ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໗ ກຸມພາ ໒໐໒໕

ຄຳສັ່ງຂອງ ທ່ານ ດໍໂນລ ທຣໍາ ລວມມີການຖອນຕົວຈາກອົງການອະນາໄມໂລກ ຢຸດການຊ່ວຍເຫຼືອຕ່າງປະເທດ


ຄໍາສັ່ງຝ່າຍບໍລິຫານຂອງ ທ່ານ ດໍໂນລ ທຣໍາ
ຄໍາສັ່ງຝ່າຍບໍລິຫານຂອງ ທ່ານ ດໍໂນລ ທຣໍາ

ປະທານາທິບໍດີ ທ່ານ ດໍໂນລ ທຣໍາ ຂອງ ສະຫະລັດ ໄດ້ອອກຄຳສັ່ງຝ່າຍບໍລິຫານຫຼາຍສະບັບ ຫຼັງຈາກເຂົ້າຮັບຕໍາແໜ່ງເມື່ອວັນຈັນວານນີ້ ລວມເຖິງການຖອນຕົວຈາກໜ່ວຍງານດ້ານສຸຂະພາບສາກົນ ແລະອົງການຈັດຕັ້ງດ້ານສະພາບອາກາດສາກົນ ແລະ ສັ່ງໃຫ້ໂຈະການຊ່ວຍເຫຼືອຕ່າງປະເທດຂອງສະຫະລັດ.

ຄຳສັ່ງຊຸດນຶ່ງທີ່ເໜັ້ນໜັກໄປທີ່ເລື້ອງຄົນເຂົ້າເມືອງ ເຊັ່ນການປະກາດສະຖານະສຸກເສີນຢູ່ທີ່ຊາຍແດນ ສະຫະລັດ ແລະແມັກຊິໂກ ການຢຸດຕິ ຂໍສະຖານະຜູ້ລີ້ໄພ ແລະ ສິດໃນການເກີດ ຫຼື birthright ໂດຍໄດ້ຮັບສັນຊາດ ສຳລັບພວກເດັກນ້ອຍທີ່ເກີດຢູ່ໃນສະຫະລັດ.

ທ່ານ ດໍໂນລ ທຣໍາ ຍັງໄດ້ສັ່ງໃຫ້ກວດສອບແລະກວດກາ “ ໃນລະດັບສູງສຸດ ເທົ່າທີ່ອາດຈະເປັນໄປໄດ້” ສຳລັບທຸກຄົນທີ່ຕ້ອງການເຂົ້າສະຫະລັດ ແລະ ໃຫ້ລັດຖະບານລະບຸປະເທດທັງຫຼາຍ ທີ່ອາດຈະມີຂັ້ນຕອນການກວດກາທີ່ບົກຜ່ອງຫຼາຍພໍຈົນສົມຄວນທີ່ຈະສັ່ງຫ້າມປະຊາຊົນຂອງປະເທດເຫຼົ່ານັ້ນ ບໍ່ໃຫ້ເຂົ້າ ສະຫະລັດ.”

ໃນວາລະທຳອິດໃນການດຳລົງຕໍາແໜ່ງຂອງທ່ານ, ທ່ານ ດໍໂນລ ທຣໍາ ໄດ້ດຳເນີນນະໂຍບາຍຕ່າງປະເທດແບບ “ ອາເມຣິກາຕ້ອງມາກ່ອນ” ແລະ ຄຳສັ່ງທີ່ ທ່ານລົງນາມເມື່ອວັນຈັນວານນີ້ ທີ່ກຳນົດໃຫ້ ທ່ານ ມາຣໂກ ຣູບິໂອ ລັດຖະມົນຕີກະຊວງການຕ່າງປະເທດ ຮັບພາລະກິດດັ່ງກ່າວ.

ຄໍາສັ່ງດັ່ງກ່າວ ໄດ້ກຳນົດວ່າ “ ນັບຈາກມື້ນີ້ເປັນຕົ້ນໄປ ນະໂຍບາຍຕ່າງປະເທດຂອງສະຫະລັດຈະຕ້ອງປົກປ້ອງຜົນປະໂຫຍດຫຼັກຂອງສະຫະລັດແລະໃຫ້ຄວາມສຳຄັນກັບສະຫະລັດ ແລະພົນລະເມືອງສະຫະລັດມາເປັນອັນດັບທຳອິດສະເໝີ.”

ທ່ານ ດໍໂນລາ ທຣໍາ ສັ່ງໃຫ້ສະຫະລັດ ຖອນຕົວອອກຈາກຂໍ້ຕົກລົງປາຣີ ວ່າດ້ວຍສັນຍາສະພາບອາກາດປີ 2015 ຊຶ່ງຖືເປັນການເຄື່ອນໄຫວອີກຄັ້ງນຶ່ງ ທີ່ທ່ານໄດ້ລົງມືເຮັດໃນວາລະທຳອິດເຊັ່ນກັນ. ທ່ານ ທຣໍາ ກ່າວວ່າ ສະຫະລັດ ມີປະຫວັດທີ່ປະສົບຜົນສຳເລັດຂອງ “ ຄວາມກ້າວໜ້າທາງດ້ານເສດຖະກິດ ແລະຈຸດປະສົງດ້ານສີ່ງແວດລ້ອມ” ທີ່ຄວນຈະເປັນແບບຢ່າງໃຫ້ກັບປະເທດອື່ນ ໆ.

ເກືອບ 200 ປະເທດທີ່ໄດ້ລົງນາມໃນຂໍ້ຕົກລົງດັ່ງກ່າວ ເພື່ອແນໃສ່ການຈຳກັດສະພາບໂລກຮ້ອນໂດຍແຕ່ລະປະເທດສະໜອງແຜນການຈຳກັດການປ່ອຍອາຍພິດເຮືອນແກ້ວທີ່ພາໃຫ້ເກີດການປ່ຽນແປງຂອງດິນຟ້າອາກາດ.

ໃນອີກການກະທຳທີ່ຊໍ້າກັນຈາກສະໄໝທຳອິດທີ່ດຳລົງຕໍາແໜ່ງ ທ່ານ ທຣໍາ ໄດ້ສັ່ງໃຫ້ສະຫະລັດ ຖອນຕົວອອກຈາກອົງການອະນາໄມໂລກ ຍ້ອນການຮ້ອງຮຽນວ່າ ອົງການດັ່ງກ່າວ ຈັດການໂລກລະບາດ ໂຄວິດ-19 ທີ່ຜິດພາດ ແລະໄດ້ຮັບເງິນທຶນຈາກສະຫະລັດຫຼາຍເກີນໄປ.

ທ່ານ ດໍໂນລ ທຣໍາ ກ່າວວ່າ ການຊ່ວຍເຫຼືອຕ່າງປະເທດຂອງສະຫະລັດ “ບໍ່ສອດຄ່ອງກັບຜົນປະໂຫຍດຂອງອາເມຣິກາ.” ທ່ານ ທຣໍາ ໄດ້ອອກຄຳສັ່ງໃຫ້ຖໂຈະການຊ່ວຍເຫຼືອດ້ານການພັດທະນາຂອງຕ່າງປະເທດ ເປັນເວລາ 90 ມື້ ແລະ ເພື່ອໃຫ້ບັນດາໂຄງການໄດ້ຮັບການທົບທວນຄືນ.

ອ່ານຂ່າວນີ້ິເປັນພາສາອັງກິດ

U.S. President Donald Trump issued a series of executive actions after taking office Monday, including moving to withdrawal from international health and climate bodies and directing a suspension of U.S. foreign aid.

A set of orders focused on immigration, such as declaring an emergency on the U.S.-Mexico border, ending asylum and halting birthright citizenship for children born in the United States.

Trump also ordered vetting and screening “to the maximum degree possible” all those who want to enter the United States, and for the government to identify countries that may have screening procedures deficient enough to warrant blocking their nationals from entering the United States.

In his first term in office, Trump pursued an “America First” form of foreign policy, and an order he signed Monday directs new Secretary of State Marco Rubio to focus State Department efforts on that mission.

“From this day forward, the foreign policy of the United States shall champion core American interests and always put America and American citizens first,” the order said.

Trump ordered the United States to withdraw from the 2015 Paris climate accord, a repeat of a move he also made in his first term. Trump said the U.S. has a successful record of “advancing both economic and environmental objectives” that should be a model to other countries.

Nearly 200 countries signed the agreement aimed at limiting global warming with each country providing its own plan for limiting greenhouse gas emissions that contribute to climate change.

In another repeat from his first time in office, Trump ordered the United States to withdraw from the World Health Organization due to complaints that the agency mismanaged the COVID-19 pandemic and gets too much funding from the U.S.

Calling U.S. foreign aid “not aligned with American interests,” Trump issued an order to pause foreign development assistance for 90 days and for the programs to undergo reviews.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG