ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຜູ້ນຳ ຂອງ ອີຣ່ານ ກ່າວວ່າ ຕົນຕ້ອງການ ສັນຕິພາບ ແລະ ການພັດທະນາ


ປະທານາທິບໍດີ ອີຣ່ານ ທ່ານ Hassan Rouhani ກ່າວຕໍ່ກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງທີ 70. ສຳນັກງານໃຫຍ່ ສະຫະປະຊາຊາດ. 28 ກັນຍາ, 2015.
ປະທານາທິບໍດີ ອີຣ່ານ ທ່ານ Hassan Rouhani ກ່າວຕໍ່ກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງທີ 70. ສຳນັກງານໃຫຍ່ ສະຫະປະຊາຊາດ. 28 ກັນຍາ, 2015.

ປະ​ທາ​ນາ​ທິບໍດີ ອີ​ຣ່ານ ທ່ານ Hassan Rouhani ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ຂໍ້​ຕົກລົງ​ນິວ​ເຄລຍ ທີ່​ໄດ້​ບັນລຸກັນ ລະຫວ່າງ 6 ປະ​ເທດ​ມະຫາ​ອຳ​ນາດ​ໃຫຍ່ ​ແລະ ເທເຮຣານ ຄວນ​ຈະ​ໃຫ້​ສັນຍານ ບອກເຖິງ​ຍຸກ​ໃໝ່ ​ແລະຊ່ວຍ​ນຳ​ໄປ​ສູ່ການມີສັນຕິພາບ​ ແລະ ຄວາມ​ໝັ້ນຄົງ​ໃນພາກ​ຕາ​ເວັນ ​ອອກ​ກາງ.

ໃນການຖະແຫຼງຕໍ່ການໂຮມຊຸມນຸມ​ປະຈຳ​ປີ ​ຂອງ​ບັນດາ​ຜູ້ນຳ​ໂລກ ທີ່​ກອງ​ປະຊຸມສະມັດຊາ​ໃຫຍ່ ສະຫະ​ປະຊາ​ຊາດ, ທ່ານ Rouhani ​ໄດ້​ກ່າວ​ວ່າ ຂໍ້​ຕົກລົງ​ນິວ​ເຄລຍ “ບໍ່​ແມ່ນ​ຈຸດ​ປະສົງອັນ​ສຸດ​ທ້າຍ, ​ແຕ່ແມ່​ນ ການ​ພັດທະນາ​ເຊິ່ງສາມາດ ​ແລະ ຄວນ​ຈະ​ເປັນ​ມາດ​ຕະຖານ​ສຳລັບ​ຄວາມ​ສຳ​ເລັດ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ຂັ້ນ​ຕໍ່​ໄປ.”

ທ່ານ​ໄດ້​ກ່າວ​ວ່າ ອີຣ່ານ ຈະ​ບໍ່​ລືມ ​ທີ່ຕົນ​ໄດ້​ຖືກລົງ​ໂທດ​ໂດຍສາ​ກົນ​, ​ແຕ່ກໍ​ມີຄວາມ​ກະຕືລື​ລົ້ນ​ທີ່​ຈະ​ສະ​ແດງ​ໃຫ້​ເຫັນ​ວ່າ​ ​ອີຣ່ານ ສາມາດ​ເລືອກເອົາ “​ສັນຕິ​ພາບ​ທີ່​ຖາວອນ​ ໂດຍ​ອີງ​ໃສ່​ການ​ພັດທະນາ ​ແລະ ການມີຜົນ​ປະໂຫຍ​ດຮ່ວມ​ກັນ.”

Iran, US Tout Benefits of Nuclear Deal
please wait

No media source currently available

0:00 0:01:57 0:00

ກ່ອນ​ການ​ຖະແຫຼງ​ຂອງ​ຜູ້ນຳ​ອີຣ່ານ, ປະທາ​ນາ​ທິບໍດີ ສະຫະ​ລັດ ທ່ານ ບາ​ຣັກ ​ໂອ​ບາ​ມາ ​ໄດ້​ກ່າວ​ວ່າ ​ມາດຕະ​ການ​ລົງ​ໂທດ​ທີ່​ໄດ້​ແນ​ໃສ່​ ອີຣ່ານ ບໍ່​ແມ່ນ​ພຽງແຕ່ເປັນການ​ລົງ​ໂທດ​ຕໍ່ ລັດຖະບານ​ຂອງ​ປະ​ເທດ​ນັ້ນ, ​ແຕ່​ເພື່ອ “ທົດ​ສອບ​ວ່າ​ ອີຣ່ານ ຈະ​ສາມາດ​ປ່ຽນ​ແນວ ທາງ, ຍອມຮັບ​ເອົາ​ຂໍ້ຈຳກັດ ​ແລະ ອະນຸຍາດ​ໃຫ້​ໂລກ​ພິສູດ​ວ່າ ​ໂຄງການ​ນິວ​ເຄລຍ ຂອງ​ພວກເຂົາ​ເຈົ້າ ​ຈະ​ເປັນໄປ​ໃນ​ທາງ​ທີ່ສັນຕິຫຼື​ບໍ່.”

ທ່ານ ​ໂອ​ບາ​ມາ ​ໄດ້​ກ່າວເພີ່ມເຕີມ​ວ່າ “ຖ້າ​ຂໍ້​ຕົກລົງ​ໄດ້​ມີການຈັດຕັ້ງ​ປະຕິບັດ​ຢ່າງເຕັມ ທີ່, ການ​ກວດພິສູດກ່ຽວ​ກັບ​ອາວຸດ​ນິວ​ເຄລຍ ແມ່ນຈະ​ມີ​ປະສິດ​ທິພາ​ບຫຼາຍ​ຂຶ້ນ, ຄວາມ​ເປັນ​ໄປ​ໄດ້​ຂອງ​ສົງຄາມ​ກໍ​ຈະໄດ້ ຖືກ​ຫຼີກ​ລ່ຽງອອກ​ໄປ. ​ໂລກ​ຂອງ​ພວກ​ເຮົາ​ກໍປອດ​ໄພຕື່ມ​ຂຶ້ນ.” ທ່ານ​ໄດ້​ກ່າວ​ວ່າ ນີ້​ແມ່ນ​ຄວາມ​ແຂງ​ແກ່ນຂອງ​ລະບົບສາກົນ ​ເມື່ອ​ມັນ​ເຮັດ​ວຽກ​ຢ່າ​ງຖືກຕ້ອງ.

ພາຍ​ໃຕ້​ສັນຍາ​ທີ່​ໄດ້​ເຊັນ​ກັນ​ໃນ​ນະຄອນຫຼວງ Vienna ​ເມື່ອ​ເດືອນ​ກໍລະກົດ​ທີ່​ຜ່ານ​ມາ, ອີຣ່ານ ​ໄດ້​ສັນຍາ​ທີ່​ຈະ​ຫລຸດ​ກິດຈະກຳ​ໃນການ​ກັ່ນທາດ ຢູ​ເຣນຽມ ຂອງ​ພວກ​ເຂົາ​ເຈົ້າ ​ແລະ ເອົາບາດກ້າວ​ອື່ນໆ​ອີກເພື່ອ​ຮັບປະກັນ​ວ່າ ອີຣ່ານບໍ່ໄດ້​ສ້າງ​ລະ​ເບີດນິວ​ເຄລຍ. ​ນອກ ນັ້ນ ເທ​ເຮຣານ ​ຍັງ​ໄດ້​ເຫັນ​ດີ​ທີ່​ຈະ​ອະນຸຍາດ​ໃຫ້​ມີ​ການ​ກວດກາ​ຢ່າງ​ຮອບ​ຄອບ​ເບິ່ງ​ບັນດາ​ສະຖານ​ທີ່ ທີ່​ຕົນໄດ້​ອຸທິດ​ໃຫ້​ແກ່ການ​ຄົ້ນ​ຄວ້າ ​ແລະ ການ​ຜະລິດ​ນິວ​ເຄລຍ. ​ເພື່ອເປັນການ​ແລກປ່ຽນ​ກັນນັ້ນ, ສະຫະລັດ ​ແລະ ພັດ​ທະ​ມິດ​ຈະ​ຜ່ອນຜັນ​ມາດ​ຕະການ​ລົງ​ໂທດ ທີ່​ໄດ້​ເຮັດໃຫ້​ເສດຖະກິດ​ຂອງ ອີຣ່ານ ​ເສ​ຍຫາ​ຍ.

UN Iran Rouhani
please wait
Embed

No media source currently available

0:00 0:03:12 0:00

XS
SM
MD
LG