ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໖ ມິຖຸນາ ໒໐໒໓

ທ່ານ Putin ຄາດວ່າ ຈະຊະນະ ການເລືອກຕັ້ງ ປະທານາທິບໍດີ ຣັດເຊຍອີກ (ເບິ່ງສະໄລດ໌ກັບວີດີໂອ)


ນາຍົກລັດຖະມົນຕີຣັດເຊຍ ທ່ານ Vladimir Putin ກ່າວຖະແຫຼງໃນລະຫວ່າງການໂຮມຊຸມນຸມຄັ້ງໃຫຍ່ຂອງ ພວກສະໜັບສະໜຸນທ່ານ ທີ່ສະໜາມກິລາ Luzhniki ໃນກຸງມົສກູ (23 ກຸມພາ 2012)

ການ​ຢັ່ງ​ຫາງ​ສຽງ​ປະຊາ​ຊົນຣັດ​ເຊຍ​ເທື່ອ​ໃໝ່​ ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ສຸກ​ມື້ນີ້ ສະ​ແດງ
ໃຫ້​ເຫັນ​ວ່ານາຍົກລັດຖະມົນຕີ Vladimir Putin ຄາດ​ວ່າ​ຈະ​ຊະນະການ​ເລືອກ​ຕັ້ງ​ເປັນ​
ປະທານາທິບໍດີ​ສະ​ໄໝ​ທີ 3 ຂອງ​ປະ​ເທດ.

ການ​ສຳ​ຫຼວດຫາງ​ສຽງ​ໂດຍ​ສູນ​ກາງ Levada ສະ​ແດງ​ໃຫ້​ເຫັນ​ວ່າທ່ານ Putin ອາດ​ຈະ
ໄດ້​ຮັບ​ຄະ​ແນນ​ສຽງ​ສູງ​ເຖິງ 66% ​ໃນ​ການ​ປ່ອນ​ບັດຊຶ່ງ​ຈະ​ມີ​ຂຶ້ນ​ໃນ​ເດືອນ​ໜ້ານີ້.

ຜົນ​ການ​ຢັ່ງ​ຫາງ​ສຽງ​ເປັນ ​ທີ່​ໜ້າ​ຊື່ນ​ຊົມ​ຂອງ​ທ່ານ Putin ມີ​ຂຶ້ນນຶ່ງ​ມື້ຫຼັງຈາກ​ທ່ານໄດ້​ກ່າວ
ຕໍ່​ພວກ​ສະໜັບສະໜຸນ​ຫລາຍພັນ​ຄົນ​ ທີ່ສະໜາມກິລາ Luzhniki ​ໃນ​ກຸງ​ມົສກູ​ວ່າ ພັກສາ
ມັກ​ຄີຣັດ​ເຊຍ​ຫຼື United Russia ຂອງ​ທ່ານຈະ​ຊະນະ​ການ​ເລືອກ​ຕັ້ງ ​ໃນ​ວັນ​ທີ 4 ມີນາ​
ຈະ​ມານີ້.

ກ່ອນ​ການ​ໂຮມ​ຊຸມນຸມ​ນັ້ນ ພວກ​ສະໜັບສະໜຸນທ່ານ Putin ​ໄ​ດ້ພາກັນ​ເດີນ​ຂະບວນທີ່​ກຸງ​
ມົສກູເພື່ອ​ຕອບໂຕ້​ແບບ​ເປັນ​ນໍ້າ​ນຶ່ງ​ໃຈ​ດຽວຕໍ່​ການ​ເດີນ​ຂະ​ບວນຫຼາຍໆຄັ້ງຕໍ່ຕ້ານ​ນາຍົກລັດຖະ
ມົນຕີ Putin.

ການ​ປະ​ທ້ວງ​ໄດ້​ເລີ່​ມຂຶ້ນ​ເມື່ອ​ເດືອນ​ທັນວາ​ຜ່ານ​ມາ​ຫຼັງຈາກ​ພັກ​ຂອງ​ທ່ານ Putin ​ໄດ້​ອ້າງເອົາ
ໄຊຊະນະ​ໃນ​ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ ເຖິງ​ແມ່ນ​ດ້ວຍ​ຄະ​ແນນ​ສຽງສ່ວນ​ຫຼາຍ​ທີ່​ຫຼຸດເກົ່າ
ກໍ​ຕາມ.

ແຕ່​ບັນດາ​ກຸ່ມ​ຝ່າຍ​ຄ້ານ​ແລະ​ພວກ​ນັກ​ສັງ​ເກດ​ການນາໆ​ຊາດ​ກ່າວ​ອ້າງ​ວ່າການປ່ອນ​ບັດ​ແມ່ນ
ເຕັມ​ໄປ​ດ້ວຍ​ການ​ລ່ວງ​ລະ​ເມີດ​ຕ່າງໆຮວມທັງ​ການ​ປ່ອນ​ບັດ​ປອມລົງ​ໃສ່​ຫີບ​ບັດ ການ​ຈຳກັດ​
ການ​ແຂ່ງຂັນ​ທາງ​ການ​ເມືອງ​ ແລະ​ບໍ່ຄວາມ​ຍຸຕິ​ທຳ.

ການ​ຮ້ອງ​ຂໍ ໃຫ້​ຈັດການ​ເລືອກ​ຕັ້ງຂຶ້ນ​ໃໝ່ ​ໄດ້​ຖືກ​ປະຕິ​ເສດ. ທ່ານ Putin ​ໄດ້​ຊະນະ​ການ
ເລືອກຕັ້ງ​ເປັນ​ປະທານາທິບໍ​ດີ ​ໃນ​ປີ 2000 ​ແລະ​ປີ 2004 ​ແຕ່​ການຈຳກັດໃນ​ການ​ເຂົ້າຮັບ
ຕຳ​ແໜ່​ງເກີນ​ສອງ​ສະ​ໄໝ​ຕິດ​ຕໍ່​ກັນ ​ໄດ້​ຂັດຂວາງ​ບໍ່​ໃຫ້​ທ່ານສາມາດ​ ສະມັກ​ເປັນ​ປະທານາທິ
ບໍດີ​ສ​ະ​ໄໝ​ທີ 3 ​ໄດ້​ໃນ​ທັນທີ​ໂລດ.

ທ່ານ​ໄດ້​ເຂົ້າກຳ​ຕຳ​ແໜ່ງນາຍົກລັດຖະມົນຕີ​ຣັ​ດ​ເຊຍ ​ໃນ​ປີ 2008.

XS
SM
MD
LG