ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພົນ​​ເຮືອ​​ໂທ Harward ​ປະຕິເສດ ບໍ່ຮັບເປັນ ທີ່ປຶກສາ ດ້ານຄວາມໝັ້ນຄົງ ແຫ່ງຊາດ


ພົນ​​ເຮືອ​​ໂທ Robert Harward ​ຜູ້ບັນຊາການກຳລັງປະສົມ 435 ກ່າວຕໍ່ເຈົ້າໜ້າທີ່ອັຟການິສຖານ.
ພົນ​​ເຮືອ​​ໂທ Robert Harward ​ຜູ້ບັນຊາການກຳລັງປະສົມ 435 ກ່າວຕໍ່ເຈົ້າໜ້າທີ່ອັຟການິສຖານ.

ພົນເຮືອໂທ Robert Harward ​ໄດ້​ປະຕິ​ເສດ ​ຕໍ່​ການສະ​ເໜີ​ໂດຍ​ປະທານາທິບໍດີ​ສະຫະ ລັດ ທ່ານ Donald Trump ​ທີ່​ຈະ​ແຕ່ງຕັ້ງໃຫ້ທ່ານ​ເປັນ​ທີ່​ປຶກສາ​ດ້ານຄວາມ​ໝັ້ນຄົງ​ແຫ່ງ ຊາດ​ຄົນ​ໃໝ່​ແທນ​ນາຍ​ພົນ​ເບ້​ຍບຳນານ Micheal Flynn ​ທີ່​ໄດ້​ລາ​ອອກ​ໄປ​ໃນ​ຕົ້ນ​ອາທິດ​ນີ້.

ນາຍ​ພົນ Harward ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ວ່າ “ວຽກ​ການ​ດັ່ງກ່າວ​ນີ້​ ຕ້ອງ​ການ​ເວລາ 24 ຊົ່ວ​ໂມງ​ຕໍ່​ມື້​ເຈັດ​ມື້​ຕໍ່​ອາທິດເພື່ອ​ເພັ່ງ​ເລັງແລະ​ໝັ້ນ​ໝາຍ​ເຮັດໃຫ້​ຖືກຕ້ອງ. ປັດຈຸບັນ​ນີ້ ຂ້າພະ​ເຈົ້າ​ບໍ່​ສາມ​າດ​ໃຫ້​ຄວາມໝັ້ນ​ໝາຍ​ໄດ້.”

ນາຍ​ພົນ Harward ອາຍຸ 60 ປີ ​ທີ່​ເປັນ​ອະດີດໜ່ວຍ​ກ້າ​ຕາຍ Navy SEAL ​ແລະ​ສາມາດ​ປາກ​ພາສາ Farsi ​ໄດ້​ຢ່າງ​ຫລ່ຽ​ນໄຫຼ ​ໄດ້​ອອກກິນ​ເບ້​ຍບຳນານ​ຈາກ​ກອງທັບ​ ໃນ​ປີ 2013. ປັດຈຸ​ບັນ​ນີ້ ທ່ານເ​ຮັດ​ວຽກເປັນ​ຜູ້ບໍລິຫານ​ ຢູ່ບໍລິສັດ Lockheed Martin ຊຶ່ງ​ເປັນບໍລິສັດ​ສ້າງ​ອາວຸດ ​ແລະ​ອະວະກາດ ບ່ອນ​ທີ່​ທ່ານເພັ່ງ​ເລັງ​ໃສ່ ສະຫະລັດ​ອາຣັບ​ເອ​ເມີ​ເຣັສ.

ນາຍ​ພົນ Harward ​ເປັນ​ບຸກຄົນ ທີ່​ໜ້າ​ນັບຖື​ ຢູ່​ໃນ​ປະຊາ​ຄົມ ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ. ນອກ​ນັ້ນ ທ່ານຍັງ​ມີ​ຄວາມ​ໃກ້ຊິດ​ກັບ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ທ່ານ Jim Mattis. ພວກ​ທ່ານໄດ້​ຮັບ​ໃຊ້​ຮ່ວມ​ກັນ ​ໃນ​ລະຫວ່າງ​ທີ່​ທ່ານ Harward ​ເປັນ​ຮອງຜູ້​ບັນຊາ​ການ​ທະຫານ​ສະຫະລັດ ໃນ​ເຂດ​ພາກ​ຕາ​ເວັນ​ອອກ​ກາງນັ້ນ.

ນາຍ​ພົນ Harward ​ໄດ້​ມີ​ປະສົບ​ການ​ຮັບ​ໃຊ້​ຢູ່ທຳນຽບຂາວ​ມາ​ກ່ອນ. ທ່ານ​ໄດ້​ເຮັດ​ວຽກ​ຢູ່​ໃນ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ພາຍ​ໃຕ້​ອະດີດ​ປະທານາທິບໍດີ George W. Bush ບ່ອນ​ທີ່​ທ່ານ​ໄດ້​ເນັ້ນ​ໜັກ​ໃສ່​ການ​ຕໍ່ຕ້ານການ​ກໍ່​ການ​ຮ້າຍ.

ທ່ານ Flynn ​ໄດ້​ອອກ​ຈາກ​ໜ້າ​ທີ່ຫລັງ​ຈາກ​ໄດ້ບອກ​ຂ່າວ​ທີ່​ບໍ່​ຖືກ​ຕ້ອງ​ໃຫ້ແກ່​ບັນ ດາ​ເຈົ້າ​ໜ້າ​ທີ່​ທຳນຽບຂາວກ່ຽວ​ກັບການ​ຕິດ​ຕໍ່​ກັບພວກ​ເຈົ້າ​ໜ້າ​ທີ່ຣັດ​ເຊຍ​ໃນ​ລະຫວ່າງ​ການ​ໂອນ​ອຳນາດ​ປະທານາທິບໍດີ.

ໄລຍະເວລາ​ ໃນ​ການເປັນທີ່​ປຶກສາ​ ດ້ານຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ ຂອງ​ທ່ານ Flynn ​ແມ່ນ​ສັ້ນ​ທີ່​ສຸດເທົ່າ​ທີ​ເຄີຍ​ມີ​ມາ ຄື​ບໍ່​ຮອດ​ນຶ່ງ​ເດືອນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Trump Harward
please wait
Embed

No media source currently available

0:00 0:01:15 0:00

XS
SM
MD
LG