ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊາວໂຣຮິງຢາ ຖືກຂັດຂວາງ ຂະນະທີ່ ຜູ້ນຳມຽນມາ ເດີນທາງໄປຮອດ


ລັດຖະມົນຕີການຕ່າງປະເທດມຽນມາ ທ່ານນາງອອງຊານ ຊູຈີ (ກາງ) ຍ່າງຜ່ານກອງກຽດຕິຍົດຂອງໄທ ຂະນະທີ່ທ່ານນາງ ເດີນທາງໄປຮອດ ສະໜາມບິນສຸວັນນະພູມ. (23 ມິຖຸນາ 2016)
ລັດຖະມົນຕີການຕ່າງປະເທດມຽນມາ ທ່ານນາງອອງຊານ ຊູຈີ (ກາງ) ຍ່າງຜ່ານກອງກຽດຕິຍົດຂອງໄທ ຂະນະທີ່ທ່ານນາງ ເດີນທາງໄປຮອດ ສະໜາມບິນສຸວັນນະພູມ. (23 ມິຖຸນາ 2016)

ບັນຫາ​ຫລໍ່​ແຫລມ​ທີ່​ສຳຄັນ ​ກ່ຽວ​ກັບການ​ປະຕິບັດ​ຕໍ່​ພວກ​ອົບ​ພະຍົບຊາວ​ໂຣຮິງ​ຢາໃນ​ປະ​ເທດ​ໄທ ​ໄດ້​ເປັນ​ເງົາ​ບົດ​ບັງການ​ເລີ້ມ​ເດີນທາງ​ໄປ​ຢ້ຽມຢາມໄທ ຂອງບຸກຄົນຊຶ່ງ​ໃນ​ຄວາ​ມ​ຈິງ​ແລ້ວ​ແມ່ນ​ຜູ້ນຳ​ຂອງ​ມຽນມາ ​ໃນ​ວັນ​ພະຫັດ​ມື້ນີ້.

​ໃນ​ຂະນະ​ທີ່​ເຮືອບິນ​ອາຍ​ພົ່ນນຳເອົາທີ່​ປຶກສາຂອງ​ລັດຖະບານ​ແລະ​ລັດຖະມົນຕີ​ການ​ຕ່າງ ປະ​ເທດ​ຂອງ​ມຽນມາ ທ່ານ​ນາງ​ອອງຊານ ຊູ​ຈີ​ ພວມ​ເດີນທາງ​ໄປ​ຍັງສະໜາມ​ບິນ​ສຸວັນນະ​ພູມ​ນັ້ນ ພວກ​ນັກ​ເຄື່ອນ​ໄຫວ​ຢູ່​ບາງກອກກໍ​ໄດ້​ຖືກ​ຄວບ​ຄຸມ ​ໂດຍ​ລັດຖະບານ​ທະຫານ​ຂອງ​ໄທ​ຢ່າງໄວວາ.

ຜູ້ຊາຍມຽນມາ ຍົກປ້າຍທີ່ຂຽນວ່າ ລາວຢາກກັບໄປມຽນມາ ໃນລະຫວ່າງທີ່ ທ່ານນາງອອງຊານ ຊູຈີ ຢ້ຽມຢາມໄທ
ຜູ້ຊາຍມຽນມາ ຍົກປ້າຍທີ່ຂຽນວ່າ ລາວຢາກກັບໄປມຽນມາ ໃນລະຫວ່າງທີ່ ທ່ານນາງອອງຊານ ຊູຈີ ຢ້ຽມຢາມໄທ

ທະຫານ​ແລະ​ຕຳຫຼວດທີ່​ແບ່ງ​ກັນ​ອອກ​ເປັນ​ຈຸ​ນ້ອຍໆ ທີ່​ບໍ່​ໃສ່​ເຄື່ອງ​ແບບກໍ​ໄດ້​ຂັດຂວາງບໍ່ ໃຫ້​ພວກ​ນັກ​ເຄື່ອນ​ໄຫວ​ຈັດ​ກອງ​ປະຊຸມ​ຖະ​ແຫລ​ງຂ່າວ​ຂຶ້ນ ​ຢູ່​ສະຖານ​ທີ່ໆພວກ​ນັກ​ເຄື່ອນ​ໄຫວ​ໄດ້​ເຊົ່າ​ໄວ້ ຢູ່​ສະ​ໂມ​ສອນ​ນັກ​ຂ່າວ​ຕ່າງປະ​ເທດ​ໃນ​ໄທ.

ຍານາງ Amy Smith ຜູ້ອຳນວຍການ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Fortify Rights ກ່າວ​ຕໍ່ ​ວີໂອ​ເອຢູ່​ສະ​ໂມ​ສອນ​ນັກ​ຂ່າວ​ຕ່າງປະ​ເທດ​ວ່າ ຄວາມ​ເປັນ​ຫ່ວງກໍ​ແມ່ນເລື້ອງຄວາມ​ໝັ້ນ ຄົງ​ແຫ່ງ​ຊາດ ການ​ຖະ​ແຫຼງຂ່າວ​ດັ່ງກ່າວ​ບໍ່​ໄດ້ມີລະດັບ​ສູງ​ເຖິງ​ປານ​ນັ້ນ. ຍານາງ​ກ່າວ​ຕື່ມ​ວ່າ ນີ້​ແມ່ນ​ການລະ​ເມີດ​ຕໍ່​ສິດ​ເສລີພາບ ​ໃນ​ການສະ​ແດງ​ຄວາມ​ຄິດ​ຄວາມ​ເຫັນ​ແລະ​ການ​ໂຮມ​ຊຸມນຸມ​ແບບ​ສັນຕິ.

ຊາວມຽນມາ ໃນປະເທດໄທ ພາກັນໄປລໍຖ້າ ຕ້ອນຮັບທ່ານນາງອອງຊານ ຊູຈີ.
ຊາວມຽນມາ ໃນປະເທດໄທ ພາກັນໄປລໍຖ້າ ຕ້ອນຮັບທ່ານນາງອອງຊານ ຊູຈີ.

ພວກ​ນັກ​ເຄື່ອນ​ໄຫວ​ສອງ​ຄົນ​ທີ່​ຮຽກຮ້ອງ​ໃຫ້​ມີ​ການ​ປະຕິບັດ​ດີ​ຂຶ້ນຕໍ່​ຊາວໂຣຮິງ​ຢາຊຶ່ງ​ເປັນ​ຊົນ​ກຸ່ມ​ນ້ອຍ​ໃນ​ມຽນມາ​ໄດ້​ອ່ານ​ຈົດໝາຍ​ເປີດ​ຊອງ​ຊຶ່ງມີ​ເນື້ອ​ໄນ​ສັ້ນໆທີ່ໄດ້ສົ່ງ​ໄປ​ໃຫ້​ທ່ານ​ນາງ​ອອງຊານ​ ຊູ​ຈີ ​ແລະ​ ໃຫ້ການ​ອະທິບາຍ​ວ່າ​ ເປັນ​ຫຍັງ​ ພວກ​ເຂົາ​ເຈົ້າຈຶ່ງ​ໄດ້​ຖືກ​ຫ້າມ​ໂດຍ​ພວກ​ທະຫານ​ ບໍ່​ໃຫ້​ຕອບ​ຄຳ​ຖາມ​ຂອງ​ພວກ​ນັກ​ຂ່າວ.

​ໃນ​ຂະນະ​ທີ່​ອອກ​ໄປ​ຈາກ​ເວທີ​ນັ້ນ ​ເລຂາທິການ ຂອງ​ກຸ່ມຊາວ​ໂຣຮິງ​ຢາ​ໃນ​ປະ​ເທດ​ໄທ Hajee Ismail ກ່າວ​ຕື່ມ​ວ່າ ຂ້ອຍ​ບໍ່​ສາມາດ​ເວົ້າ​ໄດ້​ໃນ​ເວລາ​ນີ້ ​ໃນຂະນະ​ທີ່​ລາວ​ເອົາ​ມື ​ອັດ​ປາກ​ຂອງ​ລາວ​ໄວ້. ນີ້​ແມ່ນ​ບັນຫາ​ໃຫຍ່.

ປະທານ​ສະມາຄົມ​ຊາວ​ໂຣຮິງ​ຢາ​ ໃນ​ປະ​ເທດ​ໄທ ທ່ານ Maung Kyaw Nu ທີ່ ກ່າວ​ວ່າ ລາວເຄີຍ​ເປັນ​ອະດີດ​ນັກ​ໂທດ​ການ​ເມືອງ​ໃນມຽນມາ​ໄດ້​ເອົາ​ເຈ້ຍ​ມາຕິດ​ອັດປາກລາວ​ເປັນ ເວລາ​ສັ້ນໆ​ຂະນະ​ທີ່​ລາວ​ຍ່າງ​ຜ່ານ​ພວກ​ນັກ​ຂ່າວ​ໄທ​ແລະ​ຕ່າງປະ​ເທດ. ລາວ​ໄດ້​ຢຸດສອງ​ສາມ​ນາທີ ​ເພື່ອ​ລົມ​ກັບ​ວີ​ໂອ​ເອ ແລະ​ໄດ້ສະ​ແດງ​ຄວາມຫວັງ​ເລັກ​ນ້ອຍ ​ກ່ຽວ​ກັບ​ສະພາບ​ການ​ຂອງ​ຊາວ​ໂຣຮິງ​ຢາ ​ທີ່​ຈະ​ໄດ້​ຮັບ​ການ​ແກ້​ໄຂໃນ​ລະຫວ່າງ​ການ​ຢ້ຽມຢາມ​ຂອງ​ງທ່ານ​ນາງ​ອອງຊານ ຊູ​ຈີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG