ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພົນລະເຮືອນ 7 ຄົນເສຍຊີວິດ ຍ້ອນລະເບີດ ຂ້າງທາງໃນ ອັຟການິສຖານ


ແຂວງ Logar, ແຂວງ Nangarhar, ປະເທດ ອັຟການິສຖານ.
ແຂວງ Logar, ແຂວງ Nangarhar, ປະເທດ ອັຟການິສຖານ.

ບັນດາເຈົ້າໜ້າທີ່ໃນ ອັຟການິສຖານ ກ່າວວ່າ ພົນລະເຮືອນຢ່າງໜ້ອຍ 7 ຄົນໄດ້ເສຍຊີວິດ ແລະ 2 ຄົນໄດ້ຮັບບາດເຈັບ ເມື່ອລົດຂອງພວກເຂົາເຈົ້າໄດ້ຢຽບລະເບີດຂ້າງທາງ ໃນພາກ ຕາເວັນອອກຂອງພາກພື້ນທີ່ມີບັນຫາ. ຄວາມຮຸນແຮງໄດ້ເກີດຂຶ້ນພຽງບໍ່ເທົ່າໃດຊົ່ວໂມງ ກ່ອນພວກຫົວຮຸນແຮງລັດອິສລາມ ຢູ່ໃນພາກພື້ນດຽວກັນໄດ້ລັກພາຕົວອາຈານສອນຢູ່ ມະຫາວິທະຍາໄລ 13 ຄົນໄປ.

ກະຊວງພາຍໃນ ອັຟການິສຖານ ໄດ້ກ່າວໃນວັນອາທິດມື້ນີ້ວ່າ ລະເບີດທີ່ແຕກໃນຕອນ ເຊົ້າ ໄດ້ເກີດຂຶ້ນໃນບ້ານ Bargholi ຂອງແຂວງ Nangarhar, ເຊິ່ງມີຊາຍແດນຕິດກັບ ປະເທດ ປາກິສຖານ.

ກະຊວງນີ້ ໄດ້ກ່າວປະນາມຄວາມຮຸນແຮງທີ່ໂຫດຮ້າຍນັ້ນວ່າ ເປັນການກະທຳທີ່ “ບໍ່ສາ ມາດໃຫ້ອະໄພໄດ້ ແລະ ເປັນຕາອັບອາຍຂາຍໜ້າ” ຂອງ "ພວກສັດຕູຂອງສັນຕິພາບ ແລະ ຄວາມໝັ້ນຄົງ” ໃນ ອັຟການິສຖານ, ແລະ ໄດ້ປະຕິຍານວ່າ ຈະນຳຕົວຜູ້ກະທຳຜິດ ມາລົງໂທດ.

ມັນບໍ່ເປັນທີ່ຊັດແຈ້ງໃນທັນທີທັນໃດວ່າ ຜູ້ໃດໄດ້ວາງລະເບີດຢູ່ພາກພື້ນ ອັຟການິສຖານ ບ່ອນທີ່ພວກ ຕາລີບານ ຕໍ່ຕ້ານລັດຖະບານໄດ້ປະຕິບັດການເຄື່ອນໄຫວຕໍ່ຕ້ານລັດຖະ ບານຢ່າງເອົາເປັນເອົາຕາຍນັ້ນ.

ພວກຫົວຮຸນແຮງທີ່ເຊື່ອມໂຍງກັບພວກລັດອິສລາມ, ທີ່ຮູ້ຈັກກັນໃນທ້ອງຖິ່ນວ່າ Daesh ນັ້ນ, ກໍໄດ້ສ້າງຕັ້ງຖານທີ່ໝັ້ນຫຼາຍແຫ່ງໃນເມືອງທີ່ຕັ້ງຢູ່ເຂດຊົນນະບົດຂອງແຂວງ Nangarhar ແລະ ໄດ້ດຳເນີນການໂຈມຕີແບບປ່າເຖື່ອນ ຕໍ່ພົນລະເຮືອນເປັນປະຈຳ, ອີງຕາມບັນດາເຈົ້າໜ້າທີ່ກອງກັບ ອັຟການິສຖານ ແລະ ເອເມຣິກັນ.

ພວກເຂົາເຈົ້າກ່າວວ່າ ອະດີດສະມາຊິກຫຼາຍຄົນຂອງພວກຫົວຮຸນແຮງ ຕາລີບານ ປາກິສ ຖານ ທີ່ຕໍ່ຕ້ານລັດຖະບານ ໄດ້ຖືກຈັດອັນດັບເປັນພວກ IS ໃນ ອັຟການິສຖານ ຫຼັງຈາກ ໄດ້ຫຼົົບໜີຈາກການບັດຕິບັດການຂອງກອງທັບໃນປະເທດທີ່ຢູ່ໃກ້ຄຽງ.

ນອກຈາກນັ້ນ, ເຈົ້າໜ້າທີ່ແຂວງຄົນໜຶ່ງໃນແຂວງ Nangarhar ຍັງໄດ້ໃຫ້ການຢືນຢັນຕໍ່ ວີໂອເອ ວ່າ ພວກຫົວຮຸນແຮງ Daesh ກຸ່ມໜຶ່ງໄດ້ບຸກໂຈມຕີມະຫະວິທະຍາໄລສາສະໜາ ໃນເມືອງ Deh Bala ໃນຕອນເຊົ້າຂອງວັນອາທິດມື້ນີ້ ແລະ ໄດ້ຈັບເອົາຄູອາຈານ 13 ຄົນ ແລະ ນຳຕົວພວກເຂົາເຈົ້າອອກໄປສູ່ຈຸດໝາຍທີ່ບໍ່ຖືກຮັບຮູ້.

ເຫດການດັ່ງກ່າວໄດ້ເກີດຂຶ້ນພຽງສອງມື້ ຫຼັງຈາກພວກຫົວຮຸນແຮງ IS ໄດ້ຈູດໄຟເຜົາ ເຮືອນຂອງພົນລະເຮືອນ 70 ຫຼັງໃນເມືອງທີ່ຢູ່ໃກ້ຄຽງ ໃນຄວາມພະຍາຍາມທີ່ຈະບັງຄັບ ໃຫ້ປະຊາກອນໜີອອກຈາກຂົງເຂດດັ່ງກ່າວ ເພື່ອວ່າພວກເຂົາຈະສາມາດຍຶດຄືນຖານທີ່ ໝັ້ນເກົ່າຢູ່ທີ່ນັ້ນ, ອີງຕາມບັນດາເຈົ້າໜ້າທີ່ ອັຟການິສຖານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG