ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຫຸ່ນ​ຍົນ ບຸກ​ສະ​ຖານ​ທີ່ ​ໃນ ມະ​ຫາ​ວິ​ທະ​ຍາ​ໄລ ເພື່ອ​ສົ່ງ ເບີ​ຣີ​ໂຕ


Robots Invade Campus to Deliver Burritos
please wait

No media source currently available

0:00 0:02:00 0:00

​ເຊີນ​ຊົມ​ວິ​ດີ​ໂອ ກ່ຽວ​ກັບ ລາຍ​ງານນີ້.

ຫຼາຍ​ບໍ​ລິ​ສັດ​ໄດ້​ແຂ່ງ​ຂັນ​ກັນ​ ໃນ​ການ​ເຮັດ​ລົດ​ທີ່​ຂັບ​ເຄື່ອນ​ດ້ວຍ​ຕົນ​ເອງ, ແຕ່​ມັນ​ຍັງ​ມີ​
ການແຂ່ງຂັນອີກຢ່າງນຶ່ງ ກ່ຽວກັບ ການສ້າງຫຸ່ນຍົນ ທີ່ສາມາດເດີນທາງຕາມຊຸມຊົນ
ຕ່າງໆ, ເພື່ອສົ່ງອາຫານ ແລະ ສິ່ງຂອງຊື້ຈ່າຍອື່ນໆ. ນັກຂ່າວວີໂອເອ ມິແຊລ ຄວິນ
(Michelle Quinn) ມີລາຍງານ ກ່ຽວກັບ ບໍລິສັດຫຸ່ນຍົນແຫ່ງນຶ່ງ ໃນເມືອງ ເບີກລີ
(Berkley) ລັດ ຄາລິຟໍເນຍ ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນ
ອັນດັບຕໍ່ໄປ.

ນີ້ບໍ່​ແມ່ນ​ຫຸ່ນ​ຍົນ​ທີ່​ເຂົ້າ​ມາ​ຮຸ​ກ​ຮານ​ໂຈ​ມ​ຕີ. ມັນ​ເປັນ​ພຽງ​ຫຸ່ນ​ຍົນ ກີ​ວີ ທີ່​ເດີນ​ທາງ​ໄປ​ທົ່ວ​
ເມືອງ ເບີກລີ, ເຊິ່ງມັນກຳລັງລໍຖ້າສົ່ງສິນຄ້າຕໍ່ໄປ.

ທ້າວ ຊາ​ຊາ ອຽດ​ຊີ​ເນຍ, ຫົວ​ໜ້າ​ຜະ​ລິດ​ຕະ​ພັນ, ບໍ​ລິ​ສັດ ກີ​ວີ ກ່າວ​ວ່າ “ພວກ​ເຮົາ​ມີ​ຫຸ່ນ​
ຍົນຂະໜາດນ້ອຍ ທີ່ມັນແລ່ນໄປຕາມທາງຍ່າງ ແລະ ສົ່ງອາຫານໄປຊຸມຊົນຂອງທ່ານ.
ແທນທີ່ມັນຈະສົ່ງແຕ່ສອງ ຫຼື ສາມຢ່າງຕໍ່ຊົ່ວໂມງ, ດັ່ງທີ່ທຸລະກິດດັ່ງກ່າວໄດ້ເຮັດມື້ນີ້,
ພວກເຮົາສາມາດສົ່ງໄດ້ 6 ຫາ 8 ເທື່ອ.

ໃນການ​ໃຊ້​ແອັບ​ພ​ລີ​ເຄ​ຊັນ​ໃນ​ໂທ​ລະ​ສັບ, ພວກ​ລູກ​ຄ້າຈະສັ່ງ​ອາ​ຫານ​ຈາກ​ຮ້ານ​ອາ​ຫານ
ໄດ້​ໃນ​ທ້ອງ​ຖິ່ນ, ​ພະ​ນັກ​ງານ​ເສີບ ທີ່​ເປັນ​ມະ​ນຸດກໍ​ຈະ​ໄປ​ຮັບ​ເອົາ​ ແລະ ນຳ​ໄປ​ໃຫ້​ຫຸ່ນ​ຍົນ
ທີ່ຢູ່ໃກ້ຄຽງ, ເຊິ່ງມັນຈະສົ່ງອາຫານໄປຕາມທາງຕໍ່ໄປໃຫ້ລູກຄ້າທີ່ກຳລັງລໍຖ້າຢູ່.

ພວກມັນແມ່ນ​ສິ່ງທີ່​ແປກ​ໃໝ່​ຢູ່​ຕາມ​ຖະ​ໜົນ, ແຕ່​ຫຸ່ນ​ຍົນ ກີ​ວີ ພວກນີ້​ ແມ່ນ ຖືກ​ຕິດ​ຕັ້ງ​
ດ້ວຍກ້ອງ 6 ໜ່ວຍ ແລະ ເຊັນເຊີ ທີ່ວັດແທກໄລຍະທາງ, ຫຼີກເວັ້ນຈາກສິ່ງກີດຂວາງ
ຕ່າງໆ ແລະ ຍັງສາມາດສົ່ງສິນຄ້າໃຫ້ທັນເວລານຳດ້ວຍ.

ທ້າວ ບາ​ລາ ແຢ​ລ​ລາ​ປາ​ຣາ​ກາ​ດາ ນັກ​ວິ​ທະ​ຍາ​ສາດ​ຂໍ້​ມູນຂອງ​ບໍ​ລິ​ສັດ ກີ​ວີ ກ່າວ​ວ່າ
“ພາບເຄື່ອນໄຫວຢູ່ທາງນີ້ແມ່ນສະແດງໃຫ້ເຫັນສິ່ງທີ່ການຂັບເຄື່ອນອັດຕະໂນມັດກຳ
ລັງເບິ່ງຫຍັງຢູ່, ສະນັ້ນມັນຈຶ່ງສາມາດຈັບສິ່ງຕ່າງໆໄດ້ຄື ລົດທີ່ແລ່ນຜ່ານ ຫຼື ຕີນຂອງຄົນ
ຫຼື ລົດສະກູດເຕີ.”

ຫຸ່ນ​ຍົນ​ທັງຫຼາຍ​ຈະ​ກັບ​ຄືນ​ໄປ​ຫ້ອງ​ການ​ໃຫຍ່​ຂອງ​ບໍ​ລິ​ສັດ ກີ​ວີ ທຸກ​ຄືນ ບ່ອນ​ທີ່​ມັນ​ຈະ​ຖືກ​
ປັບໃຫ້ເຮັດວຽກໄດ້ດີທີ່ສຸດອີກ.

ທ້າວ ບາ​ລາ ເວົ້າ​ວ່າ “ການ​ຂັບ​ເຄື່ອນ​ອັດ​ຕະ​ໂນ​ມັດ ແທ້​ຈິງ​ແລ້ວ​ ຈະ​ເບິ່ງ​ເງົາ​ຢູ່​ທາງນີ້
ແລະ ຈະຄິດວ່າ ເງົານັ້ນແມ່ນຝາ ຫຼື ກຳແພງໃໝ່ ແລະ ມັນຈະພະຍາຍາມຫຼີກເວັ້ນສິ່ງດັ່ງ
ກ່າວ, ພວກເຮົາບໍ່ຢາກໃຫ້ແນວນັ້ນເກີດຂຶ້ນ.”

ແລະ ຖ້າລະ​ບົບ​ກ້ອງ​ເພ, ເຄື່ອງ​ເຊັນ​ເຊີ​ອີກ​ອັນ​ນຶ່ງກໍ​ຈະ​ຢຸດ​ຫຸ່ນ​ຍົນທັນ​ທີ.

ກຸ່ມ​ປະ​ຕິ​ບັດ​ການ​ດ້ານຄວາມ​ປອດ​ໄພ ແມ່ນ​ກຸ່ມ​ນຶ່ງ​ຢູ່ ໂຄ​ລັອມ​ເບຍ ເຊິ່ງ​ຕິດ​ຕາມ​ການ​
ເຄື່ອນໄຫວຂອງຫຸ່ນຍົນທຸກໆບາດກ້າວ.

ທ້າວ ຊາ​ຊາ ເວົ້າ​ວ່າ “ໂດ​ຍ​ພື້ນ​ຖານ​ແລ້ວ ​ມັນ​ແມ່ນ​ຄົນ​ຈຳ​ນວນ​ນຶ່ງຜູ້​ທີ່​ນັ່ງ​ຈັບ​ມື​ເກມ ຫຼື
joystick ຄືກັບວ່າພວກເຂົາເຈົ້າກຳລັງຫຼິ້ນເກມວິດີໂອຢູ່ ພຽງແຕ່ວ່າມັນແມ່ນຊີວິດຈິງ
ເທົ່ານັ້ນ, ທ່ານກໍຮູ້ເນາະ, ແທ້ຈິງແລ້ວມັນກໍຄືການຮັບປະກັນວ່າ ຫຸ່ນຍົນດັ່ງກ່າວຈະບໍ່
ຕົກອອກຈາກຂອບທາງ ຫຼື ໄປຕຳເອົາຄົນ.”

ເບິ່ງ​ຄືວ່າ ມັນ​ອາ​ດເປັນການ​ໃຊ້​ຄວາມ​ພະ​ຍາ​ຍາມຫຼາຍ​ໂພດ ໃນ​ການ​ສົ່ງ ເບີ​ຣີ​ໂຕ ບໍ່​ໃຫ້​
ກາຍ 35 ນາທີເທົ່ານັ້ນ. ແຕ່ການສົ່ງໃນແຕ່ລະຄັ້ງ ຈະເຮັດໃຫ້ພວກເຮົາຫຍັບເຂົ້າໃກ້ອະ
ນາຄົດ ທີ່ວ່າຫຸ່ນຍົນຈະມີຄວາມສຳຄັນຫຼາຍກວ່າ ເປັນຂອງແປກທີ່ໜ້າຮັກເທົ່ານັ້ນ.

Companies race to make self driving automobiles, but there's another race going on to create robots that can roam through neighborhoods, to deliver food and other purchases. Michelle Quinn reports on one robotic fleet in Berkeley, California.

This is not a robot invasion. Just Kiwi robots roaming Berkeley waiting for their next delivery.

"We have little robots that roam the sidewalk and deliver food to your neighborhood. Instead of doing two or three deliveries an hour, as the industry does today, we're able to do six to eight."

Using a phone app, customers order food from a local restaurant, which a human courier picks up and brings to a nearby robot, which rolls the meal the rest of the way to a waiting customer.


They're still a novelty on the street, but these Kiwi robots come equipped with six cameras and sensors to measure distance, avoid obstacles and still deliver their orders on time.

"This visualizer over here is showing what the auto pilot is actually looking at, so it can detect things like cars moving past or the feet of the people or the scooter."

The robots go back to Kiwi headquarters each night where they are tweaked for optimum performance.

"The autopilot is actually looking at the shadows over hereand thinking the shadows are a new wall or border and it's trying to avoid that, we don't want that to happen."

And if the camera system fails, another sensor stops the robot in time.

The other fail safe - is a team in Colombia which monitors the robots' every step.

"It's basically a bunch of people who are sitting around with joysticks like pretty much playing video games except in real life, you know, they actually like making sure the robot doesn't fall off the side of the street or like bump into someone."

It may seem like a lot of effort just to deliver a burrito in under 35 minutes. But each delivery brings us closer to a future where robots are more than just a cute novelty.

XS
SM
MD
LG