ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຸລະກິດຂະໜາດນ້ອຍ ດ້ວຍການຮັບເໝົາຕິດຕັ້ງປ້າຍໂຄສະນາຕ່າງໆ ຢູ່ໃນປະເທດເພື່ອນບ້ານ


ພາບທີ່ໄດ້ຮັບການສະໜອງຈາກຜູ້ປະກອບການຕິດຕັ້ງປ້າຍໂຄສະນາ ເປີດເຜີຍໃຫ້ເຫັນການເຮັດວຽກຂອງພະນັກງານ ທີ່ກໍາລັງຕິດຕັ້ງໂຄງຮ່າງຂອງຖານປ້າຍ.
ພາບທີ່ໄດ້ຮັບການສະໜອງຈາກຜູ້ປະກອບການຕິດຕັ້ງປ້າຍໂຄສະນາ ເປີດເຜີຍໃຫ້ເຫັນການເຮັດວຽກຂອງພະນັກງານ ທີ່ກໍາລັງຕິດຕັ້ງໂຄງຮ່າງຂອງຖານປ້າຍ.

ທີ່ຜ່ານມາ ພວກເຮົາຈະໄດ້ຍິນກ່ຽວກັບແຮງງານລາວ ທີ່ໄປຫາເຮັດວຽກເປັນລູກຈ້າງຢູ່ໃນປະເທດເພື່ອນບ້ານ ເນື່ອງຈາກໄດ້ຮັບຄ່າແຮງງານທີ່ສູງກວ່າ ເມື່ອສົມທຽບໃສ່ ລາຍຮັບຂັ້ນຕໍ່າຢູ່ພາຍໃນປະເທດ, ຖ້າເຈົ້າຂອງທຸລະກິດ ຢູ່ປະ ເທດເພື່ອບ້ານເປັນຄົນລາວເດ ພວກເຂົາດໍາເນີນການໄປແນວໃດ? ທິບສຸດາ ມີລາຍງານເລື້ອງນີ້ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທີ່ຜ່ານມາ ພວກເຮົາມັກຈະໄດ້ຍິນກ່ຽວກັບແຮງງານ ທີ່ໄປຫາເຮັດວຽກຮັບຈ້າງຢູ່ໃນປະເທດເພື່ອນບ້ານ ເນື່ອງຈາກມີລາຍໄດ້ທີ່ດີກວ່າ. ແຕ່ໃນກໍລະນີຂອງຜູ້ປະກອບການທ່ານນຶ່ງ ທີ່ດໍາເນີນກິດຈະການ ດ້ວຍການຮັບຕິດຕັ້ງປ້າຍໂຄສະນາ ເພິ່ນກໍເຄີຍເປັນລູກຈ້າງ ທີ່ເດີນທາງມາຫາເງິນຂັ້ນຕໍ່າ ຢູ່ໃນປະເທດເພື່ອນບ້ານນີ້ເຊັ່ນກັນ.

ທ່ານສຸວັນຄໍາ ແກ້ວນິມິດ, ເປັນຄົນລາວທີ່ມາຈາກແຂວງຈໍາປາສັກ ເຊິ່ງຍັງຄົງຖືສັນຊາດລາວ, ດໍາເນີນກິດຈະການຂະໜາດນ້ອຍແບບຄອບຄົວຢູ່ໃນປະເທດໄທ ດ້ວຍການຮັບເໝົາຕິດຕັ້ງປ້າຍໂຄສະນາ, ເຊິ່ງໃນກໍລະນີຂອງເພິ່ນນີ້ ແມ່ນຍັງໃຊ້ໃບອະນຸຍາດ MOU ແລະຍັງຄົງຕໍ່ເອກະສານດັ່ງກ່າວນີ້ ເລື້ອຍໆໃນທຸກໆ 2 ປີ.

ບໍລິສັດຂອງເພິ່ນມີຊື່ວ່າ ‘ບໍລິສັດເກດແກ້ວ ຕິດຕັ້ງປ້າຍໂຄສະນາ’ ຕັ້ງຢູ່ບາງ ກອກ, ໂດຍເປີດດໍາເນີນກິດຈະການມາໄດ້ 8 ປີແລ້ວ ເຊິ່ງຍອາໄສປະສົບການຈາກການເປັນລູກຈ້າງກ່ຽວກັບວຽກງານນີ້ມາເປັນເວລາ 20 ກວ່າປີ.

ສໍາລັບເງື່ອນໄຂຂອງການເປີດບໍລິສັດກ່ຽວກັບວຽກງານຕິດຕັ້ງປ້າຍນີ້ ນອກຈາກຈະປະກອບເອກະສານໃຫ້ຖືກຕ້ອງຕາມຂັ້ນຕອນແລ້ວ ເງິນທຶນຄໍ້າປະກັນໃນການເປີດບໍລິສັດຈະຕ້ອງຢູ່ລະຫວ່າງ 50,000 ຫາ 500,000 ບາດ. ແຕ່ເນື່ອງຈາກຕົ້ນທຶນໃນການເປີດບໍລິສັດຂອງເພິ່ນມີໜ້ອຍ, ສະນັ້ນ ເພິ່ນຈຶ່ງໄດ້ຈົດທະ ບຽນ ດວຍເງິນຄໍ້າປະກັນ 50,000 ບາດ, ເຊິ່ງເພິ່ນກ່າວໃຫ້ຟັງກ່ຽວກັບບາງຂັ້ນຕອນກ່ອນເປີດບໍລິສັດວ່າ:

“ມີເງິນຮອງຮັບວ່າ ເຮົາຊິປະກັນຈັກແສນ ຫຼືວ່າຈັກໝື່ນຈັ່ງຊີ້ນະ ເຊິ່ງມັນຈະມີເງິນປະກັນ 50,000 ເຖິງ 500,000 ບາດ ຄັນເຮົາລົ້ມລະລາຍຫັ້ນນະ, ຄວາມເສຍຫາຍເກີດຂຶ້ນ ເຂົາກໍຊິຊົດໃຊ້ໃຫ້ຫັ້ນນະ ໄຟໄໝ້ໂຮງງານ ປະກັນເຮົາຮອງຮັບ ທີ່ເຮົາຈົດຖະບຽນບໍລິສັດນໍາຫັ້ນນະ ຄືໜ້າເຊື່ອຖືຂອງບໍລິສັດເຮົາ ທີ່ໄປຮ່ວມງານກັບບໍລິສັດອື່ນຈັງຊີ້ນະ.”

ຢ່າງໃດກໍຕາມ, ເຖິງວ່າບໍລິສັດຂອງເພິ່ນຈະເປັນບໍລິສັດນ້ອຍ ແຕ່ວຽກແມ່ນມີຕິດຕໍ່ເຂົ້າມາທຸກໆມື້ ໃນຈໍານວນ 4 ຫາ 5 ວຽກ ແລະມີຢູ່ທົ່ວປະເທດ, ເຊິ່ງເພິ່ນເອງ ຈະເດີນທາງໄປທຸກໆຂົງເຂດທີ່ຕິດຕໍ່ວຽກເຂົ້າມາ ນັບແຕ່ພາກເໜືອຈົນເຖິງພາກໃຕ້.

ເພິ່ນກ່າວໃຫ້ຟັງວ່າ ແຕ່ລະວຽກ ແມ່ນມີຄ່າຕິດຕັ້ງປ້າຍໃນລາຄາລະຫວ່າງ 3,500 ບາດ ຫາ 30,000 ບາດ, ເຊິ່ງຄິດໄລ່ເປັນລາຄາ 20 ບາດຕໍ່ 1 ແມັດ, ຖ້າວຽກງານໃດຢູ່ໄກ ທາງຜູ້ວ່າຈ້າງຈະຄິດໄລ່ຄ່ານໍ້າມັນເປັນໄລຍະທາງໃຫ້ ຕົວຢ່າງ: ຖ້າມາໄກຮອດອຸດອນ ຫຼືໜອງຄາຍ ເພິ່ນຈະໄດ້ຄ່ານໍ້າມັນລົດເພີ້ມປະມານ 15,000-20,000 ບາດ.

ສ່ວນລາຄາໃນການປົດປ້າຍ ຈະເປັນອີກພາກສ່ວນນຶ່ງ, ໂດຍຜູ້ປະກອບການໄດ້ອະທິບາຍລາຍລະອຽດບາງຕອນໃຫ້ຟັງວ່າ:

“ລາຄາເຮົາເໝົາຂາດໂຕຕັ້ງແຕ່ທໍາອິດແລ້ວ ເຮົາກະຄິດຄ່າແຮງກັບເຂົາອີກຮອບນຶ່ງເວລາທີ່ເຮົາໄປປົດ, ຄ່າປົດ 1 ແມັດ 10 ບາດ ເຊິ່ງເຮົາຈະໄດ້ດີແມ່ນຕອນທີ່ເຮົາຕິດຕັ້ງ ເຂົາກໍຊິໄລ່ຄ່ານໍ້າມັນໃຫ້ເຮົາພ້ອມ, ຖ້າຢູ່ໃນກຸງເທບ ເຮົາກໍເສຍນໍ້າມັນລົດເອງ.”

ວຽກຂອງເພິ່ນ ເປັນວຽກທີ່ຕ້ອງການແຮງງານຄົນເປັນຫຼັກ, ສະນັ້ນ ແຮງງານປະຈໍາຂອງບໍລິສັດ ຈໍາເປັນຈຶ່ງຕ້ອງມີ ໂດຍເພິ່ນບອກວ່າ ມີພະນັກງານທີ່ເປັນຄົນໃນທ້ອງຖິ່ນເອງ 3 ຄົນ ແລະພະນັກງານທີ່ເປັນແຮງງານລາວ 5 ຄົນ, ໂດຍແຕ່ລະຄົນ ຈະໄດ້ຄ່າຈ້າງ 500 ບາດຕໍ່ມື້.

ແຮງງານມີ່ເປັນຄົນສັນຊາດລາວທັງໝົດ ແມ່ນມີໃບອະນຸຍາດເຮັດວຽກ ຕາມຂັ້ນຕອງຂອງ MOU ທຸກຢ່າງ, ເຊິ່ງ ເພິ່ນກ່າວວ່າ ໄດ້ເສຍຄ່າປະກອບເອກະສານຢູ່ທາງຝ່າຍ ສປປ ລາວ 5,500 ບາດຕໍ່ຄົນ ແລະເສຍຄ່າປະກອບເອກະສານຂັ້ນທໍາອິດເຂົ້າມາປະເທດໄທໂດຍຜ່ານກົມແຮງງານ 12,000 ບາດຕໍ່ຄົນ, ໃນນີ້ ເພິ່ນຈະຕ້ອງຕໍ່ໃບອະນຸຍາດໃຫ້ພະນັກງານທີ່ເປັນແຮງງານລາວໃນທຸກໆ 2 ປີ ດ້ວຍເງິນຄ່າທໍານຽມ 1,800 ບາດ ໂດຍລວມຄ່າປະກັນສຸຂະພາບໄປພ້ອມເລີຍ ເນື່ອງຈາກເປັນກົດຂໍ້ບັງຄັບ.

ເມື່ອຖາມວ່າ ຖ້າມີແຮງງານຕ່າງປະເທດ ເພິ່ນຈະຕ້ອງເສຍຄ່າເອກະສານ, ຄ່າຢູ່ຄ່າກິນ ແລ້ວເປັນຫຍັງເພິ່ນຈຶ່ງບໍ່ຈ້າງແຮງງານຢູ່ໃນທ້ອງຖິ່ນທັງໝົດ? ເພິ່ນກ່າວວ່າ ກໍຍ້ອນມັນຍາກເລື້ອງແຮງງານ ເພາະແຮງງານຢູ່ໃນທ້ອງຖິ່ນເອງກໍຫາຍາກ ເນື່ອງຈາກພວກເຂົາເຈົ້າບໍ່ມັກເຮັດວຽກດັ່ງກ່າວນີ້ແດ່ ຫຼື ບາງທີ ພວກເຂົາເຈົ້າກໍມີຊ່ອງທາງອື່ນທີ່ດີກວ່າ. ສະນັ້ນ ແຮງງານລາວ ຫຼືແຮງງານຕ່າງດ້າວອື່ນໆ ຈຶ່ງຈໍາເປັນຫຼາຍສໍາລັບວຽກຂັ້ນພື້ນຖານຢູ່ໃນທີ່ນີ້.

ເພິ່ນກ່າວໃຫ້ຟັງວ່າ ເນື່ອງຈາກບໍລິສັດຂອງເພິ່ນຮັບທຸກງານທີ່ຕິດຕໍ່ເຂົ້າມາ, ສະນັ້ນ ລູກຄ້າປະຈໍາຈຶ່ງມີຫຼາຍ, ໂດຍລາຍໄດ້ຈາກກໍາໄລສະເລ່ຍໃນແຕ່ລະເດືອນຫຼັງຈາກຫັກຕົ້ນທຶນ, ຄ່າແຮງງານ ແລະລາຍຈ່າຍຕ່າງໆອອກທັງໝົດ ຈະມີມູນຄ່າຢູ່ 50,000 ບາດ ຕໍ່ເດືອນ.

ມາເຖິງຕອນນີ້ ທຸກຄົນອາດຈະມີຂໍ້ສົງໄສວ່າ ຖ້າເພິ່ນເປັນຜູ້ປະກອບການ ແຕ່ຊໍ້າພັດຖືໜັງສືກ່ຽວກັບການເຮັດວຽກ? ເຊິ່ງເພິ່ນກໍກ່າວວ່າ ບໍລິສັດຂອງເພິ່ນ ແມ່ນດໍາເນີນງານ ພາຍໃຕ້ຊື່ຂອງພັນລະຍາ ທີ່ເປັນຄົນສັນຊາດໄທນັ້ນເອງ.

ເວົ້າລວມແລ້ວ, ບໍ່ວ່າທ່ານຈະປະກອບການກ່ຽວກັບຫຍັງ ດໍາເນີນທຸລະກິດຢູ່ທີ່ໃດ ຫຼືເຮັດວຽກໃດໆກໍຕາມ ສິ່ງສໍາຄັນກໍຄື ທ່ານຕ້ອງປະຕິບັດຕາມຊ່ອງທາງຂອງກົດໝາຍຢູ່ໃນຂົງເຂດນັ້ນໃຫ້ຖືກຕ້ອງ ເພື່ອຄວາມເປັນລະບຽບຂອງກົດໝາຍບ້ານເມືອງເພິ່ນ ແລະເພື່ອຄວາມສະດວກສະບາຍໃຫ້ແກ່ທຸລະກິດຂອງຕົນເອງ.

XS
SM
MD
LG