ທ່ານ ມາຣໂກ ຣູບີໂອ ລັດຖະມົນຕີກະຊວງການຕ່າງປະເທດຂອງສະຫະລັດ ມີກຳນົດຈັດການປະຊຸມໃນວັນອັງຄານມື້ນີ້ ກັບເຈົ້າໜ້າທີ່ໃນ ຄອສຕາ ຣິກກາແລະ ເວລາຕໍ່ມາ ໃນກົວເຕມາລາ ຊຶ່ງເປັນສ່ວນນຶ່ງຂອງການເດີນທາງຢ້ຽມຢາມເຂດລາຕິນອາເມຣິກາ ທີ່ເນັ້ນໜັກເລື່ອງການອົບພະຍົບ, ການຮ່ວມມືດ້ານຄວາມໝັ້ນຄົງ ແລະ ການຕໍ່ຕ້ານອິດທິພົນຂອງຈີນໃນພາກພື້ນ.
ເມື່ອວັນຈັນຜ່ານມາ ທ່ານ ຣູບີໂອ ໄດ້ເດີນທາງໄປຍັງ ແອລ ຊາລວາດໍ ເພື່ອປຶກສາຫາລືກັບປະທານາທິບໍດີ ນາຢິບ ບູເຄເລ ແລະ ທ່ານປະກາດວ່າ ທ່ານບູເຄເລ ສະເໜີທີ່ຈະຍອມຮັບເອົາຜູ້ຖືກເນລະເທດຈາກສະຫະລັດອາເມຣິກາ ທຸກຄົນໂດຍບໍ່ຄໍານຶງເຖິງສັນຊາດ.
“ ເຂົາຍັງສະເໜີທີ່ຈະເຮັດເຊັ່ນດຽວກັນກັບພວກອາຊະຍາກອນອັນຕະລາຍທີ່ກຳລັງຖືກຄວບຄຸມໂຕ ແລະກຳລັງຮັບໃຊ້ໂທດຢູ່ໃນສະຫະລັດອາເມຣິກາ. ເຖິງວ່າ ພວກເຂົາຈະເປັນພົນລະເມືອງຢູ່ໃນສະຫະລັດອາເມຣິກາ ຫຼືຜູ້ຢູ່ອາໄສຖືກກົດໝາຍກໍ່ຕາມ” ທ່ານ ຣູບີໂອ ກ່າວ.
ລັດຖະບານສະຫະລັດອາເມຣິກາ ບໍ່ສາມາດເນລະເທດພົນລະເມືອງສະຫະລັດອາເມຣິກາ ໄດ້ຢ່າງຖືກກົດໝາຍ.
ທ່ານ ຣູບີໂອ ກ່າວວ່າ ແອລ ຊາລວາດໍ ຈະໃຫ້ຄວາມຮ່ວມມືຢ່າງເຕັມທີ່ໃນການສົ່ງຊາວ ແອລ ຊາລວາດໍ ທີ່ອາໄສຢູ່ໃນສະຫະລັດອາເມຣິກາ ຢ່າງຜິດກົດໝາຍກັບປະເທດ ໂດຍຮ້ອງຂໍ້ຕົກລົງນີ້ວ່າ “ ຂໍ້ຕົກລົງການຍ້າຍຖີ່ນຖານທີ່ພິເສດແລະບໍ່ເຄີຍມີມາກ່ອນ ຫຼາຍທີ່ສຸດໃນໂລກ.”
ທ່ານ ບູເຄເລ ກ່າວໃນ ສື່ສັງຄົມອອນລາຍນ໌ ເອັກສ໌ ວ່າ ລັດຖະບານຂອງທ່ານສະເໜີໃຫ້ສະຫະລັດ “ ໂອກາດວ່າຈ້າງວຽກທີ່ເປັນລະບົບຄຸກຈຳນວນນຶ່ງຂອງຕົນ” ໂດຍ ແອລ ຊາລວາດໍ ຍອມຮັບຄ່າທຳນຽມໃນການຄຸມຂັງນັກໂທດໃນຄຸກຂະໜາດໃຫຍ່ ທີ່ສູນກັກຂັງຜູ້ກໍ່ການຮ້າຍ.
“ ຄ່າທຳນຽມສຳລັບສະຫະລັດ ຖືວ່າຂ້ອນຂ້າງຕໍ່າ. ແຕ່ມີຄວາມສຳຄັນສຳລັບເຮົາເພາະຈະເຮັດໃຫ້ລະບົບຄຸກທັງໝົດຂອງເຮົາຍືນຍົງ” ທ່ານ ບູເຄເລ ກ່າວ.
ກະຊວງການຕ່າງປະເທດກ່າວວ່າ, ທ່ານ ຣູບີໂອ ຍັງໄດ້ສະເໜີແຜນການຍຸດທະສາດເພື່ອຕໍ່ຕ້ານອິດທິພົນຂອງພັກຄອມມູນິດຈີນໃນເຂດໂລກຕາເວັນຕົກເພື່ອປົກປັກຮັັກສາອະທິປະໄຕ ແລະຜົນປະໂຫຍດຂອງທັງສອງປະເທດ ແລະໃນພາກພື້ນ.
ອ່ານຂ່າວເປັນພາສາອັງກິດ
U.S. Secretary of State Marco Rubio is set to hold meetings Tuesday with officials in Costa Rica and later in Guatemala as part of a tour of Latin America focused on migration, security cooperation and countering Chinese influence in the region.
Rubio was in El Salvador for talks Monday with President Nayib Bukele, and he announced that Bukele had offered to accept any deportees from the United States, regardless of their nationality.
“He’s also offered to do the same for dangerous criminals currently in custody and serving their sentences in the United States even though they’re U.S. citizens or legal residents,” Rubio said.
The U.S. government cannot legally deport U.S. citizens.
Rubio said El Salvador would fully cooperate on the repatriation of Salvadorans who are in the United States illegally, calling the deal “the most unprecedented, extraordinary, extraordinary migratory agreement anywhere in the world.”
Bukele said on X that his government offered the U.S. “the opportunity to outsource part of its prison system,” with El Salvador accepting a fee to hold convicted criminals in its Terrorism Confinement Center mega prison.
“The fee would be relatively low for the U.S. but significant for us, making our entire prison system sustainable,” Bukele said.
The State Department said Rubio also raised strategies to counter the influence of the Chinese Communist Party in the Western Hemisphere to safeguard the sovereignty and interests of both nations and the region.
ຟໍຣັມສະແດງຄວາມຄິດເຫັນ