ມື້ທຳອິດຂອງການດຳລົງຕໍາແໜ່ງລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ, ອະດີດສະມາຊິກສະພາກສູງຂອງພັກຣີພັບລີກັນ ທ່ານ ມາຣໂກ ຣູບິໂອ ໄດ້ບອກພະນັກງານໃໝ່ຂອງທ່ານວ່າ ກະຊວງຂອງພວກເຮົາຈະສົ່ງເສີມສັນຕິພາບທົ່ວໂລກ.
ທ່ານ ມາຣ໌ໂກ ຣູບິໂອ ລັດຖະມົນຕີກະຊວງການຕ່າງປະເທດກ່າວວ່າ “ ຖ້າບໍ່ມີສັນຕິພາບກໍ່ຍາກທີ່ຈະເປັນປະເທດທີ່ເຂັ້ມແຂງຈະເລີນຮຸ່ງເຮືອງແລະເປັນປະເທດທີ່ດີກ່ວາ”
ແຕ່ການຫຼີກເວັ້ນການຂັດແຍ້ງຈະເປັນການຕັດສິນໃຈທາງຍຸດທະສາດ
ທ່ານ ມາຣ໌ໂກ ຣູບິໂອ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດກ່າວວ່າ “ ບໍ່ເຄີຍເສຍຄ່າໃຊ້ຈ່າຍຂອງຄວາມປອດໄພແຫ່ງຊາດຂອງພວກເຮົາ , ບໍ່ເຄີຍເສຍຜົນປະໂຫຍດຂອງຊາດຂອງພວກເຮົາ ແລະ ບໍ່ເຄີຍເສຍຄ່າໃຊ້ຈ່າຍຂອງຄຸນຄ່າຫຼັກຂອງພວກເຮົາໃນປະ ປະເທດຊາດແລະປະຊາຊົນ”
ທ່ານ ຣູບິໂອ ຍັງໄດ້ພົບປະກັບລັດຖະມົນຕີກະຊວງການຕ່າງປະເທດອິນເດຍ, ອອສເຕຣເລຍ ແລະ ຍີ່ປຸ່ນໃນວັນອັງຄານມື້ວານນີ້. ຊຶ່ງ 4 ປະເທດໄດ້ຈັດຕັ້ງການເຈລະຈາຄວາມໝັ້ນຄົງສີ່ຝ່າຍ ຫຼື ຮ້ອງວ່າ “Quad”
ຊຶ່ງເປັນກຸ່ມທີ່ມີເປົ້າໝາຍຕ້ານຄວາມທະເຍີທະຍານດ້ານເສດຖະກິດແລະການທະຫານຂອງຈີນໃນພາກພື້ນອິນໂດປາຊີຟິກ
ການປະຊຸມເມື່ອວັນອັງຄານວານນີ້ຊ່ວຍຜ່ອນຄາຍຄວາມກັງວົນກ່ຽວກັບແນວທາງ ອາເມຣິກາຕ້ອງມາກ່ອນ ຫຼື America First ພາຍໃຕ້ການນໍາຂອງປະທານາທິບໍດີ ທ່ານ ດໍໂນລ ທຣໍາ
ທ່ານ ຫຍຸນ ຊຸນ ຜູ້ອຳນວຍການໂຄງການສູນ Stimson Center ກ່າວຜ່ານ Zoom ວ່າ
“ ມັນແມ່ນສັນຍານທີ່ຈະແຈ້ງວ່າສະຫະລັດບໍ່ໄດ້ປະຖີ້ມພັນທະມິດແລະຄູ່ຮ່ວມມືໃນພາກພື້ນໃນແງ່ຂອງວິທີການຕ້ານການເພີ້ມຂື້ນຂອງຈີນ”
ປັກກິ່ງກ່າວປະນາມກຸ່ມ Quad ວ່າເປັນໂຄງການສົງຄາມເຢັນ
ນັກວິເຄາະທ່ານ ຫຍຸນ ຊຸນ ຈາກສູນ Stimson Center ກ່າວວ່າ “ ເວລາໃດກໍຕາມທີ່ສະຫະລັດຮ່ວມມືກັບພັນທະມິດຫຼືຄູ່ຮ່ວມງານ, ຈີນຈະຮູ້ສຶກໂດດດ່ຽວແລະຮູ້ຖືກຂົ່ມຂູ່, ແລະ ພວກເຂົາຈະກ່າວຫາສະຫະລັດວ່າມີທັດສະນະຄະຕິແບບສົງຄາມເຢັນ”
ນັກວິເຄາະຊີ້ບອກວ່າ, ການຫັນເປັນທັນສະໄໝຂອງຈີນແລະການຂະຫຍາຍອາວຸດຍຸດໂທປະກອນດ້ານການທະຫານແລະນິວເຄລຍຂອງຈີນຫຍີ່ງຊຸກຍູ້ໃຫ້ປະເທດຕ່າງ ໆ ໃນພາກພື້ນນັ້ນເພີ້ມກຳລັງທະຫານຂອງຕົນເອງແລະສະແຫວງຫາຄວາມຮ່ວມມືທີ່ໃກ້ຊິດຫຍີ່ງຂື້ນກັບສະຫະລັດ.
ອ່ານຂ່າວເປັນພາສາອັງກິດ
On his first day as U.S. secretary of state, former Republican Senator Marco Rubio told his new employees that their department will promote peace around the world.
Marco Rubio, US Secretary of State
“Without peace, it is hard to be a strong nation, a prosperous nation, and one that is better off.”
But avoiding conflict will be a strategic decision.
“Never at the expense of our national security, never at the expense of our national interest, and never at the expense of our core values as a nation and as a people.”
Rubio also met Tuesday with the foreign ministers of India, Australia and Japan. The four countries form the Quadrilateral Security Dialogue, or “Quad”...
a bloc that aims to counter China’s economic and military ambitions in the Indo-Pacific region.
Tuesday’s gathering eased some concerns about the America First approach under President Donald Trump.
Yun Sun, director of the China program at the Stimson Center, via Zoom
Yun Sun, Stimson Center Zoom
“Is a clear signal that the U.S. is not abandoning the regional coalition allies and partners in terms of how to counter China’s rise.”
Beijing denounces the Quad as a Cold War construct.
Yun Sun, Stimson CenterZoom
“Any time that the U.S. aligns with its allies or partners, the Chinese will feel isolated and feel threatened, and they will accuse the United States of the Cold War mentality.”
The analyst pointed out that China’s modernization and expansion of its military and nuclear arsenal will only continue driving countries in that region to strengthen …
their own militaries and seek a closer alignment with the United States.
ຟໍຣັມສະແດງຄວາມຄິດເຫັນ