ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອົບພະຍົບ ຊາວໂຣຮິງຢາ ຍັງສືບຕໍ່ ປະສົບກັບ ໄພຂົ່ມຂູ່ ແລະຍັງຈະ ປະເຊີນກັບ ໄພສຸກເສີນໃໝ່ ຕື່ມອີກ


ວີດີໂອ ວິກິດການ ຂອງພວກອົບພະຍົບ ຊາວໂຣຮິງຢາ ຍັງສືບຕໍ່ ແລະຍັງຈະປະເຊີນກັບໄພສຸກເສີນໃໝ່ ຕື່ມອີກ

ອົງການອົບພະຍົບ ຂອງສະຫະປະຊາຊາດ ກ່າວວ່າ ພວກອົບພະຍົບຊາວໂຣຮິງຢາ
ທີ່ພັກພາອາໄສຢູ່ໃນສູນອົບພະຍົບຕ່າງໆ ຢູ່ນອກປະເທດມຽນມາ ກຳລັງປະເຊີນກັບ
ຄວາມສຸກເສີນ ອີກປະການນຶ່ງ ຍ້ອນລະດູການລົມມໍລະສຸມ ກຳລັງຈະເຂົ້າມາ. ຜູ້ຕາງ
ໜ້າຂອງອົງການ​ຂ້າຫລວງໃຫຍ່ ດ້ານອົບ​ພະຍົບສະຫະ​ປະຊາ​ຊາດ ຫຼື UNHCR ໄດ້
ກ່າວ ໃນວັນອັງຄານຜ່ານມາ ວ່າ ລັດຖະບານມຽນມາ ຍັງບໍ່ທັນສາມາດແກ້ໄຂບັນຫາ
ໄພຂົ່ມຂູ່ຂອງຄວາມຮຸນແຮງ ທີ່ກົດດັນໃຫ້ພວກຄົນຫຼາຍພັນຄົນເຫຼົ່ານີ້ ຕ້ອງຫຼົບໜີ
ຂ້າມໄປຊາຍແດນໄດ້ເທື່ອ. ສະຫະປະຊາຊາດ ໄດ້ຮຽກຮ້ອງຕໍ່ສະພາຄວາມໝັ້ນຄົງ
ສະຫະປະຊາຊາດ ໃນວັນອັງຄານຜ່ານມາ ໃຫ້ບັນດາຜູ້ນຳກອງທັບຂອງປະເທດ
ຮັບຜິດຊອບສຳລັບ “ການຂ້າລ້າງເຜົ່າພັນ ຫຼື ethnic cleasing” ຂອງຊາວ
ໂຣຮິງຢາ. ນັກຂ່າວວີໂອເອ ຊລາຕິກາ ຮົກ ມີລາຍງານ ເຊິ່ງໄຊຈະເລີນສຸກ ຈະນຳ
ລາຍລະອຽດ ມາສະເໜີທ່ານ.


ອົງການສະຫະປະຊາຊາດ ກ່າວວ່າ ພວກອົບພະຍົບ ຊາວໂຣຮິງຢາ ຫຼາຍກວ່ານຶ່ງ
ແສນຄົນ ດຳລົງຊີວິດຢູ່ໃນພື້ນທີ່ໆອາດຈະເກີດນ້ຳຖ້ວມ ແລະ ດິນເຈື່ອນ. ເຈົ້າໜ້າ
ທີ່ອົງການອົບພະຍົບ ຂອງສະຫະປະຊາຊາດ ທ່ານນຶ່ງ ໄດ້ກ່າວໃນວັນອັງຄານ
ຜ່ານມາ ວ່າ ຫຼາຍໝື່ນຄົນ ຈະຕ້ອງໄດ້ຍົກຍ້າຍອອກ ຢ່າງຮີບດ່ວນ.

ທ່ານຟີລິປໂປ ກຣານດີ ຈາກອົງການ UNHCR ກ່າວວ່າ “ດຽວນີ້ ພວກເຮົາກຳລັງ
ແຂ່ງກັບເວລາ ໃນຂະນະທີ່ ໄພສຸກເສີນໃໝ່ຂະໜາດໃຫຍ່ ແມ່ນພວມຫຍັບ
ໃກ້ເຂົ້າມາ. ລະດູມໍລະສຸມ ຈະເລີ່ມຂຶ້ນໃນເດືອນມີນາ”

ພາຍໃຕ້ຄວາມກົດດັນຂອງນານາຊາດ ລັດຖະບານມຽນມາ ໄດ້ຕົກລົງວ່າ ຈະໃຫ້
ພວກຊາວໂຣຮິງຢາ ກັບຄືນປະເທດໄດ້ ຈຳນວນນຶ່ງ.

ທ່ານຮາວ ໂດ ຊວນ ເອກອັກຄະລັດຖະທູດ ມຽນມາ ປະຈຳອົງການສະຫະປະຊາ
ຊາດ ກ່າວວ່າ “ພວກເຮົາໄດ້ທຳການກະກຽມທີ່ຈຳເປັນໄວ້ແລ້ວ ແລະ ໃນ
ເວລານີ້ ກໍພ້ອມແລ້ວ ທີ່ຈະຮັບເອົາກຸ່ມທຳອິດກັບຄືນປະເທດ.”

ແຕ່ບັນດານັກຂ່າວ ໄດ້ພົບເຫັນວ່າ ການສ້າງຄວາມໂຫດຮ້າຍທາລຸນ ຕໍ່ພວກຊາວ
ມຸສລິມກຸ່ມນ້ອຍ ທີ່ບໍ່ຖືກຍອມວ່າຮັບເປັນພົນລະເມືອງ ໃນລັດຣາໄຄນັ້ນ ຍັງມີ
ສືບຕໍ່ໄປຢູ່.

ທ່ານມີໂຣສລາບວ໌ ເຈນກາ ຮອງຫົວໜ້າຮັບຜິດຊອບ ດ້ານການເມືອງຂອງສະຫະ
ປະຊາຊາດ ກ່າວວ່າ “ອົງການຂ່າວຣອຍເຕີສ໌ ດຽວນີ້ ໄດ້ເອົາລາຍງານທີ່ ພວກນັກຂ່າວກຳລັງຂຽນຢູ່ນັ້ນ ລົງພິມ ເລື່ອງລາວທີ່ໜ້າເປັນຫ່ວງຢ່າງ
ໜັກໜ່ວງ ຂອງການສັງຫານພວກຜູ້ຊາຍໂຣຮິງຢາ 10 ຄົນ ຢູ່ໃນຄຸ້ມບ້ານ
ອິນ ດິນ ຂອງເມືອງມອງດໍ ຢູ່ພາກເໜືອຂອງລັດຣາໄຄ. ສ່ວນອົງການຂ່າວ
ເອພີ ກໍໄດ້ລົງເຜີຍແຜ່ ລາຍງານ ກ່ຽວກັບຂຸມຝັງສົບໝູ່ 5 ແຫ່ງ ຢູ່ໃນບ້ານ
ກູ ດາຣ ປອິນ ໃນເມືອງ ບູທີດວງ.”

ນັບຕັ້ງແຕ່ນັ້ນມາ ພວກນັກຂ່າວຂອງຣອຍເຕີສ໌ ກໍໄດ້ຖືກຂັງຄຸກ ແລະ ພວກນັກສືບ
ສວນສາກົນ ກໍບໍ່ໄດ້ຮັບອະນຸຍາດ ໃຫ້ໄປຢ້ຽມຢາມສະຖານທີ່ ທີ່ຖືກກ່າວຫາວ່າ
ມີການກໍ່ຄວາມໂຫດຮ້າຍທາລຸນນັ້ນ.

ໃນຂະນະດຽວກັນ ປະເທດບັງກລາແດັສ ກໍກ່າວວ່າ ພວກຊາວໂຣຮິງຢາ ຈາກລັດ
ຣາໄຄຂອງມຽນມາ ຍັງພາກັນຫລັ່ງໄຫລຂ້າມຊາຍແດນເຂົ້າໄປຢູ່.

ທ່ານມາຊູດ ບິນ ໂມເມັນ ເອກອັກຄະລັດຖະທູດ ບັງກລາແດັສ ປະຈຳອົງການ
ສະຫະປະຊາຊາດ ກ່າວວ່າ “ພວກຊາວໂຣຮິງຢາ ທີ່ຍັງເຫຼືອ ຢູ່ໃນພາກເໜືອ
ຂອງລັດຣາໄຄນັ້ນ ຍັງສືບຕໍ່ຂ້າມຊາຍແດນໄປ ເພື່ອຫຼົບໜີຈາກຄວາມອຶດ
ຫິວ ໄພອັນຕະລາຍ ແລະການປະຕິບັດຜິດຕ່າງໆ. ພຽງພາຍໃນ 10 ວັນ
ທຳອິດຂອງເດືອນນີ້ ພວກທີ່ຫາກໍໄປຮອດໃໝ່ໆ ມີຈຳນວນທັງໝົດ 1,500
ຄົນ ທີ່ໄດ້ຖືກບັນທຶກໄວ້ ຢູ່ທາງຟາກຂອງປະເທດບັງກລາແດັສ.”

ທູດພິເສດ ສະຫະລັດ ໄດ້ຮຽກຮ້ອງຕໍ່ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໃຫ້
ແກ້ໄຂການກໍ່ຄວາມໂຫດຮ້າຍທາລູນຕ່າງໆ ຢູ່ໃນມຽນມາ ທີ່ຮູ້ຈັກກັນ ໃນອະດີດວ່າ
ພະມ້າ ນັ້ນ.

ທ່ານນາງນິກກີ ເຮລີ ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ອົງການສະຫະ
ປະຊາຊາດ ກ່າວວ່າ “ພວກເຮົາບໍ່ສາມາດທີ່ຈະຫັນໜ້າໜີໄປຈາກສະຖາ
ນະການນີ້ໄດ້. ສິ່ງທີ່ໄດ້ເກີດຂຶ້ນ ຢູ່ໃນພະມ້າ ແລະ ຍັງກຳລັງເກີດຂຶ້ນຢູ່
ໃນພະມ້າ ແມ່ນຍັງຮ້າຍແຮງຢູ່. ສະພານີ້ ຕ້ອງໃຫ້ພວກທະຫານ ຮັບຜິດ
ຊອບ ສຳລັບການກະທຳຂອງພວກເຂົາເຈົ້າ ແລະ ກົດດັນຜູ້ນຳຂອງ
ມຽນມາ ທ່ານນາງ ອອງ ຊານ ຊູ ຈີ ໃຫ້ຮັບຮູ້ເຖິງການກະທຳທີ່ໂຫດຫ້ຽມ
ເຫຼົ່ານີ້ ແມ່ນກຳລັງເກີດຂຶ້ນຢູ່ໃນປະເທດຂອງທ່ານນາງ. ຈະບໍ່ມີຂໍ້ແກ້ໂຕ
ແນວໃດອີກຕໍ່ໄປ.”

ທ່ານນາງນິກກີ ເຮລີ ຍັງໄດ້ຮຽກຮ້ອງໃຫ້ ປ່ອຍໂຕພວກນັກຂ່າວຂອງອົງການຂ່າວ
ຣອຍເຕີສ໌ ໃນທັນທີ ຜູ້ທີ່ໄດ້ຖືກຈັບກຸມ ໃນຖານລາຍງານຂ່າວ ກ່ຽວກັບການສັງ
ຫານໝູ່ຊາວໂຣຮິງຢາ ມຸສລິມ.

XS
SM
MD
LG