ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອາດເກີດ ການຂັດແຍ້ງກັນ ຢູ່ທະເລຈີນໃຕ້ ຖ້າຈີນ ປະກາດ ເຂດປ້ອງກັນ ທາງອາກາດ


ພົນໂທທະຫານອາກາດ ຫລີວ ຊູ-ເຈນ ທໍາການນໍາສະແດງ ແຜນທີ່ ເຂດປ້ອງກັນທາງອາກາດ ທີ່ມີການລະບຸໂຕ ຫລື ADIZ ຂອງ ຈີນ ຢູ່ທະເລຈີນຕາເວັນອອກ ຢູ່ໃນກອງປະຊຸມຖະແຫລງຂ່າວ ໃນນະຄອນໄທເປ ຂອງໄຕ້ຫວັນ ໃນວັນທີ 2 ທັນວາ, 2013.
ພົນໂທທະຫານອາກາດ ຫລີວ ຊູ-ເຈນ ທໍາການນໍາສະແດງ ແຜນທີ່ ເຂດປ້ອງກັນທາງອາກາດ ທີ່ມີການລະບຸໂຕ ຫລື ADIZ ຂອງ ຈີນ ຢູ່ທະເລຈີນຕາເວັນອອກ ຢູ່ໃນກອງປະຊຸມຖະແຫລງຂ່າວ ໃນນະຄອນໄທເປ ຂອງໄຕ້ຫວັນ ໃນວັນທີ 2 ທັນວາ, 2013.

ການປະກາດເຂດປ້ອງກັນທາງອາກາດ ໂດຍປັກກິ່ງ, ຫລື ການດໍາເນີນຄວາມພະຍາ
ຍາມໃດໆ ທີ່ຈະຍຸຕິການສັນຈອນຂອງກໍ່າປັ່ນພົນລະເຮືອນ ໃນເຂດນັ້ນ ແມ່ນສ່ຽງທີ່
ຈະເກີດມີການຂັດແຍ້ງກັນຂຶ້ນ ຢູ່ໃນທະເລຈີນໃຕ້ ທີ່ມີການຖົກຖຽງກັນຢູ່ແລ້ວນັ້ນ ຫລັງຈາກມີຄວາມສະຫງົບຢູ່ມາເປັນເວລາຫລາຍປີແລ້ວ ເພາະການເຄື່ອນໄຫວອັນ
ໃດກໍຕາມໃນນັ້ນ ຈະເຮັດໃຫ້ເກີດຄວາມບໍ່ສະດວກ ໃນການປະຕິບັດງານ ໃນແຕ່
ລະວັນ, ອີງຕາມຄໍາເວົ້າຂອງພວກນັກຄົ້ນຄວ້າ ທີ່ຕິດຕາມເບິ່ງສະພາບການໃນຂົງເຂດ.

ປະເທດອື່ນທີ່ອ້າງເອົາກໍາມະສິດ 5 ປະເທດ ທີ່ມີກໍາລັງທະຫານອ່ອນກວ່າ ໄດ້ແຕ່ພາ
ກັນເບິ່ງໂດຍບໍ່ມີການຄັດຄ້ານໃດໆ ໃນຂະນະທີ່ຈີນທົດລອງເຮືອບິນຖິ້ມລະເບີດ, ທໍາ
ການຊ້ອມລົບທາງເຮືອ, ແລະພິຈາລະນາທີ່ຈະຕັ້ງໂຮງໄຟຟ້າ ນີວເຄລຍຫລາຍແຫ່ງ ຢູ່
ໃນເຂດທະເລ ທີ່ກວ້າງ 3.5 ລ້ານຕາລາງກິໂລແມັດ ນັ້ນ. ອາທິດແລ້ວນີ້ ອົງການຂ່າວ
ຂອງຈີນລາຍງານວ່າ ມີການທົດລອງການໃຊ້ເຮືອບິນໃນເຂດທະເລ ທີ່ຜະລິດໂດຍຈີນ
ເປັນຄັ້ງທໍາອິດ ເພື່ອວ່າອາດຈະເອົາໄປໃຊ້ໃນເຂດໜ່ານນໍ້າທີ່ມີການຂັດແຍ້ງກັນນັ້ນ.

ແຕ່ວ່າລັດຖະບານປະເທດອື່ນໆ ຄືບຣູນາຍ, ມາເລເຊຍ, ຟີລິບປິນ, ໄຕ້ຫວັນ ແລະ
ຫວຽດນາມ ຈະເພີ້ມການຄັດຄ້ານຂອງພວກເຂົາເຈົ້າຂຶ້ນ ຖ້າຫາກປັກກິ່ງ ປະກາດໃຫ້
ເປັນເຂດທີ່ໄດ້ຮັບການປ້ອງກັນທາງອາກາດໂດຍໃຫ້ລະບຸໂຕ ຫລື ເລີ້ມທໍາການບັນຊາ
ການສັນສອນແບບບັງຄັບ ຕໍ່ເຮືອກໍ່າປັ່ນຂອງເອກະຊົນ ທີ່ແລ່ນໄປຜ່ານເຂດທະເລນັ້ນ,
ອີງຕາມຄໍາເວົ້າຂອງສາດສະດາຈານອາເລັກແຊນແດີ ຮ່ວງ (Alexander Huang) ທີ່
ສອນວິຊາການສຶກສາດ້ານຍຸດທະສາດ ທີ່ມະຫາວິທະຍາໄລແທມກາງ (Tamkang)
ໃນໄຕ້ຫວັນ.

ແຜນທີ່ການອ້າງເອົາກໍາມະສິດຂອງປະເທດຕ່າງໆ ໃນທະເລຈີນໃຕ້
ແຜນທີ່ການອ້າງເອົາກໍາມະສິດຂອງປະເທດຕ່າງໆ ໃນທະເລຈີນໃຕ້

ທ່ານເວົ້າວ່າ "ມັນຈະເປັນການຂັດຕໍ່ ຫລັກການເສລີພາບ ໃນເດີນເຮືອໂດຍກົງເລີຍ."
ທ່ານກ່າວອີກວ່າ "ຜ່ານມາ ທ່າທີຂອງຈີນກໍຄືຢາກບອກວ່າ ‘ຂ້ອຍມີການຄວບຄຸມໃນ
ຫລາຍໆຈຸດ ຢູ່ໃນທະເລຈີນໃຕ້,' ແຕ່ວ່າ ຜ່ານມາ ຈີນກໍບໍ່ເຄີຍເຂົ້າໄປກີດກັ້ນເສລີພາບ
ໃນການເດີນເຮືອ, ທັງທາງທະຫານ ແລະພົນລະເຮືອນ ຈັກເທື່ອ."

ບັນດາປະເທດທີ່ແຂ່ງກັນອ້າງເອົາກໍາມະສິດ ຕໍ່ເຂດທະເລດັ່ງກ່າວ ດຽວນີ້ປ່ອຍໃຫ້ກັນ
ໃຊ້ເຂດທະເລ ທີ່ເປີດກວ້າງແຫ່ງນັ້ນຢູ່ ຂໍພຽງແຕ່ວ່າ ເຮືອກໍ່າປັ່ນຕ່າງໆ ເຫລົ່ານັ້ນ ຫລີກ
ລ້ຽງໄປຫາໝູ່ເກາະນ້ອຍໆ ທີ່ອ້າງກຳມະສິດ ໂດຍປະເທດອື່ນ. ເຮືອບິນດ້ານການຄ້າ
ບິນຜ່ານເຂດທະເລແຫ່ງນັ້ນຕະຫລອດເວັນ ຕະຫລອດຄືນ ແລະ ຢ່າງໜ້ອຍ 1/3 ຂອງ
ການຂົນສົ່ງທາງທະເລໃນໂລກ ພ້ອມທັງເຮືອຫາປາ 1 ລ້ານ 6 ແສນລໍາ ລ້ວນແຕ່ແລ່ນ
ຜ່ານເຂດທະເລນັ້ນ.

ທ່ານເຈັງ ຢງຮົວ (ກາງ) ເອກອັກຄະລັດຖະທູດຈີນ ປະຈໍາຍີ່ປຸ່ນ ຖືກຫ້ອມລ້ອມ ໂດຍພວກນັກຂ່າວ ໃນຂະນະທີ່ທ່ານ ກ່າວຫລັງການປະຊຸມກັບ ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ໃນເດືອນພະຈິກ 2013
ທ່ານເຈັງ ຢງຮົວ (ກາງ) ເອກອັກຄະລັດຖະທູດຈີນ ປະຈໍາຍີ່ປຸ່ນ ຖືກຫ້ອມລ້ອມ ໂດຍພວກນັກຂ່າວ ໃນຂະນະທີ່ທ່ານ ກ່າວຫລັງການປະຊຸມກັບ ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ໃນເດືອນພະຈິກ 2013

ປັກກິ່ງບໍ່ທັນໄດ້ປະກາດໃຫ້ເປັນເຂດທີ່ໄດ້ຮັບການປ້ອງກັນທາງອາກາດທີ່ມີການ
ລະບຸໂຕ ຫລື ADIZ ຢູ່ໃນເຂດທະເລຈີນໃຕ້ເທື່ອ ແຕ່ວ່າ ປະເທດອື່ນມີຄວາມເປັນ
ຫ່ວງ ເພາະວ່າໃນປີ 2013 ປະເທດດັ່ງກ່າວ ໄດ້ສ້າງເຂດປ້ອງກັນທາງອາກາດຂອງ
ຕົນຂຶ້ນ ຢູ່ໃນທະເລຈີນຕາເວັນອອກ. ຈີນເວົ້າວ່າ ການປະກາດເຊັ່ນນັ້ນ ເຮັດໃຫ້ຕົນ
ມີອໍານາດທີ່ຈະບັນຊາການສັນຈອນທາງອາກາດທີ່ບິນຜ່ານເຂດໜ່ານນໍ້າ ທີ່ຖືກອ້າງ
ເອົາກໍາມະສິດສ່ວນນຶ່ງໂດຍຍີ່ປຸ່ນ ແລະໄຕ້ຫວັນນັ້ນ ແຕ່ວ່າ ພວກນັກວິເຄາະເຫດ
ການເວົ້າວ່າ ເຂດດັ່ງກ່າວ ບໍ່ໄດ້ມີຜົນບັງຄັບໃຊ້ເລີຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG