ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໘ ມິຖຸນາ ໒໐໒໓

ຣັດເຊຍປະທ້ວງ ແຜນການທີ່ຈະສົ່ງ ຜູ້ສົງໄສ ເຈາະຂໍ້ມູນ ຄົນຣັດເຊຍ ມາສະຫະລັດ


ທ້າວ Yevgeny Nikulin ອາຍຸ 29 ປີ ຄົນຣັດເຊຍ ທີ່ສົງໄສ ເຈາະຂໍ້ມູນຂອງສະຫະລັດ.

ຄົນຣັດ​ເຊຍ​ທີ່​ຖືກ​ກ່າວ​ຫາ ໂດຍບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດວ່າ ​ໂຈມ​ຕີ​ເຈາະ​ຂໍ້​ມູນ​ຕໍ່ບັນດາ​ເປົ້າ​ໝາຍຕ່າງໆ​ຂອງ​ສະຫະລັດແລະຖືກ​ຈັບໃນ​ຕົ້ນ​ເດືອນ​ນີ້​ຢູ່​ນະຄອນຫຼວງ​ຂອງ Czech ​ແມ່ນ​ທ້າວ Yevgeny Nikulin ອາຍຸ 29 ປີ ​ເປັນ​ຊາວ​ນະຄອນມົສກູ​.

ບັນດາ​ເຈົ້າ​ໜ້າ​ທີ່ Czech ​ໃນ​ອາທິດ​ນີ້​ ກ່າວ​ວ່າ ຜູ້​ຕ້ອງ​ສົງ​ໄສ​ໄດ້​ຖືກ​ກັກຂັງ ເມື່ອ​ວັນ​ທີ 5 ​ເດືອນ​ຕຸລາຢູ່​ທີ່​ນະຄອນ Prague ເພື່ອ​ເປັນ​ການ​ສະໜອ​ງຕອບຕໍ່​ໝາຍ​ຈັບ​ຂອງ​ຕຳຫຼວດ ສາກົນ ຕາມ​ການ​ຮ້ອງ​ຂໍ​ຂອງ​ສະຫະລັດ ​ແລະເວລາ​ລາວ​ກຳລັງປະ​ເຊີນ​ໜ້າ​ ກັບ​ການ​ຮັບ​ຟັງຄຳ​ໃຫ້ການກ່ຽວ​ກັບ​ການສົ່ງໂຕຜູ້​ຮ້າຍ​ຂ້າມແດນຂອງທາງ​ການ Czech ອີງ​ຕາມລາຍ​ງານ​ຂ່າວໂທລະພາບ Current Time ຂອງວິທຍຸ​ຢູ​ໂຣບ​ເສລີ ແລະ​ອິດສະຫລະພາບ ​ຫຼື REF/RL.

ການ​ສືບສວນ​ຂອງ​ໂທລະພາບ Current Time ​ໄດ້​ພົບ​ເຫັນບັນຊີ Instagram ຂອງ​ທ້າວ Nikulin ພາຍ​ໃຕ້​ຜູ້​ເປັນ​ເຈົ້າ​ຂອງ “i.tak.soidet,” ທີ່ສະ​ແດງ​ໃຫ້​ເຫັນ​ລົດ​ນິຍົມ​ໃນ​ລົດ​ແລະເຄື່ອ​ງ​ເອ້​ທີ່​ມີ​ຄວາມຫລູຫລາລາຄາ​ແພງ ​ແລະປະຮ່ອງ​ຮອຍອີ​ເລັກ​ໂຕ​ຣນິກ ທີ່​ໄດ້​ນຳໄປ​ສູ່ Belarus ​ແລະ Poland ​ໄປ​ຫາສາທາລະນະລັດ Czech ​ເປັນ​ເວລາຫລາຍອາທິດກ່ອນຖື​ກຈັບ​ຢູ່​ນະຄອນ Prague.

ບັນຊີ Instagram ​ໄດ້​ຖືກ​ປິດ​ ບໍ່​ນານ​ຕໍ່​ມາຫລັງ​ຈາກ​ໂທລະພາບ​ພາສາຣັດ​ເຊຍ Current Time ​ໄດ້​ອອກລາຍ​ງານເມື່ອ​ວັນ​ທີ 20 ​ເດືອນ​ຕຸລາ. ​ບໍ່​ນານຫລັງ​ຈາກ​ນັ້ນ ​ໂຄສົກ​ກະຊວງ​ຕ່າງ​ປະ​ເທດຣັດ​ເຊຍ ທ່ານ​ນາງ Maria Zakharova ​ໄດ້​ລະບຸວ່າ ທ້າວ Nikulin ​ແມ່ນ​ຢູ່ ໃນ​ຈຳນວນນັກ​ຂ່າວ​ຂອງ​ມົສກູ.

Prague Police Detain Russian Suspected of Hacking in US
please wait

No media source currently available

0:00 0:01:11 0:00

ທ່ານ​ນາງ​ກ່າວ​ເພີ້​ມອີກ​ວ່າ “ກະຊວງ​ຕ່າງ​ປະ​ເທດຣັດ​ເຊຍ ​ແລະ​ສະຖານທູດຣັດ​ເຊຍ ຢູ່​ໃນ​ນະຄອນ Prague ກຳລັງ​ປະຕິບັດ​ງານ​ຢ່າງ​ຮີບ​ດ່ວນ​ ກັບ​ບັນດາ​ເຈົ້າ​ໜ້າ​ທີ່ Czech ​ເພື່ອ​ຂັດຂວາງ​ບໍ່​ໃຫ້ສົ່ງ​ໂຕ​ຄົນຣັດ​ເຊຍມາຍັງສະຫະລັດ.

ທ່ານ​ນາງ Zakharova ກ່າວ​ວ່າ ການ​ກັກ​ຂັງທ້າວ Nikulin ສະ​ແດງໃຫ້ເຫັນວ່າວໍຊິງຕັນ ກຳລັງຕາມລ່າຫາ​ໂຕຊາວຣັດ​ເຊຍ ຢູ່​ທົ່ວ​ໂລກ​ເພີ້ມຂຶ້ນ ອີງ​ຕາມ​ລາຍ​ງານ ​ຂອງ​ອົງການ​ຂ່າວ​ຣອຍ​ເຕີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG