ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ອຸນຫະພູມທາງທະເລ ທີ່ເພີ້ມຂຶ້ນ ເປັນໄພຄຸກຄາມຕໍ່ແນວຫິນປະກາລັງ ໃນລັດຟລໍຣິດາ


Rising Sea Temperatures Threaten Florida's Coral Reefs
please wait

No media source currently available

0:00 0:03:05 0:00

ລາຍງານ: ໄພຄຸກຄາມຕໍ່ຫິນປະກາລັງໃນລັດ ຟລໍຣິດາ ຈາກອຸນຫະພູມຂອງນໍ້າທະເລທີ່ສູງຂຶ້ນ.

ນັກວິທະຍາສາດທາງດ້ານສະພາບອາກາດ ກ່າວວ່າ ໃນຊ່ວງບໍ່ເທົ່າໃດອາທິດມານີ້ ເປັນຊ່ວງໄລຍະທີ່ມີອາກາດຮ້ອນທີ່ສຸດຢູ່ໃນທົ່ວໂລກແລະເບິ່ງຄືວ່າ ຈະເປັນຊ່ວງທີ່ມີຄວາມຮ້ອນທີ່ສຸດ ໃນຮອບ 100 ພັນປີ. ບາງສ່ວນຂອງເວ​ລາ ນີ້ໂລກ ແມ່ນຢູ່ໃຕ້ນໍ້າ, ແຕ່ສ່ວນອື່ນໆຂອງໂລກ ຊໍ້າພັດປະ​ເຊີນ​ກັບຄວາມຮ້ອນທີ່ຮຸນແຮງ, ແຕ່ຈຸດໝາຍປາຍທາງສໍາລັບນັກທ່ອງທ່ຽວແຄມທະເລ, ຜົນກະທົບຕໍ່ການປ່ຽນແປງຂອງສະພາບອາກາດໄດ້ກາຍເປັນໄພຄຸກຄາມຕໍ່​ທັງຄວາມ​ຢູ່​ລອດ​ ແລະວິຖີຊີວິດຂອງພວກເຂົາເຫຼົ່ານັ້ນ. ອາຣາສ ອາຣາບາຊາດີ ນັກຂ່າວ VOA ມີລາຍງານກ່ຽວກັບເລື້ອງນີ້, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

​ໄຟປ່າທີ່ຮຸນແຮງ ໄດ້ເຜົາໄໝ້ປ່າໄມ້ ແລະເຮືອນຊານຂອງປະຊາຊົນ ຢູ່ໃນເກາະລາ ພລາມາ (La Plama) ເຊິ່ງເປັນເກາະຂອງຊາວສະເປນ ໃນຂະນະທີ່ລົມພັດຮຸນແຮງ ໄດ້ຊ່ວຍໃຫ້ແປວໄຟລຸກລາມຮຸນແຮງຂຶ້ນ. ເຈົ້າໜ້າທີ່ກ່າວວ່າ ມີປະຊາຊົນຫຼາຍກວ່າ 4 ພັນຄົນ ໄດ້ຖືກຍົກຍ້າຍອອກຈາກບໍລິເວນດັ່ງກ່າວ, ໃນຂະນະທີ່ ຢູໂຣບ ຊໍ້າພັດຕໍ່ສູ້ກັບຄື້ນຄວາມຮ້ອນທີ່ຮຸນແຮງ.

ອາດ​ມີປະຊາຊົນຈໍານວນຫຼາຍເຖິງ 61 ພັນຄົນໄດ້ເສຍຊີວິດຍ້ອນຄວາມຮ້ອນທີ່ສູງທີ່ສຸດຢູ່ໃນທະວີບແຫ່ງນີ້ ພຽງແຕ່ໃນລະດູຮ້ອນຂອງປີແລ້ວນີ້ເທົ່ານັ້ນ, ອີງຕາມການຄາດຄະເນເມື່ອໄວໆມານີ້ ທີ່ໄດ້ໂພສລົງໃນວາລະສານ Nature.

ໃນນະຄອນຫຼວງຂອງ ອິນເດຍ, ມີບັນທຶກກ່ຽວກັບນໍ້າຝົນທີ່ຕົກລົງມາ ເຮັດໃຫ້ຖະໜົນຫົນທາງຈົມຢູ່ໃຕ້ນໍ້າໃນທັນທີ. ນະຄອນຫຼວງນິວເດລີ, ໂດຍທົ່ວໄປແລ້ວ ແມ່ນຕັ້ງຢູ່ໃນບໍລິເວນທີ່ມີລະດູລົມມໍລະສຸມ ແຕ່ພົບວ່າ ເປັນລະດູຝົນທີ່ຜິດປົກ ກະຕິ, ເຊິ່ງມີປະມານ 10 ເທົ່າ ຂອງການຄາດຄະເນໄວ້ ສໍາລັບຊ່ວງເວລານີ້ຂອງປີ.

ຢູ່ໃນພາກຕາເວັນອອກສຽງເໜືອຂອງສະຫະລັດ, ຝົນທີ່ຕົກລົງມາຢ່າງແຮງໄດ້ ທໍາລາຍຖະໜົນຫົນທາງ, ມີການບັງຄັບໃຫ້ຕ້ອງຍົກຍ້າຍອອກຈາກພື້ນທີ່ທີ່ໄດ້ຮັບຜົນກະທົບ, ແລະມີການຈໍາກັດການສັນຈອນຂອງເຮືອບິນ. ພາຍຸດັ່ງກ່າວ ໄດ້ພັດ​ເຂົ້າ​ຖະ​ຫຼົ່ມບາງເຂດ​ຂອງນິວອິງແລນ, ນິວຢອກ, ແລະ ຄອນເນັກຕິກັດ ໂດຍມີບາງຂົງເຂດລາຍງານວ່າ ຝົນຕົກຢູ່ທາງພາກເໜືອປະມານ 10 ຊັງຕີແມັດ.

ອັນນີ້ ມັນຕ້ານກັບພາບເບື້ອງຫຼັງ ທີ່ພວກເຮົາເຂົ້າລົງໄປໃຕ້ນໍ້າ ຢູ່ທາງຂົງເຂດຊາຍຝັ່ງຂອງລັດຟລໍຣິດາ, ໃນບ່ອນທີ່ນັກວິທະຍາສາດກ່າວວ່າ ມີອຸນຫະພູມທີ່ສູງ ໄດ້ທໍາລາຍຫິນປະກາລັງ ແລະລະບົບນິເວດທາງນໍ້າໂດຍລວມ.

ດຣ. ໄມໂຄລ ສະຕູດີວານ (Michael Studivan), ຜູ້ຊ່ວຍນັກວິທະຍາສາດຢູ່ທີ່ມະຫາວິທະຍາໄລໄມອາມີ ເຊິ່ງເປັນສະຖາບັນການຮ່ວມມື ສໍາລັບການສຶກສາທາງທະເລ ແລະຊັ້ນບັນຍາກາດ ຫຼື CIMAS ກ່າວຕໍ່ອົງການຂ່າວ Reuters ວ່າ:

“ນອກຈາກອຸນຫະພູມທີ່ສູງຢູ່ເທິງບົກແລ້ວ, ພວກເຮົາຍັງມີອຸນຫະພູມທີ່ສູງ ຢູ່ໃນທະເລອີກ. ແລະ ສະນັ້ນ, ບາງສະຖານທີ່ສໍາລັບຕິດຕາມກວດກາໄລຍະຍາວ ຢູ່ໃນບໍລິເວນຊາຍຝັ່ງໄມອາມີ ກໍາລັງສະແດງໃຫ້ເຫັນສັນຍານການປ່ຽນ​ສີຂອງ​ຫີນປະກາລັງ. ດັ່ງນັ້ນ, ພວກມັນເລີ້ມຕົ້ນເປັນສີຈືດຈາງ ແລະກໍາລັງສູນເສຍປະກາລັງຂອງມັນ, ສູນເສຍເມັດສີຂອງສາຫຼ່າຍຂອງພວກມັນໄປ, ແລະທ້າຍທີ່ສຸດ ພວກເຮົາກໍຄາດວ່າ ພວກມັນເຫຼົ່ານັ້ນ ຈະມີການປ່ຽນ​ສີໂດຍສົມບູນ.”

ອົງກາ​ນ​ຄຸ້ມ​ຄອງມະຫາສະໝຸດແລະຊັ້ນບັນຍາກາດແຫ່ງຊາດ ຫຼື NOAA ອະ ທິບາຍວ່າ ປະກາລັງກໍາລັງປ່ຽນ​ສີໃນຂະນະທີ່ປະກາລັງພົ່ນລັກສະນະທີ່ເປັນສາຫຼ່າຍຂອງພວກມັນອອກມາ ທ່າມກາງຄວາມກົດດັນຈາກພາຍນອກເຊັ່ນ ການປ່ຽນແປງຂອງອຸນຫະພູມຢູ່ໃນນໍ້າ. ອົງການ NOAA ກ່າວວ່າ ໃນປີ 2005 ສະຫະລັດ ສູນເສຍຫິນປະກາລັງຂອງພວກເຂົາເຈົ້າຢູ່ໃນທະເລຄາຣິບບຽນເຄິ່ງນຶ່ງ ພາຍໃນນຶ່ງປີເນື່ອງຈາກການປ່ຽນ​ສີ​ເປັນຂາວ. ແຕ່ບັນດານັກວິທະຍາສາດພາກັນເຮັດວຽກຢູ່ໃນໂຄງການ ເພື່ອຟື້ນຟູຫິນປາກາລັງນັ້ນ ກ່າວວ່າ ພວກເຂົາ ເຈົ້າເຫັນສັນຍານຂອງຄວາມຫວັງ ເຊິ່ງເປັນລັກສະນະ ທີ່ບໍ່ເຄີຍມີ ຢູ່ຕາມເສັ້ນ ທາງຂອງນໍ້າ ເຊິ່ງເປັນບ່ອນທີ່ກໍາປັ່ນທ່ອງທ່ຽວຂະ​ໜາດ​ໃຫຍ່ ເຂົ້າຈອດ.

ທ່ານສະຕູດີວານ ກ່າວວ່າ:

“ປັດຈຸບັນ, ພວກເຮົາເຂົ້າໄປສ່ວນເລິກໃນທ່າກໍາປັ່ນແລ້ວ, ໂດຍລວມແລ້ວ ນໍ້າມີຄວາມຂຸ້ນຫຼາຍ; ນໍ້າທີ່ມີຄວາມອຸ່ນ ເກີດຂຶ້ນຢູ່ໃນຂົງເຂດນີ້ມາດົນແລ້ວ. ດັ່ງ ນັ້ນ, ບໍ່ແມ່ນສິ່ງທີ່ພວກເຮົາຄິດວ່າເປັນທີ່ຢູ່ອາໄສຂອງຫິນປະກາລັງອັນເກົ່າແກ່. ແຕ່ຢູ່ຕາມຊາຍຝັ່ງທີ່ມີຄວາມໝັ້ນຄົງຢູ່ທີ່ນີ້ ເສດແຕກຂອງກອງກ້ອນຫິນຂະໜາດໃຫຍ່ ຫຼືກ້ອນຫິນຂະໜາດໃຫຍ່ຫຼາຍສິບໂຕນ ທີ່ພວກເຮົາມີຫິນປະກາລັງອາໄສຢູ່ ແລະກໍາລັງແຕກໜໍ່ຂະຫຍາຍໂຕຂຶ້ນ. ບາງປະກາລັງເຫຼົ່ານີ້ ເປັນປະກາລັງທີ່ມີສຸຂະພາບແຂງແຮງທີ່ສຸດທີ່ຂ້າພະເຈົ້າເຄີຍເຫັນມາໃນທົ່ວໄມອາມີ, ແລະພວກມັນກໍມີຄວາມໃຫຍ່ທີ່ໜ້າເຫຼືອເຊື່ອ ແລະເບິ່ງຄືວ່າມີສຸຂະພາບທີ່ແຂງ ແຮງ.”

ບັນດານັກວິທະຍາສາດກ່າວວ່າ ເທັກນິກໃໝ່ໃນການຜະສົມພັນ ແລະປູກຖ່າຍປະກາລັງທີ່ມີສຸຂະພາບສົມບູນນີ້ ອາດຈະເປັນກະແຈສໍາຄັນໃນການສະໜັບສະໜຸນຄວາມສາມາດໃນການມີຊີວິດຂອງພວກມັນ ກ່ອນທີ່ຈະປ່ອຍພວກມັນລົງສູ່ມະຫາສະໝຸດຕໍ່ໄປ. ນັກຊ່ຽວຊານກ່າວວ່າ ແນວຫິນປະກາລັງ ເປັນບ່ອນຢູ່ອາ ໄສຂອງສິ່ງມີຊີວິດຫຼາຍລ້ານຊະນິດ, ເຊິ່ງເປັນແຮງຜັກດັນຕໍ່ເຄືອຂ່າຍອາຫານທາງທະເລທີ່ສົມບູນ, ແລະຊ່ວຍປ້ອງກັນຊາຍຝັ່ງ. ພວກມັນ ຍັງເປັນບ່ອນດຶງດູດນັກທ່ອງທ່ຽວ ທີ່ສະໜັບສະໜຸນເສດຖະກິດທ້ອງຖິ່ນ ຢູ່ໃນລັດແຫ່ງແສງຕາເວັນສາດສ່ອງຂອງອາເມຣິການີ້ອີກດ້ວຍ.

ອົງການ NOAA ລາຍງານເມື່ອໄວໆມານີ້ວ່າ ອຸນຫະພູມນໍ້າຢູ່ໃນລັດຟລໍຣິດາ ສູງເຖິງ 35 ອົງສາເຊລຊຽສ ຫຼື 95 ຟາເຣັນຮາຍ ເມື່ອສົມທຽບໃສ່ອຸນຫະພູມຂະໜາດປົກກະຕິລະຫວ່າງ 22 ຫາ 31 ອົງສາເຊລຊຽສ ຫຼື 72 ຟາເຣັນຮາຍ.

Climate scientists say recent weeks have been the hottest worldwide and likely the hottest in the past 100-thousand years. Parts of the world are now underwater while others face sweltering heat, but for oceanside tourist destinations, the effects of climate change threaten both their existence and way of life. VOA’s Arash Arabasadi has more.

A roaring wildfire charred forests and homes on the Spanish island of La Plama as gusts of wind helped fan the flames. Authorities there say more than four-thousand people have been evacuated while Europe grapples with a heat wave.

As many as 61-thousand people may have died in sweltering heat on the continent just last summer according to a recent estimate posted in the journal Nature.

In India’s capital, record rainfall plunged roadways underwater. New Delhi is in its typical monsoon season but has seen an atypical rainfall— nearly 10 times what’s expected for this time of year.

In the Northeastern United States, heavy rains washed away roads, forced evacuations, and grounded airplanes. The storms hit parts of New England, New York, and Connecticut with some areas reporting rainfall north of 10 centimeters (3.9 inches).

It is against this backdrop that we go underwater on the coast of Florida, where scientists say extreme temperatures wreak havoc on coral reefs and entire marine ecosystems.

Assistant Scientist at the University of Miami Cooperative Institute for Marine and Atmospheric Studies, or CIMAS ((see-mus)), Dr. Michael Studivan, speaking with Reuters.

“In addition to having extremely high temperatures on land, we’re also having really high sea temperatures. And so, some of the long-term monitoring sites here off of Miami are starting to show signs of early coral bleaching. So, they’re starting to pale and lose their coral, their algal pigments, and eventually we expect them to bleach fully.”

The National Oceanic and Atmospheric Administration, or NOAA, describes coral bleaching as coral expelling its symbiotic algae amid external stressors like change in water temperature. NOAA says in 2005, the U.S. lost half of its Caribbean reefs in one year due to bleaching. But the scientists working on a project to restore the reefs say they see signs of hope in an unlikely place, along the waterways where giant cruise ships line up at a terminal.

Again, assistant scientist at the University of Miami CIMAS ((see-mus)), Dr. Michael Studivan, speaking with Reuters.

“We’re deep inside the port right now, and its generally extremely turbid; warm water sits here for a long time. So not what we would think to be a pristine coral reef habitat. But along this stabilized shoreline here we have riprap, or large boulders, we have corals that have settled and are thriving. These corals are some of the healthiest that I have seen all over Miami, and they grow incredibly large and seem to be healthy.”

Scientists say this new technique of breeding and transplanting healthy coral could be the key to supporting their viability before reintroducing them into the ocean. Experts say coral reefs create homes for millions of species, encourage healthy marine food webs, and protect coastlines. They are also a tourist attraction that supports local economies in America’s Sunshine State.

NOAA recently reported Florida water temperatures of 35 degrees Celsius (95 degrees Fahrenheit), compared to what has typically ranged between 22 to 31 degrees Celsius (72 to 88 degrees Fahrenheit).

XS
SM
MD
LG