ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສື່ມວນຊົນ ສະຫະລັດ ລາຍງານວ່າ ຣັດເຊຍ ຂໍການຊ່ວຍເຫຼືອ ດ້ານການທະຫານຈາກ ຈີນ


ລະເບີດແຕກຢູ່ຕຶກອາພາດເມັ້ນແຫ່ງນຶ່ງ ທີ່ຖືກໂຈມຕີໂດຍລົດຖັງ ຣັດເຊຍໃນເມືອງ ມາ​ຣີ​ອູໂປລ, ຢູເຄຣນ, 11 ມີນາ, 2022.
ລະເບີດແຕກຢູ່ຕຶກອາພາດເມັ້ນແຫ່ງນຶ່ງ ທີ່ຖືກໂຈມຕີໂດຍລົດຖັງ ຣັດເຊຍໃນເມືອງ ມາ​ຣີ​ອູໂປລ, ຢູເຄຣນ, 11 ມີນາ, 2022.

ຣັດເຊຍ ໄດ້ຂໍການຊ່ວຍເຫຼືອດ້ານທະຫານ ແລະ ເສດຖະກິດຈາກ ຈີນ ສຳລັບສົງຄາມຂອງເຂົາເຈົ້າກັບ ຢູເຄຣນ, ອີງຕາມການລາຍງານຂອງສື່ມວນຊົນ ສະ ຫະລັດ ໃນວັນອາທິດວານນີ້, ຫຼາຍຊົ່ວ ໂມງຫຼັງຈາກ ທຳນຽບຂາວ ໄດ້ເຕືອນວ່າ ປັກກິ່ງ ຈະປະເຊີນກັບ “ຜົນຕາມມາ” ທີ່ຮ້າຍແຮງ ຖ້າເຂົາ ເຈົ້າຊ່ວຍ ມົສກູ ຫຼີກ ລ່ຽງມາດຕະການລົງໂທດ.

ບັນດາເຈົ້າໜ້າທີ່ ສະຫະລັດ ໄດ້ກ່າວຕໍ່ສື່ມວນຊົນວ່າ ຣັດເຊຍ ໄດ້ຂໍເຄື່ອງມືການທະຫານ ແລະ ການຊ່ວຍເຫຼືອຈາກພັນທະມິດ ທີ່ສຳຄັນຂອງເຂົາເຈົ້າ.

ມົສກູ ຍັງໄດ້ຂໍການຊ່ວຍເຫຼືອດ້ານເສດຖະກິດ ຍ້ອນມາດຕະການລົງໂທດທີ່ກຳລັງສ້າງຄວາມເສຍ ຫາຍຮ້າຍແຮງ ທີ່ຖືກວາງຕໍ່ເຂົາເຈົ້າ ໂດຍປະເທດຕາເວັນຕົກສ່ວນຫຼາຍ, ອີງຕາມໜັງສືພິມ New York Times, ແລະ ອີກຄັ້ງ ນຶ່ງໄດ້ອ້າງອີງເຖິງບັນດາເຈົ້າໜ້າທີ່ໆບໍ່ປະສົງອອກຊື່.

ພວກເຈົ້າໜ້າທີ່ດັ່ງກ່າວໄດ້ປະຕິເສດທີ່ຈະອະທິບາຍແນ່ນອນ ກ່ຽວກັບ ສິ່ງທີ່ ຣັດເຊຍ ໄດ້ຂໍ, ຫຼືວ່າ ຈີນ ໄດ້ຕອບສະໜອງຫຼືບໍ່, ອີງຕາມລາຍງານນັ້ນ.

ໂຄສົກສຳລັບສະຖານທູດ ຈີນ ໃນນະຄອນຫຼວງ ວໍຊິງຕັນ ໄດ້ກ່າວຕໍ່ອົງ​ການຂ່າວຫຼາຍແຫ່ງວ່າ “ຂ້າພະເຈົ້າບໍ່ເຄີຍໄດ້ຍິນສິ່ງນັ້ນ” ເວລາຖືກຖາມ ກ່ຽວກັບ ການຮ້ອງຂໍທີ່ຖືກກ່າວຫາດັ່ງກ່າວ.

ລາຍງານນັ້ນໄດ້ມີຂຶ້ນພຽງສອງສາມຊົ່ວໂມງຫຼັງຈາກທຳນຽບຂາວໄດ້ປະກາດວ່າ ຄະນະຜູ້ແທນລະດັບສູງ ສະຫະລັດ ຈະພົບປະກັບເຈົ້າໜ້າທີ່ລະດັບສູງ ຈີນ ທ່ານນຶ່ງ ໃນນະຄອນຫຼວງ ໂຣມ ວັນຈັນມື້ນີ້.

ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດ ທ່ານ ເຈກ ຊຸລລີວານ ແລະ ທ່ານ ຢາງ ເຈຍຈີ ຫົວໜ້ານັກການທູດຂອງພັກຄອມມູນິສ ຈີນ, “ຈະປຶກສາຫາລື ກ່ຽວກັບ ຜົນກະທົບທີ່ດຳເນີນຢູ່ ເພື່ອຄວບຄຸມການແຂ່ງຂັນລະຫວ່າງສອງປະເທດຂອງພວກເຮົາ ແລະ ປຶກສາຫາລືຜົນກະທົບຂອງສົງຄາມຂອງ ຣັດເຊຍ ຕໍ່ ຢູເຄຣນ ກ່ຽວກັບ ຄວາມປອດໄພໃນພາກພື້ນ ແລະ ທົ່ວໂລກ,” ໂຄສົກສະ ພາຄວາມໝັ້ນຄົງແຫ່ງຊາດຂອງ​ສະ​ຫະ​ລັດ ທ່ານນາງ ເອມີລີ ຮອນ ໄດ້ກ່າວໃນຖະແຫຼງການສະບັບນຶ່ງເມື່ອວັນອາທິດວານນີ້.

ປັກກິ່ງ ໄດ້ປະຕິເສດທີ່ຈະກ່າວປະນາມ ມົສກູ ໂດຍກົງ ສຳລັບການເປີດການບຸກລຸກຂອງເຂົາເຈົ້າ, ແລະ ໄດ້ຖິ້ມໂທດໃສ່ອົງການ NATO ຢ່າງຊໍ້າແລ້ວຊໍ້າອີກໃນການຂະຫຍາຍຂອບເຂດຂອງເຂົາ ເຈົ້າໄປ “ທິດຕາເວັນອອກ” ສຳລັບຄວາມເຄັ່ງຕຶງຮ້າຍແຮງຂຶ້ນລະຫວ່າງ ຣັດເຊຍ ແລະ ຢູເຄຣນ, ເຊິ່ງເປັນການກ່າວຢໍ້າເຖິງຄວາມບໍ່ພໍໃຈ ດ້ານຄວາມປອດໄພສູງສຸດ ຂອງວັງ ເຄຣັມລິນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG