ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ແລະ ຈີນ ໃຊ້ສິດຍັບຢັ້ງສະ​ຫະ​ລັດ ໃນການຜັກດັນ ສປຊ ​ດຳເນີນການກັບ ອິສຣາແອລ ແລະເຂດກາຊາ


ເອກອັກຄະລັດຖະທູດຣັດເຊຍ ປະຈຳອົງການສະຫະປະຊາຊາດ, ທ່ານວາຊິລີ ເນເບນຊິຢາ (Vasily Nebenzya) ເຂົ້າຮ່ວມກອງປະຊຸມສະພາຄວາມໝັ້ນຄົງ ກ່ຽວກັບຄວາມຂັດແຍ່ງລະຫວ່າງອິສຣາແອລ ແລະກຸ່ມຮາມາສ ທີ່ສຳນັກງານໃຫຍ່ສະຫະປະຊາຊາດ ໃນນະຄອນນິວຢອກ ວັນທີ 25 ຕຸລາ 2023.
ເອກອັກຄະລັດຖະທູດຣັດເຊຍ ປະຈຳອົງການສະຫະປະຊາຊາດ, ທ່ານວາຊິລີ ເນເບນຊິຢາ (Vasily Nebenzya) ເຂົ້າຮ່ວມກອງປະຊຸມສະພາຄວາມໝັ້ນຄົງ ກ່ຽວກັບຄວາມຂັດແຍ່ງລະຫວ່າງອິສຣາແອລ ແລະກຸ່ມຮາມາສ ທີ່ສຳນັກງານໃຫຍ່ສະຫະປະຊາຊາດ ໃນນະຄອນນິວຢອກ ວັນທີ 25 ຕຸລາ 2023.

ຣັດເຊຍ ແລະ ຈີນ ໃນວັນພຸດວານນີ້ ໄດ້ໃຊ້ສິດຢັບຢັ້ງການຜັກດັນຂອງ ສະຫະລັດ ໃຫ້ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ດຳເນີນການ ກັບຄວາມຂັດແຍ່ງລະຫວ່າງອິສຣາແອລ ແລະກຸ່ມຮາມາສ ໂດຍຮຽກຮ້ອງໃຫ້ ມີການຢຸດການຕໍ່ສູ້ຊົ່ວຄາວ ເພື່ອໃຫ້ສາມາດເຂົ້າເຖິງການຊ່ວຍເຫຼືອດ້ານມະນຸດສະທຳ, ການປົກປ້ອງພົນລະເຮືອນ ແລະຢຸດຕິການປະກອບອາວຸດຂອງກຸ່ມ ຮາມາສ ແລະພວກຫົວຮຸນແຮງອື່ນໆ ໃນເຂດກາຊາ, ອີງຕາມອົງການຂ່າວ ຣອຍເຕີສ໌.

ສະຫະລັດໄດ້ສະເໜີຮ່າງມະຕິສະບັບນຶ່ງໃນວັນເສົາທີ່ຜ່ານມາ ໃນຂະນະທີ່ ສຽງຮ້ອງໂຮໃນທົ່ວໂລກໄດ້ເພີ້ມທະວີຂຶ້ນ ຍ້ອນວິກິດການດ້ານມະນຸດສະທຳທີ່ຮ້າຍແຮງຂຶ້ນ ແລະຈຳນວນພົນລະເຮືອນທີ່ເສຍຊີວິດຢູ່ໃນເຂດກາຊາ ທີ່ເພີ້ມສູງຂຶ້ນ. ການເຄື່ອນໄຫວດັ່ງກ່າວເກີດຂຶ້ນບໍ່ເທົ່າໃດມື້ຫຼັງຈາກໄດ້ມີການໃຊ້ສິດຢັບຢັ້ງ ຕໍ່ຮ່າງມະ​ຕິທີ່ເນັ້ນໃສ່ດ້ານມະນຸດສະທໍາຈາກ ບຣາຊີລ, ໂດຍອ້າງວ່າຈໍາເປັນ ຕ້ອງໃຊ້ເວລາຫຼາຍກວ່ານີ້ ສໍາລັບການທູດທີ່ນໍາພາໂດຍສະຫະລັດ.

ຂໍ້ຄວາມເບື້ອງຕົ້ນຂອງສະຫະລັດ ເຮັດໃຫ້ນັກການທູດຫຼາຍຄົນຕົກໃຈກັບຄວາມ ກົງໄປກົງມາ ທີ່ລະບຸວ່າອິສຣາແອລ ມີສິດທີ່ຈະປົກປ້ອງຕົນເອງ ແລະຮຽກຮ້ອງ ໃຫ້ອີຣ່ານ ຢຸດການສົ່ງອອກອາວຸດໃຫ້ແກ່ກຸ່ມຫົວຮຸນແຮງ, ໂດຍບໍ່ໄດ້ລວມເອົາ ການຮຽກຮ້ອງໃຫ້ຢຸດຕິຊົ່ວຄາວເພື່ອມະນຸດສະທຳ ເພື່ອໃຫ້ເຂົ້າເຖິງການຊ່ວຍ ເຫຼືອ. ແຕ່ສ່ວນໃຫຍ່ມັນ​ໄດ້​ເຮັດ​ໃຫ້​ຂໍ້​ຄວາມ​ສຸດ​ທ້າຍ​ເບົາ​ບາງ​ລົງ ທີ່ຖືກນຳ​ເອົາ​ມາລົງຄະແນນສຽງ.

ທ່ານ​ນາງລິນດາ ໂທມາສ-ກຣີນຟີລດ໌ (Linda Thomas-Greenfield), ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະຈຳ​ສະຫະ​ປະຊາ​ຊາດ ກ່າວ​ຕໍ່​ສະພາ​ທີ່​ມີ​ສະມາຊິກ 15 ຄົນ ​ຫຼັງ​ຈາກ​ການ​ຢັບຢັ້ງ​ສອງ​ຄັ້ງ​ ເຊິ່ງທ່ານນາງໄດ້ອະທິບາຍວ່າ ໜ້າຜິດຫວັງ. ໂດຍໄດ້ກ່າວວ່າ "ເຖິງແມ່ນວ່າການລົງຄະແນນສຽງໃນມື້ນີ້ແມ່ນ ຄວາມຫຼົ້ມແຫຼວ, ແຕ່ພວກເຮົາຕ້ອງບໍ່ຖືກຂັດຂວາງ."

ມັນ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ຫາ​ຍາກ​ຂອງ​ສະ​ຫະ​ລັດ ທີ່​ຈະ​ແນະນຳ ການດຳເນີນການຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​. ຕາມປະເພນີແລ້ວ ວໍຊິງຕັນ ຈະປົກປ້ອງພັນທະມິດຂອງຕົນ ຄືອິສຣາແອລ ຢູ່ໃນອົງການຂອງໂລກດັ່ງ​ກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG