ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຮັດເຊຍປ່ອນບັດ ເອົາປະທານາທິບໍດີ ໃນມື້ນີ້ (ເບິ່ງສະໄລດ໌ກັບວີດີໂອ)


ການເລືອກຕັ້ງປະທານາທິບໍດີ ທີ່ຣັດເຊຍ.
ວັນທີ 4 ມີນາ 2012.
ການເລືອກຕັ້ງປະທານາທິບໍດີ ທີ່ຣັດເຊຍ. ວັນທີ 4 ມີນາ 2012.

ປະຊາຊົນຣັດ​ເຊຍ​ກໍາລັງ​ພາກັນ​ອອກ​ໄປ​ປ່ອນ​ບັດ ໃນ​ການເລືອກ​ຕັ້ງປະທາ​ນາ​ທິບໍດີ ທີ່​ມີ​ທ່າ​ທາງ​ວ່າ ຈະ​ອໍານວຍ​ໃຫ້​ທ່ານ Vladimir Putin ​ໄດ້ກັບ​ຄືນ​ມາ​ຄອງ​ອໍານາດ​ໃນ​ວັງ Kremlin ​ອີກ​ເປັນ​ສະ​ໄໝ​ທີ​ສາມ ​ຄັ້ງ​ປະວັດ​ສາດ​ຂອງ​ປະ​ເທດ​ນັ້ນ.

ພວກ​ນັກສັງ​ເກດ​ການອາສາສະມັກ​ ທີ່ຕິດຕາມ​ເບິ່ງ​ການ​ເລືອກ​ຕັ້ງ​ຈໍານວນ​ຫລາຍ​ກວ່າ 2 ​ແສນ​ຄົນ​ກໍາລັງ​ຈັບ​ຕາ​ເບິ່ງການ​ປ່ອນ​ບັດ​ຢ່າງ​ໃກ້ ຊິດ​ ​ໃນ​ຄວາມຫວັງເພື່ອ​ຫລີກ​ລ່ຽງ​ບໍ່​ໃຫ້​ມີການ​ກ່າວ​ຫາເລື່ອງ​ການ​ສໍ້​ໂກງ​ບັດເລືອກ​ຕັ້ງ​ ຄືກັນ​ກັບ​ທີ່​ພັກ​ຝ່າຍ​ຄ້ານ​ໄດ້​ກ່າວ​ຫາ​ໃນ​ການ​ເລືອກ​ຕັ້ງ ເອົາ​ສະມາ​ຊິກ​ລັດຖະສະພາໃນ​ວັນ​ທີ 4 ​ເດືອນ​ທັນວາປີຜ່ານມາ​ນີ້.

ພວກ​ຊົມ​ໃຊ້​ອິນ​ເທີ​ແນັດ​ຕື່ມ​ອີກ 6 ​ແສນ​ຄົນ​ ໄດ້​ລົງທະບຽນ​ເພື່ອ​ຕິດຕາມ​ເບິ່ງ​ພວກກ້ອງ
ຖ່າຍຮູບ​ເຂົ້າ​ເວັບ​ໄຊ້ທ໌ ​ທີ່​ຕິດ​ຕັ້ງ​ໄວ້​ຢູ່ໝ່ວຍປ່ອນ​ບັດ​ທັງ​ໝົດເກືອບ 1 ​ແສນ​ແຫ່ງ​ໃນ​ທົ່ວ​
ປະ​ເທດຣັດເຊ​ຍນັ້ນ.

ທ່ານ Putin ຊຶ່ງ​ປັດຈຸບັນ​ນີ້ ​ພວມ​ດໍາ​ລົງ​ຕໍາ​ແໜ່​ງນາຍົກລັດຖະມົນຕີກໍາລັງ​ພະຍາຍາມ​ໃຫ້
ໄດ້​ກັບ​ຄືນ​ມາເປັນປະທານາທິບໍດີ​ຄືນ​ອີກ ຊຶ່ງ​ທ່ານ​ເຄີຍ​ດໍາລົງ​ຕໍາ​ແໜ່​ງນີ້​ມາ​ແລ້ວ 8 ປີ ​ແຕ່
ປີ 2000 ຫາ 2008 ນັ້ນ. ກ່ອນ​ມີ​ການດັດ​ແກ້ລັດຖະທໍາ​ມະນູນ​ ກົດໝາຍຫ້າມ​ທ່ານ​ດໍາ
ລົງ​ຕໍາ​ແໜ່ງປະທານາທິບໍດີ 3 ສະ​ໄໝ​ລຽນຕິດ.

ການ​ສໍາ​ຫລວດ​ຫາງ​ສຽງ​ປະຊາຊົນ​ກ່ອນ​ການ​ເລືອກ​ຕັ້ງທໍານາຍ​ວ່າ ທ່ານ​ພູ​ຕິນຈະໄດ້​ຮັບ​
ສຽງ​ສະໜັບສະໜຸນ​ຈາກ​ປະຊາຊົນ​ຢ່າງ​ໜ້ອຍ 62 ​ເປີ​ເຊັນ​ຂອງ​ຈໍານວນ​ຄະ​ນຽງສຽງ​ທັງ​
ໝົດ ຊຶ່ງເປັນ​ຈໍານວນ​ພຽງພໍເພື່ອ ​ຫລີກ​ລ່ຽງ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ຮອບ​ຕັດສິນຊີ້​ຂາດ
ນັ້ນ.

ແຕ່​ການ​ກ່າວ​ຫາ​ວ່າ ​ມີ​ການ​ສໍ້​ໂກງ​ບັດ​ຄະ​ແນນ​ສຽງ​ໃນ​ການ​ເລືອກ​ຕັ້ງ​ເອົາສະມາຊິກ​ລັດຖະ
ສະພາ​ໃນ​ເດືອນ​ທັນວາ​ປີຜ່ານມາ ​ແລະ​ຄວາມ​ເປັນ​ໄປ​ໄດ້​ໃນການ​ດໍາລົງ​ຕໍາ​ແໜ່​ງປະທານາ
ທິບໍດີຕື່ມ​ອີກ 12 ປີ​ຂອງ​ທ່ານ​ພູ​ຕິນນັ້ນ ​ໄດ້​ຍັງ​ຜົນ​ໃຫ້​ມີ​ຜູ້​ປະ​ທ້ວງໃນ​ຈໍານວນຫລວງຫລາຍ
ຢ່າງ​ບໍ່​ເຄີຍມີ​ມາ​ກ່ອນໃນຣັດ​ເຊຍ ​ອອກ​ມາ​ເດີນ​ຂະ​ບວນຕໍ່ຕ້ານ​ລັດຖະບານໃນ​ຫວ່າງ​ບໍ່​ເທົ່າ​
ໃດ​ສັບປະດາ​ຜ່ານ​ມາ​ນີ້.

ເບິ່ງວີດີໂອລາຍງານກ່ຽວກັບພວກອາສາສະມັກສັງເກດການເລືອກຕັ້ງ
ຮັບການເຝິກແອບ:

XS
SM
MD
LG