ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໒ ມັງກອນ ໒໐໒໕

​ລັດຖະ​ສະພາ ​ສຫລ ຮຽກຮ້ອງໃຫ້ມຽນມາ ອະນຸຍາດໃຫ້ນັກຂ່າວ ເຂົ້າໄປລັດຣາໄຄນ໌ ໄດ້ຢ່າງສະດວກ


ເຈົ້າໜ້າທີ່ຕໍາຫລວດມຽນມາຢືນຍາມເບິ່ງໃນຂະນະທີ່ພວກນັກຂ່າວ ໄດ້ໄປເຖິງບ້ານ Shwe Zar ໃນພາກເໜືອຂອງລັດຣາໄຄນ໌ຂອງມຽນມາ ໃນວັນທີ 6 ກັນຍາ, 2017.
ເຈົ້າໜ້າທີ່ຕໍາຫລວດມຽນມາຢືນຍາມເບິ່ງໃນຂະນະທີ່ພວກນັກຂ່າວ ໄດ້ໄປເຖິງບ້ານ Shwe Zar ໃນພາກເໜືອຂອງລັດຣາໄຄນ໌ຂອງມຽນມາ ໃນວັນທີ 6 ກັນຍາ, 2017.

ບັນດາ​ສະມາຊິກ​ສະພາ​ສະຫະລັດ ກໍາລັງ​ຮຽກຮ້ອງ​ໃຫ້​ມີ​ການອະນຸດ​ຍາດ​ໃຫ້ພວກ​
ນັກ​ຂ່າວ​ ​ແລະ​ພະນັກງານ​ໃຫ້ການ​ຊ່ວຍເຫລືອ “​ເຂົ້າ​ໄປ” ​ໃນ​ລັດຣາ​ໄຄ​ນ໌ “​ໄດ້​ຢ່າງ
​ເຕັມ​ທີ່”.

ທ່ານ Ed Royce ປະທານ​ກໍາມະການ​ດ້ານ​ການ​ຕ່າງປະ​ເທດ ຂອງສະພາຕ່ຳ ​ເວົ້າ
​ໃນ​ວັນ​ພະຫັດ​ວານ​ນີ້ວ່າ "ການ​ໃຫ້​ນັກ​ຂ່າວ​ເຂົ້າ​ໄປ​ໃນ​ພື້ນທີ່​, ການ​ໃຫ້​ອົງການ​ພັດ
ທະນາ​ສາກົນ​ຂອງ​ສະຫະລັດ ຫລື USAID ເຂົ້າ​ໄປ​ໃນ​ພື້ນທີ່ ແມ່ນ​ສໍາຄັນ​ຫລາຍ. ເພາະວ່າ ຕາບ​ໃດ​ທີ່ມີ​ຄົນ​ເຫລົ່ານີ້ເຂົ້າ​ໄປ​ຢູ່​ໃນ​ຫັ້ນ ມັນ​ຈະ​ມີ​ການກວດ​ເບິ່ງ​ການ​ກະທໍາ​ໂຫດຮ້າຍ​ປ່າ​ເຖື່ອນ​ປະ​ເພດ​ນີ້."

ສະມາຊິກ​ສະພາຕ່ຳ Royce ກ່າວ​ເພີ້ມອີກ​ວ່າ ລັດຖະບານ​ຂອງ​ທ່ານ​ທຣໍາ ​ໄດ້​ສັນຍາ​ວ່າ​ຈະ​ໃຫ້​ເງິນ​ຊ່ວຍ​ເຫລືອ​ຈໍານວນ 32 ລ້ານ​ໂດ​ລາ ຊຶ່ງ​ໃນ​ນັ້ນ 28 ລ້ານ​ໂດ​ລາ ຈະ​ສົ່ງ​ໄປ​ຍັງ​ບັງ​ກລາ​ແດັສ ທີ່​ມີ​ຊາວ​ໂຣຮິງ​ຢາ​ປະມານ​ເຄິ່ງລ້າ​ນຄົນ ​ໄດ້​ຫລົບໜີຂ້າມ​ຊາຍ​ແດນ​ເຂົ້າ​ໄປ​ໃນ​ນັ້ນ ນັບ​ແຕ່​ເດືອນ​ສິງຫາ​ເປັນຕົ້ນມາ.

ທ່ານ Patrick Murphy, ​ເຈົ້າໜ້າທີ່​ອາວຸ​ໂສ​ຂອງສະຫະລັດ ຮັບຜິດຊອບກ່ຽວກັບ
ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ເວົ້າວ່າ ສະຫະລັດ​ ໄດ້​ຊຸກຍູ້​ໃຫ້​ເຈົ້າໜ້າທີ່​ພົນ
ລະ​ເຮືອນ ​ແລະ​ທະຫານ​ຂອງ​ມຽນມາ​ ເອົາມາດຕະ​ການ​ເພື່ອ​ຍຸດຕິ​ການກໍ່ຄວາມ​ຮຸນ
​ແຮງ ​ແລະ ທ່ານ Eliot Engel ສະມາຊິກ​ສະພາຂັ້ນສູງ​ຈາກພັກເດ​ໂມ​ແຄຣັດຢູ່​ໃນ​
ຄະນະ​ກໍາມະການ​ດັ່ງກ່າວ​ເວົ້າວ່າ ສະຫະລັດ​ຄວນ​ພິຈາລະນາ​ເອົາ ມາດ​ຕະການ​ລົງ​
ໂທດ​ທີ່ແນເປົ້າໝາຍ​ໃສ່​ກອງທັບ​ມຽນມາ.

ບັນດາ​ສະມາຊິກ​ສະພາສະຫະລັດ​ ຍັງກ່າວ​ຢໍ້າຄືນຄໍາ​ເຫັນ​ຂອງ​ຂ້າ​ຫລວງ​ໃຫຍ່​ດ້ານ​ສິດ
​ທິມະນຸດ​ສະຫະ​ປະຊາ​ຊາດທີ່​ເວົ້າວ່າ ການກໍ່ຄວາມ​ຮຸນ​ແຮງ​ຕໍ່ຊາວ​ໂຣຮິງ​ຢາທີ່​ພາ​ໃຫ້
​ເຂົາ​ເຈົ້າຕ້ອງໄດ້ອົບ​ພະຍົບຫລົບ​ໄພ​ເປັນຈຳນວນ​ຫລວງຫລາຍນັ້ນ ​ແມ່ນສ່ວນນຶ່ງຂອງ
ການກວດລ້າງ​ຊົນ​ຊາດ​ຊົນ​ເຜົ່າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG