ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ ມາຣ໌ໂກ ຣູບີໂອ ກ່າວວ່າ ກຸ່ມຮາມາສ ຕ້ອງຖືກກວາດລ້າງໃຫ້ໝົດໄປ, ເຊິ່ງທ່ານໄດ້ກ່າວຄຳປາໄສຄຽງຄູ່ກັບນາຍົກລັດຖະມົນຕີອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ ໃນຂະນະທີ່ທ່ານສະແດງໃຫ້ເຫັນວິໄສທັດຂອງປະທານາທິບໍດີ ດໍໂນລ ທຣໍາ ກ່ຽວກັບການປອດຈາກອິດທິພົນຂອງກຸ່ມຮາມາສໃນຂົງເຂດກາຊາ.
ໂຕປະກັນຊາຍ 3 ຄົນທີ່ກຸ່ມຮາມາສຈັບໄປ ໄດ້ກັບຄືນເມືອ ອິສຣາແອລແລ້ວ ລຸນຫຼັງຖືກຈັບເປັນໄລຍະເວລາດົນກວ່າ 15 ເດືອນ.
ການປ່ອຍໂຕປະກັນ ແມ່ນສ່ວນນຶ່ງຂອງຂໍ້ຕົກລົງຢຸດຍິງທີ່ລະອຽດອ່ອນກັບ ອິສຣາແອລ, ເຊິ່ງທັງສອງຝ່າຍເຫັນດີວາງອາວຸດລະຫວ່າງການແລກປ່ຽນໂຕປະກັນ ແລະ ນັກໂທດ.
ໃນບັນດາຜູ້ທີ່ໄດ້ຮັບອິດສະຫຼະພາບຈາກກຸ່ມຮາມາສນັ້ນ ມີ 2 ຄົນ ທີ່ເປັນຊາວອາເມຣິກັນ ເຊື້ອສາຍອິສຣາແອລ, ທ່ານ ຊາກີ ເດເກລ-ເຄັນ (Sagui Dekel-Chen). ລາວໄດ້ກັບມາພົບປະກັບພັນລະຍາຂອງລາວຄືນອີກຄັ້ງ, ຜູ້ທີ່ໄດ້ລີ້ໂຕຢູ່ໃນຫ້ອງທີ່ປອດໄພກັບລູກສາວສອງຄົນ ຈາກການໂຈມຕີໃນວັນທີ 7 ຕຸລາ ປີ 2023, ເຊິ່ງກຸ່ມຮາມາສ ໄດ້ຈັບໂຕປະກັນປະມານ 250 ຄົນ.
ບັນດາໂຕປະກັນທີ່ຖືກປ່ອຍອອກມາ ໄດ້ເດີນທາງໄປຮອດໂຮງໝໍແຫ່ງນຶ່ງ ໃນຂະນະທີ່ລັດຖະມົນຕີວ່າກະຊວງການຕ່າງປະເທດສະຫະລັດ ທ່ານ ມາຣ໌ໂກ ຣູບີໂອ ເລີ້ມຕົ້ນການຢ້ຽມຢາມພາກພື້ນຕາເວັນອອກກາງ.
ທ່ານ ມາຣ໌ໂກ ຣູບີໂອ, ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ກ່າວວ່າ:
“ກຸ່ມຮາມາສ ບໍ່ສາມາດສືບຕໍ່ເປັນທະຫານ ຫຼື ກອງກຳລັງຂອງລັດຖະບານໄດ້. ແລະເວົ້າແບບກົງໄປກົງມາ, ເມື່ອໃດທີ່ພວກເຂົາຍັງຄົງເປັນກອງກຳລັງທີ່ສາ ມາດຄວບຄຸມ ຫຼື ເປັນກອງກຳລັງທີ່ສາມາດບໍລິຫານ ຫຼື ເປັນກອງກຳລັງທີ່ຂົ່ມຂູ່ດ້ວຍການໃຊ້ຄວາມຮຸນແຮງ, ສັນຕິພາບຈະບໍ່ເກີດຂຶ້ນໄດ້. ພວກເຂົາຕ້ອງຖືກ ກວດລ້າງ. ພວກເຂົາຕ້ອງຖືກກໍາຈັດໃຫ້ໝົດໄປ.”
ໃນຂະນະທີ່ບັນດາໂຕປະກັນໄດ້ພົບກັບຄອບຄົວຂອງພວກເຂົາເຈົ້າ ແລະໄດ້ ຮັບການເບິ່ງແຍງທາງການແພດ, ທັງ ທ່ານ ຣູບີໂອ ແລະນາຍົກລັດຖະມົນຕີ ອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ ກໍໄດ້ກ່າວເຖິງຄວາມສາມັກຄີ ເພື່ອຕໍ່ຕ້ານອິດທິພົນຂອງອີຣ່ານຢູ່ໃນພາກພື້ນ.
ທ່ານ ເບັນຈາມິນ ເນຕັນຢາຮູ ກ່າວຢູ່ການຖະແຫຼງຂ່າວໃນນະຄອນ ເຈຣູຊາແລັມ ທີ່ສະໜອງໃຫ້ໂດຍອົງການຂ່າວ Reuters ວ່າ:
“ໃນມື້ນີ້, ທ່ານລັດຖະມົນຕີ ຣູບີໂອ ແລະຂ້າພະເຈົ້າ ໄດ້ທໍາການສົນທະນາທີ່ມີ ປະສິດຕິພາບທີ່ສຸດ ກັບພະນັກງານຂອງພວກເຮົາໃນຫຼາຍໆບັນຫາ, ບໍ່ມີສິ່ງໃດ ສໍາຄັນໄປກວ່າ ອີຣ່ານ. ອິສຣາແອລ ແລະ ອາເມຣິກາ ຈະຢືນຄຽງບ່າຄຽງໄຫຼ່ ກັນ ເພື່ອການຕ້ານໄພຂົ່ມຂູ່ຂອງ ອີຣ່ານ. ພວກເຮົາຕົກລົງເຫັນດີວ່າ ຜູ້ນໍາສາ ສະໜານິກາຍ ຊີໄອ້ ຈະຕ້ອງບໍ່ມີອາວຸດນິວເຄລຍ. ແລະພວກເຮົາຍັງເຫັນດີອີກວ່າ ການຮຸກຮານຂອງອີຣ່ານຢູ່ໃນພາກພື້ນ ຕ້ອງຫຼຸດໜ້ອຍລົງ.”
ໃນຖານະເປັນສ່ວນນຶ່ງຂອງຂໍ້ຕົກລົງໂຕປະກັນ, ອິສຣາແອລ ໄດ້ທໍາການປ່ອຍໂຕນັກໂທດ ແລະຜູ້ຖືກກັກຂັງຊາວປາແລັສໄຕນ໌ຈໍານວນ 369 ຄົນ. ໃນນັ້ນ, 36 ຄົນຖືກຕັດສິນໂທດຕະຫຼອດຊີວິດ.
ອິສຣາແອລ ຮ້ອງກຸ່ມຄົນເຫຼົ່ານີ້ວ່າ ຜູ້ກໍ່ການຮ້າຍ. ແຕ່ຊາວ ປາແລັສໄຕນ໌ ຮ້ອງໂຕພວກເຂົາເຈົ້າເອງວ່າ ນັກສູ້ເພື່ອເສລີພາບ.
ຂະນະດຽວກັບ, ໃນອາທິດທີ່ຜ່ານມາ ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ຍັງຄົງສືບຕໍ່ຊຸກຍູ້ໃຫ້ ສະຫະລັດ ຍຶດຄອງ ແລະ ພັດທະນາຂົງເຂດ ກາຊາ.
ທ່ານ ດໍໂນລ ທຣໍາ, ປະທານາທິບໍດີສະຫະລັດ ກ່າວວ່າ:
“ພວກເຮົາຈະເອົາຂົງເຂດນີ້, ແລະພວກເຮົາຈະຮັກສາຂົງເຂດນີ້ໄວ້. ພວກເຮົາ ຈະເຮັດໃຫ້ໝັ້ນໃຈວ່າ ຂົງເຂດແຫ່ງນີ້ມີສັນຕິພາບ. ມັນຈະບໍ່ມີບັນຫາໃດໆເກີດ ຂຶ້ນຢູ່ທີ່ນີ້, ແລະຈະບໍ່ມີໃຜຖາມກ່ຽວກັບເລື້ອງນີ້ອີກ, ພວກເຮົາຈະດໍາເນີນການ ຢ່າງຖືກຕ້ອງທີ່ສຸດ. ແລະໃນທີ່ສຸດ, ພວກເຮົາກໍຈະມີການພັດທະນາເສດຖະກິດ ໃນລະດັບທີ່ຍິ່ງໃຫຍ່, ບາງທີ ອາດຈະມີຂະໜາດໃຫຍ່ທີ່ສຸດຢູ່ໃນຂົງເຂດແຫ່ງ ນັ້ນ.”
ກອງທັບຂອງອິສຣາແອລ ໄດ້ທຳລາຍພື້ນທີ່ສ່ວນໃຫຍ່ຂອງເຂດ ກາຊາ ແປນກ້ຽງ ນັບຕັ້ງແຕ່ສົງຄາມກັບກຸ່ມຮາມາສໄດ້ເລີ້ມຕົ້ນຂຶ້ນ. ອິສຣາແອລ ກ່າວວ່າ ຕົນແນເປົ້າໝາຍໃສ່ພວກກໍ່ການຮ້າຍ, ເຊິ່ງຊາວປາແລັສະໄຕນ໌ຮ້ອງວ່າ ເປັນການໂຈມຕີແບບບໍ່ໄຈ້ແຍກ.
ທ່ານ ທຣໍາ ກ່າວວ່າ ທ່ານຢາກເຫັນບັນດາປະເທດທີ່ມີສ່ວນຮ່ວມຢູ່ໃນພາກພື້ນເຊັ່ນ ອີຈີບ ແລະ ຈໍແດັນ ຮັບເອົາປະຊາຊົນຊາວປາແລັສໄຕນ໌ປະມານ 2 ລ້ານ 3 ແສນຄົນ ທີ່ພັດພາກຈາກຖິ່ນຖານຍ້ອນການຕໍ່ສູ້ກັນ.
ເຊິ່ງເບິ່ງຄືວ່າ ນີ້ແມ່ນສິ່ງທີ່ລັດຖະບານຂອງທັງສອງປະເທດ ບໍ່ມີທ່າອ່ຽງທີ່ຈະ ປະຕິບັດຕາມ.
ອ່ານບົດລາຍງານດ້ານລຸ່ມນີ້ເປັນພາສາອັງກິດ
U.S. Secretary of State Marco Rubio says Hamas must be eradicated. He spoke alongside Israeli Prime Minister Benjamin Netanyahu as he echoed President Donald Trump’s vision for a Gaza free from the influence of Hamas. VOA’s Arash Arabasadi has more.
Three male hostages taken by Hamas return to Israel after more than 15 months of captivity.
The hostage release is part of a fragile ceasefire deal with Israel, in which both parties agree to lay down arms during hostage and prisoner swaps.
Among those freed by Hamas was dual U.S.-Israeli national Sagui Dekel-Chen ((Sa-GEE dekel-khen)). He reunited with his wife, who hid in a safe room with their two daughters during the October 7, 2023 attacks, in which Hamas took some 250 people hostage.
The freed hostages arrived at a hospital as U.S. Secretary of State Marco Rubio began a regional tour of the Middle East.
Marco Rubio, U.S. Secretary of State:
“Hamas cannot continue as a military or government force. And frankly, as long as it stands as a force that can govern or as a force that can administer or as a force that can threaten by use of violence, peace becomes impossible. They must be eliminated. It must be eradicated.”
As hostages saw their families and received medical care, both Rubio and Israeli Prime Minister Benjamin Netanyahu spoke of unity against Iran’s regional influence.
Netanyahu at a news conference in Jerusalem as provided by Reuters.
Benjamin Netanyahu, Israeli Prime Minister:
“Today, Secretary Rubio and I had a very productive discussion with our staffs on a number of issues, none of them are more important than Iran. Israel and America stand shoulder-to-shoulder in countering the threat of Iran. We agree that the ayatollahs must not have nuclear weapons. And we also agree that Iran’s aggression in the region has to be rolled back.”
As part of the hostage deal, Israel released 369 Palestinian prisoners and detainees. Thirty-six were serving life sentences.
Israel calls these people terrorists. Palestinians call them freedom fighters.
Meanwhile, U.S. President Donald Trump continued his push last week for the United States to seize control of Gaza and develop it.
TRUMP:
“We’re going to have it, and we’re going to keep it. And we’re going to make sure that there’s peace. And there’s not going to be any problem, and nobody’s going to question it, and we’re going to run it very properly. And eventually, we’ll have economic development at a very large scale, maybe the largest scale on that site.”
Israeli military offensives flattened much of Gaza since the war with Hamas began. Israel says it targets terrorists. Palestinians call the strikes indiscriminate.
Trump says he’d like to see regional actors like Egypt and Jordan take in the roughly 2.3 million Palestinians displaced from fighting.
This is something neither government seems inclined to do.
ຟໍຣັມສະແດງຄວາມຄິດເຫັນ