ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໘ ກັນຍາ ໒໐໒໔

ຫຸ່ນ​ຍົນ​ເລີ່ມ​ເຄື່ອນ​ຍ້າຍ​ເຊື້ອ​ໄຟ​ທີ່​ໄດ້​ເປື່ອຍ​ລົງ ​ຢູ່​ໂຮງ​ໄຟ​ຟ້າ​ນິວ ​ເຄ​ລຍ ຟູ​ກູ​ຊິ​ມະ


ພະນັກງານ ຂອງ ບໍ​ລິ​ສັດ​ຖື​ຮຸ້ນ​ພະ​ລັງ​ງານ​ໄຟ​ຟ້າ ໂຕ​ກຽວ ຫຼື TEPCO ຂອງໂຮງໄຟຟ້າພະ
ລັງນິວເຄລຍ ກຳລັງຖືເຄື່ອງວັດແຖກກຳມັນຕະລັງສີ.
ພະນັກງານ ຂອງ ບໍ​ລິ​ສັດ​ຖື​ຮຸ້ນ​ພະ​ລັງ​ງານ​ໄຟ​ຟ້າ ໂຕ​ກຽວ ຫຼື TEPCO ຂອງໂຮງໄຟຟ້າພະ ລັງນິວເຄລຍ ກຳລັງຖືເຄື່ອງວັດແຖກກຳມັນຕະລັງສີ.

ຫຸ່ນ​ຍົນ​ຍາວ​ໄດ້​ເຂົ້າ​ໄປ​ໃນ​ເຕົາ​ປະ​ຕິ​ກອນ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢູ່​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ ຟູ​ກູ​ຊິ​ມະ ຂອງ ຍີ່​ປຸ່ນ​ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ, ເຊິ່ງ​ເປັນ​ການ​ເລີ່ມ​ຕົ້ນ​ພາ​ລະ​ກິດ​ສອງ​ອາ​ທິດ​ທີ່​ມີ​ເດີມ​ພັນ​ສູງ ເພື່ອກອບ​ກູ້​ເສດເຊື້ອ​ໄຟ​ຈຳ​ນວນ​ນ້ອຍໆ​ທີ່​ໄດ້​ເປື່ອຍຈາກ​ພື້ນ​ເປັນ​ຄັ້ງ​ທຳ​ອິດ.

ການ​ເດີນ​ທາງ​ຂອງ​ຫຸ່ນ​ຍົນ​ເຂົ້າ​ໄປ​ໃນ​ເຕົາ​ປະ​ຕິ​ກອນ​ໜ່ວຍ 2 ແມ່ນ​ບາດ​ກ້າວ​ທຳ​ອິດ​ທີ່​ສຳ​ຄັນ​ສຳ​ລັບ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ຕໍ່​ໄປ, ເຊິ່ງ​ແມ່ນ​ຂະ​ບວນ​ການ​ທີ່​ເປັນ​ຕາ​ຢ້ານ​ແກ່​ຍາວ​ມາ​ດົນ​ກວ່າ​ສິບ​ປີ ເພື່ອ​ປິດ​ໂຮງ​ໄຟ​ຟ້າ​ດັ່ງ​ກ່າວ ແລະ ຮັບ​ມື​ກັບ​ເຊື້ອ​ໄຟ​ທີ່​ມີ​ສານ​ກຳ​ມັນ​ຕະ​ພາບ​ລັງ​ສີ​ສູງຫຼາຍ​ທີ່​ໄດ້​ເປື່ອຍ​ຢູ່​ໃນ​ເຕົາ​ປະ​ຕິ​ກອນ​ສາມ​ໜ່ວຍ ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຍ້ອນ​ເຫດ​ແຜ່ນ​ດິນ​ໄຫວ​ຂະ​ໜາດ​ໃຫຍ່ ແລະ ຄື້ນ​ສຸ​ນາ​ມິ​ໃນ​ປີ 2011. ບັນ​ດາ​ນັກ​ຊ່ຽວ​ຊານ​ຫວັງ​ວ່າ​ຫຸ່ນ​ຍົນ​ດັ່ງ​ກ່າວ​ຈະ​ຊ່ວຍ​ເຂົາ​ເຈົ້າ​ຮຽ​ນ​ຮູ້ຫຼາຍ​ຂຶ້ນ ກ່ຽວ​ກັບ ສະ​ຖາ​ນະ​ພາບ​ຂອງ​ແກນ ແລະ ສິ່ງ​ເສດ​ເຫຼືອ​ຂອງ​ເຊື້ອ​ໄຟ.

ບໍ​ລິ​ສັດ​ຖື​ຮຸ້ນ​ພະ​ລັງ​ງານ​ໄຟ​ຟ້າ ໂຕ​ກຽວ ຫຼື TEPCO, ເຊິ່ງ​ບໍ​ລິ​ຫານ​ໂຮງ​ໄຟ​ຟ້າ​ດັ່ງ​ກ່າວ, ເວົ້າ​ວ່າ​ຄາດ​ວ່າ​ເຊື້ອ​ໄຟ​ແຫຼວ 880 ໂຕນ​ແມ່ນ​ຍັງ​ຄົງ​ຢູ່​ໃນ​ເຕົາ​ປະ​ຕິ​ກອນ​ສາມ​ໜ່ວຍ​ນັ້ນ, ແຕ່​ບັນ​ດາ​ນັກ​ຊ່ຽວ​ຊານ​ຈຳ​ນວນ​ນຶ່ງ​ກ່າວ​ວ່າ ຈຳ​ນວນ​ອາດ​ມີຫຼາຍກວ່າ​ນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

A long robot entered a damaged reactor at Japan's Fukushima nuclear power plant on Tuesday, beginning a two-week, high-stakes mission to retrieve for the first time a tiny amount of melted fuel debris from the bottom.

The robot's trip into the Unit 2 reactor is a crucial initial step for what comes next — a daunting, decades-long process to decommission the plant and deal with large amounts of highly radioactive melted fuel inside three reactors that were damaged by a massive earthquake and tsunami in 2011. Specialists hope the robot will help them learn more about the status of the cores and the fuel debris.

Tokyo Electric Power Company Holdings, or TEPCO, which manages the plant, says an estimated 880 tons of molten fuel debris remains in the three reactors, but some experts say the amount could be larger.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG