ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ປະ​ເຊີນ​ກັບ​ ມາດ​ຕະ​ການ​ລົງ​ໂທດ​ ເພີ່ມ​ຂຶ້ນ ຍ້ອນ​ກໍ​ລະ​ນີ​ ການ​ວາງ​ຢາ​ພິດ


ນັກ​ສຳຫຼວດ​ຈາກ​ອົງ​ການ​ຫ້າມ​ອາ​ວຸດ​ເຄ​ມີ ເດີນ​ທາງ​ຮອດ​ຈຸດ​ການ​ໂຈມ​ຕີ ອະ​ດີດ​ນັກ​ສືບ ຣັດ​ເຊຍ ໃນ​ ອັງ​ກິດ.
ນັກ​ສຳຫຼວດ​ຈາກ​ອົງ​ການ​ຫ້າມ​ອາ​ວຸດ​ເຄ​ມີ ເດີນ​ທາງ​ຮອດ​ຈຸດ​ການ​ໂຈມ​ຕີ ອະ​ດີດ​ນັກ​ສືບ ຣັດ​ເຊຍ ໃນ​ ອັງ​ກິດ.

ຣັດ​ເຊຍ ກຳ​ລັງ​ປະ​ເຊີນໜ້າ ​ກັບ​ມາດ​ຕະ​ການ​ລົງ​ໂທດ ຈາກສະ​ຫະ​ລັດ ອີກ​ຮອບ​ນຶ່ງ
ກ່ຽວກັບ ການວາງຢາພິດໃສ່ອະດີດນັກສືບ ຣັດເຊຍ ແລະ ລູກສາວຂອງລາວໃນປະ
ເທດ ອັງກິດ.

ລັດ​ຖະ​ບານ​ທ່ານ ທ​ຣຳ ໄດ້​ແຈ້ງ​ໃຫ້​ລັດ​ຖະ​ສະ​ພາຊາບ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ຣັດ​
ເຊຍ ບໍ່ສາມາດທີ່ຈະພິສູດການປະຕິບັດຕາມສົນທິສັນຍາຂອງໂລກໄດ້ ກ່ຽວກັບ ການ
ຫ້າມໃຊ້ອາວຸດຊີວະພາບ ແລະ ເຄມີ.

ສະ​ຫະ​ລັດ ໄດ້​ວາງ​ມະຕິ​ການ​ລົງ​ໂທດ​ໃສ່ ຣັດ​ເຊຍ ໃນ​ເດືອນ​ສິງ​ຫາ ທີ່​ຜ່ານ​ມາ. ກົດ​
ໝາຍ ສະຫະລັດ ໃນປີ 1991 ໄດ້ກະຕຸ້ນໃຫ້ເກີດການວາງມາດຕະການລົງໂທດອີກ
ຮອບນຶ່ງຢ່າງອັດຕະໂນມັດ.

ມັນ​ຍັງ​ບໍ່​ທັນ​ຊັດ​ເຈນ​ເທື່ອ​ວ່າ ມາດ​ຕະ​ການ​ລົງ​ໂທດ​ໃໝ່​ພວກ​ນັ້ນ​ ຈະ​ແມ່ນ​ຫຍັງ ຫຼື ເວ
ລາໃດທີ່ມັນຈະມີຜົນບັງຄັບໃຊ້, ເຊິ່ງໄດ້ເຮັດໃຫ້ຄະນະກຳມະການ ບັນຫາຕ່າງປະ
ເທດ ສະພາຕ່ຳ, ສັງກັດພັກຣີພັບບລີກັນ ທ່ານ ເອັດ ຣອຍສ໌ ມີຄວາມບໍ່ພໍໃຈ.

ທ່ານ ຣອຍ​ສ໌ ໄດ້​ກ່າວ​ໃນ​ວັນ​ອັງ​ຄານວ​ານນີ້​ວ່າ “ມັນ​ເປັນ​ທີ່ຍອມ​ຮັບ​ບໍ່​ໄດ້ ​ທີ່​ລັດ​ຖະ​
ບານບໍ່ມີແຜນການ ຫຼືແມ່ນກະທັ້ງຕາຕະລາງເວລາ, ສຳລັບການປະຕິບັດ ກ່ຽວກັບ
ການບັງຄັບໃຊ້ມາດຕະການລົງໂທດຄັ້ງທີສອງນີ້. ບໍ່ມີໃຜ ຄວນຕົກໃຈທີ່ວ່າ ທ່ານ
ວລາດິເມຍ ປູຕິນ ໄດ້ປະຕິເສດການຍົກເລີກການໃຊ້ແກັສພິດ ທີ່ມີລະດັບເປັນອາ
ວຸດໃນອະນາຄົດ.”

ອະ​ດີດ​ນັກ​ສືບ ຣັດ​ເຊຍ ທ່ານ ເຊີ​ເກ ສກ​ຣິ​ບ​ປາ​ລ ກັບ​ລູກ​ສາວ, ນາງ ຢູ​ເລຍ, ໄດ້​ຖືກ
ວາງຢາພິດຢ່າງໂຫດຮ້າຍໃນເດືອນມີນາທີ່ຜ່ານມາ ໃນເວລາທີ່ເຂົາເຈົ້າໄດ້ແຕະຕ້ອງ
ແກັສພິດ ສະໄໝສະຫະພາບ ໂຊວຽດ, ໂນວີຈັອກ, ໃນເມືອງ ໂຊ​ລ​ສ​ແບ​ຣີ, ປະ​ເທດ
ອັງກິດ.

ອັງ​ກິດ ໄດ້​ຖິ້ມ​ໂທດ​ໃສ່ ເຈົ້າ​ໜ້າ​ທີ່​ສອງ​ຄົນ​ທີ່​ຖືກ​ກ່າວ​ຫາ​ວ່າ ​ເປັນ​ສາຍ​ລັບ​ກອງ​ທັບ
ຣັດເຊຍ ກ່ຽວກັບ ການພະຍາຍາມຄາດຕະກຳ.

ແມ່​ຍິງ​ຄົນ​ນຶ່ງ​ໄດ້​ເສຍ​ຊີ​ວິດ ແລະ ແຟນ​ຂອງ​ລາວ​ໄດ້​ຮັບ​ບາດ​ເຈັບ ໃນ​ເວ​ລາ​ທີ່​ເຂົາ
ເຈົ້າໄດ້ສຳພັດກັບສານພິດດັ່ງກ່າວ ໂດຍບັງເອີນ ເມື່ອເດືອນມິຖຸນາທີ່ຜ່ານມາ.

ຣັດ​ເຊຍ ໄດ້​ປະ​ຕິ​ເສດ​ວ່າ ບໍ່ໄດ້​ມີ​ສ່ວນ​ຮ່ວມ​ໃນ​ແຕ່​ລະ​ກໍ​ລະ​ນີດັ່ງກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG