ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ຊາວອົບພະຍົບໂຣຮິງຢາ ມີຄວາມກັງວົນ ໃນຂະນະທີ່ຈີນພັດທະນາແຜນການສົ່ງກັບຄືນປະເທດ 


ເດັກ​ນ້ອຍ​ຊາວ​ໂຣຮິງ​ຢາ 2 ຄົນ​ ຢູ່​ສູນ​ອົບ​ພະ​ຍົບ Balukhali ທີ່ແຜ່ຂະຫຍາຍອອກໄປ ໃນເມືອງ ຄ໊ອກຊ໌ ບາຊາຣ໌ (Cox's Bazar), ບັງກລາແດັສ, ວັນ​ທີ 9 ມິ​ຖຸ​ນາ 2023.(Noor Hossain/VOA)
ເດັກ​ນ້ອຍ​ຊາວ​ໂຣຮິງ​ຢາ 2 ຄົນ​ ຢູ່​ສູນ​ອົບ​ພະ​ຍົບ Balukhali ທີ່ແຜ່ຂະຫຍາຍອອກໄປ ໃນເມືອງ ຄ໊ອກຊ໌ ບາຊາຣ໌ (Cox's Bazar), ບັງກລາແດັສ, ວັນ​ທີ 9 ມິ​ຖຸ​ນາ 2023.(Noor Hossain/VOA)

ຊາວອົບພະຍົບໂຣຮິງຢາ ທີ່ອາໄສຢູ່ໃນສູນອົບພະຍົບຕ່າງໆ ທີ່ຊຸດໂຊມ ແລະແຜ່ກິ່ງກ້ານສາຂາ ໃນບັງກລາແດັສ ກໍາລັງຈັບຕາເບິ່ງ ກ່ຽວກັບຂໍ້ລິເລີ່ມຂອງຈີນ ເພື່ອອໍານວຍຄວາມສະດວກ ໃນການເດີນທາງກັບຄືນໄປປະເທດ ມຽນມາ ບ່ອນທີ່ພວກເຂົາເຈົ້າໄດ້ເປັນເປົ້າໝາຍຂອງການສັງຫານ ແລະ ເຜົາ ໂດຍກອງກໍາລັງທະຫານ ຊຸດດຽວກັບທີ່ປົກຄອງປະເທດ ໃນປັດຈຸບັນ.

"ພວກເຮົາຕ້ອງການກັບບ້ານ. ແນວໃດກໍ່ຕາມ, ພາຍໃຕ້ໂຄງການທົດລອງນີ້, ກອງທັບມຽນມາ ຈະກັກຂັງພວກເຮົາໄວ້ຢູ່ໃນ ຄ້າຍຕ່າງໆ. ພວກເຂົາເຈົ້າຈະບໍ່ອະນຸຍາດໃຫ້ພວກເຮົາກັບຄືນບ້ານ ແລະໝູ່ບ້ານຂອງພວກເຮົາ," ທ່ານອ່ອງ ມຽງ (Aung Myaing), ອາສາສະໝັກບັນເທົາທຸກຊາວໂຣຮິງຢາທີ່ສູນຜູ້ອົບພະຍົບ ກູຕູປາລອງ (Kutupalong), ຄ້າຍພັກຢູ່ເມືອງ ຄ໊ອກຊ໌ ບາຊາຣ໌ (Cox's Bazar), ບັງກລາແດັສ, ໄດ້ກ່າວຕໍ່ວີໂອເອທາງໂທລະສັບ.

"ພວກ​ເຮົາ​ຮູ້ສຶກ​ວ່າ ການ​ແຊກ​ແຊງ​ຂອງ​ຈີນ​ໃນ​ບັນຫາການ​ສົ່ງ​ຊາວ​ໂຣຮິງ​ຢາ​ກັບ​ຄືນ​ປະ​ເທດ ​ແມ່ນ​ໄດ້ຮັບແຮງຈູງໃຈຈາກຜົນປະໂຫຍດສ່ວນຕົວຂອງຈີນເອງ ຫຼາຍກວ່າຄວາມກັງວົນ​ຕໍ່​ຊາວ​ອົບ​ພະຍົບທີ່​ຢູ່​ທີ່​ນີ້. ຖ້າຈີນມີຈຸດປະສົງຈະຊ່ວຍເຫຼືອແທ້ໆ, ຈີນຈະຕ້ອງດຳເນີການເພື່ອໃຫ້ແນ່ໃຈວ່າຊາວໂຣຮິງຢາ ຈະເດີນທາງກັບຢ່າງປອດໄພ ແລະ ສັກສີ," ລາວ​ເວົ້າ​ວ່າ.

ຊາວໂຣຮິງຢາ ເກືອບ 1 ລ້ານຄົນ ອາໄສຢູ່ໃນຄ້າຍຕ່າງໆ ໃນເຂດຊາຍແດນ ຂອງເມືອງຄ໊ອກຊ໌ ບາຊາຣ໌ (Cox's Bazar), ສ່ວນໃຫຍ່ ໄດ້ຫລົບໜີການປາບປາມ ຂອງພວກທະຫານ ໃນມຽນມາ ໃນປີ 2017, ເຊິ່ງປັດຈຸບັນນີ້ ເປັນເລື້ອງຂອງຄະດີ ຂ້າລ້າງເຜົ່າພັນ ທີ່ພວມດຳເນີນຢູ່ ສານອາຍາສາກົນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG