ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຫຸ່ນຍົນກວດທາງ ໄດ້ຖືກຍົກລະດັບ ເພື່ອໃຫ້ໄປຕໍ່ສູ້ຕ້ານ ໄວຣັສໂຄໂຣນາ ແທນມະນຸດ


ອາສາສະໝັກຄົນນຶ່ງ ກຳລັງບັງຄັບເຄື່ອງຣີໂມດ ເພື່ອຄວບຄຸມຫຸ່ນຍົນ ໃຫ້ມັນສີດຢາຂ້າພະຍາດ ຢູ່ໃນເຂດທີ່ຢູ່ອາໄສ ທ່າມກາງ ການລະບາດ ຂອງ COVID-19 ໃນເມືອງວູຮານ ແຂວງຮູເບ ທາງພາກກາງຂອງຈີນ.
ອາສາສະໝັກຄົນນຶ່ງ ກຳລັງບັງຄັບເຄື່ອງຣີໂມດ ເພື່ອຄວບຄຸມຫຸ່ນຍົນ ໃຫ້ມັນສີດຢາຂ້າພະຍາດ ຢູ່ໃນເຂດທີ່ຢູ່ອາໄສ ທ່າມກາງ ການລະບາດ ຂອງ COVID-19 ໃນເມືອງວູຮານ ແຂວງຮູເບ ທາງພາກກາງຂອງຈີນ.

ກ່ອນໜ້າການລະບາດຂອງໄວຣັສໂຄໂຣນາ ບໍລິສັດເທັກໂນໂລຈີໃນປັກກິ່ງ ໄດ້ຫາທາງ
ທີ່ຈະນຳເອົາລົດຍົນຂັບດ້ວຍຕົວມັນເອງ ມາປະສົມປະສານເຂົ້າໃນຊີວິດການເປັນຢູ່ ໃນແຕ່ລະວັນຂອງຊາວຈີນ. ພວກເຂົາເຈົ້າໄດ້ຜະລິດພວກຫຸ່ນຍົນ ຂະໜາດນ້ອຍທີ່
ກວດທາງຍ່າງ ແລະສົ່ງຂອງ ແຕ່ມາເຖິງເວລານີ້ ໄດ້ມີຄວາມຕ້ອງການ ທີ່ຈະຍົກລະດັບ
ເທັກໂນໂລຈີນີ້ ໃຫ້ເປັນລຸ້ນໃໝ່ ເພື່ອຈະປ່ຽນແທນພວກຄົນງານ ຜູ້ທີ່ຕ້ອງຢູ່ພາຍໃນ
ເຮືອນ ໂດຍຫວັງວ່າ ມັນຈະຊ່ອຍຄວບຄຸມໄວຣັສດັ່ງກ່າວໄດ້. ແມັຕ ດິບໂບ ສົ່ງລາຍງານ
ມາໃຫ້ວີໂອເອ ຊຶ່ງໄຊຈະເລີນສຸກ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເມື່ອຕອນໄປຢ້ຽມຢາມສະຫະລັດຄັ້ງທຳອິດ ໃນປີ 2019 ຍານພາຫະນະກວດທາງຂັບ
ເຄື່ອນ ອັດໂຕໂນມັດ ມີຄວາມຫວັງສູງ ທີ່ຈະເຮັດວຽກໄດ້ຢ່າງປອດໄພ.

ທ່ານ ຊູຫາວ ຫົວ ຮອງປະທານ ບໍລິສັດ IDRIVERPLUS ກ່າວວ່າ “ຍ້ອນເທັກໂນໂລຈີ
ຂັບໂດຍອັດໂຕໂນມັດ ທີ່ເປັນເທັກໂນໂລຈີໃໝ່ ມັນແມ່ນເລື້ອງກ່ຽວກັບຄວາມປອດໄພ.”
ທ່ານຊູຫົວ ກ່າວຕໍ່ໄປວ່າ “ໃນຂະໜາດນີ້ ເຈົ້າຈະບໍ່ເຫັນ ຫລ່ຽມແຫລມເລີຍ ສະນັ້ນຄົນ
ທົ່ວໄປອາດຮັບເອົາມັນໄດ້ງ່າຍຂຶ້ນ.”

ຕາມທີ່ຮູ້ຈັກກັນຢູ່ໃນຈີນ ຄື “ຫອຍຂາວນ້ອຍ ຫຼື Little White Snail” ພວກລົດຍົນນີ້
ຈະຢູ່ໃນສວນສາທາລະນະແລະສະຖານທີ່ສາທາລະນະຕ່າງໆ ຊຶ່ງເປັນພາບທີ່ເຮັດໃຫ້
ມີຄວາມຍິນດີ.

ແຕ່ຫຼັງຈາກໄວຣັສໂຄໂຣນາໄດ້ແຜ່ລະບາດໄປໃນເມືອງວູຮານຂອງຈີນ ຫອຍຂາວນ້ອຍ
ກໍໄດ້ເລີ້ມເຮັດວຽກ ທີ່ຖືວ່າອັນຕະລາຍທີ່ສຸດສຳລັບມະນຸດ.

ທ່ານໄມຄ໌ ເຈລລິນ ຈາກບໍລິສັດ ເວີໂລດີນ ໄລດາ ກ່າວວ່າ “ດຽວນີ້ ມັນໄດ້ຖືກສົ່ງໄປປະ
ຈຳການ ຢູ່ໂຮງໝໍຫົວເຊິນສານ ໃນເມືອງວູຮານ ພ້ອມດ້ວຍໂຮງໝໍອື່ນໆອີກ 7 ແຫ່ງ
ໃນຈີນ…”

ທ່ານເຈລລິນ ກ່າວຕື່ມວ່າ “ແລະໄດ້ຖືກຮຽກຮ້ອງໃຫ້ມາປະຕິດບັດງານ ບໍ່ພຽງແຕ່ຊ່ອຍ
ອານາໄມເທົ່ານັ້ນ ແຕ່ມັນຍັງຖືກຍົກລະດັບໃຫ້ສີດຢາຂ້າພະຍາດນຳດ້ວຍ.”

ພວກເຄື່ອງກົນຈັກທັງຫຼາຍ ທີ່ແລ່ນໄປຕາມທາງໄດ້ ດ້ວຍການນຳໃຊ້ແຜນທີ່ ທີ່ໄດ້ຖືກ
ໂປຣແກຣມໄວ້ ປະສົມປະສານພ້ອມກັນກັບເຄື່ອງເຊັ່ນເຊີ ໄລດາ ທີ່ບອກຕຳແໜ່ງຕົວ
ຈິງຂອງພວກມັນ ດ້ວຍການສະແກນເອົາເຂດສະພາບແວດລ້ອມທີ່ກຳລັງປ່ຽນແປງຢູ່
ສະເໝີນັ້ນ.

ພວກຫຸ່ນຍົນຂອງບໍລິສັດ IDRIVERPLUS ຍັງໃຊ້ເພື່ອນໍາສົ່ງ ອາຫານ ແລະອຸປະກອນ
ການແພດຕ່າງໆນຳດ້ວຍ ແລະສາມາດລຳລຽງແຂນຫຸ່ນຍົນອັນນີ້ ທີ່ໄດ້ຖືກອອກແບບມາ
ເພື່ອໃຫ້ເອົາຕົວຢ່າງໃນຄໍ ແລະກວດລະບົບຫາຍໃຈຂອງຄົນປ່ວຍ.

ໃນຂະນະທີ່ໂລກພວມຕໍ່ສູ້ກັບການລະບາດຂອງໄວຣັສຢູ່ນີ້ ການຕໍ່ສູ້ເພື່ອຊ່ອຍຊີວິດ
ແມ່ນໄດ້ນຳເອົາພວກຫຸ່ນຍົນເຂົ້າມາສຳພັດກັບມະນຸດຢ່າງໃກ້ຊິດຫຼາຍຂຶ້ນນັບມື້ ທີ່ບໍ່
ເຄີຍມີມາກ່ອນ.

Before the coronavirus outbreak, a Beijing technology company was already working to integrate autonomous vehicles into daily life in China. They produced pint-sized sidewalk sweepers and delivery robots but there is now a demand to re-version the technology to take the place of workers who are staying home in the hopes of containing the virus.Matt Dibble reports.

On its first visit to the US in 2019, this self-driving sweeper came with a promise to work safely.

((Shuhao Huo, Vice President, IDRIVERPLUS)

“Because autonomous driving technology is a new technology, it’s about safety.”

(Shuhao Huo, Vice President, IDRIVERPLUS)

“In this size, (there are) no sharp angles you can see, so maybe people can accept it easier.”

Known as “Little White Snail” in China, the vehicles were a welcome sight in parks and other public places.

But after the coronavirus broke out in the city of Wuhan, China the Little White Snail has started doing work that is considered too dangerous for humans.

(Mike Jellen, Velodyne Lidar)

“It’s now deployed out to the Huoshenshan Hospital in Wuhan as well as eleven other hospitals in China….”

(Mike Jellen, Velodyne Lidar)

“and was called into action to not only help clean but also to be expanded into disinfecting. They’re spraying vast amounts of disinfectant.”

The machines navigate using a combination of pre-programmed maps and real-time sensing including Lidar, a laser that scans the ever-changing surroundings.

The company’s robots are also delivering meals and medical supplies,

and can transport this robotic arm designed to take throat cultures and check respiration.

As the world fights the pandemic, the fight to save lives is bringing robots in closer contact with humans than ever before.

ເຊີນຊົມວີດີໂອ ເປັນພາສາອັງກິດ

Robots Rise to Battle Coronavirus
please wait

No media source currently available

0:00 0:01:43 0:00

XS
SM
MD
LG