ທ່ານ ມາຣໂກ ຣູບີໂອ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ຈະເດິນທາງເຖິງເມືອງ ເຈດດາ ປະເທດຊາອຸດິອາຣາເບຍ ໃນວັນຈັນມື້ນີ້ ເພື່ອການເຈລະຈາລະຫວ່າງສະຫະລັດ ກັບ ຢູເຄຣນ ຂະນະທີ່ປະທານາທິບໍດີ ທ່ານ ດໍໂນລ ທຣໍາ ພະຍາຍາມຊຸກຍູ້ໃຫ້ສົງຄາມຣັດເຊຍ-ຢູເຄຣນ ຍຸຕິລົງຢ່າງ ວ່ອງໄວ ເຖິງວ່າຣັດເຊຍ ຈະໂຈມຕີໂຄງສ້າງພື້ນຖານຂອງດ້ານພະລັງງານຂອງ ຢູເຄຣນ ທາງອາກາດຄັ້ງໃຫຍ່ຄັ້ງຫຼ້າສຸດກໍຕາມ.
ຄະນະຢູ່ເມືອງ ເຈດດາ ທ່ານ ຣູບີໂອ ຈະພົບປະກັບ ເຈົ້າຊາຍ ຂອງຊາອຸດິ ອາຣາເບຍ ໂມຮໍາເມັດ ບິນ ຊາລມານ ອາລ ຊາອຸດ( Mohammed bin Salman Al Saud) ເພື່ອຫາລືເຖິງແນວທາງໃນການສົ່ງເສີມຜົນປະໂຫຍດ ຮ່ວມກັນໃນພາກພື້ນແລະເສີມສ້າງຄວາມສຳພັນລະຫວ່າງສະຫະລັດກັບຊາອຸດິ ອາຣາເບຍ, ທ່ານນາງ ແທມມີ ບຣຸສ (Tammy Bruce) ໂຄສົກກະຊວງການຕ່າງປະເທດກ່າວ.
ກະຊວງການຕ່າງປະເທດລະບຸວ່າ ທ່ານ ຣູບີໂອ “ ໄດ້ເໜັ້ນໜັກເຖິງຄວາມຕັດ ສິນໃຈຂອງປະທານາທິບໍດີ ດໍໂນລ ທຣໍາ ທີ່ຈະຍຸຕິສົງຄາມໂດຍໄວທີ່ສຸດ ແລະ ເໜັ້ນໜັກວ່າທຸກຝ່າຍຕ້ອງດຳເນີນການເພື່ອຮັກສາສັນຕິພາບທີ່ຍືນຍົງ.”
ໃນການໂທລະສັບຫາລືກັບທ່ານ ແອນດຣີ ຊີບີຮາ (Andrii Sybiha) ລັດຖະມົນຕີກະຊວງການຕ່າງປະເທດຢູເຄຣນ.
ໃນວັນຈັນມື້ນີ້ ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລນສກີ ຈະເດິນທາງຢ້ຽມຢາມຣາຊາອານາຈັກອ່າວເປີເຊຍ ເພື່ອພົບປະກັບອົງມົງກຸດ ໂມຮໍາເມັດ ບິນ ຊັລມານ ແຫ່ງ ຊາອຸດິອາຣາເບຍ ໃນນະຄອນຫຼວງ ຣີຢາດ ແຕ່ທ່ານອາດຈະບໍ່ເຂົ້າຮ່ວມການເຈລະຈາກັບເຈົ້າໜ້າທີ່ຂອງສະຫະລັດ ໃນວັນອັງຄານ.
ໃນວັນອັງຄານບັນດານັກການທູດ ແລະ ຄະນະຜູ້ແທນກອງທັບ ຂອງຢູເຄຣນ ຊຶ່ງນໍາໂດຍ ທ່ານ ອັນເດຣ ເຍີມັັກ ທີ່ນຳພາໂດຍທີ່ປຶກສາຂອງ ທ່ານ ເຊເລນສກີ ຈະຢູ່ໃນ ຊາອຸດິອາຣາເບຍ ເພື່ອເຈລະຈາກັບເຈົ້າໜ້າທີ່ຂອງ ສະຫະລັດ. ທີມງານຂອງຢູເຄຣນ ຍັງລວມມີ ຊີບີຮາ ລັດຖະມົນຕີກະຊວງ ປ້ອງກັນປະເທດ ທ່ານ ຣັສເຕັມ ອູເມຣອຟ ແລະ ຜູ້ບັນຊາການທະຫານ ປາວະໂລ ປາລິຊາ.
ທ່ານ ຣູບີໂອ ຈະເຂົ້າຮ່ວມກັບທີ່ປຶກສາຄວາມໝັ້ນຄົງແຫ່ງຊາດສະຫະລັດ ທ່ານ ໄມຄ໌ ວອລສ໌ (Mike Waltz) ໃນການເຈລະຈາກັບເຈົ້າໜ້າທີ່ຂອງຢູເຄຣນທີ່ ເມືອງ ເຈດດາ.
ເຈົ້າໜ້າທີ່ລະດັບສູງຂອງກະຊວງການຕ່າງປະເທດກ່າວກັບສື່ມວນຊົນທີ່ເດິນ ທາງໄປນໍາວ່າ “ການທີ່ພວກເຂົາ (ເຈົ້າໜ້າທີ່ລະດັບສູງຂອງຢູເຄຣນ) ກຳລັງ ເດິນທາງມາທີ່ນີ້ (ຊາອຸດິອາຣາເບຍ) ໃນລະດັບສູງນັ້ນຖືເປັນສັນຍານທີ່ດີ ສຳລັບເຮົາວ່າພວກເຂົາຕ້ອງການນັ່ງລົງແລະພ້ອມທີ່ຈະກ້າວໄປຂ້າງໜ້າ.”
ເຈົ້າໜ້າທີ່ສະຫະລັດກ່າວວ່າເປົ້າໝາຍຂອງການເຈລະຈາໃນວັນອັງຄານຄືການ ບັນລຸຂໍ້ຕົກລົງສັນຕິພາບແລະການຢຸດຍິງເບື້ອງຕົ້ນ.
ການເຈລະຈາລະຫວ່າງສະຫະລັດແລະຢູເຄຣນ ຈະເກີດຂຶ້ນສາມອາທິດຫຼັງຈາກ ເຈົ້າໜ້າທີ່ລະດັບສູງຂອງສະຫະລັດ ໄດ້ຫາລືກັບເຈົ້າໜ້າທີ່ຂອງຣັດເຊຍ ໃນນະຄອນຫຼວງ ຣີຢາດ.
ອ່ານຂ່າວເປັນພາສາອັງກິດ
U.S. Secretary of State Marco Rubio will arrive in Jeddah, Saudi Arabia, on Monday for U.S.-Ukraine talks as President Donald Trump pushes to broker a swift end to the Russia-Ukraine war, despite Russia’s latest massive aerial attacks against Ukraine’s energy infrastructure.
While in Jeddah, Rubio will also meet with Saudi Crown Prince Mohammed bin Salman Al Saud to discuss ways to advance shared interests in the region and strengthen the U.S.-Saudi relationship, said State Department spokesperson Tammy Bruce.
According to the State Department, Rubio has “underscored President Trump's determination to end the war as soon as possible and emphasized that all sides must take steps to secure a sustainable peace” in a Friday call with Ukrainian Foreign Minister Andrii Sybiha.
On Monday, Ukrainian President Volodymyr Zelenskyy will visit the Gulf kingdom for a meeting with Saudi Crown Prince Mohammed bin Salman in Riyadh. But he may not attend Tuesday’s talks with the U.S. officials.
On Tuesday, a Ukrainian diplomatic and military delegation led by Zelenskyy’s chief of staff, Andriy Yermak, will remain in Saudi Arabia for talks with U.S. officials. The Ukrainian team will also include Sybiha, Defense Minister Rustem Umerov, and military commander Pavlo Palisa.
Rubio will join U.S. National Security Adviser Mike Waltz for the Jeddah talks with Ukrainian officials.
A senior State Department official told traveling press that “the fact that they (Ukrainian officials) are coming here (Saudi Arabia) at senior levels is a good indication to us that they want to sit down and they're ready to move forward."
U.S. officials have said the goal for Tuesday's talks is to get down a framework for a peace agreement and an initial ceasefire.
ຟໍຣັມສະແດງຄວາມຄິດເຫັນ