ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານພູຕິນໄດ້ຮັບໄຊຊະນະ ໃນການເລືອກຕັ້ງທີ່ຣັດເຊຍ (ເບິ່ງວີດີໂອກັບສະໄລດ໌)


ປະຊາຊົນຣັດເຊຍໄປໂຮມຊຸມນຸມກັນ ທີ່ກຸງ Moscow ສະແດງຄວາມສະໜັບສະໜຸນ ຕໍ່ທ່ານ Vladimir Putin ທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງ ເປັນປະທານາທິບໍດີສະໄໝທີສາມ, ຄືນວັນອາທິດ ທີ 4 ມີນາ 2012. (AP Photo/Ivan Sekretarev)
ປະຊາຊົນຣັດເຊຍໄປໂຮມຊຸມນຸມກັນ ທີ່ກຸງ Moscow ສະແດງຄວາມສະໜັບສະໜຸນ ຕໍ່ທ່ານ Vladimir Putin ທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງ ເປັນປະທານາທິບໍດີສະໄໝທີສາມ, ຄືນວັນອາທິດ ທີ 4 ມີນາ 2012. (AP Photo/Ivan Sekretarev)

ພວກ​ນັກ​ສັງ​ເກດ​ການຈາກ​ຢູ​ໂຣບ ກ່າວ​ວ່າ ການ​ເລືອກ​ຕັ້ງ​ປະທານາທິບໍດີຣັດ​ເຊຍ ​ແມ່ນ​
ແລ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງວ່າ ​ໄດ້​ຖືກ​ຈັດ​ແຈງເພື່ອໃຫ້ນາຍົກລັດຖະມົນຕີ Vladimir Putin
ໄດ້ຊະນະ​ການ​ເລືອກ​ຕັ້ງ​ດ້ວຍ​ຄະ​ແນນ​ສຽງ​ຢ່າງ​ຖ້ວມ​ລົ້ນ.

ຖະ​ແຫລ​ງການ​ສະບັບ​ນຶ່ງ​ຈາກ​ອົງການ​ເພື່ອ​ຄວາມ​ໝັ້ນຄົງ​ແລະ​ການຮ່ວມ​ມື​ໃນ​ຢູ​ໂຣບ ຫລື
OSCE ກ່າວ​ວ່າ ບໍ່​ມີ​ການ​ແຂ່ງຂັນ​ຢ່າງ​ແທ້​ຈິງໃດໆ ​ແລະ​ກ່າວ​ຕື່ມ​ວ່າ ການ​ນໍາໃຊ້ຊັບພະ
ຍາກອນ​ຂອງ​ລັດຖະບານ​ຢ່າງເກີນ​ຂອບ​ເຂດ ​ໄດ້​ຮັບປະກັນໃຫ້​ທ່ານ​ພູ​ຕິນ​ໄດ້​ຮັບ​ໄຊຊະ
ນະ​ຢ່າງບໍ່​ມີ​ຂໍ້​ສົງ​ໄສ​ໃດໆ​ເລີຍ.

ອົງການ OSCE ກ່າວ​ວ່າ ທ່ານ​ພູ​ຕິນ​ໄດ້​ປຽບ​ຢ່າງ​ຈະ​ແຈ້ງ​ໃນ​ການ​ເຂົ້າຫາ​ສື່​ມວນ​ຊົນ
ແລະ​ພວກ​ປ່ອນ​ບັດ​ເລືອກ​ຕັ້ງ​ມີທາງ​ເລືອກ​ຢ່າງຈໍາກັດ ​ສໍາລັບ​ເລືອກ​ເອົາ​ຜູ້ເຂົ້າ​ແຂ່ງຂັນ​
ໃນ​ການເລືອກ​ຕັ້ງ ​ຍ້ອນ​ຂໍ້​ບັງຄັບໃນ​ການໄປ​ລົງທະບຽນສະໝັກ​ເລືອກ​ຕັ້ງ​ທີ່​ເຂັ້ມ​ງວດ
ເກີນ​ຂອບ​ເຂດ. ອົງການ OSCE ຍັງລາຍ​ງານ​ອີກ​ວ່າ ມີ​ການລະ​ເມີດ​ກົດ​ລະບຽບການ
ເລືອກ​ຕັ້ງ ຢູ່​ໃນ​ 1 ສ່ວນ 3 ຂອງ​ໜ່ວຍ​ປ່ອນ​ບັດເລືອກ​ຕັ້ງ​ທັງ​ໝົດ​ໃນ​ທົ່ວ​ປະ​ເທດ​ນັ້ນ.

ພວກ​ຜູ້​ນໍາ​ຝ່າຍ​ຄ້ານຣັດ​ເຊຍ​ວາງ​ແຜນ​ຈະ​ໂຮມຊຸມນຸມ​ກັນ​ຢູ່​ໃກ້ໆ​ກັບວັງ Kremlin ​ໃນ
ວັນ​ຈັນ​ມື້​ນີ້ ​ເພື່ອ​ປະ​ທ້ວງ​ຕໍ່​ອັນ​ທີ່​ເຂົາ​ເຈົ້າ​ເວົ້າວ່າ ​ເປັນການເລືອກ​ຕັ້ງ​ທີ່​ຫລອກ​ລວງ​ນັ້ນ.

ຜົນ​ຂອງ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ພູ​ຕິນ​ໄດ້​ຮັບ ຄະ​ແນນ​ສຽງ 64
ເປີ​ເຊັນ​ຂອງ​ຈໍານວນ​ຄະ​ແນນ​ສຽງ​ທັງ​ໝົດ ​ແລະຄູ່​ແຂ່ງ​ທີ່​ໃກ້ຊິດ ທ່ານ Gennady Zyu
ganov ຫົວໜ້າ​ພັກ​ປະຊາ​ຄົມ ໄດ້​ຮັບ​ຄະ​ແນນ​ສຽງ 17 ​ເປີ​ເຊັນ ​ແລະ​ຄູ່​ແຂງ​ອີກ 3 ຄົນ
ໄດ້​ຮັບ​ຄະ​ແນນ​ສຽງ​ບໍ່​ຮອດ 10 ​ເປີ​ເຊັນ.

ເບິ່ງວີດີໂອລາຍງານ ກ່ຽວກັບພວກສະໜັບສະໜຸນທ່ານພູຕິນພາກັນ
ສະເຫລີມສະຫລອງ:

ທ່ານ​ພູ​ຕິນກ່າວ​ວ່າ ທ່ານ​ໄດ້​ຮັບ​ໄຊຊະນະໃນ​ອັນ​ທີ່​ທ່ານ​ເອີ້ນ​ວ່າ ການ​ຕໍ່ສູ້​ທີ່​ເປີດ​ກວ້າງ​
ແລະ​ຊື່ສັດ. ທ່ານເຖິງ​ກັບນໍ້າຕາໄຫລ ​ເວລາກ່າວ​ຕ້ອນຮັບ​ພວກ​ສະໜັບສະໜຸນ​ທ່ານ
ຫລາຍ​ພັນ​ຄົນ​ຢູ່​ນອກ​ວັງ Kremlin ​ໃນແລງວັນ​ອາທິດ​ວານ​ນີ ​ໂດຍ​ກ່າວ​ຂອບ​ອົກ​ຂອບ​
ໃຈ​ພວກ​ເຂົາ​ເຈົ້າ ທີ່ໄດ້​ຢຸດ​ປະ​ເທດໄວ້ ຈາກອັນ​ທີ່ທ່ານ​ໃຊ້​ຄວາມ​ເວົ້າ​ວ່າ ການຕົກ​ຢູ່​ໃນ​ກໍາ
ມື ຂອງ​ພວກ​ສັດຕູ​ທີ່​ພະຍາຍາມ​ຈະຊີງ​ອໍານາດ​ນັ້ນ. ມື້​ລາງ​ປະທານາທິບໍດີ Boris Yeltsin ​
ແຫ່ງຣັດ​ເຊຍ​ໄດ້​ແຕ່ງ​ຕັ້ງທ່າ​ນ ພູ​ຕິນ​ໃຫ້​ຂຶ້ນ​ດໍາ ລົງ​ຕໍາ​ແໜ່​ງ​ແທ່ນ​ທ່ານ​ໃນ​ວັນ​ຂຶ້ນ​ປີ​ໃໝ່
ຂອງ​ປີ 2000. ຕໍ່​ມາ ທ່ານ​ພູ​ຕິນ​ໄດ້​ຊະນະ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ໃນ​ທ້າຍ​ປີ​ດຽວ​
ກັນ​ນັ້ນ ​ແລະ ໄດ້​ຊະນະ​ການ​ເລືອກ​ຕັ້ງໃນ​ປີ 2004 ​ຕື່ມ​ອີກ. ກົດໝາຍລັດຖະທໍາ​ມະນູນ
ຫ້າມ​ທ່ານ ພູ​ຕິນດໍາລົງ​ຕໍາ​ແໜ່​ງຕື່ມ​ອີກ​ເປັນ ​ສະ​ໄໝທີ​ສາມ. ທ່ານ​ພູ​ຕິນ​ໄດ້​ດໍາລົງ​ຕໍາ​ແໜ່​ງ
ນາຍົກ ລັດຖະມົນຕີ​ໃນ​ຊ່ວງ 4 ປີຜ່ານມາ​ນີ້ ພາຍ​ໃຕ້​ປະທານາທິບໍດີ Dmitry
Medvedev ທີ່ກໍາລັງ​ຈະພົ້ນ​ຈາກ​ຕໍາ​ແໜ່​ງ​ນັ້ນ.

XS
SM
MD
LG