ຜູ້ນຳກຸ່ມສິດທິມະນຸດ ຊົນເຜົ່າພາສຕູ ຂອງອັຟການິສຖານໄດ້ປະຕິຍານວ່າ ຂະບວນການ
ຂອງທ່ານ ຈະສືບຕໍ່ ທຳການຊຸມນຸມປະທ້ວງຢູ່ຕໍ່ໄປ ຈົນກວ່າ ຈະບັນລຸຄວາມຍຸຕິທຳ ມາສູ່
ພວກສະມາຊິກ ຊົນເຜົ່າກຸ່ມນ້ອຍ ຜູ້ທີ່ໄດ້ສູນຫາຍ ຫຼື ໄດ້ຕົກເປັນຜູ້ເຄາະຮ້າຍ ຈາກການ
ສັງຫານຮວບຮັດຕັດຕອນ.
ໃນວັນອາທິດວານນີ້ ຂະບວນການ ພາສຕູ ຕາຮາຟູສ ຫຼື ຂະບວນການປົກປ້ອງ
ຊົນເຜົ່າພາສຕູ (PTM) ໄດ້ຈັດຕັ້ງການຊຸມນຸມຄັ້ງທຳອິດຂອງຕົນຂຶ້ນ ໃນເມືອງ ກາຣາຈີ
ທາງພາກໃຕ້ຂອງປາກິສຖານ ເຊິ່ງເປັນສະຖານທີ່ ຂອງການສັງຫານເດັກນ້ອຍຊົນເຜົ່າ
ພາສຕູ ທ້າວ ນາກີບູລາ ເມີຊູດ ເມື່ອເດືອນມັງກອນ ໂດຍຕຳຫຼວດ ໃນເມືອງ ກາຣາຈີ
ທີ່ໄດ້ກໍ່ໃຫ້ເກີດຂະບວນການດັ່ງກ່າວ ແລະ ນຳໄປສູ່ການປະທ້ວງຕິດຕໍ່ກັນຫຼາຍຄັ້ງ
ໃນທົ່ວປະເທດ.
ຜູ້ນຳກຸ່ມ PTM ທ່ານ ມານຊູຣ ພາສທີນ ເດີນທາງໄປຮອດ ສະຖານທີ່ ຂອງການໂຮມ
ຊຸມນຸມ ໄດ້ຫຼາຍຊົ່ວໂມງແລ້ວ ຫຼັງຈາກທີ່ ທ່ານມີກຳນົດຈະຂຶ້ນກ່າວຖະແຫລງ. ບັນດາ
ຜູ້ນຳພັກ ໄດ້ກ່າວຫາ ພວກເຈົ້າໜ້າທີ່ ວ່າໄດ້ກີດຂວາງ ຂະບວນລົດຂອງທ່ານ ຢູ່ຫຼາຍ
ຈຸດຕ່າງໆ ຕາມເສັ້ນທາງໄປຫາ ເມືອງກາຣາຈີ. ກ່ອນໜ້ານີ້ ຂະບວນການ PTM ຍັງ
ໄດ້ອ້າງວ່າ ປີ້ເຮືອບິນຂອງທ່ານ ພາສທີນ ໄດ້ຖືກຍົກເລີກ ຈຶ່ງໄດ້ກົດດັນ ໃຫ້ທ່ານເດີນ
ທາງດ້ວຍລົດ.
ເຈົ້າໜ້າທີ່ປາກິສຖານ ບໍ່ໄດ້ໃຫ້ຄວາມເຫັນໃດໆ ກ່ຽວກັບຂໍ້ກ່າວຫາທີ່ວ່ານີ້.
ໃນການກ່າວອ້າງເຖິງກຳລັງຮັກສາຄວາມສະຫງົບຂອງປາກິສຖານ ເຊິ່ງເປັນກຸ່ມທີ່ທ່ານ
ພາສທີນ ຖືເປັນພວກທີ່ຮັບຜິດຊອບ ສຳລັບການສັງຫານ ແບບຮວບຮັດຕັດຕອນ ແລະ
ການບັງຄັບໃຫ້ຊາວພາສຕູ ຫາຍຊາບສູນໄປ ເຊິ່ງຜູ້ນຳຂອງຂະບວນການ PTM ກ່າວ
ບອກຕໍ່ຝຸງຊົນວ່າ ທ່ານ ແລະພວກສະໜັບສະໜູນທ່ານ ຈະເອົາແນວທາງແບບດຽວກັນ
ທີ່ "ເຈົ້າໄດ້ເອົາ ໃນການຕໍ່ຕ້ານພວກເຮົາ" ຖ້າຖືກບັງຄັບ.