ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄາດກັນວ່າ ຣັດເຊຍ ຈະ​ເພີ້ມການໂຈມຕີຫຼາຍຂຶ້ນ ຢູ່ໃນພາກຕາເວັນອອກ ຂອງຢູເຄຣນ


ພົນລະເມືອງຢືນຢູ່ນອກບ້ານພັກອາພາດເມັນ ຂອງພວກເຂົາ ໃນຂະນະທີ່ຮ້ານຄ້າກຳລັງຖືກໄຟໃໝ້ ຫຼັງຈາກທີ່ໄດ້ຖືກໂຈມຕີໂດຍຣັດເຊຍ ໃນເມືອງຄາຣກີບ ຂອງຢູເຄຣນ ໃນວັນຈັນ ທີ 11 ເມສາ 2022.
ພົນລະເມືອງຢືນຢູ່ນອກບ້ານພັກອາພາດເມັນ ຂອງພວກເຂົາ ໃນຂະນະທີ່ຮ້ານຄ້າກຳລັງຖືກໄຟໃໝ້ ຫຼັງຈາກທີ່ໄດ້ຖືກໂຈມຕີໂດຍຣັດເຊຍ ໃນເມືອງຄາຣກີບ ຂອງຢູເຄຣນ ໃນວັນຈັນ ທີ 11 ເມສາ 2022.

ຢູເຄຣນ ໄດ້ກ່າວໃນວັນອັງຄານມື້ນີ້ ວ່າ ກອງກຳລັງຂອງຣັດເຊຍ ພະຍາຍາມທີ່ຈະເຂົ້າຄວບຄຸມເມືອງທ່າເຮືອ ມາຣີອູໂປລ ທາງພາກໃຕ້ ທີ່ໄດ້ຖືກປິດລ້ອມຢູ່ນັ້ນ ໃນຂະນະດຽວກັນ ກໍ​ກະກຽມທີີ່ຈະຂະຫຍາຍການປະຕິບັດການອອກໄປໃນຂົງເຂດໂດເນັສ ທາງກ້ຳຕາເວັນອອກຂອງຢູເຄຣນ.

ການປະເມີນຜົນດັ່ງກ່າວໄດ້ມີຂຶ້ນ ຂະນະທີ່ກະຊວງປ້ອງກັນປະເທດຂອງອັງກິດ ໄດ້ກ່າວວ່າ ຕົນຄາດໝາຍວ່າ ການສູ້ລົບໃນພາກຕາເວັນອອກຂອງຢູເຄຣນນັ້ນ “ຈະທະວີຂຶ້ນຕະຫຼອດໄລຍະສອງ-ສາມອາທິດຈະມາເຖິງນີ້ ຊຶ່ງຣັດເຊຍ ກໍສືບຕໍ່ເພັ່ງເລັງຄືນໃໝ່ ຄວາມພະຍາຍາມຂອງຕົນໃສ່ທີ່ນັ້ນ.” ຖະແຫລງການຂອງກະ ຊວງດັ່ງກ່າວ ໄດ້ກ່າວວ່າ ຣັດເຊຍພວມຖອນກຳລັງຂອງຕົນ ອອກໄປຕື່ມຈາກປະເທດເພື່ອນບ້ານ ເບລາຣຸສ ແລະໄດ້ສົ່ງກອງກຳລັງນີ້ ໄປປະຈຳການຢູ່ທີ່ພາກຕາເວັນອອກຂອງຢູເຄຣນ.

ປະທານາທິບໍດີຣັດເຊຍ ວາລາດີເມຍ ປູຕິນ ແລະປະທານາທິບໍດີເບລາຣຸສ ອາແລັກແຊນເດີ ລູກາເຊັງໂກ ມີກຳນົດຈະພົບປະກັນ ໃນວັນອັງຄານມື້ນີ້ ເພື່ອປຶກສາຫາລືກ່ຽວກັບບັນຫາຂັດແຍ້ງກັບຢູເຄຣນ ອີງຕາມອົງການຂ່າວຢູ່ໃນທັງສອງປະເທດນີ້.

ເຈົ້າຄອງເມືອງມາຣີອູໂປລ ວາດີມ ໂບຍເຊັງໂກ ໄດ້ກ່າວຕໍ່ອົງການຂ່າວເອພີ ວ່າ ພົນລະເຮືອນຫຼາຍກວ່າ 10,000 ຄົນໄດ້ເສຍຊີວິດ ນັບຕັ້ງແຕ່ຣັດເຊຍໄດ້ເລີ້ມລ້ອມເມືອງຂອງຕົນ ແລະໄດ້ກ່າວອີກວ່າ ຄວາມຈິງແລ້ວ ຈຳນວນດັ່ງກ່າວອາດຈະສູງກວ່ານັ້ນ ເຖິງສອງເທົ່າ.

ປະທານາທິບໍດ່ີຢູເຄຣນ ໂວໂລດີເມຍ ເຊເລັນສກີ ກ່າວຖະແຫລງ ຕໍ່ສະພາຂອງເກົາຫຼີໃຕ້ ໂດຍຜ່ານທາງວີດີໂອ ຢູ່ທີ່ກອງປະຊຸມສະພາແຫ່ງຊາດ ໃນນະຄອນຫຼວງ ໂຊລ, ວັນທີ 11 ເມສາ 2022.
ປະທານາທິບໍດ່ີຢູເຄຣນ ໂວໂລດີເມຍ ເຊເລັນສກີ ກ່າວຖະແຫລງ ຕໍ່ສະພາຂອງເກົາຫຼີໃຕ້ ໂດຍຜ່ານທາງວີດີໂອ ຢູ່ທີ່ກອງປະຊຸມສະພາແຫ່ງຊາດ ໃນນະຄອນຫຼວງ ໂຊລ, ວັນທີ 11 ເມສາ 2022.

ປະທານາທິບບໍດີຢູເຄຣນ ໂວໂລດີເມຍ ເຊເລັນສກີ ໄດ້ກ່າວຖະແຫລງຜ່ານທາງວີດີໂອ ໃນຕອນແລງວັນຈັນວານນີ້ ວ່າ ທ່ານຢ້ານຣັດເຊຍ ອາດຈະນຳໃຊ້ອາວຸດເຄມີ ໃນຢູເຄຣນ ແລະໄດ້ຮຽກຮ້ອງຕໍ່ປະເທດຕາເວັນຕົກ ໃຫ້ວາງມາດຕະການລົງໂທດຕໍ່ຣັດເຊຍໃຫ້ໜັກຂຶ້ນຕື່ມອີກ ເພື່ອປ້ອງກັນບໍ່ໃຫ້ນຳໃຊ້ອາວຸດເຊັ່ນນັ້ນ.

ທ່ານເຊເລັນສກີ ໄດ້ກ່າວວ່າ ຜູ້ຕາງໜ້າຝ່າຍທະຫານຈາກເຂດໂດເນັສທາງພາກຕາເວັນອອກຂອງຢູເຄຣນທີ່ສະໜັບສະໜຸນຣັດເຊຍ ໄດ້ກ່າວວ່າ ຣັດເຊຍ ອາດຈະນຳໃຊ້ອາວຸດເຄມີໃນເມືອງມາຣີອູໂປລ.

ທ່ານເຊເລັນສກີ ໄດ້ເວົ້າວ່າ “ພວກເຮົາພວມພິຈາລະນາເບິ່ງວ່າ ມັນແມ່ນແທ້ຫຼືບໍ່.”

ທ່ານເຊເລັນສກີ ກ່າວຕໍ່ໄປວ່າ “ຂ້າພະເຈົ້າຢາກຈະເຕືອນບັນດາຜູ້ນຳຂອງໂລກວ່າ ມີຄວາມເປັນໄປໄດ້ ທີ່ຈະມີການນຳໃຊ້ອາວຸດເຄມີ ໂດຍກອງທັບຣັດເຊຍ ທີ່ໄດ້ມີການສົນທະນາກັນໄປແລ້ວນັ້ນ. ແລະໃນເວລານັ້ນຢູ່ແລ້ວ ມັນກໍໝາຍຄວາມວ່າ ມັນຈຳເປັນທີ່ຈະຕ້ອງມີປະຕິກິຍາທີ່ໜັກແໜ້ນຂຶ້ນແລະໄວຂຶ້ນກວ່າເກົ່າຕໍ່ການຮຸກຮານຂອງຣັດເຊຍ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG