ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໒ ມັງກອນ ໒໐໒໕

ກຸ່ມສິດທິມະນຸດ ຕໍານິຕິຕຽນຕໍ່ຄວາມພະຍາຍາມຍົກຍ້າຍຜູ້ອົບພະຍົບ ກ່ອນງານມະຫະກຳກິລາ ໂອລິມປິກ ໃນນະຄອນຫຼວງ ປາຣີ


ກຸ່ມສິດທິມະນຸດ ຕໍານິຕິຕຽນຕໍ່ຄວາມພະຍາຍາມຍົກຍ້າຍຜູ້ອົບພະຍົບ ກ່ອນງານມະຫະກຳກິລາ ໂອລິມປິກ ໃນນະຄອນຫຼວງ ປາຣີ

ບັນດາກຸ່ມສິດທິມະນຸດ ກ່າວຫາອຳນາດການປົກຄອງຂອງຝຣັ່ງວ່າ “ທຳຄວາມສະອາດທາງສັງຄົມ” ກ່ອນງານມະຫາກຳກິລາໂອລິມປິກ ປາຣີ ໂດຍການຂັບໄລ່ບັນດາຜູ້ອົບພະຍົບ, ຜູ້ໃຫ້ບໍລິການທາງເພດ ແລະຄົນອື່ນໆ ໃນທົ່ວນະຄອນຫຼວງ ເຊິ່ງເປັນການທຳລາຍຄຳໝັ້ນສັນຍາທີ່ວ່າຈະເຮັດໃຫ້ການແຂ່ງຂັນກິລາເຫຼົ່ານີ້ ເປັນການມີສ່ວນລວມຂອງທຸກຄົນຫຼາຍທີ່ສຸດເທົ່າທີ່ເຄີຍມີມາ. ລີຊາ ໄບຣອານທ໌ (Lisa Bryant) ມີລາຍລະອຽດເພີ້ມເຕີມ ຈາກນະຄອນຫຼວງຂອງຝຣັ່ງ.

ມີການ​ຍົກຍ້າຍ​ເຕັ້ນພັກອາໄສຂອງຜູ້ອົບພະຍົບ ທີ່ຢູ່ຕາມ​ຂອບ​ຂອງນະຄອນຫຼວງ ​ປາ​ຣີ ໃນ​ຕອນ​ເຊົ້າ.

ບັນດາຜູ້ຢູ່ອາໄສ ​ບໍ່​ແນ່​ໃຈວ່າ ຈະມີສິ່ງໃດຂຶ້ນ​ຕໍ່​ໄປ.

ທ້າວ ອັບດູໄລ ໂຊ (Abdoulaye Sow), ຜູ້ອົບພະຍົບຈາກກີນີ:

“ພວກເຂົາ​ເຈົ້າ​ບອກ​ພວກ​ເຮົາ​ໃຫ້​ມາຢູ່​ທີ່​ນີ້ ແລະ​ພວກເຂົາ​ຈະ​ຊອກ​ຫາ​ບ່ອນ​ຢູ່​ໃຫ້​ພວກ​ເຮົາ. ເນື່ອງຈາກການແຂ່ງຂັນກິລາໂອລິມປິກ, ພວກເຮົາບໍ່ສາມາດຢູ່ບ່ອນນີ້ໄດ້. ພວກ​ເຂົາ​ເຈົ້າ​ຈະພາພວກເຮົາ ໄປ​ຕັ້ງ​ຖິ່ນ​ຖານໃໝ່​ ຢູ່​ບ່ອນ​ໃດບ່ອນນຶ່ງ.”

ການຂັບໄລ່ແບບນີ້ບໍ່ແມ່ນເລື້ອງໃຫມ່. ບັນດາ​ກຸ່ມ​ສິດທິ​ມະນຸດ​ ເຄີຍ​ຕິຕຽນລັດຖະບານມາ​ກ່ອນແລ້ວ.

ແຕ່, ບັນດານັກເຄື່ອນໄຫວ ໄດ້ຕັ້ງຄຳຖາມກ່ຽວກັບຂະໜາດ ແລະຊ່ວງເວລາຂອງແຜນການດຳເນີນງານຄັ້ງຫຼ້າສຸດນີ້ ເຊິ່ງຈະເກີດຂຶ້ນກ່ອນການແຂ່ງຂັນກິລາໂອລິມປິກ ທີ່ນະຄອນຫຼວງ ປາຣີ.

ທ່ານ ມີລູ ບໍໂຊຕຕີ (Milou Borsotti), ຈາກ ມີດີຊິນ ດູ ໂມນ (Medecins Du Monde):

“ພວກເຮົາອະທິບາຍທັງໝົດນີ້ແນວໃດຫວາ - ເພາະວ່າມັນບໍ່ພຽງແຕ່ອາທິດນີ້ເທົ່ານັ້ນ; ມັນໄດ້ເລີ່ມມາດົນນານແລ້ວ - ພວກເຮົາເອີ້ນມັນວ່າການທຳຄວາມສະອາດທາງສັງຄົມ ໃນ ປາຣີ. ສະນັ້ນ, ໂດຍພື້ນຖານແລ້ວ, ຍ້ອນການແຂ່ງຂັນກິລາໂອລິມປິກ, ຈຶ່ງມີຄວາມຕັ້ງໃຈທີ່ຈະລ້າງຖະໜົນແຫ່ງຄວາມທຸກທໍລະມານ ແລະຄວາມທຸກຍາກທັງໝົດ…”

ອົງການການກຸສົນຂອງ ທ່ານ ບໍໂຊຕຕີ (Borsotti) ແມ່ນສ່ວນນຶ່ງຂອງເຄືອຂ່າຍນັກເຄື່ອນໄຫວ ທີ່ເອີ້ນວ່າ The Other Side of the Medal. ເຊິ່ງອົງການໄດ້ອ້າງວ່າປະຊາຊົນຫຼາຍຮ້ອຍຄົນໄດ້ຖືກຍົກຍ້າຍໃນຊ່ວງຫຼາຍເດືອນ ກ່ອນການແຂ່ງຂັນກິລາດັ່ງກ່າວ.

ພວກເຂົາເຈົ້າກ່າວວ່າ ບໍ່ແມ່ນພຽງແຕ່ຜູ້ອົບພະຍົບເທົ່ານັ້ນ, ແຕ່ຍັງລວມເຖິງຊາວ ໂຣມາ (Roma), ຜູ້ໃຫ້ບໍລິການທາງເພດ ແລະຄົນອື່ນໆ ທີ່ກຳລັງຕົກຢູ່ພາຍໃຕ້ຄວາມກົດດັນ.

ມີ​ລາຍ​ງານ​ວ່າ ຜູ້​ອົບ​ພະຍົບ​ບາງ​ຄົນ​ໄດ້​ຖືກ​ສົ່ງ​ໄປ​ຢູ່​ບ່ອນທີ່​ຫ່າງ​ໄກ​ຈາກ​ນະ​ຄອນຫຼວງ, ໂດຍສູນ​ເສຍ​ວຽກ​ເຮັດ​ງານ​ທຳ​ທີ່​ບໍ່​ໝັ້ນຄົງ ແລະ​ການ​ເຂົ້າ​ເຖິງ​ການ​ບໍ​ລິ​ການ​ທາງ​ສັງ​ຄົມ.

ເຈົ້າ​ໜ້າ​ທີ່​ຝຣັ່ງ​ກ່າວ​ວ່າ ພວກ​ອົບ​ພະ​ຍົບ​ສາ​ມາດ​ເລືອກໄດ້ວ່າ ພວກ​ເຂົາ​ເຈົ້າ​ຢາກ​ໄປຢູ່ບ່ອນໃດ.

ທ່ານ ນາງ ອາເດລິນ ຊາວີ (Adelyne Savy), ຫົວໜ້າເຈົ້າໜ້າທີ່ແຂວງ ອີລ ເດີ ຝຣັ່ງ (Ile de France) ກ່າວວ່າ:

"ພວກເຮົາໄດ້ເຮັດສິ່ງເຫຼົ່ານີ້ທຸກໆອາທິດ ເປັນປີໆ - ພວກເຂົາສະເໜີທີ່ພັກອາໄສໃນເຂດ ອີລ ເດີ ຝຣັ່ງ (Ile de France) ໃຫ້ແກ່ປະຊາຊົນທີ່ອາໄສຢູ່ໃນສະພາບທີ່ຫຍຸ້ງຍາກ ແລະບໍ່ຖືກສຸຂາລັກສະນະ."

“ພວກ​ເຮົາ​ຍັງ​ໄດ້​ສົ່ງ​ຄົນ​ໄປ​ທີ່​ພາກ​ພື້ນ​ອື່ນໆ​ຂອງ​ຝຣັ່ງ​ເປັນ​ປະ​ຈຳ, ເນື່ອງຈາກ​ວ່າ​ທີ່​ພັກ​ອາ​ໄສ​ສຸກ​ເສີນ​ໃນ​ປາ​ຣີ ແມ່ນ​ແອອັດໄປດ້ວຍປະຊາຊົນຈຳນວນຫຼາຍ. ສະນັ້ນ, ພວກເຮົາສະເໜີໃຫ້ຜູ້ທີ່ຫາກໍ່ມາຮອດ, ທີ່ບໍ່ມີການຕິດພັນກັບປາຣີ, ໃຫ້ລອງໄປສ່ຽງໂຊກຢູ່ບ່ອນອື່ນ.”

ການຍົກຍ້າຍ ​ໄດ້ເກີດຂຶ້ນ​ທ່າມ​ກາງ​ກະແສຕໍ່ຕ້ານ​ຄົນ​ເຂົ້າ​ເມືອງ​ ​ທີ່​ເພີ່ມ​ຂຶ້ນ ໃນ​ປະ​ເທດ​ຝ​ຣັ່ງ.......ເຊິ່ງໄດ້​ເພີ່ມ​ຄວາມ​ນິ​ຍົມ​ຂອງ​ພັກ​ການ​ໂຮມ​ຊຸມ​ນຸມ​ແຫ່ງ​ຊາດ​ຝ່າຍ​ຂວາ​ຈັດ.

ຫໍວ່າການຂອງ​ພັກ​ຝ່າຍ​ຊ້າຍ​ຂອງ​ປາ​ຣີ ຕຳ​ນິໜ່ວຍງານລະດັບ​ແຫ່ງ​ຊາດ ວ່າ​ບໍ່​ໄດ້ສະໜອງວິທີ​ທາງ​ແກ້​ໄຂ​ໃຫ້​ແກ່​ຄົນ​ອົບ​ພະ​ຍົບ​ຢ່າງ​ພຽງ​ພໍ.

ທ່ານ ນາງ ລາເມຍ ເອ ອາເຢ (Lamia El Aaraje), ຮອງເຈົ້າຄອງນະຄອນຫຼວງ ປາຣີ ກ່າວວ່າ:

"ມັນເປັນເວລາຫຼາຍເດືອນແລ້ວ ທີ່ພວກເຮົາໄດ້ຮຽກຮ້ອງໃຫ້ລັດຖະບານ ຄວບຄຸມສະຖານະການນີ້, ເຊິ່ງຢູ່ພາຍໃຕ້ຄວາມສາມາດສະເພາະຂອງພວກເຂົາ ...... ພວກເຮົາຍັງສືບຕໍ່ສະຫນອງສະຖານທີ່ພັກອາໄສ ແລະການຊ່ວຍເຫລືອ ໃຫ້ແກ່ບັນດາຊາວອົບພະຍົບຕໍ່ໄປ, ແຕ່ລັດ ຈໍາເປັນຕ້ອງຮັບຜິດຊອບຕໍ່ໜ້າທີ່ຂອງພວກເຂົາ."

ໃນປັດຈຸບັນນີ້, ຜູ້ອົບພະຍົບເຫຼົ່ານີ້ ຈະໄດ້ຮັບຂໍ້ສະເຫນີໃຫ້ພັກອາໄສຢູ່ໃນທົ່ວ ນະຄອນ ຫຼວງ ປາຣີ. ​ແຕ່​ພວກເຂົາ​ເຈົ້າ ອາດຈະ​ກັບ​ຄືນ​ມາ​ຢູ່​ເທິງ​ຖະໜົນ​ຫົນທາງໄດ້ອີກຄັ້ງນຶ່ງ ​ເມື່ອການແຂ່ງຂັນກິລາ​ຈົບ​ລົງ.

ອ່ານລາຍງານເປັນພາສາອັງກິດລຸ່ມນີ້:

Rights groups accuse French authorities of "social cleansing” ahead of the Paris Olympics by uprooting migrants, sex workers and others around the capital — undermining promises of making these Games the most inclusive ever. The government says it’s simply trying to address a longstanding problem. Lisa Bryant has more from the French capital.

An early morning evacuation of a migrant camp on the edge of Paris.

Its residents are uncertain about what’s next.

Abdoulaye Sow, Migrant from Guinea:
“They told us to come here and they would find housing for us. With the Olympic Games, we can’t stay here. They’re going to resettle us somewhere.”

These kinds of evictions are not new. Rights groups have criticized them before.

But activists question the size and the timing of this latest campaign— coming right before the Paris Olympics.

Milou Borsotti, Medecins Du Monde:
“How we describe all of this - because it’s not only this week; it has started long before – we call it the social cleansing of Paris. So basically because of the Olympics, the will to empty the streets of all misery and poverty…”

Borsotti’s charity is part of an activist network, called the Other Side of the Medal. It claims hundreds of people have been relocated in the months before the Games.

Not just migrants, they say, but also Roma, sex workers and others are under pressure.

Some migrants have reportedly been sent to locations far from the capital, losing precarious jobs and access to social services.

French authorities say migrants can choose where they want to go.

Adelyne Savy, Ile de France Prefecture Chief of Staff:

“We’ve been doing these operations every week for years — they offer shelter in the Ile de France region to people living in difficult and unsanitary conditions.”

“We’ve also regularly sent people to other French regions, because emergency shelters in Paris are saturated. So we propose to people who have just arrived, without any attachments to Paris, to try their luck elsewhere.”

The evacuations come amid rising anti-immigration sentiment in France…....boosting the popularity of the far-right National Rally party.

Paris’ leftist City Hall blames national authorities for not providing migrants with enough solutions.

Lamia El Aaraje, Paris Deputy Mayor:
“It’s been months that we’ve asked the government to take control of this situation, which is under their exclusive competency……We continue to offer migrants places for shelter and support, but the state needs to take its responsibilities.”

For now, these migrants will be offered a place to stay around Paris. But they could well be back on the streets, when the Games are over.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG