ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຣັດ​ເຊຍ ພວມ​ພັດ​ທະ​ນາ​ອາ​ວຸດ ​ສາ​ມາດ​ໂຈມ​ຕີ​ສາຍ​ເຄ​ໂບ ແລະ ​ທໍ່​ສົ່ງສຳ​ຄັນ ​ໄຕ້​ພື້ນ​ທະ​ເລ


ແຟ້ມ - ທໍ່​ສົ່ງແກັ​ສ ​ນອດ​ສ​ຕ​ຣີມ 1 ທີ່ລຸນ​ມິນ (Lubmin) ປະ​ເທດ​ເຢຍ​ຣະ​ມັນ ເມື່ອ​ວັນ​ທີ 8 ມີ​ນາ 2022.
ແຟ້ມ - ທໍ່​ສົ່ງແກັ​ສ ​ນອດ​ສ​ຕ​ຣີມ 1 ທີ່ລຸນ​ມິນ (Lubmin) ປະ​ເທດ​ເຢຍ​ຣະ​ມັນ ເມື່ອ​ວັນ​ທີ 8 ມີ​ນາ 2022.

ກອງ​ທັບ​ເຮືອ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ ພວມ​ປັບ​ໂຕ​ ເພື່ອ​ຮັບ​ມື​ກັບ​ໄພ​ຂົ່ມ​ຂູ່​ໃໝ່ ຂະ​ນະ​ທີ່​ຣັດ​ເຊຍ​ແລະ​ປະ​ເທດ​ທີ່​ມີ​ອິດ​ທິ​ພົນ​ທາງ​ທະ​ຫານ​ອື່ນໆ​ພວມ​ທຳ​ການ​ພັດ​ທະ​ນາ​ຄວາມ​ອາດ​ສາ​ມາດ​ຊະ​ນິດ​ໃໝ່ ໃນ​ການ​ແນ​ເປົ້າ​ໝາຍ ​ໃສ່​ພື້ນ​ຖານ​ໂຄງ​ລ່າງ​ໃຕ້​ພື້ນ​ທະ​ເລ ເຊັ່ນ​ທໍ່​ສົ່ງແກັ​ສ​ຫຼືນ້ຳ​ມັນ​ແລະ​ສາຍ​ເຄ​ໂບ້​ຕ່າງໆ.

ຄວາມ​ຫຼໍ່​ແຫຼມ​ຂອງ​ພື້ນ​ຖານ​ໂຄງ​ລ່າງ​ດັ່ງ​ກ່າວ​ແມ່ນ​ໄດ້​ມີ​ການ​ຮັບ​ຮູ້​ມາ​ເປັນ​ເວ​ລາ​ດົນ​ນານ​ແລ້ວ. ຄວາມ​ເປັນ​ຫ່ວງ​ກັງ​ວົນ​ເຫຼົ່າ​ນັ້ນ ​ໄດ້​ກາຍ​ມາ​ເປັນ​ຄວາມ​ຈິງ​ເມື່ອເດືອນ​ກັນ​ຍາ​ປີ​ກາຍ ໃນ​ຂະ​ນະ​ທີ່​ທໍ່​ນອດ​ສ​ຕ​ຣີມ (Nord Stream) ທີ່​ສົ່ງ​ແກັ​ສ ແຕ່​ຣັດ​ເຊຍ​ໄປ​ໃຫ້​ເຢຍ​ຣະ​ມັນ​ໄດ້​ແຕກຢູ່ໄຕ້​ພື້ນ​ທະ​ເລ​ບາ​ລ​ຕິກ ໃກ້​ກັບ​ເກາະ​ບອນ​ໂຮມ ຂອງ​ເດັນ​ມາກ ໂດຍ​ສົ່ງ​ປູມ​ເປົ້າ​ແກັ​ສ​ໃນ​ປະ​ລິ​ມານ​ຫຼວງ​ຫຼາຍ​ຂຶ້ນ​ມາ​ຍັງ​ຜິວນ້ຳ​ທະ​ເລ.

ພວກນັກ​ສືບ​ສວນ​ຂອງ​ສະ​ວີ​ເດັນໄດ້​ພົບ​ຮ່ອງ​ຮອຍ​ຂອງ​ການ​ລະ​ເບີດ​ຢູ່​ທີ່ນັ້ນ. ປະ
ເທດ​ຕາ​ເວັນ​ຕົກ​ສົງ​ໄສວ່າ ​ເປັນ​ການ​ກໍ່​ວິ​ນາດ​ສະ​ກຳ​ຂອງ​ຣັດ​ເຊຍ. ແຕ່​ວັງ​ເຄ​ຣັມ​ລິນ​ໄດ້​ປະ​ຕິ​ເສດ​ວ່າ​ ຕົນ​ບໍ່​ໄດ້​ເປັນ​ຜູ້​ກະ​ທຳ ແລະ​ກ່າວ​ຫາ​ປະ​ເທດ​ຕາ​ເວັນ​ຕົກ​ວ່າ​ເປັນ​ຜູ້​ທຳ​ການ​ໂຈມ​ຕີ.

ນັກ​ວິ​ເຄາະ​ສີ​ທາດ ກາວ​ຊາ​ລ (Sidharth Kausal) ຈາກ​ສະ​ຖາ​ບັນ​ສະ​ຫະ​ບໍ​ລິ​ການ​ແຫ່ງ​ຣາ​ຊະ​ອາ​ນາ​ຈັກ​ຂອງ​ອັງ​ກິດ ຊຶ່ງ​ເປັນ​ຜູ້​ຂຽນ​ລາຍ​ງານ​ເມື່ອ​ໄວໆ​ມານີ້​ທີ່​ມີ​ຊື່​ວ່າ Navies and Economic Warfare ຊຶ່ງ​ແປ​ວ່າກອງ​ທັບ​ເຮືອ​ແລະ​ສົງ​ຄາມ​ເສດ​ຖະ​ກິດ ກ່າວ​ວ່າ “ມີ​ຄວາມ​ຕື່ນ​ຕົວ​ຫຼາຍ​ຂຶ້ນ​ເຖິງ​ຄວາມ​ຫຼໍ່​ແຫຼມ​ຂອງ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ສຳ​ຄັນ​ຂອງ​ຊາດ ແຕ່​ເຫດ​ການ​ທີ່​ທະ​ເລ​ບາ​ລ​ຕິກແນ່ນອນ​ໄດ້​ພາ​ໃຫ້​ມີ​ການ​ບັນ​ເທົາ​ກ່ຽວ​ກັບ​ບັນ​ຫານີ້​ໃນ​ທັນ​ທີ.”

ບໍ່​ດົນ​ປານ​ໃດ​ຫຼັງ​ຈາກ​ເກີດ​ເຫດ​ການນີ້​ແລ້ວ ອັງ​ກິດ​ກໍ​ໄດ້​ປ​ະ​ກາດ​ແຜນ​ການ​ເພື່ອ​ເສີມ​ຂະ​ຫຍາຍ​ຄວາມ​ອາດ​ສາ​ມາດ​ໃນ​ດ້ານ​ປ້ອງ​ກັນ​ໄຕ້​ພື້ນ​ທະ​ເລ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອັງ​ກິດ ທ່ານ​ເບັນ ວອ​ລ​ເລ​ສ ກ່າວ​ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມານີ້​ວ່າ “ລະ​ບົບ​ອິນ​ເຕີ​ແນັດ ​ແລະ​ພະ​ລັງ​ງານ ​ຂອງ​ພວກ​ເຮົາ​ແມ່ນ​ເພິ່ງ​ພາ​ອາ​ໄສ​ເປັນ​ຢ່າງ​ສູງ​ກັບ​ທໍ່​ສົ່ງ​ແລະ​ສາຍ​ເຄ​ໂບ​. ຣັດ​ເຊຍ​ບໍ່​ໄດ້​ປິດ​ເປັນ​ຄວາມ​ລັບ​ກ່ຽວ​ກັບ​ຄວາມ​ສາ​ມາດ​ຂອງ​ຕົນ ໃນ​ການ​ແນ​ເປົ້າ​ໝາຍ​ໂຈມ​ຕີ​ພື້ນ​ຖານ​ໂຄງ​ລ່າງ​ແບບນີ້ ດັ່ງ​ນັ້ນ ຍ້ອນ​ເຫດ​ຜົນ​ນີ້ ຂ້າ​ພະ​ເຈົ້າໄດ້​ປະ​ກາດ​ເມື່ອ​ໄວໆ​ມານີ້ ມອບ​ໝາຍ​ໃຫ້ກຳ​ປັ່ນ​ພິ​ເສດ 2 ລຳ ທີ່​ມີ​ຄວາມ​ສາ​ມາດ​ໃນ​ການ​ປ້ອງ​ກັນ​ສາຍ​ເຄ​ໂບ​ແລະ​ທໍ່​ສົ່ງ​ຂອງ​ພວກ​ເຮົາ​ໃຫ້​ປອດ​ໄພ.”

ກຳ​ປັ່ນ​ລຳ​ທຳ​ອິດ​ພວມ​ໄດ້​ຮັບ​ການ​ດັດ​ແປງ​ຢູ່​ໃນ​ເວ​ລາ​ໂດຍກອງ​ທັບ​ເຮືອ​ຂອງ​ອັງ​ກິດ ທີ່​ອູ່​ຕໍ່​ເຮືອນອກ​ນະ​ຄອນ​ລີ​ເວີ​ພູ​ລ ແລະ​ມີ​ກຳ​ນົດ​ຈະ​ເຂົ້າ​ຮັບ​ໜ້າ​ທີ່​ໃນ​ທ້າຍ​ປີນີ້ ມັນ​ໄດ້​ຖືກ​ອອກ​ແບບ​ໃຫ້​ເຮັດ​ໜ້າ​ທີ່​ເປັນ “ກຳ​ປັ່ນ​ແມ່” ສຳ​ລັບ​ການ​ປະ​ຕິ​ບັດ​ງານ​ຢູ່​ຫ່າງ​ໄກ​ແລະ​ລະ​ບົບ​ເປັນ​ອິດ​ສະ​ຫຼະເພື່ອ​ການ​ສຳ​ຫຼວດ​ໄຕ້​ນ້ຳ​ແລະ​ເຮັດ​ສົງ​ຄາມ​ໄຕ້​ພື້ນ​ທະ​ເລ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG