ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມສິດທິມະນຸດ ເຫັນການເພີ້ມຂຶ້ນ ໃນການປາບປາມ ພວກທີ່ເຫັນຕ່າງກັບລັດ ຂ້າມຊາຍແດນ ໃນໄທ ແລະປະເທດເພື່ອນບ້ານຂອງຕົນ


ທ່ານດວງ ວັນ ໄທ (Duong Van Thai) ເຫັນໄດ້ໃນພາບຖ່າຍທີ່ບໍ່ໄດ້ລະບຸວັນເວລາ ນຳລົງໂດຍເພື່ອນຜູ້ນຶ່ງ. ໃນປີ 2023, ນັກເຄື່ອນໄຫວ ແລະນັກຂ່າວທ່ານນີ້ ໄດ້ໄປລີ້ໄພຢູ່ໃນໄທ ແລ້ວຖືກລັກພາຕົວໂດຍພວກຜູ້ຊາຍບໍ່ຊາບວ່າເປັນໃຜ ຢູ່ດ້ານໜ້າຂອງເຮືອນເຊົ່າໃນພາກເໜືອຂອງບາງກອກ.
ທ່ານດວງ ວັນ ໄທ (Duong Van Thai) ເຫັນໄດ້ໃນພາບຖ່າຍທີ່ບໍ່ໄດ້ລະບຸວັນເວລາ ນຳລົງໂດຍເພື່ອນຜູ້ນຶ່ງ. ໃນປີ 2023, ນັກເຄື່ອນໄຫວ ແລະນັກຂ່າວທ່ານນີ້ ໄດ້ໄປລີ້ໄພຢູ່ໃນໄທ ແລ້ວຖືກລັກພາຕົວໂດຍພວກຜູ້ຊາຍບໍ່ຊາບວ່າເປັນໃຜ ຢູ່ດ້ານໜ້າຂອງເຮືອນເຊົ່າໃນພາກເໜືອຂອງບາງກອກ.

ອົງການສິ້ງຊອມສິດທິມະນຸດ Human Rights Watch ຫຼື HRW ກ່າວໃນບົດລາຍງານສະບັບນຶ່ງວ່າ ປະເທດໄທ ໄດ້ກາຍມາເປັນສະຖານທີ່ທີ່ອັນຕະລາຍເພີ້ມຂຶ້ນນັບມື້ ສຳລັບພວກຊາວຕ່າງປະເທດທີ່ມີຄວາມເຫັນແຕກຕ່າງກັບລັດຖະບານ ຜູ້ທີ່ຊອກຫາບ່ອນລີ້ໄພຢູ່ໃນປະເທດແຫ່ງນີ້ ຕະຫຼອດໄລຍະນຶ່ງທົດສະຫວັດຜ່ານມາ ແລະມີການປາປາມບັນດາຜູ້ທີ່ມີຄວາມເຫັນແຕກຕ່າງຈາກຕົນຢູ່ໃນຕ່າງປະເທດ ກໍມີຫຼາຍຂຶ້ນເຊັ່ນກັນ.

ກຸ່ມສິດທິມະນຸດທີ່ມີຫ້ອງການຕັ້ງຢູ່ໃນສະຫະລັດ ກຳນົດວັນໃນການກໍ່ລັດຖະປະຫານເມື່ອປີ 2014 ຂອງໄທ ທີ່ມີຂຶ້ນເປັນໄລຍະໄລຍະ, ເຊິ່ງໄດ້ສັບປ່ຽນລັດຖະບານທີ່ໄດ້ຖືກເລືອກມາຢ່າງເປັນປະຊາທິປະໄຕ ໃຫ້ມາເປັນລະບອບຜະເດັດການຂອງທະຫານ. ສ່ວນການເລືອກຕັ້ງທີ່ເສື່ອມໂຊມໃນປີ 2019 ກໍໄດ້ເຮັດໃຫ້ອະດີດນາຍພົນ ປຣາຢຸດ ຈັນໂອຊາ ຜູ້ທີ່ຢູ່ເບື້ອງຫຼັງການກໍ່ລັດຖະປະຫານ ກັບຄືນມາກຳອຳນາດຢູ່ໃນຄະນະລັດຖະບານ ທີ່ໄດ້ຮັບການໜຸນຫຼັງໂດຍກອງທັບ ຕື່ມອີກເປັນເວລາ 4 ປີ.

ເຖິງແມ່ນພັກການເມືອງຂອງ ທ່ານ ປຣາຢຸດ ຈະຜ່າຍແພ້ຕໍ່ການເລືອກຕັ້ງທົ່ວໄປໃນປີແລ້ວນີ້ກໍຕາມ, ແຕ່ພັກດັ່ງກ່າວ ກໍຍັງຄົງເປັນສ່ວນນຶ່ງຂອງລັດຖະບານປະສົມທີ່ປົກຄອງປະເທດ ໂດຍມີບັນດາສະມາຊິກຜູ້ອາວຸໂສຫຼາຍຄົນຢູ່ໃນຄະນະລັດຖະບານ.

ທ່ານນາງ ອີເລນ ເພ່ຍສັນ, ຜູ້ອຳນວຍການອົງການ Human Rights Watch ປະຈໍາເອເຊຍ ກ່າວຕໍ່ວີໂອເອກ່ອນໜ້າຂອງການນໍາສະເໜີບົດລາຍງານຂອງອົງການຢູ່ບາງກອກໃນວັນພະຫັດມື້ນີ້ວ່າ “ເປັນເວລາຍາວນານ, ທີ່ປະເທດໄທເປັນບ່ອນລີ້ໄພຂອງພວກຄົນຜູ້ທີ່ຫຼົບໜີຈາກການປະຫັດປະຫານຢູ່ໃນປະເທດເພື່ອນບ້ານຕ່າງໆ.”

ທ່ານນາງ ກ່າວຕື່ມ “ແຕ່ວ່າ, ນັບຕັ້ງແຕ່ປີ 2014 ພວກເຮົາສັງເກັດເຫັນການ ເຈລະຈາຕົກລົງກັບປະເທດອື່ນໆເພີ້ມທະວີຂຶ້ນ ແລະການຮາວີລົບກວນ, ການສອດແນມ ແລະການຂົ່ມຂູ່ຕໍ່ບັນດາຜູ້ລີ້ໄພທີ່ອາໄສຢູ່ໃນປະເທດໄທ ກໍເພີ້ມຂຶ້ນເຊັ່ນກັນ ເຊິ່ງສ່ວນຫຼາຍແມ່ນບັນດາຜູ້ທີ່ສະແຫວງຫາການຂໍລີ້ໄພ ຫຼື ບັນດາຜູ້ອົບພະຍົບທີ່ກໍາລັງລໍຖ້າຈະໄປຕັ້ງຖິ່ນຖານໃໝ່ໃນປະເທດທີສາມ.”

ໂຄສົກຂອງລັດຖະບານໄທ ບໍ່ໄດ້ຕອບຄໍາເຫັນໃດໆຕໍ່ການຮ້ອງຂໍຈາກວີໂອເອ. ສ່ວນອະດີດໂຄສົກສອງທ່ານໃນລັດຖະບານຊຸດກ່ອນຂອງ ທ່ານປຣາຢຸດ ກໍບໍ່ໄດ້ຕອບຄໍາເຫັນຕໍ່ການຮ້ອງຂໍຂອງວີໂອເອເລີຍ.

Thailand has grown increasingly dangerous for foreign dissidents seeking shelter in the country over the past decade, and more repressive of its own dissidents abroad, Human Rights Watch says in a new report.

The U.S.-based human rights group dates the start of the surge to Thailand’s 2014 coup, which swapped the country’s democratically elected government for an authoritarian military regime. Tainted elections in 2019 returned Prayut Chan-ocha, the ex-general behind the coup, to power at the head of a military-backed government for another four years.

Though Prayut’s party lost last year’s general elections, it remains a part of the ruling coalition with senior members in the cabinet.

“For a long time, Thailand has been somewhat of a sanctuary for people fleeing persecution in neighboring countries,” Elaine Pearson, Human Rights Watch’s Asia director, told VOA ahead of the report’s launch in Bangkok on Thursday.

“But since 2014 we noticed an escalation in arrangements with other countries and an escalation in the harassment, surveillance and intimidation of those exiles living in Thailand, often asylum seekers or refugees awaiting resettlement in third countries,” she said.

A spokesman for the Thai government did not reply to VOA’s request for comment. Two former spokespersons for the previous Prayut government also did not reply to VOA.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG