ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ຍິ​ງ​ລູກ​ສອນ​ໄຟໄວ​ກວ່າ​ສຽງຕໍ່ຕ້ານ​ກຳ​ປັ່ນ​ ໃສ່​ເປົ້າ​ໝາຍ​ທົດລອງ ຢູ່​ທະ​ເລ​ຍີ່​ປຸ່ນ


ຮູບ​ພາບ​ຈາກວີ​ດີ​ໂອ​ ຂອງກະ​ຊວງ​ປ້​ອງ​ກັນ​ປະ​ເທດ​ຣັດ​ເຊຍ ສະ​ແດງ​ໃຫ້​ເຫັນ ກອງ​ທັບ​ເຮືອ​ຣັດ​ເຊຍ ຍິງ​ລູກ​ສອນ​ໄຟ​ຕ້ານ​ກຳ​ປັ່ນ ​ຢູ່​ອ່າວທະ​ເລ​ຍີ່​ປ​ຸ່ນ ວັນ​ທີ 28 ມີ​ນາ 2023
ຮູບ​ພາບ​ຈາກວີ​ດີ​ໂອ​ ຂອງກະ​ຊວງ​ປ້​ອງ​ກັນ​ປະ​ເທດ​ຣັດ​ເຊຍ ສະ​ແດງ​ໃຫ້​ເຫັນ ກອງ​ທັບ​ເຮືອ​ຣັດ​ເຊຍ ຍິງ​ລູກ​ສອນ​ໄຟ​ຕ້ານ​ກຳ​ປັ່ນ ​ຢູ່​ອ່າວທະ​ເລ​ຍີ່​ປ​ຸ່ນ ວັນ​ທີ 28 ມີ​ນາ 2023

ກອງທັບ​ເຮືອຂອງ​ຣັດ​ເຊຍ ​ໄດ້ຍິງ​ລູກ​ສອນ​ໄຟ​ຕໍ່ຕ້ານ​ກຳ​ປັ່ນໄວ​ກວ່າ​ສຽງ​ ໃສ່​ເປົ້າ​ໝາຍ​ທົດ​ລອງ​ຢູ່​ທະ​ເລ​ຍີ່​ປຸ່ນ ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ​ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ມື້​ນີ້ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

“​ຢູ່​ນ່ານ​ນ້ຳ​ຂອງທະ​ເລ​ຍີ່​ປຸ່ນ ກຳ​ປັ່ນ​ຍິງ​ລູກ​ສອນ​ໄຟ​ຈາກກອງ​ເຮືອມະ​ຫາ​ສະໝຸດ​ປາ​ຊິ​ຟິກ ໄດ້​ຍິງ​ລູກ​ສອນ​ໄຟນຳວິ​ຖີມົ​ສ​ກິດ ໃສ່​ເປົ້າ​ໝາຍ​ທຽມ​ຂອງ​ສັດ​ຕູ​ຢູ່​ທະ​ເລ” ​ກອງ​ທັບ​ເຮືອ​ຣັດ​ເຊຍ ໄດ້​ກ່າວ​ຢູ່​ໃນ​ຖະ​ແຫລງ​ການ​ໃນ​ບັນ​ຊີ​ເຕ​ເລກ​ຣາມຂອງ​ຕົນ.

“​ເປົ້າ​ໝາຍ ຕັ້ງ​ຢູ່ຫ່າງ​ໄກ​ປະ​ມານ 100 ກິ​ໂລ​ແມັດ ​ໄດ້​ເປັນ​ຜົນ​ສຳ​ເລັດ ຕຳຖືກ ໂດຍ​ກົງ​ ຈາກ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ມົ​ສ​ກິດ​ສອງ​ລູກ.”

​ລູກ​ສອນ​ໄຟ P-270 Moskit ​ເປັນ​ຊື່​ທີ່​ອົງ​ການ NATO ເອີ້ນ​ ຫລື SS-N-22 Sunburn ເປັນ​ລູກ​ສອນ​ໄຟ​ໄວ​ກວ່າ​ສຽງ​ໄລ​ຍະ​ປານ​ກາງ ​ທີ່​ເຮັດ​ຢູ່​ໃນ​ໂຊ​ຫວຽດ ສາ​ມາດ​ທຳ​ລາຍ​ກຳ​ປັ່ນ​ ພາຍ​ໃນ​ລັດ​ສະ​ໝີ​ເຖິງ 120 ກິ​ໂລ​ແມັດ​.

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ຂອງ​ຍີ່​ປຸ່ນ ທ່ານ​ໂຢ​ຊິ​ມາ​ຊະ ຮາ​ຢາ​ຊິ ໄດ້​ກ່າວ​ວ່າ ໂຕ​ກຽວ ຈະ​ສິ້ງ​ຊອມ​ເບິ່ງ ​ການ​ປະ​ຕິ​ບັດ​ງານທາງ​ທະ​ຫານຂອງ​ມົ​ສ​ກູ ໃນ​ຂະ​ນະ​ທີ່​ກ່າວ​ເພີ້ມ​ວ່າ ​ບໍ່​ມີ​ລາຍ​ງານຄວາມ​ເສຍ​ຫາຍ ຫລັງ​ຈາກ​ໄດ້​ຍິງ​ລູກ​ສອນ​ໄຟແລ້ວ.

Russia's navy fired supersonic anti-ship missiles at a mock target in the Sea of Japan, the Russian defense ministry said on Tuesday.

"In the waters of the Sea of Japan, missile ships of the Pacific Fleet fired Moskit cruise missiles at a mock enemy sea target," it said in a statement on its Telegram account.

"The target, located at a distance of about 100 kilometers, was successfully hit by a direct hit from two Moskit cruise missiles."

The P-270 Moskit missile, which has the NATO reporting name or SS-N-22 Sunburn, is a medium-range supersonic cruise missile of Soviet origin, capable of destroying a ship within a range of up to 120 kilometers.

Japan's foreign minister Yoshimasa Hayashi said Tokyo will stay vigilant against Moscow's military operations, while adding that no damage had been reported after the missile launches.

XS
SM
MD
LG