ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຫຼັງຄາໂບດຍຸບລົງໃນປະເທດ ໄນຈີເຣຍ ເຮັດໃຫ້ ຄົນເສຍຊີວິດ 60 ຄົນ


ປະຊາຊົນຢືນຢູ່ໃກ້ໆກັບຊາກຫັກພັງຂອງໂບດທີ່ຍຸບລົງ ໃນ
ລະຫວ່າງການສູດມົນໃນເມືອງ Uyo, ລັດ Akwa Ibom ໄນຈີເຣຍ. 10 ທັນວາ, 2016.
ປະຊາຊົນຢືນຢູ່ໃກ້ໆກັບຊາກຫັກພັງຂອງໂບດທີ່ຍຸບລົງ ໃນ ລະຫວ່າງການສູດມົນໃນເມືອງ Uyo, ລັດ Akwa Ibom ໄນຈີເຣຍ. 10 ທັນວາ, 2016.

ປະຊາຊົນຢ່າງໜ້ອຍ 60 ຄົນໄດ້ເສຍຊີວິດໃນເມືອງ Uyo ທີ່ຕັ້ງຢູ່ທາງພາກໃຕ້ຂອງປະ ເທດ ໄນຈີເຣຍ ໃນວັນເສົາວານນີ້ ເມື່ອຫຼັງຄາຂອງໂບດຫຼັງໜຶ່ງໄດ້ຍຸບລົງໃນ ລະຫວ່າງ ການສູດມົນ.

ອົງການຂ່າວ AP ໄດ້ອ້າງຄຳເວົ້າຂອງນັກກູ້ໄພທີ່ບໍ່ປະສົງອອກຊື່ວ່າ ຍອດລວມຂອງຜູ້ ເສຍຊີວິດອາດມີເພີ່ມຂຶ້ນ ຊຶ່ງຈະຮູ້ໄດ້ໃນຂະນະທີ່ເຄື່ອງຍົກເຄື່ອນຍ້າຍຊາກຫັກພັງອອກ.

ບົດລາຍງານຂ່າວໄດ້ກ່າວວ່າ ໂບດຄຳພີບາຍເບິລ Reigner ສາກົນ ແມ່ນຍັງຢູ່ພາຍໃຕ້ ການຕໍ່ສ້າງຢູ່.

ບັນດາເຈົ້າໜ້າທີ່ໃນທ້ອງຖິ່ນຫຼາຍຄົນພວມເຂົ້າຮ່ວມໃນການສວດມົນໃນເວລາທີ່ຫຼັງຄາ ດັ່ງກ່າວໄດ້ພັງລົງມານັ້ນ, ລວມທັງທ່ານ Udom Emmanuel ຜູ້ປົກຄອງລັດ Akwa Ibom ຜູ້ທີ່ສາມາດອອກມາໄດ້ໂດຍບໍ່ໄດ້ຮັບບາດເຈັບແຕ່ຢ່າງໃດ.

ຜູ້ກໍ່ຕັ້ງໂບດດັ່ງກ່າວ, ຜູ້ທີ່ເປັນພະສາສະໜາ ຄຣິສຕຽນ ໃນລະຫວ່າງການສູດມົນນັ້ນ ກໍບໍ່ ໄດ້ຮັບບາດເຈັບເຊັ່ນກັນ.

ທ່ານ Emmanuel ໄດ້ຂຽນຂໍ້ຄວາມໃນ Twitter ວ່າ ທ່ານໄດ້ກຳກັບການປະຕິບັດການກູ້ ໄພຢູ່ຈຸດເກີດເຫດແລ້ວ ແລະ ໄດ້ປະກາດເອົາວັນທີ 11 ແລະ 12 ທັນວາໃຫ້ເປັນວັນໄວ້ ອາໄລ.

ໂຄສົກຂອງຜູ້ປົກຄອງລັດໄດ້ກ່າວວ່າ ທາງລັດຈະດຳເນີນການສືບສວນສອບສວນ ກ່ຽວ ກັບ ການພັງລົງຂອງຫຼັງຄາໂບດດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG