ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຫຸ່​ນຍົນ​ປີ 2019 ​ສ​າ​ມາດ​ ຊ່ວຍໃຫ້ມະ​ນຸດ​ມີ ຄວາມສະ​ດວກ​ຂຶ້ນ ໃນ​ການ​ເດີນ​ທາງ ແລະ ກູ້​ໄພ


Robots of 2019 just want to help
please wait

No media source currently available

0:00 0:01:53 0:00

ຫຸ່ນ​ຍົນ ຫລື ໂຣບອດ (robot) ອັນ​ນຶ່ງ ທີ່ນຳ​ເອົາ​ມາ​ສະ​ແດງ​ຢູ່​ໃນງານ​ຕະ​ຫລາ​ດ​ນັດ, ນະ​ຄອນ​ຫວງໂຕ​ກຽວ​ປີ 2019 ທີ່​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ​ທັນ​ວາ ຜ່ານ​ມາ.

ງານ​ຕະ​ຫລາ​ດ​ນັດ ຢູ່​ໃນ​ນະ​ຄອນ​ຫວງໂຕ​ກຽວ ​ເມື່ອມໍ່ໆ​ມານີ້ ເປັນ​ການນຳ​ເອົາຫຸ່ນ​ຍົນ ຫລື ໂຣບອດ (robot) ຂອງ​ປີ 2019 ມາ​ວາງສະ​ແດງ. ບັນ​ດາ​ນັກ​ວິ​ສະ​ວະ​ກອນ​ທັງ​ຫຼາຍໄດ້​ປະ​ດິດ​ຫຸ່ນ​ຍົນ​ຈຳ​ນວນ​ນຶ່ງ​ທີ່​ຫລິ້ນ​ເກມ ໃນ​ຂະ​ນະ​ທີ່ຫຸ່​ນຍົນອັນ​ອື່ນໆ ແມ່ນ​ສາ​ມາດ​ຊ່ວຍກອບ​ກູ້​ຊີ​ວິດ​ຄົນ​ໄວ້ໄດ້. ດັ່ງ​ທີ່ອາ​ແຣ​ສ ອາ​ແຣບ​ບາ​ຊາ​ດີ (Arash Arabasadi), ​ນັກ​ຂ່າວ​ຂອງວີ​ໂອ​ເອ ລາຍ​ງານ​ມາ ຫຸ່​ນ​ຍົນ​ເຫລົ່າ​ນີ້ ມີ​ໄວ້​ເພື່ອ​ເຮັດ​ໃຫ້​ໂລກ​ດີ​ຂຶ້ນກວ່າ​ເກົ່າ​ໜ້ອຍ​ນຶ່ງ, ຊຶ່ງ
​ບົວ​ສະ​ຫວັນ ຈະ​ນຳ​ລາຍ​ລະ​ອຽດ​ມາ​ສະເໜີທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

​ຫຸ່ນ​ຍົນ ຫລື ໂຣບອດ (robot) ຕ່າງໆ ສໍ​າ​ລັບ​ທຸກໆ ກາ​ລະ​ໂອ​ກາດເຊັ່ນເມື່ອ​ໄດ້​ຍິນຄົນ​ເວົ້າໃຫ້​ຟັງ ​ທ່ານມີແຕ່​ເກີດຄວາມອັດ​ສະ​ຈັນທັງ​ນັ້ນ. ງານ​ວາງ​ສະ​ແດງ​ຫຸ່ນ​ຍົນສາ​ກົນ​ທີ່​ນະ​ຄອນ​ໂຕ​ກຽວ ຫລື ໄອ​ເຣັກ​ສ໌ (iREX) ​ໃນ​ປີນີ້ -- ໄດ້​ເນັ້ນ​ໃຫ້​ເຫັນ​ຈຸດ​ເດັ່ນ​ຂອງ​ເຄື່ອງ​ຈັກ​ທີ່​ເຮັດ​ໃຫ້​ໂລກ​ເປັນ​ບ່ອນ​ຢູ່ ​ທີ່ເຕັມ​ໄປ​ດ້ວຍ​ຄວາມນຸ້ມນວນອ່ອນ​ໂຍນຫລາຍ​ຂຶ້ນກວ່າ​ເກົ່າ.

ທ່ານຊາ​ໂຕ​ຊີ ຢາ​ເຊະ (Satoshi Yase), ນັກ​ວິ​ສະ​ວະ​ກອນ​ຈາກ​ບໍ​ລິ​ສັດ ໂອມ​ຣອນ (OMRON) ກ່າວ​ເປັນ​ພາ​ສາ​ຍີ່​ປຸ່ນວ່າ:
"ຄວາມ​ຊຳ​ນິ​ຊຳ​ນານ​ສະ​ເພາະ​ດ້ານຂອງ​ຫຸ່ນ​ຍົນ​ໂຕນີ້ກໍ​ຄື ການ​ໃຊ້​ປັນ​ຍາ​ປະ​ດິດ ຫ​ລື AI ເພື່ອ​ກຳ​ນົດລະ​ດັບ​ຄວາມ​ຄ່ອງ​ແຄ້ວ​ ຫລື ​ຈຸດ​ທີ່​ຕ້ອງ​ໄດ້​ປັບ​ປຸງ​ຂອງ​ນັກ​ຫລິ້ນ​ກິ​ລາຄົນ​ນຶ່ງ. ພວກ​ເຮົາ​ສາ​ມາດ​ຂະ​ຫຍາຍ​ການ​ຮັບ​ຮູ້​ຂອງ​ຫຸ່ນ​ຍົນຕໍ່​ສະ​ພາບ​ຂອງ​ນັກ​ຫລິ້ນ​ກິ​ລາ​ ແລະ​ວິ​ທີ​ທີ່​ພວກ​ເຮົາ​ໄດ້​ຮັບ​ຄຳ​ຕິ​ຊົມ ເມື່ອ​ມັນ​ຫລິ້ນ​ແຂ່ງ​ກັບ​ຄົນ​ໃດຄົນ​ນຶ່ງ ໄດ້​ອີ່​ຫລີ."

ພວກ​ນັກ​ວິ​ສະ​ວະ​ກອນ ໄດ້​ນຳ​ເອົາ​ໝາ​ທີ່​ເປັນຫຸ່ນ​ຍົນ ​ຫລື​ໂຣບອດ ໂຕ​ນຶ່ງ ​ທີ່​ຮູ້​ແລ້ວ​ວ່າຈະ​ບໍ່​ເຮັດ​ໃຫ້ຜ້າ​ພົມ​ຂອງ​ທ່ານ​ເປື້ອນ ແຕ່​ກໍ​ຍັງ​ສາ​ມາດ​ເຮັດ​ກົນ​ລະ​ວິ​ທີ​ທີ່​ແນບ​ນຽນ ມາສະ​ແດງ​ໃຫ້​ຄົນ​ເບິ່ງໄດ້.

ນອກ​ເໜືອ​ໄປຈາກພຽງ​ແຕ່​ເຮັດ​ໃຫ້​ເກີດ​ຄວາມສະ​ໜຸກ​ສະ​ໜານ ແລະເປັນ​ເກມ ນັ້ນ​ແລ້ວ ສິ່ງ​ທີ່​ເຮັດ​ໄດ້ຫລາຍກວ່ານັ້ນ​ກໍ​ຄື ເຄື່ອງ​ຈັກ​ທີ່​ນຳ​ເອົາ​ມາ​ສະ​ແດງເຫລົ່າ​ນີ້ ຍັງສາ​ມາດຊ່ວຍ​ປັບ​ປຸງ ແລະ​ແມ່ນ​ແຕ່​ກອບ​ກູ້​ຊີ​ວິດ​ຂອງ​ພວກ​ເຮົາ​ໄດ້​ອີກ​ດ້ວຍ.

ທ່ານ ໂຕ​ຊີ​ຢາ ຫລື ເທັດ ໂອ​ກູ​ມາ (Toshiya "Ted" Okuma) ຈາກ​ບໍ​ລິ​ສັດ ອຸດ​ສາ​ຫະ​ກຳ​ໜັກ​ກາ​ວາ​ຊາ​ກິ (Kawasaki) ຈຳ​ກັດ ເວົ້າ​ວ່າ:
"​ຫຸ່ນ​ຍົນ​ນີ້ ຜະ​ລິດ​ຂຶ້ນ​ມາ​ເພື່ອ​ໃຊ້​ຢູ່ໃນ​ທີ່​ໃດ​ກໍ​ຕາມ ທີ່​ອາດ​ຈະ​ເປັນ​ອັນ​ຕະ​ລາຍ​ສຳ​ລັບ​ມະ​ນຸດ ​ທີ່​ຈະ​ໄປຍັງ​ທີ່ນັ້ນ. ຕົວ​ຢ່າງ​ເຊັ່ນ, ຖ້າ​ຫາກ​ມີ​ຟອງ​ຍັກຊູ​ນາ​ມິ ຫລື ໄພ​ພິ​ບັດ​ແບບ​ໃດ​ແບບ​ນຶ່ງ ຫລື ມີ​ອັກ​ຄີ​ໄພ. ເມື່ອມອງ​ໄປ​ຫາອະ​ນາ​ຄົດຂ້າງ​ໜ້າ ແລ້ວ ມັນ​ສາ​ມາດ​ທີ່​ຈະ​ໃຊ້​ຢູ່​ໃນ​ອະ​ວະ​ກາດ ຫລື​ ການ​ສຳ​ຫລວດ​ເພື່ອ​ຄົ້ນ​ເບິ່ງ​ພື້ນ​ທະ​ເລ​ທີ່​ເລິກໆ ​ກໍ​ເປັນ​ໄດ້."

ບັນ​ດາ​ນັກ​ວິ​ສະ​ວະ​ກອນ​ໄດ້​ອອກ​ແບບ ລໍ້​ນັ່ງ​ທີ່​ຂັບ​ເຄື່ອນ​ດ້ວຍ​ຫຸ່ນ​ຍົນ​ອັນ​ນີ້​ຂຶ້ນ​ມາ ເພື່ອ​ໃຊ້ຊ່ວຍຫລີກ​ຄົນ ​ຢູ່​ບ່ອນທີ່​ມີ​ຄົນ​ແອ​ອັດ ເປັນ​ການ​ສະ​ເພາະ.

ທ່ານດຸຍ​ຮິງ ຫງວຽນ (Duyhinh Nguyen) ຈາກ​ບໍ​ລິ​ສັດ ແພ​ນາ​ໂຊ​ນິກ (Panasonic) ບອກວ່າ:
"ໂດຍ​ການ​ຂີ່​ສິ່ງ​ຂັບ​ເຄື່ອນ​ໂດຍ​ຫຸ່ນ​ຍົນ​ປະ​ເພດນີ້ ຜູ້​ຄົນ​ທີ່​ຮູ້​ສຶກວ່າ ​ການ​ເດີນ​ທາງ​ໄປ​ມາບໍ່​ສະ​ດວກ ຫລື​ພົບ​ບັນ​ຫານັ້ນ ສາ​ມາດ​ທີ່​ຈະ​ໄປ​ເລາະຊື້​ເຄື່ອງ​ຂອງໄດ້​ຢ່າງ​ສະ​ດວກ​ໃຈ ແລະ​ແມ່ນແຕ່​ເຮັດ​ໃຫ້​ການ​ເດີນ​ທາງ​ຢູ່​ໃນ​ສະ​ໜາມ​ບິນ​ເປັນເລື້ອງ​ທີ່​ພາ​ໃຫ້​ມີ​ຄວາມສຸກ​ດີໄດ້."

ລໍ້​ນັ່ງ​ທີ່​ເປັນ​ຫຸ່​ນ​ຍົນ​ທີ່​ຊື່​ວ່າ ວີ​ລ ເນັກ​ສ໌ (Whill Next) -- ທີ່​ເປັນ "Safety Sensor" ໃນ​ພາ​ສາ​ອັງ​ກິດຊຶ່ງ​ແປ​ວ່າ “ມີ​ຄວາມ​ຮູ້​ສຶກ​ໄດ້​ເຖິງ​ຄວາມ​ປອດ​ໄພ” ນັ້ນ-- ສາ​ມາດ​ທີ່​ຈະ​ຮູ້​ຈັກ​ວ່າ ມີ​ສິ່ງ​ຂອງຕ່າງໆ ແລະກໍ​ຢຸດ​ແລ່ນ​ໄດ້​ເມື່ອ​ມັນ​ມີ​ຄວາມ​ຈຳ​ເປັນ. ມັນ​ຍັງ​ມີ​ຫຸ່ນ​ຍົນ​ທີ່​ເປັນ​ເພື່ອນ​ໄປ​ນຳ​ກັນ​ອີກ ທີ່​ຂົນ​ເອົາ​ຫີບ ແລະ​ໄປ​ຕາມ​ຮອຍ​ທີ່​ລໍ້​ນັ່ງ​ນັ້ນແລ່ນ​ໄປ ​ຈົນ​ເຖິງ​ຈຸດ​ໝາຍ​ປາຍ​ທາງ.

ງານ​ວາງ​ສະ​ແດງ​ໄອ​ເຣັກ​ສ໌ (iREX) ແມ່ນ​ມີ​ຂຶ້ນ​ສອງ​ປີ​ໃດ​ເທື່ອ​ນຶ່ງ. ປີ 2019 ແມ່ນ​ເຫັນ​ວ່າ ​ໄດ້​ມີ​ຄົນ​ເຂົ້າ​ຮ່ວມ​ການວາງ​ສະ​ແດງ​ຫລາຍ​ທີ່​ສຸດ ໂດຍ​ທີ່​ມີຄົນ​ໄປ​ວາງ​ສະ​ແດງ 637 ຄົນ ຊຶ່ງ​ເກືອບ​ຮອດ 650 ຄົນ ແລະ​ມີ 3,600 ຮ້ານ​ວາງ​ສະ​ແດງ.

​ອ່ານຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດຢູ່​ລຸ່ມນີ້

A recent trade fair in Tokyo showcased the robots of 2019. Engineers created some that play games while others could save lives. As VOA's Arash Arabasadi reports, these robots exist to make the world a little better.

Robots for all occasions like those times when you just want to get away. This year's Tokyo International Robot Exhibition -- or iREX -- spotlighted machines making the world a kinder place.

Satoshi Yase, Engineer, OMRON Corporation:
"This robot's specialty is using artificial intelligence to determine a player's skill level or areas of improvement. We can really expand on robots sensing the condition of a player and how we receive feedback when it's playing against someone."
Engineers showed off a robot dog that presumably won't stain your carpets but can still do a neat trick.

Much more than just fun and games, the machines on display may actually improve and even save our lives.

Toshiya "Ted" Okuma, Kawasaki Heavy Industries Limited:
"This robot is made to be used anywhere that may be dangerous for a human to go. For example, if there's a tsunami or some kind of natural disaster or a fire. Looking ahead, it could be used in space or deep-sea exploration."

Engineers designed this robotic wheelchair specifically to maneuver in crowded places.

Duyhinh Nguyen, Panasonic Corporation:

"By riding in this type of robotic mobility' people who find travel unappealing or troublesome can enjoy shopping and make even traveling at an airport a pleasant experience."

The Whill Next robotic chair -- that's "Safety Sensor" in English -- can detect objects and automatically stop when needed. It also has a companion robot that carries luggage and tracks the chair to its final destination.

iREX happens once every two years. 2019 saw the biggest turnout with nearly 650 ((637)) exhibitors and 3,600 booths.

XS
SM
MD
LG