ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໖ ພຶດສະພາ ໒໐໒໔

ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ ແລະ​ອົບ​ພະ​ຍົບ ​ຕ່າງ​ກໍ​ລໍ​ຖ້າ​ເບິ່ງ ໂຄງ​ການ​ຂໍ​ລີ້​ໄພ​ໃໝ່ ຂອງ​ໄທ


ແຟ້ມ - ພວກ​ທີ່​ຖືກ​ຈັບ​ຢູ່​​ຫ້ອງ​ຂັງ ​ສູນ​ກາງ​ຕຳ​ຫຼວດກວດ​ຄົນ​ເຂົ້າ​ເມືອງ ທີ່ບາງກອກ ເມື່ອ​ວັນ​ທີ 21 ມັງ​ກອນ 2019.
ແຟ້ມ - ພວກ​ທີ່​ຖືກ​ຈັບ​ຢູ່​​ຫ້ອງ​ຂັງ ​ສູນ​ກາງ​ຕຳ​ຫຼວດກວດ​ຄົນ​ເຂົ້າ​ເມືອງ ທີ່ບາງກອກ ເມື່ອ​ວັນ​ທີ 21 ມັງ​ກອນ 2019.

ບໍ່​ເທົ່າ​ໃດ​ມື້ ກ່ອນ​ທີ່​ປະ​ເທດໄທຈະລິ​ເລີ້ມ​ໂຄງ​ການໃ​ໝ່ ເພື່ອໃຫ້​ຄວາມ​ຄຸ້ມ​ຄອງ​ແກ່​ພວກ​ທີ່​ຕ້ອງ​ການຢາກ​ຂໍ​ລີ້​ໄພ ບັນ​ດາ​ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ ​ແລະອົບ​ພະ​ຍົບ​ຕ່າງ​ກໍ​ພາ​ກັນ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ກັງ​ວົນ​ຢ້ານ​ວ່າ ຫຼາຍໆ​ຄົນທີ່​ມີ​ຄວາມ​ຫວັງ ​ຈະ​ໄດ້​ຮັບ​ການ​ປະ​ຕິ​ເສດ ຫຼື​ຮູ້​ສຶກ​ຕື່ນ​ຕົກ​ໃຈ​ໃນ​ການ​ຖືກ​ຈັບ ແລະ​ອາດ​ຈະຖືກ​ເນ​ລະ​ເທດ.

ເລີ້ມ​ແຕ່​ວັນ​ສຸກນີ້​ເປັນ​ຕົ້ນ​ໄປ ຊາວ​ຕ່າງ​ດ້າວ​ທີ່​ບໍ່​ມີ​ເອກ​ກະ​ສານທີ່​ຢ້ານ​ຖືກ​ປະ​ຫັດ​ປະ​ຫານ​ຢູ່​ທີ່​ບ້ານ​ເກີດ​ຂອງ​ພວກ​ເຂົາ​ເຈົ້າ ສາ​ມາດ​ຍື່ນ​ເອກ​ກະ​ສານ​ຕໍ່​ລັດ​ຖະ​ບານ​ໄທ ຂໍ​ຖາ​ນະ “ເປັນບຸກ​ຄົນ​ທີ່​ໄດ້​ຮັບ​ການ​ປົກ​ປ້ອງ” ແລະ​ຖ້າ​ໄດ້​ຮັບ​ການ​ອະ​ນຸ​ມັດ ກໍ​ຈະ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ຢູ່​ໃນ​ປະ​ເທດ​ໄດ້​ຢ່າງ​ເປັນ​ການ​ຊົ່ວ​ຄາວ.

ປະ​ເທດ​ໄທ​ບໍ່​ເຄີຍ​ລົງ​ນາມໃນ​ຂໍ້​ຕົກ​ລົງອົບ​ພະ​ຍົບ​ຂອງ​ສະ​ຫະ​ປະ​ຊາ​ຊາດແລະ​ຈົນ​ເທົ່າ​ເຖິງ​ປັດ​ຈຸ​ບັນ​ນີ້ ຍັງ​ບໍ່​ມີ​ການ​ຈຳ​ແນກ​ຄວາມ​ແຕກ​ຕ່າງ​ທາງ​ດ້ານ​ກົດ​ໝາຍ​ລະ ຫວ່າງ​ ຜູ້​ຂໍ​ລີ້​ໄພ ແລະ​ພວກ​ຄົນ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ ໂດຍ​ປ່ອຍ​ໃຫ້​ຜູ້​ຄົນ​ສ່ວນ ໃຫຍ່ຕົກ​ຢູ່​ໃນ​ຄວາມ​ຢ້ານ​ກົວ​ ໃນ​ການ​ຖືກ​ຈັບ​ແລະ​ເນ​ລະ​ເທດ​ກັບ​ຄືນ​ບ້ານ.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກະ​ປະ​ມານ​ວ່າ ມີ​ຜູ້​ຂໍ​ລີ້​ໄພ​ປະ​ມານ 5,000 ຄົນ​ຢູ່​ໃນ​ປະ​ເທດ​ໄທ ແຕ່​ບັນ​ດາ​ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ກ່າວ​ວ່າ ຈຳ​ນວນ​ທີ່​ແທ້​ຈິງ​ມີ​ທ່າ​ທາງວ່າ​ຈະ​ສູງກວ່ານັ້ນ. ໃນ​ຂະ​ນະ​ທີ່​ພວກ​ເຂົາ​ເຈົ້າ​ສ່ວນ​ໃຫຍ່​ພາ​ກັນ​ຫຼີກ​ລ່ຽງ​ໃນ​ການ​ຖືກ​ຈັບ ແລະ​ໃນ​ບາງ​ໂອ​ກາດ ຈຳ​ນວນ​ນຶ່ງ​ກໍ​ຖືກ​ຈັບ​ໄດ້ແລະ​ຖືກ​ບັງ​ຄັບ​ໃຫ້​ກັບ​ຄືນ​ໄປ​ຍັງ​ປະ​ເທດ​ທີ່​ເຂົາ​ເຈົ້າ​ອ້າງວ່າ​ໄດ້​ຫຼົບ​ໜີ​ມາເພື່ອ​ຫຼີກ​ລ່ຽງ​ຕໍ່​ການ​ປະ​ຫັດ​ປະ​ຫານ ຍ້ອນ​ສະ​ຖາ​ນະ​ຫຼື​ການ​ເມືອງ​ຂອງ​ພວກ​ເຂົາ​ເຈົ້າ.

ພາຍ​ໃຕ້​ການ​ກົນ​ໄກ​ການກວດ​ສອບໃໝ່​ແຫ່ງ​ຊາດ​ ຫຼື NSM ຄະ​ນະ​ກຳ​ມະ​ການ​ທີ່​ນຳ​ພາ​ໂດຍ​ຜູ້​ບັນ​ຊາ​ການ​ຕຳ​ຫຼວດ​ແຫ່ງ​ຊາດ ຈະ​ກວດຢ່າງ​ລະ​ອຽດເບິ່ງ​ຄຳ​ຮ້ອງ ຂອງ​ບຸກ​ຄົນ “ທີ່​ບໍ່​ສາ​ມາດ​ຫຼືບໍ່​ເຕັມ​ໃຈ” ທີ່​ຈະ​ກັບ​ຄືນ​ປະ​ເທດ “ເນື່ອງ​ຈາກມີ​ເຫດ​ຜົນ​ໃນຄວາມ​ຢ້ານ​ກົວ​ທີ່​ຈະ​ຖືກ​ປະ​ຫັດ​ປະ​ຫາ​ນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG