ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຫຸ່ນຍົນຊ່ວຍຫລຸດຜ່ອນການ ຕິດເຊື້ອໄວຣັສ ແຕ່ມັນອາດເຮັດໃຫ້ ຄົນຫວ່າງງານ ຂຶ້ນຫລາຍໄດ້


ອາສາສະໝັກຜູ້ນຶ່ງໃຊ້ເຄື່ອງຄວບຄຸມຫຸ່ນຍົນສີດຢາຂ້າເຊື້ອພະຍາດຢູ່ເຮືອນຫລັງນຶ່ງໃນຂະນະທີ່ມີການລະບາດຂອງພະຍາດ COVID-19 ຢູ່ໃນເມືອງວູຫານຂອງຈີນ.
ອາສາສະໝັກຜູ້ນຶ່ງໃຊ້ເຄື່ອງຄວບຄຸມຫຸ່ນຍົນສີດຢາຂ້າເຊື້ອພະຍາດຢູ່ເຮືອນຫລັງນຶ່ງໃນຂະນະທີ່ມີການລະບາດຂອງພະຍາດ COVID-19 ຢູ່ໃນເມືອງວູຫານຂອງຈີນ.

ບັນດາຮ້ານຂາຍຍ່ອຍກໍາລັງຫັນໄປຫາຫຸ່ນຍົນ ຫລື ໂຣບອດເພື່ອເຮັດວຽກທີ່ຈໍາເປັນ ທີ່ພະນັກງານຂອງເຂົາເຈົ້າບໍ່ສາມາດເຮັດໄດ້ອີກແລ້ວ ຍ້ອນວ່າມີ ກົດລະບຽບ ໃນການຢູ່ຫ່າງກັນໃນສັງຄົມ. ໂຣບອດ ເຮັດໃຫ້ຄ່າໃຊ້ຈ່າຍຫລຸດລົງ ແລະຊ່ວຍໃຫ້ຫຼຸດຜ່ອນການແຜ່ຜາຍການຕິດເຊື້ອລົງໄດ້. ແຕ່ວ່າ ດັ່ງທີ່ນັກຂ່າວ ວີໂອເອ Mariama Diallo, ລາຍງານມາ ມີບາງຄົນກໍຢ້ານກົວນັບມື້ ນັບຫຼາຍ ຂຶ້ນວ່າ ການ ໃຊ້ເຄື່ອງຈັກເຮັດວຽກຈະເປັນໄພຂົ່ມຂູ່ ຕໍ່ການມີວຽກເຮັດງານທໍາ ແກ່ຄົນ ພໍດີຢູ່ໃນໄລຍະທີ່ອັດຕາຄົນຫວ່າງງານ ກໍາລັງເພີ້ມຂຶ້ນຢູ່ນີ້ເລີຍ. ບົວສະຫວັນ ຈະນໍາລາຍລະອຽດກ່ຽວກັບເລື້ອງນີ້ມາສະເໜີທ່ານໃນອັນດັບຕໍ່ໄປ.

ມີດທໍລີ (Meet Tally) ເປັນຫຸ່ນຍົນທີ່ຂັບເຄືື່ອນໄປໄດ້ດ້ວຍຕົວເອງ ທີ່ຜະລິດ ຂຶ້ນໂດຍບໍລິສັດ ທີ່ເລີ້ມຕົ້ນໃໝ່ ຢູ່ລັດຄາລິຟໍເນຍ ທີ່ເອີ້ນວ່າ ຊິມບີ ໂຣໂບຕິກສ໌ (Simbe Robotics).

ບໍລິສັດດັ່ງກ່າວ ກໍາລັງເຮັດໃຫ້ບັນດາຮ້ານຂາຍຍ່ອຍຮູ້ສຶກຢາກໃຊ້ເຄື່ອງທີ່ ຂັບ ເຄື່ອນໄປໄດ້ດ້ວຍຕົນເອງຫລາຍຂຶ້ນ ໃນໄລຍະທີ່ລະບຽບການ ກ່ຽວກັບໄວຣັສ ໂຄໂຣນາກໍາລັງບັງຄັບໃຫ້ຫລາຍຮ້ານປິດລົງ ແລະໃຫ້ພະນັກງານພັກການ ຢູ່
ບ້ານໃນເວລານີ້.

ທ່ານ ແບຣດ ໂບໂກລີ (Brad Bogolea), ຫົວໜ້າບໍລິຫານ ແລະຜູ້ຮ່ວມກໍ່ຕັ້ງ ບໍລິສັດຊິມບີ ໂຣໂບຕິກສ໌ (Simbe Robotics) ກ່າວວ່າ:
“ທໍລີ ເປັນຫຸ່ນຍົນເຄື່ອນທີ່ແລະຂັບເຄື່ອນດ້ວຍຕົວເອງໄດ້ຢ່າງເຕັມສ່ວນ ທີ່ຖືກ ອອກແບບມາ ເພື່ອຊ່ວຍພວກຮ້ານຂາຍຍ່ອຍ ໃຫ້ກວດເບິ່ງ ເຄື່ອງຢູ່ໃນຮ້ານ
ຂາຍຍ່ອຍແທ້ໆ.”

ຫຸ່ນຍົນຫລາຍຢ່າງຂອງທໍລີ ກໍາລັງກວດເບິ່ງເຄື່ອງຢູ່ທີ່ຮ້ານສໜັກສ໌ ມາເກດ (Schnucks Market) ໃນຊົ່ວໂມງເຮັດການ. ບໍລິສັດເຮັດຫຸ່ນຍົນຕ່າງໆ ກໍາລັງໃຫ້ເຊົ່າຫຸ່ນຍົນເພື່ອກວດເບິ່ງເຄື່ອງແກ່ຮ້ານສັບພະສິນຄ້າ, ຮ້ານຂາຍຢາ ແລະຮ້ານຂາຍຍ່ອຍທັງຫລາຍ ຢູ່ທົ່ວໂລກ.

ທ່ານ ແບຣດ ໂບໂກລີ (Brad Bogolea) ກ່າວອີກວ່າ:
“ມັນສ້າງໂອກາດໃຫ້ແກ່ບ່ອນທີ່ສະພາບແວດລ້ອມເຕັມໄປດ້ວຍ ລະບຽບການຢູ່ຫ່າງກັນຫລາຍຂຶ້ນຢ່າງແທ້ຈິງ ເພາະວ່າໜ້າວຽກເຫລົ່ານີ້ ແມ່ນປະຕິບັດໂດຍ ຫຸ່ນຍົນ ບໍ່ແມ່ນໂດຍຄົນ.”

ອີກບໍລິສັດນຶ່ງກໍຄື ບໍລິສັດເບຣນຄໍ ທີ່ຜະລິດຈັກອະນາໄມພື້ນຫ້ອງທີ່ຂັບເຄື່ອນ ໄປດ້ວຍຕົນເອງໄດ້ ທີ່ສາມາດເຮັດວຽກໃນຊົ່ວໂມງເຮັດການ ແລະຫລີກລ້ຽງ
ການແລ່ນໄປຕໍາຄົນໄດ້.

ທ່ານ ພີລ ດັບຟີ ເປັນຮອງປະທານບໍລິສັດເບຣນຄໍ ຊຶ່ງທ່ານກ່າວວ່າ:
“ໃນຂະນະທີ່ພວກເຮົາກໍາລັງເຮັດອະນາໄມພື້ນຫ້ອງແບບຊໍ້າໆຊາກໆທີ່ໜ້າເບື່ອ ທີ່ອາດຈະໃຊ້ເວລາເປັນສອງຊົ່ວໂມງ, ສາມຊົ່ວໂມງ, ສີ່ຊົ່ວໂມງ ຢູ່ໃນຫລາຍ ບ່ອນແຕກຕ່າງກັນ ນັ້ນເປັນການປະຢັດເວລາ ໃຫ້ແກ່ຄົນອະນາໄມ ແລະ ຜູ້ ບັງຄັບເຄື່ອງຈັກ ແລະພະນັກງານບັດນີ້ ສາມາດໃຊ້ເວລາໃນການໃຫ້ບໍລິການ ທີ່ສໍາຄັນ ແລະຈໍາເປັນ ເພື່ອຮັກສາບ່ອນອື່ນ ໃຫ້ຄວາມສະອາດໄດ້.”

ທ່ານ ດັຟຟີ ເວົ້າວ່າ ເປົ້າໝາຍຂອງເພິ່ນກໍຄືເພື່ອຊ່ວຍພວກຮ້ານຄ້າຂາຍຍ່ອຍ ບໍ່ແມ່ນເພື່ອຈະກໍາຈັດວຽກເຮັດຂອງຄົນໃຫ້ໝົດໄປ. ທ່ານ ດັຟຟີເວົ້າວ່າ:

“ພວກເຮົາເປັນເຄື່ອງມືທັນສະໄໝ ທີ່ຊ່ວຍໃຫ້ພວກເຂົາເຈົ້າເຮັດວຽກໃຫ້ມີປະສິດ ທິພາບໃນລະດັບສູງກວ່າ ທີ່ເຮັດໃຫ້ເຂົາເຈົ້າສຸມໃສ່ໜ້າວຽກ ທີ່ມີຄຸນຄ່າສູງແທ້ໆ ທີ່ຫຸ່ນຍົນເຮັດບໍ່ໄດ້ດີນັ້ນ.”

ຫຸ່ນຍົນ “ເພັບເພີ້ (Pepper) ກໍາລັງພົບກັບລູກຄ້າຢູ່ໃນຕຶກການຄ້າ. ສ່ວນຫຸ່ນ ຍົນ "ອາເມເລຍ (Amelia)" ກໍາລັງຮ້ບຕ້ອນຜູ້ເດີນທາງ ຢູ່ໃນສະໜາມບິນສາ ກົນ ແຊນ ໂຮເຊ ມີເນຕາ (San Jose Mineta).

ຫຸ່ນຍົນ ຫລືໂຣບອດບໍ່ມີຂໍ້ເສຍ, ອີງຕາມທ່ານໄມໂຄ ຈຊຸຍ, ນັກວິໄຈຢູ່ສະຖາ ບັນແມັກຄິນຊີໂລກ ຫລື McKinsey Global. ທ່ານຈຊຸຍກ່າວວ່າ:

“ພວກມັນ, ຕາມປົກກະຕິແລ້ວຈະບໍ່ໂທມາວ່າ ບໍ່ສະບາຍ ແຕ່ວ່າ ພວກມັນ ບາງຄັ້ງຄາວກໍພັກຜ່ອນ. ມັນມີປະໂຫຍດບາງຢ່າງແທ້ໆ ທີ່ມີການໃຊ້ເຄື່ອງຈັກ ຂັບເຄື່ອນດ້ວຍຕົນເອງແບບອັດຕະໂນມັດ. ແລະເຄື່ອງຈັກເຫລົ່ານີ້ ຫລາຍອັນ ແມ່ນຊ່ວຍໃນການປະຢັດຄ່າໃຊ້ຈ່າຍໄດ້.”

ບັນດານັກເສດຖະສາດ ແລະເຈົ້າໜ້າທີ່ກໍາມະບານບາງຄົນ ມີຄວາມເປັນຫ່ວງ ວ່າ ການໃຊ້ເຄື່ອງຈັກອັດຕະໂນມັດສາມາດທີ່ຈະເອົາມາແທນຄົນເຮັດວຽກຫຼາຍ ຂຶ້ນ ພໍດີຢູ່ໃນໄລຍະທີ່ອັດຕາຄົນຫວ່າງງານກໍາລັງຖີບຕົວຂຶ້ນສູງຢ່າງວ່ອງໄວຢູ່ນີ້ ເລີຍ.

ແລະຮ້ານຂາຍເຄື່ອງຍ່ອຍ-ເຊັ່ນຮ້ານ J. Crew ແລະຮ້ານ Neiman Marcus ໄດ້ຍື່ນຄໍາຮ້ອງເພື່ອຂໍລົ້ມລະລາຍໄປແລ້ວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG