ມີ​ໂອ​ກາດ​ໃໝ່​ເກີດ​ຂຶ້ນ
​ເຊັ່ນ​ກັນ.

ທ່ານ ວ​ລາ​ດີ​ເມຍ ປາ​ປາບ​ວາເວົ້າ​ອີກວ່າ: “ມັນບໍ່ແມ່ນເລື້ອງໃໝ່ສຳລັບ ຈໍເຈຍເລີຍ.
ຣັດເຊຍ ເຄີຍໄດ້ປິດຕະຫຼາດເຫລົ້າວາຍ ຂອງຕົນບໍ່ໃຫ້ມີວາຍຈາກຈໍເຈຍເຂົ້າມາແຕ່
ປີ 2006 ແລະ ຈໍເຈຍໄດ້ພະຍາຍາມ ທີ່ຈະເອົາຕົວລອດ. ບໍ່ພຽງແຕ່ເອົາຕົວລອດໄດ້
ເທົ່ານັ້ນ ແຕ່ກໍຍັງ ຜະລິດເຫລົ້າວາຍ ທີ່ມີຄຸນນະພາບດີຂຶ້ນກວ່າເກົ່າ ແລະກໍໄດ້ຄົ້ນ
ພົບຕະຫລາດໃໝ່ອີກ. ແລະດຽວນີ້ ທ່ານສາມາດຊອກຫາເຫລົ້າວາຍຈາກຈໍເຈຍ
ຢູ່ໃນຫລາຍປະເທດ, ໃນຢູໂຣບ, ຈີນ, ຍີ່ປຸ່ນ, ສະຫະລັດ.”


ເສດ​ຖະ​ກິດ​ຂອງ​ຈໍ​ເຈຍ​ທຸກມື້​ນີ້ ແມ່​ນ​ກາງຕໍ່ປະ​ເທດ​ເພື່ອນ​ບ້ານ ​ທີ່​ຢູ່​ທາງ​ເໜືອ​ຂອງ​ຕົນ​
ທີ່​ສົ່ງ​ທະ​ຫານ​ມາ​ຍຶດ​ຄອງ​ 20 ເປີ​ເຊັນ​ຂອງແຜ່ນ​ດິນ​ຂອງ​ຕົນນັ້ນ.

ເປັນ​ເລື້ອງ​ທີ່ເຂົ້າໃຈໄດ້​ຍາກ​ຫລາຍ, ປະເທດ​ດຽວ​ກັນ​ທີ່ປ້ອນ​ເງິນ​ໃຫ້​ແກ່​ຂະ​ແໜງ​ທ່ອງ
​ທ່ຽວ ແລະ​ຂະ​ແໜງ​ອື່ນໆ​ຂອງເສດ​ຖະ​ກິດ​ຈໍ​ເຈຍ, ກໍເປັນ​ທັງໄພ​ຂົ່ມ​ຂູ່​ທີ່​ໃຫຍ່​ທີ່​ສຸດ ອີກ​ດ້ວຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ​ຢູ່​ຂ້າງ​ລຸ່ມນີ້

Russia appears to be using one of its most powerful weapons - tourism - against Georgia, it's smaller neighbor to the south. Moscow has banned direct flights between Russia and Georgia, after the latest wave of protests in Georgia against Russia's occupation of two of its regions. Moscow has also called for Russian citizens to return home. That decision is meant to damage the Georgian economy, which is highly dependent on tourism.​


Since 1983, the Russia-Georgia Friendship Monument has stood atop the Georgian mountains, extolling the ties between Georgia and Russia.

Today, 11 years after the Russian-Georgian war of 2008, Russian tourists come here ignoring the orders of their leader, President Vladimir Putin, to leave the country due to supposed threats to their security.

But on these mountains, there are no reports of problems for Russian visitors.

Izat, Russian Tourist (male in Russian:
"We have not felt threatened at any moment. Nobody has told us we are not welcome. Everyone welcomes us joyfully."

Alexandr, Russian Tourist (male in Russian:
"Everything is perfect. There is no problem. People are very nice."

President Putin cancelled direct flights between Russia and Georgia in response to protests that have been taking place since last month in the Georgian capital, a measure that is already damaging Georgia's economy.

Artiom, Russian Tourist (male, in Russian:
"Some of my friends did not come. They decided to go somewhere else on vacation. They were swayed by the media. Not everyone knows how to draw the difference between politics and ordinary people."

Marat, Russian Tourist (male in Russian:
"I think the measures are not fair. Here, everything is fine. We are welcomed. Many people want to keep coming."

So far the Russian ban is estimated to have cost Georgia 400 million dollars.
Some analysts say this shows the need to diversify the Georgian economy.

Vladimir Papava, Former Georgian Minister of Economy: "Economic development based on tourism is a serious mistake of the Georgian political elite.The main problem for the Georgian economy is that we need to develop the real sector of the economy."


Some businesses have already felt the Kremlin's economic blow.

At this hotel among the vineyards of the east of the country, no one swims in the pool despite the intense heat, and the rooms sit empty. This business faces yet another threat from Moscow: a ban on Georgian wine imports a measure Russia uses every time it has a problem with this southern neighbor.

Elena Chaknashvili, Winemaker (female in Georgian:
"We have wine export to Russia, Ukraine, Poland, Germany, Latvia.The biggest export we do is to Russia, but unfortunately, even if there is no embargo, we are no longer doing it because of political reasons."

The Russian ban on Georgian wines has also led to new opportunities.

Vladimir Papava, Former Georgian Minister of Economy:
"It is not a new story for Georgia. Russia already closed its market for Georgian wine in 2006 and Georgia managed to survive. Not only survived but produce much more quality wine and find new markets. And now you can find Georgian wine in different countries, Europe, China, Japan, United States."

XS
SM
MD
LG