ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມສິດທິມະນຸດ ຮຽກຮ້ອງໃຫ້ລາວ ປ່ອຍຄົນງານ 3 ຄົນ ທີ່ຖືກຈັບ


ຊາວໜຸ່ມລາວ 3 ຄົນ ທີ່ຖືກເຈົ້າໜ້າທີ່ຈັບ ໃນຂໍ້ຫາ ໂຈມຕີລັດຖະບານ ໂດຍໃຊ້ສື່ສັງຄົມເຟສບຸກ.
ຊາວໜຸ່ມລາວ 3 ຄົນ ທີ່ຖືກເຈົ້າໜ້າທີ່ຈັບ ໃນຂໍ້ຫາ ໂຈມຕີລັດຖະບານ ໂດຍໃຊ້ສື່ສັງຄົມເຟສບຸກ.

ບັນດາກຸ່ມປົກປ້ອງສິດທິມະນຸດ ຮຽກຮ້ອງໃຫ້ລັດຖະບານລາວ ປ່ອຍໜຸ່ມນ້ອຍ ລາວທັງ 3 ຄົນ ທີ່ຖືກຈັບກຸມ ນັບຕັ້ງແຕ່ໄດ້ກັບຄືນມາຈາກປະເທດໄທເມື່ອ ເດືອນມີນາຜ່ານມາໃນຂໍ້ ຫາຕ້ອງຕິລັດຖະບານທາງສື່ສັງຄົມເຟສບຸກ.

ຖະແຫລງການຮ່ວມຂອງສະຫະພັນສາກົນເພື່ອສິດທິມະນຸດ (FIDH) ແລະ ຂະບວນການ ລາວເພື່ອສິດທິມະນຸດ ຮຽກຮ້ອງໃຫ້ທາງການລາວ ປ່ອຍໂຕບຸກ ຄົນທັງ 3 ໃນທັນທີ ໂດຍ ບໍ່ມີເງື່ອນໄຂໃດໆທັງສິ້ນ.

ຍານາງວະນິດາ ເທບສຸວັນ ປະທານຂະບວນການລາວເພື່ອສິດທິມະນຸດທີ່ມີ ຫ້ອງການຢູ່ ປະເທດຝຣັ່ງ ກ່າວກ່ຽວກັບການຈັບກຸມຕື່ມວ່າ:

ລິງໂດຍກົງ

ສ່ວນອົງການນິລະໂທດກຳສາກົນ ທີ່ມີສຳນັກງານຢູ່ກຸງລອນດອນ ປະເທດອັງ ກິດເວົ້າວ່າ ຕົນພວມຕິດຕາມເບິ່ງເລື້ອງນີ້ຢ່າງໃກ້ຊິດ.

ຍານາງ Janice Beanland ນັກປຸກລະດົມຂອງອົງການນິລະໂທດກຳສາກົນ ຮັບຜິດ ຊອບກ່ຽວກັບ ເລື້ອງກຳປູເຈຍ ລາວ ແລະຫວຽດນາມກ່າວວ່າ “ພວກເຮົາຍັງສືບຕໍ່ຕິດຕາມ ເບິ່ງເລື້ອງດັ່ງກ່າວໃນເວລານີ້ທີ່ໄດ້ມີຂ່າວປາກົດ ອອກມາວ່າ ບຸກຄົນທັງສາມໄດ້ຖືກຈັບ ຢູ່ລາວມາແຕ່ເດືອນມີນາປີນີ້ ແລະພວກ ເຈົ້າໜ້າທີ່ໄດ້ຮັບຮູ້ວ່າ ເຂົາເຈົ້າຮູ້ກ່ຽວກັບເລື້ອງນີ້ ໃນທ້າຍເດືອນພຶດສະພາ ເວລາໂທລະພາບອອກອາກາດ”

ທ້າວສົມພອນ ພິມມະສອນ ອາຍຸ 29 ປີ ນາງຫລອດຄຳ ທຳມະວົງ ອາຍຸ 30 ປີ ແລະທ້າວ ສຸການ ໃຈທັດ ອາຍຸ 33 ຖືກຈັບໃນເດືອນມີນາເພື່ອຂໍຕໍ່ໜັງສື ເດີນທາງໄປເຮັດວຽກຢູ່ ປະເທດໄທ ແຕ່ບໍ່ມີໃຜຮູ້ວ່າຖືກຂັງຢູ່ໃສ ຈົນຮອດ ວັນທີ 25 ພຶດສະພາຜ່ານມາ ທາງການ ລາວຈຶ່ງນຳໂຕພວກກ່ຽວອອກມາສາລະພາບ ທາງໂທລະພາບວ່າ ໄດ້ຮັບການຍຸຍົງຈາກ ກຸ່ມຄົນບໍ່ດີ ຢູ່ໃນຕ່າງປະເທດເພື່ອ ກໍ່ກວນ ກອງປະຊຸມສຸດຍອດອາຊ່ຽນ ທີ່ລັດຖະບານ ລາວຈະເປັນເຈົ້າພາບທີ່ ນະຄອນຫຼວງວຽງຈັນ ໃນເດືອນກັນຍາປີນີ້.

XS
SM
MD
LG