ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ​ຕູ​ນີ​ເຊຍ ໂຮມ​ຊຸມນຸມ​ກັນ ​​​ສະ​ໜັບສະ​ໜຸນ ລັດຖະບານ (ສະໄລດ໌/ວີດິໂອ)


ຊາວ​ຕູ​ນີ​ເຊຍໂຮມ​ຊຸມນຸມ​ກັນ ​ເພື່ອ​ສະ​ແດງການ​ສະ​ໜັບສະ​ໜຸນ​ພັກອິສ ລາມ Ennahda ທີ່​ປົກຄອງ​ປະ​ເທດ ​ຢູ່​ໃນ​ເວລາ​ນີ້, ວັນທີ 9 ກຸມພາ 2013.
ຊາວ​ຕູ​ນີ​ເຊຍໂຮມ​ຊຸມນຸມ​ກັນ ​ເພື່ອ​ສະ​ແດງການ​ສະ​ໜັບສະ​ໜຸນ​ພັກອິສ ລາມ Ennahda ທີ່​ປົກຄອງ​ປະ​ເທດ ​ຢູ່​ໃນ​ເວລາ​ນີ້, ວັນທີ 9 ກຸມພາ 2013.
ຊາວ​ຕູ​ນີ​ເຊຍຫຼາຍພັນ​ຄົນ​ ໂຮມ​ຊຸມນຸມ​ກັນ​ເພື່ອ
​ສະ​ແດງການສະ​ໜັບສະ​ໜຸນ​ພັກອິສລາມ Ennahda ທີ່​ປົກ
ຄອງ​ປະ​ເທດ​ຢູ່​ໃນ​ເວລາ​ນີ້ ​ໃນ​ຂະນະທີ່​ນາຍົກລັດຖະມົນຕີ
Hamadi Jebali ຂູ່​ວ່າ​ຈະລາ​ອອກ​ຈາກ​ຕໍາ​ແໜ່​ງ ຖ້າ​ຫາກ​ວ່າ
ຄໍາ​ສະ​ເໜີ​ຂອງ​ທ່ານ ​ເພື່ອ​ແຕ່ງ​ຕັ້ງຄະນະ​ລັດຖະບານ​ທີ່ປະ
ກອບ​ດ້ວຍນັກວິຊາການ​ທີ່ປອດ​ການ​ເມືອງ​ນັ້ນ ​ຖືກ​ປະຕິ​ເສດ.

ນາຍົກລັດຖະມົນຕີ Jebali ບອກ​ໂທລະພາບ​ຂ່າວຊ່ອງ
France-24 ​ເມື່ອ​ວັນ​ເສົາວານ​ນີ້​ວ່າ ທ່ານ​ຈະ​ແຕ່ງ​ຕັ້ງ​ຄະນະ​ລັດ
ຖະບານ​ຊຸດ​ໃໝ່​ໃນ​ກາງ​ອາທິດ​ໜ້າ​ນີ້ ​ໂດຍ​ກ່າວ​ວ່າ ​ເຮົາ​ຈໍາ​ເປັນ​
ຕ້ອງ​ມີບັນດາ​ລັດຖະມົນຕີ ​ທີ່​ເປັນອິດສະຫຼະ ​ເພື່ອ​ຊ່ວຍຕູ​ນີ​ເຊຍ​ໄວ້​ຈາກ​ຄວາມ​ວຸ້ນວາຍ​ຫາ​ຍະ​ນະ​ ​ແລະ​ທ່ານ​ເວົ້າວ່າ ທ່ານ​ພ້ອມ​ທີ່​ຈະ
ລາ​ອອກ​ ຖ້າ​ຫາກ​ວ່າ​ທ່ານ​ບໍ່​ໄດ້​ຮັບ​ການ​ສະໜັບສະໜຸນທາງ​ການ​ເມືອງ​ ຢ່າງ​ກວ້າງຂວາງ.

ພັກ​ຝ່າຍ​ຄ້ານ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ກັບ​ຂໍ້​ສະ​ເໜີ​ຂອງ​ນາຍົກລັດຖະມົນ​ຕີ Jebali ​ເພື່ອ
​ແຕ່ງ​ຕັ້ງ​ຄະນະ​ລັດຖະບານ​ທີ່​ເປັນ​ນັກວິຊາການ ​ແຕ່​ບັນດາ​ສະມາ​ຊິກ​ຂັ້ນ​ສູງ​ຂອງ​ພັກ Ennahda ​ໄດ້ປະຕິ​ເສດ​ຄໍາ​ສະ​ເໜີ​ດັ່ງກ່າວ. ໄດ້​ມີ​ການປະກາດແຜນການ​ນີ້ອອກ​ໄປ ເມື່ອ​ວັນ​ພັດ​ຜ່ານ​ມາ ລຸນຫຼັງຈາກ​ການ​ສັງຫານ ທ່ານ Chokri Belaid ຜູ້​ນໍາ​ຝ່າຍ​ຄ້ານ​ທີ່​ມີ​ຊື່​ສຽງ ຢູ່ນອກເຮືອນຂອງ​ທ່ານ​ ໂດຍ​ມື​ປືນ​ທີ່ບໍ່​ຮູ້​ວ່າ​ແມ່ນໃຜ.

CN TUNISIA RALLY (VEL)
please wait

No media source currently available

0:00 0:01:54 0:00
ລິງໂດຍກົງ


ພວກ​ສະ​ໜັບສະ​ໜຸນ ພັກ Ennahda ພາກັນ​ໄປເຕົ້າ​ໂຮມ​ກັນ ເປັນຈໍານວນຫຼວງຫຼາຍທີ່​ນະຄອນຫຼວງຕູ​ນີສ ​ເມື່ອ​ວັນ​ເສົາ​ວານ​ນີ້ ​ເພື່ອ​ປະຕິ​ເສດ​ແຜນການ​ດັ່ງກ່າວ. ພວກ​ເດີນ​ຂະ​ບວນປະ​ທ້ວງ​ຍັງ​ຮ້ອງ​ໂຮ​ຄໍາ​ຂວັນຕໍ່ຕ້ານ​ຝຣັ່ງ ​ເພື່ອ​ປະ​ທ້ວງ​ໃນ​ອັນ​ທີ່​ພວກ​ເຂົາ​ເຈົ້າ​ເອີ້ນວ່າ
“ການ​ແຊກ​ແຊງ ຂອງຝຣັ່ງ” ລຸນຫຼັງມີຄໍາ​ເຫັນຂອງ​ທ່ານ Mamuel Valls ລັດຖະມົນຕີກະຊວງ
​ພາຍ​ໃນ​ຂອງ​ຝຣັ່ງ ທີ່​ເຕືອນວ່າ ຈະ​ມີການ​ລຸກ​ຮື​ຂຶ້ນຂອງ​ລັດທິ​ອິສລາມ ຫຼັງຈາກ​ການ​ຄາດ​ຕະ
ກໍາທ່ານ Belaids ​ແລ້ວ​ນັ້ນ. ພັກ Ennahda ​ເວົ້າ​ວ່າ ການ​ເດີນ​ຂະ​ບວນປະ​ທ້ວງ​ຂອງຕົນ
ແມ່ນ​ແນ​ເປົ້າໝາຍ​ໃສ່​ເພື່ອ​ສະໜັບສະ​ໜຸນ​ສະພາລັດຖະທໍາ​ມະນູນ ທີ່ວຽກ​ງານ​ການຮ່າ​ງລັດ
ຖະທໍາ​ມະນູນ​ສະບັບ​ໃໝ່ ​ໄດ້ຢຸດ​ສະງັກລົງ ເວລາ​ທ່ານ Belaid ຖືກສັງຫານ.

ຄອບຄົວ​ຂອງ​ທ່ານ Belaids ກ່າວ​ຫາ​ພັກລັດຖະບານວ່າ ​ສົມຮູ້​ຮ່ວມ​ຄິດ​ໃນການ​ຄາດ​ຕະກໍາ
ຊຶ່ງ​ເປັນ​ຄໍາ​ກ່າວ​ຫາ​ທີ່ທາງ​ພັກ ​ໄດ້​ປະຕິ​ເສດ.


XS
SM
MD
LG