ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ເມສາ ໒໐໒໖

ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​​ດ້ານຈະຫຼວດ ສ້າງ​ຫຸ່​ນ​ຍົນ​ສຳຫຼວດ ເພື່ອ​ປະ​ເມີນ​ການ​ເປື່ອຍ​ຂອງ​ຊັ້ນ​ນ້ຳ​ກ້ອນ​ໃນ​ຂົ້ວ​ໂລກ​ໃຕ້

ຫຸ່ນ​ຍົນ​ສຳຫຼວດ​ຂອງ​ອົງ​ການ NASA ຈະວັດ​ແທກ​ຊັ້ນ​ນ້ຳ​ກ້ອນ​ທີ່​ເປື່ອຍ​ຢູ່ກອງ​ຂົ້ວ​ໂລກ​ໃຕ້.
ຫຸ່ນ​ຍົນ​ສຳຫຼວດ​ຂອງ​ອົງ​ການ NASA ຈະວັດ​ແທກ​ຊັ້ນ​ນ້ຳ​ກ້ອນ​ທີ່​ເປື່ອຍ​ຢູ່ກອງ​ຂົ້ວ​ໂລກ​ໃຕ້.

ບັນ​ດາ​ນັກ​ວິ​ສະ​ວະ​ກອນ​ທີ່​ມີ​ຄວາມ​ຊຳ​ນານ​ໃນ​ການ​ສ້າງ​ຍານ​ອະ​ວະ​ກາດ​ຂອງ​ອົງ​ການ NASA ເພື່ອ​ສຳຫຼວດ​ໂລກ​ທີ່​ຢູ່​ຫ່າງ​ໄກ​ອອກ​ໄປ​ແມ່ນ​ກຳ​ລັງ​ອອກ​ແບບ​ຫຸ່ນ​ຍົນ​ສຳຫຼວດ​ໃຕ້​ນ້ຳ ເພື່ອ​ວັດ​ແທກວ່າສະ​ພາບ​ອາ​ກາດ​ທີ່​ກຳ​ລັງ​ປ່ຽນ​ແປງ​ຢ່າງວ່ອງ​ໄວ ເຮັດ​ໃຫ້​ຊັ້ນ​ນ້ຳ​ກ້ອນ​ຢູ່​ອ້ອມ​ຂົວ​ໂລກ​ໃຕ້ ​ເປື່ອຍແນວ​ໃດ ແລະ ມັນມີ​ຄວາມ​ໝາຍ​ແນວ​ໃດ​ສຳ​ລັບ​ລະ​ດັບ​ນ້ຳ​ທະ​ເລ​ທີ່​ສູງ​ຂຶ້ນ.

ຍານພາ​ຫະ​ນະ​ດຳ​ນ້ຳ​ຕົວ​ຢ່າງ, ທີ່​ຖືກ​ພັດ​ທະ​ນາ​ໂດຍ​ຫ້ອງ​ທົດ​ລອງ​ພະ​ລັງ​ຂັບ​ເຄື່ອນ​ຈະຫຼວ​ດຂອ​ງ​ອົງ​ການ NASA ທີ່​ຕັ້ງ​ຢູ່​ໃກ້​ກັບ​ນະ​ຄອນ ລອ​ສ ແອນ​ເຈີ​ລິ​ສ, ໄດ້​ຖືກ​ທົດ​ລອງ​ຈາກ​ສູນ​ຫ້ອງ​ທົດ​ລອງຂອງກອງ​ທັບ​ເຮືອ ສະ​ຫະ​ລັດ ໃນ​ຂົ້ວ​ໂລກ​ເໜືອ, ບ່ອນ​ທີ່​ມັນ​ຖືກ​ສົ່ງ​ໄປໃຕ້​ທະ​ເລ ໂບ​ຝອດ ທີ່​ແຂງ​ເປັນ​ນ້ຳ​ກ້ອນ ທາງ​ພາກ​ເໜືອ​ຂອງ​ລັດ ອາ​ລາ​ສ​ກາ ເມື່ອ​ເດືອນ​ມີ​ນາ​ທີ່​ຜ່ານ​ມາ.

ຫຸ່ນ​ຍົນ​ທີ່​ວ່ານີ້​ແມ່ນ​ເຄື່ອງ​ມື​ເພື່ອ​ນຳ​ເອົາ​ອຸ​ປະ​ກອນ​ວິ​ທະ​ຍາ​ສາດ​ເຂົ້າ​ໄປ​ໃນ​ສະ​ຖານ​ທີ່​ທີ່​ເຂົ້າ​ຫາ​ໄດ້​ຍາກ​ໃນ​ໂລກ, ອີງ​ຕາມ​ທ່ານ ພອ​ລ ຄ​ລິກ, ນັກ​ວິ​ສະ​ວະ​ກອນ​ຫຸ່ນ​ຍົນ JPL ແລະ ນັກ​ສືບ​ສວນ​ສອບ​ສວນ​ຫ​ລັກ​ສຳ​ລັບ​ໂຄງ​ການ IceNode, ທີ່​ໄດ້​ກ່າວ​ໃນ​ບົດ​ສະຫຼຸບ​ທີ່​ຖືກ​ເຜີຍ​ແຜ່​ໃນ​ເວັບ​ໄຊ້​ຂອງ​ອົງ​ການ NASA ໃນ​ວັນ​ພະ​ຫັດ​ວານນີ້.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

Engineers who specialize in building NASA spacecraft to explore distant worlds are designing a fleet of underwater robot probes to measure how rapidly climate change is melting vast ice sheets around Antarctica and what that means for rising sea levels.

A prototype of the submersible vehicles, under development by NASA's Jet Propulsion Laboratory near Los Angeles, was tested from a U.S. Navy laboratory camp in the Arctic, where it was deployed beneath the frozen Beaufort Sea north of Alaska in March.

"These robots are a platform to bring science instruments to the hardest-to-reach locations on Earth," Paul Glick, a JPL Robotics engineer and principal investigator for the IceNode project, said in a summary posted on Thursday on NASA's website.

The probes are aimed at providing more accurate data gauging the rate at which

This item is part of

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG