ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ​​ຣັດ​ເຊຍ ​ຮັບ​ຮອງ​ເອົາບົດ​ແກ້ໄຂ​ ລັດ​ຖະ​ທຳ​ມະ​ນູນ ເພື່ອ​ໃຫ້ ທ. ປູ​ຕິນ ສະ​ໝັກ​ເປັນ ປະ​ທາ​ນາ​ທິ​ບໍ​ດີ ສະ​ໄໝ ​ທີ 5 ໄດ້


ທ່ານ ວ​ລາ​ດິ​ເມຍ ​ປູ​ຕິນ, ປະ​ທາ​ນາ​ທິ​ບໍ​ດີຂອງ​ຣັດ​ເຊຍ
ທ່ານ ວ​ລາ​ດິ​ເມຍ ​ປູ​ຕິນ, ປະ​ທາ​ນາ​ທິ​ບໍ​ດີຂອງ​ຣັດ​ເຊຍ

ສານ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ຣັດ​ເຊຍ​ໄດ້​ຮັບ​ຮອງ​ເອົາບົດ​ແກ້ໄຂ​ລັດ​ຖະ​ທຳ​ມະ​ນູນ ຊຶ່ງ​ນອນ​ຢູ່​ໃນ​ການ​ປ່ຽນ​ແປງ​ອັນ​ອື່ນໆນັ້ນ ແມ່ນລວມ​ມີ​ການ​ອະ​ນຸ​ຍາດ​ໃຫ້​ທ່ານ​ປູ​ຕິນ​ ສາ​ມາດ​ລົງ​ສະ​ໝັກ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ອີກ​ໃນ​ປີ 2024.

​ການປ່ຽນ​ແປງ​ໃນ​ລັດ​ຖະ​ທຳ​ມະ​ນູນຈະ​ຖືກ​ນຳ​ໄປ​ລົງ​ຄະ​ແນນ​ສຽງ​ທົ່ວ​ປະ​ເທດ​ໃນ​ເດືອນ​ເມ​ສາທີ່​ຈະ​ມາ​ເຖິງນີ້.

ໃນ​ເດືອນ​ມັງ​ກອນ​ຜ່ານ​ມາ ທ່ານ​ປູ​ຕິ​ນປະ​ກາດວ່າ ​ຈະ​ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່ ຢູ່​ໃນ​ການ​ເມືອງ​ຂອງ​ຣັດ​ເຊຍ ​ແລະ​ປ່​ຽນລັດ​ຖະ​ທຳ​ມະ​ນູນ​ໃໝ່​ໝົດ ຊຶ່ງ​ວັງ​ເຄ​ຣັມ​ລິນ​ ພັນ​ລະ​ນາ​ວ່າ ນັ້ນ​ເປັນ​ການ​ແບ່ງ​ປັນ​ອຳ​ນາດ​ຄືນ​ໃໝ່ ນັບ​ແຕ່​ການ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຈົນ​ຮອດ​ສະ​ພາ.

ແຕ່​ວ່າ​ໃນ​ອາ​ທິດ​ແລ້ວນີ້ ທ່ານປູ​ຕິນຜູ້ທີ່​ໄດ້ດຳ​ລົງ​ຕຳ​ແໜ່ງເປັນປະ​ທາ​ນາ​ທິ​ບໍ​ດີສະ​ໄໝ​ທີ 4 ແລະ​ໄດ້​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ຣັດ​ເຊຍ​ 2 ທົດ​ສະ​ວັດນັ້ນ ກໍໄດ້​ໄປ​ປາ​ກົດ​ຕົວ​ຢູ່​ລັດ​ຖະ​ສະ​ພາ​ Duma ຂອງຣັດເຊຍເພື່ອໃຫ້​ການສະ​ໜັບ​ສະ​ໜຸນ​ແກ່​ການ​ດັດ​ແກ້​ລັດ​ຖະ​ທຳ​ມະ​ນູນ​ໃໝ່ ທີ່​ຈະ​ອະ​ນຸ​ຍາດ​ໃຫ້​ທ່ານບໍ່​ຕ້ອງປະ​ຕິ​ບັດ​ຕາມ​ຂໍ້​ຫ້າມຢູ່​ໃນ​ລັດ​ຖະ​ທຳ​ມະ​ນູນທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ​ນີ້ ທີ່ບໍ່​ໃຫ້​ທ່ານ​ລົງສະ​ໝັກ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ອີກ​ໃນ​ 4 ປີຂ້າງ​ໜ້ານີ້.

ກົດລະ​ບຽບ​ອັນ​ກ່ອນນັ້ນ ແມ່ນຫ້າມ​ທ່ານບໍ່​ໃຫ້ສະ​ໝັກ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີໃນ​ສາມ​ສະ​ໄໝຕິດ​ຕໍ່​ກັນ​ໄດ້ ແຕ່​ວ່າ ການ​ປ່ຽນ​ແປງ​ຢູ່​ໃນ​ຂໍ້​ຫ້າມດັ່ງ​ກ່າວຢູ່​ໃນ​ສະ​ບັບ​ດັດ​ແກ້ນີ້ ມີ​ຄວາມ​ໝາຍ​ວ່າ ທ່ານ​ສາ​ມາດ​ທີ່​ຈະ​ລົງແຂ່ງ​ຂັນເປັນ​ປະ​ທາ​ນາ​ທິ​ບໍ​ດີ​ລວມ​ກັນທັງ​ໝົດ​ເປັນ 5 ສະ​ໄໝໄດ້ ໃນ​ປີ 2024 ນີ້ ແລະ​ອາດ​ຈະສະ​ໝັກເປັນ​ປະ​ທາ​ນາ​ທິ​ບໍ​ດີສະ​ໄໝ​ທີ 6 ໄດ້ອີກ​ໃນ​ປີ 2030.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG